ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະບານ​ ລາວ ຈະ​ສ້າງ​ທາງ​ລົດ​​ໄຟ 3 ​ແຫ່ງ ​ເຊື່ອມ​ຕໍ່ ຈີນ ​ໄທ ​ແລະ ຫວຽດນາມ


ພິທີ​ວາງ​ສີ​ລາ​ລືກ ​ໂຄງການ​ກໍ່ສ້າງ​ລາງ​ລົດ​ໄຟ
ພິທີ​ວາງ​ສີ​ລາ​ລືກ ​ໂຄງການ​ກໍ່ສ້າງ​ລາງ​ລົດ​ໄຟ

ລັດຖະບານ​ ລາວ ວາງ​ແຜນການ​ຈະ​ກໍ່ສ້າງ​ທາງ​ລົດໄຟ​ເພີ່ມ​ຂຶ້ນ​ອີກ 3 ​ເສັ້ນທາງ​ເພື່ອ​ເຊື່ອມຕໍ່ ລາວ ກັບ ໄທ ​ແລະ ຫວຽດນາມ ທັງ​ຍັງ​ເປັນ​ການ​ເຊື່ອ​ມ​ໂຍງກັບ​ເສັ້ນທາງ​ລົດ​ໄຟ ລະຫວ່າງ ລາວ ກັບ ຈີນ​ ​ອີກ​ດ້ວຍ.

ທ່ານ ບຸ​ນຈັນ ສິນ​ທະ​ວົງ ລັດຖະມົນ​ຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຖະ​ແຫຼ​ງ ຢືນຢັນ​ວ່າ ລັດ​ຖະບານ ລາວ ​ໄດ້​ວາງ​ແຜນການ​ທີ່​ຈະ​ກໍ່ສ້າງ​ທາງ​ລົດ​ໄ​ຟ​ເພີ່ມ​ຂຶ້ນ​ໃນ 3 ​ເສັ້ນ ທາງ​ດ້ວຍ​ກັນ ກໍ​ຄື​ເສັ້ນທາງ​ຈາກ​ນະຄອນຫຼວງ​ວຽງຈັນ ​ໄປ​ທ່າ​ແຂກໃນ​ແຂວງ​ຄຳ​ມ່ວນ ​ແລະ ​ເຊື່ອ​ຕໍ່​ໄປ​ທ່າ​ເຮືອ Vung Ang ​ແ​ຂວງ Ha Thinh ຂອງ ຫວຽດນາມ ກັບ​ເສັ້ນທາງ​ຈາກ​ທ່າ​ແຂກ​ໄປ ສະຫວັນ​ນະ​ເຂດ - ປາກ​ເຊ - ດ່ານ​ວັງ​ເຕົ່າ​ໃນ​ແຂວງ ຈຳປາ​ສັກ ​ເພື່ອ​ທີ່​ຈະ​ເຊື່ອມ​ຕໍ່​ກັບ​ເສັ້ນທາງ​ລົດ​ໄຟ​ຂອງ​ ​ໄທ ທີ່​ຈັງຫວັດ ອຸບົນ​ຣາຊທານີ ​ແລະ ​ເສັ້ນທາງ​ຈາກ ສະຫວັນ​ນະ​ ເຂດ​ໄປດ້ານ ລາວ ບາ​ວ ​ເພື່ອ​ທີ່​ຈະ​ເຊື່ອມ​ຕໍ່​ໄປ​ຍັງ​ທ່າ​ເຮືອ​ໃນ​ແຂວງ ດາ​ນັງ ຂອງ ຫວຽດນາມ.

​ໂດຍ​ສຳລັບ​ເສັ້ນທາງ​ທີ 1 ນັ້ນ​ຈະ​ດຳ​ເນີນ​ການ​ສຶກສາ​ຄວາມ​ເປັນ​ໄປໄດ້​ໃນ​ທ້າຍ​ປີ 2015 ນີ້​ດ້ວຍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ລັດຖະບານ ຍີ່ປຸ່ນ ​ແລະ ​ເສັ້ນທາງ​ທີ 3 ກໍ​ເປັນ​ການ​ລົງທຶນ​ຂອງ​ກຸ່ມ​ບໍລິສັດ Giant ຈາກ​ປະ​ເທດ ມາ​ເລ​ເຊຍ ​ຊຶ່ງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ເພື່ອ​ໃຫ້ແລ້ວ​ສຳ​ເລັດ​ພາຍ​ໃນ 5 ປີ​ຕໍ່ໜ້າ.

ທ່ານ ບຸ​ນຈັນ ສິນ​ທະ​ວົງ ລັດຖະມົນ​ຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຖະ​ແຫຼ​ງການ​ຢືນຢັນ ​ກ່ຽວ​ກັບ​ການ​ສ້າງ​ລາງ​ລົດ​ໄຟ​ໃນ ລາວ
ທ່ານ ບຸ​ນຈັນ ສິນ​ທະ​ວົງ ລັດຖະມົນ​ຕີ​ວ່າການ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ຖະ​ແຫຼ​ງການ​ຢືນຢັນ ​ກ່ຽວ​ກັບ​ການ​ສ້າງ​ລາງ​ລົດ​ໄຟ​ໃນ ລາວ

ທ່ານ ບຸນ​ຈັນ ຢືນຢັນ​ວ່າ​ແຜ​ນການ​ກໍ່ສ້າງ​ທາງ​ລົດ​ໄຟ​ທັງ 3 ​ເສັ້ນ ທາງ​ດັ່ງ​ນີ້​ຈະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສັ້ນທາງ​ລົດໄຟ​ຈາກ ຈີນ ມານະ​ຄອນ​ຫຼວງ​ວຽງ​ຈັນ ຊຶ່ງ​ຈະ​ເລີ່​ມລົງມື​ດຳ​ເນີນ​ການ​ໃນ​ທ້າຍ​ປີ 2015 ນີ້​ຖ້າ​ຫາກ​ວ່າການ​ປະສານ​ງານ​ລະຫວ່າ​ຄະນະ​ຮັບ​ຜິດ​ຊອບ​ຂອງ​ທາງ​ການ ລາວ ​ແລະ ຈີນ ​ໄດ້​ດຳ​ເນີນ​ໄປ​ຕາມ​ແຜນການ ​ທີ່​ວາງ​ໄວ້​ໃນ​ທຸກໆ​ດ້ານ​ ​ເຊັ່ນ​ການ​ຕົກລົງ​ຮ່ວມ​ລົງທຶນ​ໃນ​ໂຄງການ ​ແລະ ການ​ສ້າງ​ຕັ້ງ​ບໍລິສັດ​ຮ່ວມ​ທຶນ​ຂຶ້ນ​ມາ​ຮັບຜິດຊອບ​ໂຄງການ​ທັງໝົດ​ເປັນ​ຕົ້ນ.

ທັງ​ນີ້​ໂດຍ​ລັດຖະບານ ລາວ ແລະ ຈີນ ​ໄດ້​ຕົກລົງ​ໃນ​ຫຼັກການ​ຮ່ວມ​ກັນ​ແລ້ວ​ວ່າ​ຈະ​ຮ່ວມ​ກັນ​ລົງທຶນ​ໂດຍ​ກົງ​ໃນ​ສັດສ່ວນ 40 ​ເປີ​ເຊັນ​ຂອງ​ມູນ​ຄ່າການ​ລົງທຶນ​ທັງ​ໝົດ​ທີ່​ຄາດ​ວ່າ​ຈະ​ມີ​ມູນ​ຄ່າ​ເຖິງ 6,800 ລ້ານ​ໂດ​ລາ ສ່ວນ​ອີກ 60 ​ເປີ​ເຊັນທີ່​ເຫຼືອ​ກໍ​ຈະ​ເປັນ​ການ​ລົງທຶນ​ຂອງ​ບໍລິສັດ​ຮ່ວມທຶນ​ທີ່​ຈະ​ສ້າງ​ຕັ້ງ​ຂຶ້ນ​ມາ​ຮັບຜິ​ດຊອບ​ການ​ພັດທະນາໂຄງ​ການ​ການ​ຄຸ້ມ​ຄອງ​ການ​ບໍລິຫານ ​ແລະ ການ​ກູ້​ຢືມ​ເງິນ​ລົງ​ທຶນ​ຈາກ​ສະ​ຖາ​ບັນ​ການ​ເງິນ​ໃນ​ປະ​ເທດ ຈີນ.

ທ່ານ ບຸນ​ຈັນ ​ໄດ້ໃຫ້ການ​ຢືນຢັນ​ວ່າ ລັດຖະບານ ລາວ ປະກອບສ່ວນ​ການ​ລົງທຶນ​ໃນ ໂຄງການ​ໃນ​ມູນ​ຄ່າ​ລວມ 840 ລ້ານ​ໂດ​ລາ​ຊຶ່ງ​ໃນ​ນີ້​ຈະ​ເປັນ​ການ​ກູ້​ຢຶມຈາກ​ລັດຖະບານ ຈີນ ​ໃນ​ມູນ​ຄ່າ 500 ລ້ານ​ໂດ​ລາ ​ໂດຍ​ຈະ​ມີ​ໄລຍະ​ເວລາ​ຜ່ອນ​ຊຳລະ​ຄືນ​ໃນ 20 ປີ ດ້ວຍ​ອັດ​ຕາດ​ອກ​ເບ້ຍ 3 ​ເປີ​ເຊັນ​ຕໍ່​ປີ ​ແລະ ຍັງ​ມີ​ໄລຍະ​ທີ່​ປອດ​ການ​ຊຳລະ​ໜີ້​ໃນ 5 ປີ​ທຳ​ອິດ​ອີກ​ດ້ວຍ ຫາກ​ແຕ່​ວ່າ​ລັດຖະບາຍ ລາວ ກໍ​ຈະ​ຕ້ອງ​ຮັບປະ​ກັນ​ໜີ້​ເງິນ​ກູ້​ດັ່ງກ່າວ​ດ້ວຍ​ລາຍ​ໄດ້​ຈາກ​ບໍ່​ແຮ່ Bauxite 1 ​ແຫ່ງ ​ແລະ ບໍ່ແຮ່ Potash 3 ​ແຫ່ງ​ທີ່​ເປັນ​ການ​ລົງທຶນ​ຂອງ​ກຸ່ມ​ທຸລະ​ກິດ ຈີນ ​ໃນ ລາວ.

​ແຜນ​ທີ່ການ​ເຊື່ອມ​ຕໍ່​ລາງ​ລົດ​ໄຟ ລາວ, ​ໄທ ​ແລະ ຈີນ.
​ແຜນ​ທີ່ການ​ເຊື່ອມ​ຕໍ່​ລາງ​ລົດ​ໄຟ ລາວ, ​ໄທ ​ແລະ ຈີນ.

ໂຄງການ​ກໍ່ສ້າງ​ທາງ​ລົດໄຟ​ໃນ ລາວ ​ເພື່ອ​ເຊື່ອມ​ຕໍ່​ກັບ​ ຈີນ ຈະ​ມີ​ໄລ​ຍະ​ທາງ​ຍາວ 417 ກິ​ໂລ​ແມັດ​ຈາກ​ດ່ານ​ຊາຍ​ແດນ​ບໍ່​ເຕັນ - ບໍ່​ຫານ​ມາ​ຍັງ​ນະຄອນຫຼວງວຽງ​ຈັນ ​ໂດຍ​ເປັນ​ລາງ​ລົດ​ໄຟ​ຂະໜາດ​ກວ້າງ 1.435 ​ແມັທີ່ແຍກ​ກັນລະຫວ່າງ​ຂະ​ບວນ​ໂດຍສານ ​ແລະ ຂະ​ບວນຂົນ​ສິນຄ້າ​ທີ່​ມີຄວາມ​ໄວ 160 ​ແລະ 120 ກິໂລ​ແມັດ​ຕໍ່​ຊົ່ວ​ໂມງຕາ​ມລຳດັບ​ໂດ​ຍຈະ​ມີ​ທັງ​ໝົດ 31 ສະຖານີ ​ແລະ ​ໃນ​ນີ້​ກໍ​ຈະ​ເປັນ​ສະຖານີ​ຂະໜາດ​ໃຫຍ່ 5 ​ແຫ່​ງທີ່​ບ້ານ ນາ​ເຕີຍ ທີ່​ເມືອງ​ໄຊ ທີ່ຫຼວງ​ພະ​ບາງ ທີ່​ວັງ​ວຽງ ​ແລະ ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ຈະ​ນຳ​ໃຊ້​ເງິນ​ທຶນ​ລວມ​ເຖິງ 6,800 ລ້ານ​ໂດ​ລາ ຊຶ່ງ​ລັດຖະບານ​ ລາວ ຈະ​ປະກອບສ່ວນ 840 ລ້ານ​ໂດ​ລາ ສ່ວນ​ທີ່​ເຫຼືອກໍຈະ​ຕ້ອງ​ກູ້​ຢືມ​ຈາກ ຈີນ.

​ແຕ່​ຢ່າງໃດ​ກໍ​ຕາມ ທາງ​ການ ລາວ ກໍ​ຕຽ​ມພ້ອມ​ແລ້ວ​ສຳລັບ​ການຈັດ​ຕັ້ງ​ປະຕິ​ບັດ​ໃນ​ພາກ​ຕົວ​ຈິງ​ໃນ​ດ້ານ​ຕ່າງໆ​ທັງ​ກໍ​ຍັງໝັ້ນ​ໃຈ​ດ້ວຍ​ວ່າ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ດັ່ງກ່າວ​ນີ້ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ ​ແລະ ການ​ເຊື່ອ​ມຕໍ່ ລາວ ​ເຂົ້າ​ກັບ ​ໄທ ​ແລະ ອາ​ຊຽນ ດ້ວຍ ດັ່ງ​ທີ່​ທ່ານ ສົມ​ສະ​ຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີຜູ້ຊີນຳ​ຂົງ​ເຂດ​ເສດຖະກິດ​ການ​ຜະລິດ ​ແລະ ຈະລາຈອນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ

“ປະສິດທິ​ຜົນ​ການ​ລົງ​ທຶນ​ຫັ່ນ​ນະ​ມັນ​ຕ່ຳ ​ແຕ່​ວ່າ​ປະສິດທິ​ຜົ​ນ​ເສ​ດຖະກິດ​ນັ້ນ​ສູງ ​ປະ​ເທດ​ເຮົາ​ນີ້​ປະສິດທິ​ຜົນ​ເສດຖະກິດ​ຂອງ​ທາງ​ລົດ​ໄ​ຟນີ້​ແມ່ນ 31 ​ເປີ​ເຊັນ ພວກ​ເຮົາ​ລະ​ບໍ່​ຮູ້​ວ່າ​ເມື່ອ​ລົດ​ໄຟ​ເສັ້ນ​ນີ້​ເຊື່ອມ​ຕໍ່​ກັບປະ​ເທດ​ ໄທ ແລ້ວ ປະ​ເທ​ດ ​ໄທ, ມາ​ເລ​ເຊຍ, ສິງກະ​ໂປ ສິມາ​ນຳ​ໃຊ້​ເທົ່າ​ໃດ​ພວກ​ເຮົາ​ກະ​ໄລ່​ບໍ່​ໄດ້​ເດ້ ອັນ​ນີ້ຄາດ​ຄະ​ເນ​ບໍ່​ເປັນ ສະ​ນັ້ນ​ກະ​ຖ້າ​ລອງ​ເບິ່ງ​ຊະ​ກ່ອນ​ບໍ່​ໃຫ້​ມັນ​ມີ​ຊະ​ກ່ອນ​ແມະ ຄັນ​ມີ​ແລ້ວ​ຄົນ​ມັນ​ຈັງ​ສິມາ​ໃຊ້​ເວລາ​ນັ້ນ​ຈັງ​ເວົ້າ​ບໍ”

​ຊຶ່ງ​ສອດ​ຄ່ອງ​ກັບ​ກາ​ນລົງນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ໄທ ​ແລະ ຈີນ​ ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງຄູ່​ຄວາມ​ໄວ​ປານ​ກາງ​ເມື່ອ​ທ້າຍ​ປີ 2014 ຢູ່
ບາງກ​ອກ ທີ່​ແນ​ໃສ່​ກສຍພັດທະນາ​ທາງ​ລົດ​ໄຟ​ເພື່ອ​ເຊື່ອມ​ຕໍ່​ກັນ​ໃຫ້​ໄດ້​ພາຍ​ໃ​ນປີ 2022 ດ້ວຍ​ການ​ຮ່ວມ​ລົງທຶນ​ເພື່ອ​ກໍ່ສ້າງ​ລົດໄຟ​ລາງ​ຄູ່​ລະດັບ​ຄວາມ​ໄວ​ປານ​ກາງ 2 ​ເສັ້ນທາງ​ໃນ ​
ໄທ ຄື ໜອງ​ຄາຍ-​ແກ່ງ​ຄອຍ-ມາບຕາ​ພຸດ ​ແລະ ​ແກ່ງ​ຄອຍ ຫາ ບາງກອກ ​ເພື່ອ​ເຊື່ອມ​ໂຍງ​ໄປ ລາວ ​ແລະ ຈີນ ​ໄປ​ເຖິງ ​ມາ​ເລ​ເຊຍ ​ແລ​ະ ສິງກະ​ໂປ ​ໄດ້​ດ້ວຍ​ນັ້ນ​ເອງ.

XS
SM
MD
LG