ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ລາວ ຮຽກຮ້ອງໃຫ້ ລັດຖະບານ ເອົາໃຈໃສ່ ບັນຫາ ອາຊະຍາກຳ


ເຍົາວະຊົນນ້ອຍສອງຄົນນີ້ ເປັນຜູ້ຕ້ອງຫາວ່າເປັນຂະໂມຍ.
ເຍົາວະຊົນນ້ອຍສອງຄົນນີ້ ເປັນຜູ້ຕ້ອງຫາວ່າເປັນຂະໂມຍ.

ເຈົ້າໜ້າທີ່ຂັ້ນສຸງຂອງລາວຮຽກຮ້ອງໃຫ້ລັດຖະບານເພີ້ມການ
ເອົາໃຈໃສ່ ໃນການປາບປາມ ບັນຫາອາຊະຍາກຳ ທີ່ເພີ້ມຂຶ້ນ
ຢ່າງຕໍ່ເນື່ອງໂດຍສະເພາະແມ່ນບັນຫາການລັກລອບຫຼິ້ນການ
ພະນັນ.

ທ່ານຕົງ ເຢີທໍ ຮອງປະທານສູນກາງແນວລາວສ້າງຊາດຢືນຢັນ
ວ່າບັນຫາອາຊະຍາກຳມີທ່າອຽງເພີ້ມຂຶ້ນຢ່າງໜ້າເປັນຫ່ວງຢູ່ໃນ
ສັງຄົມລາວ ໃນປັດຈຸດບັນນີ້ ໂດຍສະເພາະແມ່ນອາຊະຍາກຳ
ທີ່ເກີດຂຶ້ນຍ້ອນຄວາມຂັດແຍ້ງກັນ ໃນວົງການພະນັນນັ້ນ ຖືເປັນ
ບັນຫາ ທີ່ມີລະດັບຄວາມຮຸນແຮງ ຫຼາຍຂຶ້ນນັບມື້ ເນື່ອງຈາກວ່າ ໄດ້ມີການ ລັກລອບຫຼິ້ນການ ພະນັນຢ່າງກວ້າງຂວາງ.

ຍິ່ງໄປກວ່ານັ້ນ ການທີ່ໜ່ວຍງານຂອງລັດຖະບານທີ່ມີສ່ວນຮັບຜິດຊອບ ໃນບັນຫາ ດັ່ງກ່າວ ກັບຍັງມີຂີດຄວາມສາມາດ ຢ່າງຈຳກັດ ໃນການສະກັດກັ້ນ ແລະ ປາບປາມ ບັນຫາດັ່ງກ່າວ ດ້ວຍແລ້ວ ກໍຍິ່ງເຮັດໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ແລະມີຜົນປະໂຫຍດ ໃນວົງການພະນັນ ບໍ່ຢ້ານກົວ ໃນການກະທຳຄວາມຜິດ ຕໍ່ກົດໝາຍອີກດ້ວຍ ດັ່ງທີ່ທ່ານ ຕົງ ເຢີທໍ ໄດ້ຖະແຫລງ ຊີ້ແຈງວ່າ:

“ສະພາບການຫຼິ້ນພະນັນເຖື່ອນ ພວມແຜ່ຫຼາຍ ເຊັ່ນ ກິລາບານເຕະ ນອກສະໜາມ ແບບເປີດເຜີຍ ມີເຈົ້າຂອງຮັບຮອງການຫຼິ້ນໄພ້ ໃນການຄົບງັນເຮືອນດີ ຕູ້ເກມ ຫຼິ້ນ ສະນຸກເກີຣ໌ ເຂົ້າກາສິໂນ ທີ່ມີກຸ່ມຄົນທີ່ເປັນພິດເປັນໄພ ຕໍ່ສັງຄົມ ກໍ່ອາຊະຍາກຳ ຢາກໄດ້ເງິນໄປຫຼິ້ນ ແລ້ວກໍໄປດຶງກະເປົາ ຂີ້ລັກງັດແງະ ສ້າງ ຄວາມບໍ່ສະຫງົບ ຕໍ່
ຄອບຄົວ ແລະສັງຄົມ.”

ທາງດ້ານກະຊວງປ້ອງກັນຄວາມສະຫງົບພາຍໃນລາວ ລາຍງານວ່າ ໃນຊ່ວງປີ 2011-2013 ບັນຫາອາຊະຍາກຳ ໄດ້ເພີ້ມຂຶ້ນເຖິງ 75.98 ເປີເຊັນ ເມື່ອທຽບກັບ ໃນຊ່ວງປີ 2008-2010 ໂດຍອາຊະຍາກຳ ທີ່ມີອັດຕາສ່ວນ ເກີດຂຶ້ນຫຼາຍທີ່ສຸດ ກໍຄື ການກໍ່ອາຊະຍາກຳ ກ່ຽວກັບ ຢາເສບຕິດ ທີ່ຄິດເປັນ 55 ເປີເຊັນ ຂອງອາຊະຍາກຳ ທີ່ເກີດຂຶ້ນທັງໝົດ 18,047 ກໍລະນີ ໃນຊ່ວງປີ 2011-2013 ດັ່ງກ່າວ.

ພວກຄ້າຢາເສບຕິດ ຖືກເຈົ້າໜ້າທີ່ທາງການລາວ ຈັບໄດ້ ພ້ອມດ້ວຍ ຫຼັກຖານ.
ພວກຄ້າຢາເສບຕິດ ຖືກເຈົ້າໜ້າທີ່ທາງການລາວ ຈັບໄດ້ ພ້ອມດ້ວຍ ຫຼັກຖານ.

ໂດຍສະເພາະແມ່ນໃນປີ 2013 ຊຶ່ງເຈົ້າໜ້າທີ່ຕຳຫລວດລາວ
ສາມາດ ຈັບກຸມຜູ້ຕ້ອງຫາໄດ້ 12,712 ຄົນຈາກການກໍ່ອາຊະ
ຍາກຳ 7,237 ກໍລະນີນັ້ນ ກໍຍັງປະກົດວ່າ 60 ເປີເຊັນ ໃນຈຳ
ນວນຜູ້ຕ້ອງຫາທັງໝົດດັ່ງກ່າວນີ້ ເປັນເຍົາວະຊົນລາວ ທີ່ອາຍຸ
ລະຫວ່າງ 15-20 ປີ ແລະປີ 2014 ນີ້ ກໍເຊື່ອວ່າ ຈະມີເຍົາວະ
ຊົນລາວ ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດຫຼາຍຂຶ້ນ ເພາະຈາກ
ການສຳຫລວດ ຂອງຄະນະກຳມະການກວດກາ ແລະ ຄວບ
ຄຸມຢາເສບຕິດແຫ່ງຊາດລາວ ເມື່ອທ້າຍປີ 2013 ພົບວ່າມີ
ເຍົາວະຊົນລາວເກີນກວ່າ 245,000 ຄົນ ທີ່ຢູ່ໃນສິ່ງແວດລ້ອມ
ທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວ ກັບຢາເສບຕິດ.

ຊຶ່ງພາຍໃຕ້ສະພາບການດັ່ງກ່າວນີ້ ກະຊວງປ້ອງກັນຄວາມ
ສະຫງົບພາຍໃນຂອງລາວ ກໍໄດ້ດຳເນີນມາດຕະການຢ່າງເຂັ້ມງວດຫຼາຍຂຶ້ນ ເຂົ້າໃນການ ປາບປາມ ການຄ້າຢາເສບຕິດໃນລາວ ນັບແຕ່ຕົ້ນປີນີ້ເປັນຕົ້ນມາ ລວມທັງຍັງໄດ້ ທຳການ ຈັບກຸມຄຸມຂັງ ແລະລົງໂທດຕໍ່ຜູ້ກະທຳຄວາມຜິດ ໃນຂັ້ນສູງສຸດ ທີ່ກຳນົດໄວ້ໃນກົດໝາຍ ອີກດ້ວຍ.

ໂດຍໃນປີ 2013 ທີ່ຜ່ານມາ ທາງການຕຳຫລວດລາວສາມາດ ຈັບກຸມຜູ້ກະທຳຄວາມຜິດ
ທີ່ກ່ຽວກັບຢາເສບຕິດໄດ້ທັງໝົດ 1,954 ຄົນ ໃນ 1,303 ກໍລະນີ ແລະຢຶດຢາເສບຕິດ
ປະເພດຢາບ້າໄດ້ເກືອບ 14 ລ້ານເໝັດ ຝິ່ນ 1,494 ກິໂລກຣາມ ເຮໂຣອິນເກືອບ 55 ກິໂລກຣາມ ແລະ ກັນຊາ 5,696 ໂຕນ ສ່ວນສູນບຳບັດຄົນຕິດຢາທັງ 9 ແຫ່ງ ກໍໄດ້ຮອງ
ຮັບເຍົາວະຊົນ ທີ່ຕິດຢາຈຳນວນ 6,600 ກວ່າຄົນແຕ່ເກີນກວ່າ 60 ເປີເຊັນ ທີ່ຜ່ານການ
ບຳບັດໄປແລ້ວນັ້ນ ໄດ້ກັບຄືນໄປເສບຢາອີກເທື່ອໃໝ່.

ທາງດ້ານສະຫະພັນແມ່ຍິງລາວ ລາຍງານວ່າບັນຫາການຄ້າ ແລະການຊົມໃຊ້ຢາເສບຕິດ
ທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນ ໃນປັດຈຸບັນມີສາເຫດສຳຄັນ ປະການໜຶ່ງ ມາຈາກ
ຄວາມແຕກແຍກ ພາຍໃນຄອບຄົວ ໂດຍໃນແຜນການປີ 2012-2013 ທີ່ຜ່ານມາ ສານ
ປະຊາຊົນລາວ ໄດ້ຮັບການຟ້ອງຮ້ອງ ທີ່ເປັນການຂັດແຍ້ງ ລະຫວ່າງບຸກຄົນ ຫຼາຍກວ່າ
12,000 ຄະດີ ໃນທົ່ວປະເທດ ແລະໃນນີ້ ກໍປະກົດວ່າເກີນກວ່າ 80 ເປີເຊັນ ເປັນຄະດີ
ຢ່າຮ້າງ ແລະການຮຽກຮ້ອງເອົາຊັບສິນ ຫຼື ຄ່າລ້ຽງດູລະຫວ່າງສາມີ ພັນລະຍາ.

XS
SM
MD
LG