ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຈະຂຶ້ນເງິນເດືອນ ໃຫ້ຄູເປັນພິເສດ ເພື່ອດຶງດູດເອົາ ຄົນມີຄວາມຮູ້


ການມອບລາງວັນຄູດີເດັ່ນໃນກໍາແພງນະຄອນວຽງຈັນ ປະຈໍາປີ 2011 ທີ່ຜ່ານມາ
ການມອບລາງວັນຄູດີເດັ່ນໃນກໍາແພງນະຄອນວຽງຈັນ ປະຈໍາປີ 2011 ທີ່ຜ່ານມາ

ລັດຖະບານລາວອານຸມັດແຜນການ ເພີ່ມເງິນເດືອນໃຫ້ກັບນາຍຄູ-ອາຈານ ໃນທົ່ວປະເທດ ເປັນກໍລະນີພິເສດ ເພື່ອເປັນການດຶງດູດບັນດາຜູ້ທີ່ມີຄວາມຮູ້ ຄວາມສາມາດ ໃຫ້ຫັນມາ ປະກອບອາຊີບຄູ-ອາຈານ ຫຼາຍຂຶ້ນ.

ສໍານັກງານນາຍົກລັດຖະມົນຕີລາວລາຍງານວ່າ ກອງປະຊຸມສາມັນຂອງຄະນະລັດ
ຖະບານລາວ ໄດ້ມີມະຕິຮັບຮອງເອົາແຜນການປັບຂຶ້ນອັດຕາເງິນເດືອນ ໃຫ້ກັບຄູ
ແລະອາຈານໃນທົ່ວປະເທດ ເມື່ອທ້າຍເດືອນເມສາທີ່ຜ່ານມາ ໂດຍນອກຈາກຈະມີ
ເປົ້າໝາຍເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງຄູ-ອາຈານ ແລະຄອບຄົວ
ໃຫ້ດີຂຶ້ນແລ້ວ ກໍ່ຍັງແນ່ໃສ່ການດຶງດູດຜູ້ທີ່ມີຄວາມຮູ້ຄວາມສາມາດ ໃຫ້ຫັນມາປະ
ກອບອາຊີບເປັນຄູ-ອາຈານໃຫ້ຫຼາຍຂຶ້ນ ແລະເພື່ອໃຫ້ພຽງພໍກັບຄວາມຕ້ອງການ ທີ່ເປັນຈິງຂອງການປະຕິຮູບການສຶກສາໄລຍະທີ 2 ຂອງລາວ ຈາກປັດຈຸບັນ ໄປຈົນ
ເຖິງປີ 2015 ອີກດ້ວຍ.

ການປັບຂຶ້ນອັດຕາເງິນເດືອນໃຫ້ກັບຄູ-ອາຈານໃນທົ່ວປະເທດລາວ ຕາມແຜນການ
ດັ່ງກ່າວນີ້ ຖືເປັນການປັບຂຶ້ນເປັນກໍລະນີພິເສດ ຕາມລະດັບທາງດ້ານວິຊາການ
ວິຊາສະເພາະແລະລະດັບຂອງສະຖານສຶກສາ ຮວມໄປເຖິງພື້ນທີ່ ທີ່ຕັ້ງຂອງສະຖານ
ສຶກສາ ທີ່ຄູ-ອາຈານໄດ້ທໍາການສອນຢູ່ເປັນສໍາຄັນ ກໍ່ຄືການປັບຂຶ້ນໃນອັດຕາ 10%
ຂອງເງິນເດືອນສໍາລັບຄູ-ອາຈານ ທີ່ປະຈໍາສະຖານສຶກສາລະດັບວິຊາຊີບຊັ້ນສູງ,
ວິທະຍາໄລ ແລະມະຫາວິທະຍາໄລຕ່າງໆ ຂອງລັດຖະບານ.

ກອງປະຊຸມຈັດຂຶ້ນໃນໂອກາດວັນຄູແຫ່ງຊາດໃນ ວັນທີ 7 ຕຸລາ ປີ 2011
ກອງປະຊຸມຈັດຂຶ້ນໃນໂອກາດວັນຄູແຫ່ງຊາດໃນ ວັນທີ 7 ຕຸລາ ປີ 2011

ສ່ວນຄູ-ອາຈານ ປະຈໍາສະ
ຖານສຶກສາວິຊາສະເພາະ
ຊັ້ນສູງເຊັ່ນ ແພດ, ພະຍາ
ບານ ແລະສາທາລະນະສຸກ
ເປັນຕົ້ນນັ້ນ ກໍ່ຈະໄດ້ປັບຂຶ້ນ
ເງິນເດືອນໃນອັດຕາ 15%
ໃນຂະນະທີ່ຄູ-ອາຈານ ທີ່
ໂຮງຮຽນມັດທະຍົມ ແລະ
ໂຮງຮຽນອານຸບານ ເຖິງ
ຂັ້ນປະຖົມນັ້ນ ກໍຈະໄດ້ຮັບ
ການປັບຂຶ້ນ 20% ແລະ
25% ຕາມລໍາດັບ. ທາງດ້ານຄູ-ອາຈານທີ່ປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດ ກໍຍັງຈະ
ໄດ້ຮັບເງິນອຸດໜູນພິເສດເພີ້ມຕື່ມອີກດ້ວຍ.

ແຕ່ຢ່າງໃດກໍ່ຕາມ ການທີ່ຄູ-ອາຈານໃນລາວມີເງິນເດືອນຕໍ່າຫຼາຍນັ້ນ ກໍບໍ່ແມ່ນບັນຫາ ພຽງຢ່າງດຽວຂອງການປະຕິຮູບການສຶກສາໃນລາວ ຫາກແຕ່ຍັງລວມໄປເຖິງບັນຫາ ຂາດແຄນທາງດ້ານງົບປະມານ ຂອງລັດຖະບານລາວອີກດ້ວຍ ທີ່ເຮັດໃຫ້ບໍ່ສາມາດ ຕອບສະໜອງຄູ-ອາຈານໄດ້ຢ່າງພຽງພໍ.

ຊຶ່ງໃນກໍລະນີດຽວກັນນີ້ ທ່ານລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ
ກໍ່ໄດ້ຖະແຫຼງຍອມຮັບວ່າ ໃນສົກຮຽນປະຈໍາປີ 2011-2012 ຄະນະລັດຖະບານລາວ ກໍໄດ້ອານຸມັດໃຫ້ເພີ່ມຈໍານວນຄູໃໝ່ໄດ້ເຖິງ 9,600 ຄົນ ຫາກແຕ່ກໍມີຄູພຽງສ່ວນນ້ອຍ
ທີ່ໄດ້ສະມັກໃຈໄປປະຈໍາຢູ່ໂຮງຮຽນໃນເຂດຊົນນະບົດ ຈຶ່ງເຮັດໃຫ້ໂຮງຮຽນທີ່ຢູ່ໃນຊົນ
ນະບົດຂອງລາວນັ້ນ ຍັງຄົງຕ້ອງປະເຊີນກັບບັນຫາຂາດແຄນບຸກຄະລາກອນຄູຕໍ່ໄປ.

ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເມືອງຄັງ ທີ່ຫາກໍສ້າງຂຶ້ນໃໝ່
ໂຮງຮຽນມັດທະຍົມຕອນຕົ້ນ ບ້ານເມືອງຄັງ ທີ່ຫາກໍສ້າງຂຶ້ນໃໝ່

ສາເຫດທີ່ຄູສ່ວນໃຫຍ່ບໍ່
ຢາກໄປປະຈໍາຢູ່ໂຮງຮຽນ
ໃນເຂດຊົນນະບົດນັ້ນ ກໍ
ເພາະວ່າ ບໍ່ຢາກໃຊ້ຊີວິດ
ຢ່າງຍາກລໍາບາກ ແລະທີ່
ສໍາຄັນອີກປະການນຶ່ງກໍຄື
ຄູໃນເຂດຊົນນະບົດຍັງໄດ້
ຮັບເງິນເດືອນບໍ່ຕົງຕາມ
ກໍາໜົດເວລາອີກດ້ວຍ. ໃນ
ຂະນະທີ່ຄູໃນເຂດຕົວເມືອງ
ນັ້ນ ມີທັງຄວາມສະດວກ
ສະບາຍໃນການໃຊ້ຊີວິດ
ແລະໄດ້ຮັບເງິນເດືອນຕາມກໍານົດເວລາ ໂດຍຜ່ານລະບົບທະນາຄານອີກດ້ວຍ ຊຶ່ງດ້ວຍ
ສະພາບການທີ່ເປັນຢູ່ນີ້ ຈຶ່ງເຮັດໃຫ້ເຂດຕົວເມືອງມີຈໍານວນຄູເກີນລະດັບຄວາມຕ້ອງ
ການ ໃນຂະນະທີ່ຄູແຕ່ລະຄົນ ທີ່ຢູ່ເຂດຊົນນະບົດນັ້ນກັບຕ້ອງຮັບພາລະໃນການສອນ
ນັກຮຽນເຖິງ 70 ຄົນ ຫຼື 2 ຫ້ອງຮຽນເປັນຢ່າງໜ້ອຍ.

ໂຮງຮຽນໃນເຂດຊົນນະບົດແຫ່ງນຶ່ງ ທີ່ລາວ
ໂຮງຮຽນໃນເຂດຊົນນະບົດແຫ່ງນຶ່ງ ທີ່ລາວ

ນອກຈາກນັ້ນ ກໍ່ຍັງປາກົດອີກດ້ວຍວ່າ
ໂຮງຮຽນໃນເຂດຊົນນະບົດໄດ້ຮັບໂກ
ຕາໃນການເພີ່ມຈໍານວນຄູ ທີ່ຕໍ່າກວ່າ
ລະດັບຄວາມຕ້ອງການທີ່ເປັນຈິງ ດັ່ງ
ທີ່ເຈົ້າໜ້າທີ່ຜະແນກສຶກສາໃນແຂວງ
ຄໍາມ່ວນ ໄດ້ໃຫ້ການອະທິບາຍເຖິງ
ສະພາບການດັ່ງກ່າວວ່າ:

ຕົວເລກຂອງກະຊວງ ຫຼືຂອງແຂວງ
ໃຫ້ເຮົາຫັ້ນນະ ມັນບໍ່ໄດ້ຕາມຄວາມ
ຕ້ອງການ ສົມມຸດວ່າເຮົາຕ້ອງການຊາວຄົນ ສິໄປຍົກລະດັບໃນປີນີ້ ແຕ່ວ່າເພິ່ນ
ປ່ອຍມາໃຫ້ເຮົາຜັດຫ້າ ຫົກຕົວເລກ ແຕ່ມັນຈົບມາແຕ່ລະລຸ້ນຫັ້ນ ບໍ່ພຽງພໍຕາມ
ຄວາມຕ້ອງການ.”

ທັງນີ້ ໃນປັດຈຸບັນໃນທົ່ວປະເທດລາວ ມີຈໍານວນຄູທັງໝົດຫຼາຍກວ່າ 63,000 ຄົນ ຊຶ່ງ
ໃນນີ້ກໍມີຢູ່ປະມານ 37,000 ຄົນ ທີ່ເປັນຄູໃນໂຮງຮຽນຂອງລັດຖະບານ ສ່ວນທີ່ເຫຼືອກໍ່ເປັນ ຄູຕາມສະຖານສຶກສາຂອງພາກເອກະຊົນ ແລະສ່ວນໃຫຍ່ກໍຄືບັນດາຄູ ທີ່ບໍ່ຍອມໄປປະຈໍາ
ຢູ່ໂຮງຮຽນຂອງລັດຖະບານ ໃນເຂດຊົນນະບົດນັ້ນເອງ.

XS
SM
MD
LG