ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະບານ​ລາວ​ ອະນຸມັດ ແຜນການ​ຢຸດ​ເຊົາ ການ​ສົ່ງ​ອອກ​ຖ່ານ​ຫິນ​


ໂຄງການກໍ່ສ້າງ ໂຮງງານຜະລິດໄຟຟ້າດ້ວຍຖ່ານຫິນ ແຫ່ງນຶ່ງໃນລາວ ໄດ້ເລີ້ມຕົ້ນໄປໄດ້ ເຖິງ 53 ເປີເຊັນແລ້ວ.
ໂຄງການກໍ່ສ້າງ ໂຮງງານຜະລິດໄຟຟ້າດ້ວຍຖ່ານຫິນ ແຫ່ງນຶ່ງໃນລາວ ໄດ້ເລີ້ມຕົ້ນໄປໄດ້ ເຖິງ 53 ເປີເຊັນແລ້ວ.

ລັດຖະບານ​ລາວ​ອະນຸມັດ​ແຜນການ​ຢຸດ​ເຊົາ ການ​ສົ່ງ​ອອກ​
ຖ່ານ​ຫິນ​ໄປ​ຕ່າງປະ​ເທດ ຢ່າງ​ສິ້ນ​ເຊິ​ງ ​ເນື່ອງ​ຈາກ​ວ່າ​ຕ້ອງ
​ເກັບໄວ້​ເພື່ອຕອບ​ສະໜອງ​ການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ
ທີ່​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ.

ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ
ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ ຄະນະລັດຖະບານລາວ ໄດ້
ລົງມະຕິອະນຸມັດ ແຜນການຢຸດເຊົາ ການສົ່ງອອກຖ່ານຫິນ ໄປຕ່າງປະເທດຢ່າງຊິ້ນເຊິງແລ້ວ ເມື່ອບໍ່ນານມານີ້ ໂດຍເປັນການອະນຸມັດ ຕາມການ
ສະເໜີ ຂອງກະຊວງພະລັງງານ ແລະບໍ່ແຮ່ ທີ່ໄດ້ພິຈາລະນາເຫັນວ່າ ຄວາມຕ້ອງການ
ຊົມໃຊ້ ຖ່ານຫິນພາຍໃນປະເທດ ໄດ້ເພີ້ມສູງຂຶ້ນຢ່າງໄວວາ ຈຶ່ງຕ້ອງມີການແຮ່ຖ່ານຫິນ
ໄວ້ຕອບສະໜອງ ຄວາມຕ້ອງການພາຍໃນ ເປັນບຸລິມະສິດ.

ພະນັກງານລາວຢູ່ໂຮງງານຜະລິດຊີເມັນ ແຫ່ງນຶ່ງ ກຳລັງບັນຈຸຊີເມັນ ລົງໃສ່ຖົງ.
ພະນັກງານລາວຢູ່ໂຮງງານຜະລິດຊີເມັນ ແຫ່ງນຶ່ງ ກຳລັງບັນຈຸຊີເມັນ ລົງໃສ່ຖົງ.

ໂດຍພາກການຜະລິດ ທີ່ຕ້ອງການຊົມໃຊ້ຖ່ານຫິນ ຫຼາຍທີ່ສຸດ
ໃນລາວ ໃນປັດຈຸບັນ ກໍຄື ໂຮງງານຜະລິດປູນຊີເມັນ ທີ່ມີຢູ່ 6
ແຫ່ງ ສ່ວນໃນອະນາຄົດໃກ້ນີ້ ກໍຍັງຈະຕ້ອງຕອບສະໜອງ ຖ່ານ
ຫິນ ໃນປະລິມານຢ່າງຫລວງຫຼາຍ ໃຫ້ກັບ ໂຮງງານຜະລິດໄຟຟ້າ
2 ແຫ່ງ ໃນແຂວງໄຊຍະບູລີ ແລະແຂວງຫົວພັນ ຈຶ່ງເຮັດໃຫ້ຕ້ອງ
ມີການແຮ່ຖ່ານຫິນໄວ້ ໃນປະເທດຫຼາຍຕື່ມຂຶ້ນອີກ ດັ່ງທີ່ທ່ານ
ສຸລິວົງ ໄດ້ຊີ້ແຈງວ່າ:

"ຂ້າພະເຈົ້າຮັບຮູ້ກ່ຽວກັບເລື້ອງ ຄວາມຕ້ອງການຖ່ານຫິນ
ຢູ່ພາຍໃນ ຍ້ອນແນວນັ້ນ ພວກຂ້າພະເຈົ້າຈຶ່ງໄດ້ສະເໜີ
ລັດຖະບານ ແລະລັດຖະບານກໍໄດ້ຕົກລົງວ່າຫ້າມ ບໍ່ໃຫ້
ເອົາຖ່ານຫິນ ອອກຕ່າງປະເທດ ການທີ່ໂຄງການ ຖ່ານຫິນວຽງພູຄາ ໄດ້ຖືກຢຸດ
ແລະ ໄດ້ປ່ຽນມືນັ້ນ ກໍເຫດຜົນຕົ້ນຕໍກໍແມ່ນ ບໍ່ໃຫ້ນຳອອກໄປຕ່າງປະເທດ ເພື່ອ
ຈຸດປະສົງຮັບໃຊ້ພາຍໃນ."

ກ່ອນໜ້ານີ້ ລັດຖະບານລາວ ກໍໄດ້ອະນຸມັດສຳປະທານຂຸດຄົ້ນຖ່ານຫິນ ຢູ່ໃນແຂວງ
ເຊກອງ ໃຫ້ກັບກຸ່ມບໍລິສັດພອນສັກຈຳກັດ ໂດຍໃນພິທີເປີດເໝືອງແຮ່ເພື່ອເລີ້ມການ
ຂຸດຄົ້ນເມື່ອບໍ່ນານມານີ້ ກໍປາກົດວ່າ ທ່ານຈຸມມາລີ ໄຊຍະສອນ ປະທານປະເທດລາວ
ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວດ້ວຍ.

ໂຄງການເໝືອງຖ່ານຫິນແຫ່ງນຶ່ງໃນລາວ.
ໂຄງການເໝືອງຖ່ານຫິນແຫ່ງນຶ່ງໃນລາວ.

ໂດຍເໝືອງຖ່ານຫິນດັ່ງກ່າວນີ້ ມີເນື້ອທີ່ສຳປະທານລວມ 1
ແສນເຮັກຕາ ຢູ່ໃນເຂດເມືອງກະລຶມ ຊຶ່ງຈາກການສຳຫລວດ
ທີ່ຜ່ານມາ ກໍພົບວ່າມີປະລິມານຖ່ານຫິນສະສົມຫຼາຍກວ່າ 215
ລ້ານໂຕນ ໂດຍຈະມີການແບ່ງເຂດຂຸດຄົ້ນເປັນ 4 ເຂດດ້ວຍກັນ
ກໍຄືເຂດປະດູ່ ເຂດຫ້ວຍມີນ ເຂດຫ້ວຍໄຮ ແລະເຂດກະລຶມ.

ກຸ່ມບໍລິສັດພອນສັກຈຳກັດ ຄາດວ່າ ຈະຕ້ອງໃຊ້ເວລາໃນການ
ຂຸດຄົ້ນເຖິງ 25 ປີ ດ້ວຍປະລິມານການຂຸດຄົ້ນ ໂດຍສະເລ່ຍ 3
ລ້ານໂຕນຕໍ່ປີ ທີ່ສາມາດສົ່ງປ້ອນໂຮງງານອຸດສາຫະກຳ ໄດ້ເລີຍ
ເນື່ອງຈາກວ່າ ຖ່ານຫິນທີ່ຂຸດຄົ້ນ ຈາກເຂດສຳປະທານ ດັ່ງກ່າວນີ້ ມີຄ່າສະເລ່ຍຄວາມຮ້ອນເຖິງ 4,300 ກິໂລ ພະລັງງານ ຫຼື Kilo-
Calories ຊຶ່ງດ້ວຍຄ່າສະເລ່ຍຄວາມຮ້ອນ ໃນລະດັບດັ່ງກ່າວນີ້
ກໍຍັງເຮັດໃຫ້ ກຸ່ມບໍລິສັດພອນສັກຈຳກັດ ໄດ້ວາງແຜນການ ທີ່ຈະ
ລົງທຶນສ້າງໂຮງງານຜະລິດໄຟຟ້າດ້ວຍຖ່ານຫິນ 2 ແຫ່ງ ໃນລະຍະຕໍ່ໄປອີກດ້ວຍ.

ກ່ອນໜ້ານີ້ ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ
ໄດ້ຖະແຫລງຢືນຢັນວ່າທາງການລາວ ທັງໃນຂັ້ນສູນກາງ ແລະລະດັບທ້ອງຖິ່ນ ໄດ້ອະນຸ
ຍາດສຳປະທານ ການຂຸດຄົ້ນແຮ່ທາດ ໃຫ້ແກ່ບໍລິສັດເອກະຊົນລາວ ແລະຕ່າງຊາດ
ໄປແລ້ວ 470 ໂຄງການ ໂດຍມີພື້ນທີ່ໃນການຂຸດຄົ້ນລວມກັນກວ້າງກວ່າ 36,300 ກິໂລ
ແມັດມົນທົນ ແລະມີມູນຄ່າລົງທຶນລວມກັນເຖິງ 5,900 ລ້ານດອນລາ.

ທ່ານສົມດີ ຍອມຮັບດ້ວຍວ່າ ມີຫຼາຍໂຄງການ ທີ່ອາດຈະຕ້ອງຖືກຍົກເລີກ ເພາະການ
ກວດກາທີ່ຜ່ານມາພົບວ່າ ມີພຽງ 14 ໂຄງການເທົ່ານັ້ນ ທີ່ປະຕິບັດໄດ້ຕາມມາດຕະຖານ
ທີ່ກຳນົດໄວ້ ໃນສັນຍາລົງທຶນ ສ່ວນໂຄງການທີ່ເຫຼືອຍັງຈະຕ້ອງມີ ການປັບປຸງໃຫ້ໄດ້
ມາດຕະຖານຕາມສັນຍາລົງທຶນຕໍ່ໄປ.

ແຕ່ຢ່າງໃດກໍຕາມ ທະນາຄານໂລກ ກໍໄດ້ເຕືອນລັດຖະບານລາວ ວ່າ ການຂຸດຄົ້ນແຮ່ທາດ
ຢ່າງກວ້າງຂວາງ ຈະບໍ່ສົ່ງຜົນດີຕໍ່ການພັດທະນາ ເສດຖະກິດລາວ ໃນລະຍະຍາວ ເພາະບໍ່
ພຽງແຕ່ຈະເຮັດໃຫ້ ຊັບພະຍາກອນແຮ່ທາດ ຫລຸດນ້ອຍຖອຍລົງເລື້ອຍໆ ເທົ່ານັ້ນ ຫາກແຕ່
ກໍຍັງຈະສົ່ງຜົນກະທົບ ຕໍ່ສະພາບແວດລ້ອມທຳມະຊາດ ໃນລາວ ຢ່າງໜັກໜ່ວງຫຼາຍຂຶ້ນ
ນັບມື້ອີກດ້ວຍ.

XS
SM
MD
LG