ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ​ລາວ​ ເປັນໜີ້ ເພີ່ມ​ຂຶ້ນ ຫຼາຍກວ່າ 250 ລ້ານ​ໂດ​ລາ​


ກອງ​ປະຊຸມ​ສຸດຍອດ​ຜູ້ນໍາ​ເອ​ເຊ​ຍ-ຢູ​ໂຣບ ຫຼື ASEM ຄັ້ງ​ທີ 9 ທີ່ລາວເປັນ​ການ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ ​ໃນ​ຕົ້ນ​ເດືອນ
​ພະຈິກ​ 2012 ນີ້.
ກອງ​ປະຊຸມ​ສຸດຍອດ​ຜູ້ນໍາ​ເອ​ເຊ​ຍ-ຢູ​ໂຣບ ຫຼື ASEM ຄັ້ງ​ທີ 9 ທີ່ລາວເປັນ​ການ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ ​ໃນ​ຕົ້ນ​ເດືອນ ​ພະຈິກ​ 2012 ນີ້.
ໜີ້​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ ເພີ່ມ​ຂຶ້ນອີກຫຼາຍກວ່າ
250 ລ້ານ​ໂດ​ລາ​ຈາກ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ
​ຍອດ​ຜູ້ນໍາ​ເອ​ເຊ​ຍ-ຢູ​ໂຣບ ຫຼື ASEM ຄັ້ງ​ທີ 9 ​ໃນ​ຕົ້ນ​ເດືອນ
​ພະຈິກ​ນີ້.

​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ການ​ເງິນ​ລາວ ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ
ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​ເອ​ເຊຍ-ຢູ​ໂຣບ
ຫຼື ASEM ຄັ້ງທີ 9 ຢູ່​ນະຄອນຫຼວງວຽງ​ຈັນ​ໃນ​ວັນ​ທີ 5-6 ພະ​
ຈິກ​ທີ່​ຜ່ານ​ມາ ລັດຖະບານ​ລາວ​ໄດ້​ໃຊ້​ຈ່າຍ​ເງິນ​ໄປຫຼາຍກວ່າ
250 ລ້ານ​ໂດ​ລາ ຊຶ່ງ​ເປັນ​ການ​ນໍາ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ
​ໂຄງ​ລ່າງ​ຕ່າງໆ​ໃນ 7 ພາກສ່ວນດ້ວຍ​ກັນ ກໍ​ຄື​ການ​ກໍ່ສ້າງ​ສູນ​ກາງ
​ການ​ປະຊຸມ​ນານາ​ຊາດ ຕັ້ງ​ຢູ່​ເທິງເນື້ອ​ທີ່​ກວ້າງ 7 ​ເຮັກ​ຕ້າ ຢູ່ຫຼັກ
6 ຖະໜົນ​ໄກສອນພົມວິຫານ ທີ່​ເປັນ​ການ​ຊ່ວຍ​ເຫຼືອ ​ແລະ​ກູ້​ຢືມ​
ຈາກ​ລັດຖະບານ​ຈີນ​ໃນ​ມູນ​ຄ່າ​ລວມ 80 ລ້ານ​ໂດ​ລາ.

​ໂຄງການ​ທີ​ 2 ກໍ​ແມ່ນ​ການ​ຂະຫຍາຍ​ບ່ອນ​ຈອດ​ເຮືອບິນ​ຢູ່​ສະໜາມ​ບິ​ນວັດ​ໄຕ ​ເພື່ອ​ໃຫ້​ສາມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ​ໃຫຍ່​ໄດ້​ເຖິງ 40 ລໍາ ພ້ອມ​ກັບ​ອຸບປະກອນ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ສິ່ງ​ອໍານວຍ​ຄວາມ​ສະດວກ​ຕ່າງໆ​ຢ່າງ​ຄົບ​ຊຸດ ຊຶ່ງ​ເປັນ​ການຊ່ວຍ​ເຫຼືອຈາກ​ລັດຖະບານ​ຍີ່ປຸ່ນ​ໃນ​ມູນ​ຄ່າ 1,246 ລ້ານ​ເຢັນ ​ແລະ​ກູ້​ຢືມຈາກ​ລັດຖະບານ​ຈີນ​ອີກຫຼາຍກວ່າ 37 ລ້ານ​ໂດ​ລາ.

ຄະນະຜູ້ຕາງໜ້າລັດຖະບານຈີນ ທີ່ໃຫ້ການຊ່ວຍເຫລືອ ໃນການປັບປຸງ ສະໜາມບິນວັດໄຕ
ຄະນະຜູ້ຕາງໜ້າລັດຖະບານຈີນ ທີ່ໃຫ້ການຊ່ວຍເຫລືອ ໃນການປັບປຸງ ສະໜາມບິນວັດໄຕ

ສ່ວນອີກ 5 ​ໂຄງການ​ທີ່​ເຫຼືອກໍ​ປະກອບດ້ວຍ​ການ​ພັດທະນາ​
ປັບປຸງ​ຖະໜົນ 21 ​ເສັ້ນທາງ​ໃນເຂດ​ນະຄອນ​ວຽງ​ຈັນ ການ​ກໍ່
ສ້າງ​ເຮືອນ​ຮັບ​ແຂກ​ຂອງ​ຄະນະ​ຜູ້​ແທນ ASEM ຈໍານວນ 52
ຫຼັງຢູ່​ດອນ​ຈັນ ການ​ກໍ່ສ້າ​ງ​ໂຮງ​ແຮມ 8 ຊັ້ນ​ລະດັບ 5 ດາວ​ຢູ່​
ດອນ​ຈັນ ການ​ກໍ່ສ້າງ​ເຮືອນ​ພັກ​ສໍາລັບ​ຄະນະ​ຜູ້​ແທນ​ທີ່​ເຂົ້າ
ຮ່ວມ​ກອງ​ປະຊຸມ​ອີກ 50 ຫຼັງ ຢູ່​ບ້ານ​ພະ​ຂາວເມືອ​ງໄຊທານີ
​ແລະການ​ຊື້​ລົດ​ເບັນ​ຊ໌ 105 ຄັນ ລວມທັງ​ລົດ Toyota ອີກ
147 ຄັນດ້ວຍ.

ຊຶ່ງທັງ​ໝົດ​ນີ້​ ​ໂດຍ​ບໍ່​ຄິດ​ລວມ​ໄປ​ເຖິງ​ການ​ກໍ່ສ້າງ​ໂຮມ​ແຮມ 8 ຊັ້ນ​ລະດັບ 5 ດາວ​ຢູ່​ດອນ​ຈັນ​ ທີ່​ລົງທຶນ​ແລະ​ກໍ່ສ້າງໂດຍບໍລິສັດ​ເອກ​ກະ​ຊົນ​ຈາກ​ຈີນ​ດ້ວຍ​ນັ້ນ ກໍ​ປາກົດວ່າ​ ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ໜີ້​ຕ່າງປະ​ເທດ​ສະ​ສົມ​ເພີ່ມ​ຂຶ້ນ​ເປັນຫຼາຍກວາ 3,750 ລ້ານ​ໂດ​ລາ​ແລ້ວ​ໃນ​ປັດຈຸບັນ​ນີ້.

ກ່ອນໜ້າ​ນີ້ ທະນາຄານ​ແຫ່​ງຊາດ​ລາວ​ໄດ້​ສະ​ເໜີ​ລາຍ​ງານ​ປະ​ຈໍາປີ 2012 ວ່າ​ສະພາວະ​ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ໄດ້​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ຈົນ​ເຖິງ​ທ້າຍ​ເດືອນ​ກັນຍາ​ປີ​ນີ້ ຊຶ່ງ​ເປັນ​ໄລຍະ​ສິ້ນ​ສຸນ​ແຜນການ​ປະ​ຈໍາປີ 2011-2012 ນັ້ນ ກໍ​ປາກົດ​ວ່າ​ລັດຖະບານ​ລາວ​ມີ​ໜີ້ເ​ງິນກູ້​ຕ່າ​ງປະ​ເທດ​ຄິດ​ເປັນ ມູນ​ຄ່າ​ລວມ​ເກີນ​ກວ່າ 3,500 ​ລ້ານ​ໂດ​ລາ ​ຫຼື​ເທົ່າ​ກັບ 35% ຂອງ​ຍອດ​ຜະລິດຕະ ພັນ​ລວມພາຍ​ໃນ​ ຫຼື GDP ຕະຫຼອດປີ.

ຫາກ​ແຕ່​ວ່າສະພາວະ​ໜີ້​ສິນ​ຕ່າງ​ປະ​ເທດ​ດັ່ງກ່າວ​ນີ້ ​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິ​ງສະຖາ ນະ​ດ້ານ​ງົບປະມານ​ລາຍ​ຈ່າຍຂອງ​ລັດຖະບານ​ລາວ​ ບໍ່​ໜ້ອຍ​ຄື​ກັນ ​ເ​ພາະວ່າ ຈະ​ຕ້ອງ​ຫັກ​ສ່ວນ​ລາຍ​ຮັບ​ຈາກ​ງົບປະມານ ​ໄປ​ຊໍາລະ​ໜີ້​ຕ່າງປະ​ເທດຫຼາຍຂຶ້ນທຸກ​ປີ ຊຶ່ງ​ກໍ​ເປັນສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ລັດຖະບານ​ລາວ​ ຕ້ອງ​ດຸ່ນດ່ຽງ​ງົບປະມານ​ດ້ວຍວິທີ​ການ​ໃໝ່ໆ ​ທີ່​ບໍ່ເຄີຍ​ປະຕິບັດ​ມາ​ກ່ອນ ດັ່ງ​ທີ່​ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນ ຕີວ່າການ​ກະຊວງ​ການ​ເງິນ​ໄດ້​ຖະ​ແຫຼງຍອມຮັບ​ວ່າ:

ທະນາຄານໂລກໃຫ້ເງິນຊ່ວຍເຫລືອແກ່ລາວ ໃນການຫລຸດຜ່ອນ ຄວາມຍາກຈົນ
ທະນາຄານໂລກໃຫ້ເງິນຊ່ວຍເຫລືອແກ່ລາວ ໃນການຫລຸດຜ່ອນ ຄວາມຍາກຈົນ

“ແຫຼ່ງດຸ່ນດ່ຽງຕົ້ນຕໍ​ມີ​ດັ່ງ​ນີ້ ການ​ກູ້​ຢືມ​ຈາກ​ຕ່າງປະ​ເທດ
​ເປັນ​ໂຄງການ​ມີ 1,742 ຕື້ ກີບ ຊຶ່ງຫລຸດ​ລົງ 3.49% ​
ທຽບ​ກັບ​ປີຜ່ານມາ ຂາຍ​ພັນທະບັດ​ຄັງ​ເງິນ 300 ຕື້​ກີບ
ຂາຍ​ພັນທະບັດລະດົມ​ທຶນ 1,800 ຕື້​ກີບ ຊຶ່ງ​ເປັນ​ພັນ
ທະບັດ​ທີ່​ສາມາດ​ປ່ຽນ​ມື​ໄດ້ ​ແລ້ວ​ກະ​ເປັນ​ການ​ເລີ່​ມ
ປະຕິບັດ​ນະ​ໂຍບານ​ລະດົມທຶນ​ແບບ​ໃໝ່​ ຂອງ​ກະຊວງ​
ການເງິນ ຊຶ່ງ​ວ່າ​ໃນ​ໄລຍະ​ທີ່​ຜ່ານ​ມາບໍ່​ທັນ​ໄດ້​ປະຕິບັດ​
ຮູບ​ແບບ​ການ​ລະດົມ​ທຶນ​ແບບ​ນີ້.”


ທາງ​ດ້ານ​ສະພາ​ແຫ່ງ​ຊາດ​ລາວ ກໍ​ລາຍ​ງານ​ວ່າ​ໃນ​ແຜນການ​ປີ 2012-2013 ສະພາ​ແຫ່​ງ ຊາດ​ໄດ້​ກໍານົດ​ໃຫ້​ລັດຖະບານລາວ ​ຕ້ອງ​ຄວບ​ຄຸມ​ລາຍ​ຈ່າຍ​ຢ່າງ​ເຄັ່ງ​ຄັດ ຊຶ່ງ​ເຮັດໃຫ້​ລັດ ຖະບານ​ສາມາດ​ທີ່​ຈະ​ກູ້​ຢືມ​ເງິນ​ຈາກ​ຕ່າງປະ​ເທດ​ໄດ້ ​ໃນ​ມູນ​ຄ່າ​ລວມ ບໍ່​ເກີນ 218 ລ້ານ​ໂດ​ລາ ​ແລະ​ໃນ​ຂະນະ​ດຽວ​ກັນ ກໍ​ຈະ​ຕ້ອງ​ຈັດ​ເກັບ​ລາຍ​ຮັບ​ໃຫ້ໄດ້​ຕາມ​ເປົ້າໝາຍ​ທີ່​ວາງ​ໄວ້​ ຢ່າງ​ແທ້​ຈິງອີກ​ດ້ວຍ.
XS
SM
MD
LG