ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ​ ໃຊ້​ຈ່າຍ​ງົບປະມານ ຫຼາຍກວ່າ 1,600 ຕື້​ກີບ ເພື່ອ ​​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​​ຄວາມທຸກ​ຍາກ


ການ​ພັດທະນາ​ລະບົບ​ພື້ນ​ຖານ ​ໂຄງ​ລ່າງ​ບໍ່​ສາມາດ​ດຳ​ເນີນ​ການ​ໄດ້​ຢ່າງ​ທົ່ວ​ເຖິງ ສ່ວນ 9 ​ເປີ​ເຊັນ ຂອງບ້ານ​ທັງ​ໝົດ ຍັງ​ບໍ່​ມີ​ຖະໜົນ ທີ່​ທຽວ​ໄດ້ 2 ລະດູ.
ການ​ພັດທະນາ​ລະບົບ​ພື້ນ​ຖານ ​ໂຄງ​ລ່າງ​ບໍ່​ສາມາດ​ດຳ​ເນີນ​ການ​ໄດ້​ຢ່າງ​ທົ່ວ​ເຖິງ ສ່ວນ 9 ​ເປີ​ເຊັນ ຂອງບ້ານ​ທັງ​ໝົດ ຍັງ​ບໍ່​ມີ​ຖະໜົນ ທີ່​ທຽວ​ໄດ້ 2 ລະດູ.

ລັດຖະບານ​ລາວ​ໃຊ້​ຈ່າຍ​ງົບປະມານ​ໄປຫຼາຍກວ່າ 1,600 ຕື້​ກີບ
​ເພື່ອ​ດຳ​ເນີນ​ໂຄງການ​ພັດທະນາ​ຊົນນະບົດ ​ແລະ ການ​ລົບ​ລ້າງ​
ບັນຫາ​ຄວາມທຸກ​ຍາກ ຂອງ​ປະຊາຊົນ​ລາວ ​ໃນ​ແຜນການ​ປີ 2013
-2014 ທີ່​ຜ່ານ​ມາ.

ທ່ານ​ບູນ​ເຮືອງ ດວງ​ພະ​ຈົນ ລັດຖະມົນຕີ ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ​ຫົວໜ້າ​ຄະນະ​ພັດທະນາ ຊົນ​ນະ​ບົດ ​ແລະ​ລົບ​ລ້າງ ຄວາມ​ທຸກຍາກ ຂັ້ນສູນ​ກາງ ຖະ​ແຫລ​ງຢືນຢັນ​ວ່າ ​ໃນແຜນການ​ປີ 2013-2014 ທີ່​ຜ່ານ​ມາ ລັດຖະບານ​ລາວ ​ໄດ້​ລົງທຶນ ຫຼື ​ໃຊ້​ຈ່າຍ​ງົບປະມານ ​ເຂົ້າ​ໃນ​ການ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມທຸກ​ຍາກ ທີ່​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ ​ແລະ​ການ​ເກັບ​ກູ້​ລະ​ເບີ​ດ ບໍ່​ທັນ​ແຕກ (UXO) ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 1,639.42 ຕື້​ກີບ ​ໂດຍ​ໃນ​ນີ້ ​ເປັນ​ທຶນ​ພາຍ​ໃນ​ປະ​ເທດ 1,189.92 ຕື້​ກີບ ​ແລະ ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອຈາກ​ຕ່າງປະ​ເທດ 449.5 ຕື້​ກີບ.

ໂດຍ​ຈາກ​ການ​ນຳ​ໃຊ້​ງົບປະມານ​ດັ່ງກ່າວ ກໍ​ເຮັດ​ໃຫ້​ເຫັນ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ລັດຖະບານ​ລາວ ຈະ​ສາມາດ​ບັນລຸ​ເປົ້າໝາຍ ​ໃນ​ການ​ລົດ​ຄອບຄົວ ຂອງ​ປະຊາຊົນ​ລາວ
ທີ່​ທຸກ​ຍາກ​ລົງໄດ້ ຕາມ​ແຜນການ​ທີ່​ວາງ​ໄວ້ ​ໃນ​ປີ 2015 ຊຶ່ງ​ກໍ​ຄື​ການ​ເຮັດ​ໃຫ້​ຍັງ​ເຫຼືອ
ຄອບຄົວ​ທຸກ​ຍາກ ບໍ່​ເກີນ 11 ​ເປີ​ເຊັນ ຂອງ​ຈຳນວນ​ຄົວ​ເຮືອນ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ.

ທັງ​ນີ້ ກໍ​ເນື່ອງ​ຈາກ​ວ່າ ການຈັດຕັ້ງປະຕິບັດ ​ໂຄງການ​ພັດທະນາ​ຕ່າງໆ ນັບ​ແຕ່​ແຜນການ​ປີ 2011-2012 ​ເປັນຕົ້ນມາ​ຈົນ​ເຖິງ​ປັດຈຸບັນ ກໍ​ປາກົດ​ວ່າ ລັດຖະບານ​ລາວ ສາມາດ​ລົບ​ລ້າງ​ຄອບ​ຄົງ ທີ່​ທຸກ​ຍາກ​ໄດ້​ເຖິງ 82,400 ກວ່າ​ຄອບຄົວ ຫຼື ຄິດ​ເປັນ 8 ​ເປີ​ເຊັນ ຂອງ​ຈຳນວນ​ຄອບຄົວ ທັງ​ໝົດ.

ໃນ​ປັດຈຸບັນ​ນີ້ ກັບ​ຍັງ​ເຫຼືອບ້ານ​ທຸກ​ຍາກຢູ່​ ເຖິງ 2,289 ບ້ານ ຫຼືຄິດ​ເປັນ 26.72 ​ເປີ​ເຊັນ ຂອງ​ຈຳນວນ​ບ້ານ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ.
ໃນ​ປັດຈຸບັນ​ນີ້ ກັບ​ຍັງ​ເຫຼືອບ້ານ​ທຸກ​ຍາກຢູ່​ ເຖິງ 2,289 ບ້ານ ຫຼືຄິດ​ເປັນ 26.72 ​ເປີ​ເຊັນ ຂອງ​ຈຳນວນ​ບ້ານ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ.

​ໂດຍ​ໃນ​ປັດຈຸບັນ​ຍັງ​ເຫຼືອຄອບຄົວ​ປະຊາຊົນ​ລາວ ທີ່​ທຸກ​ຍາກ
ຢູ່​ປະມານ 14.8 ​ເປີ​ເຊັນ ຂອງ​ຈຳນວນ​ຄອບຄົວ ທັງ​ໝົດ​ໃນ​ທົ່ວ​
ປະ​ເທດ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ໝັ້ນ​ໃຈ​ວ່າ ຈະ​ສາມາດ​ລົບ
​ລ້າງ​ຄອບຄົວ ທີ່​ທຸກ​ຍາກ​ລົງ​ສູ່ ລະດັບ​ບໍ່​ເກີນ 11 ​ເປີ​ເຊັນ ​ໄດ້​ໃນ
​ປີ 2015 ນີ້ ດັ່ງ​ທີ່​ ທ່ານ ບຸນ​ເຮືອງ ​ໄດ້​ໃຫ້ການ​ຊີ້​ແຈງວ່າ:

“ສັງ​ລວມ​ແລ້ວ​ໃນ 3 ປີຜ່ານມາ ສາມາດ​ລົບ​ລ້າງ ຄວາມ
ທຸກ​ຍາກ​ໄດ້ 82,470 ຄອບຄົວ ເທົ່າ​ກັບ 8.29 ​ເປີ​ເຊັນ
ສ​ະ​ເລ່ຍ​ແລ້ວ​ແຕ່ລະ​ປີ ຫລຸດ​ລົງ​ປະມານ 4.1 ​ເປີ​ເຊັນ
ສະ​ແດງ​ວ່າ ຮອດ​ປີ 2015 ມີ​ຄວາມ​ເປັນ​ໄປ​ໄດ້​ສູງ ທີ່​ພວກ​
ເຮົາ ​ຈະ​ບັນ​ລຸ​ຄາດໝາ​ຍ ຕົວເລກ​ທາງ​ດ້ານ​ແກ້​ໄຂ​ຄວາມ
​ທຸກ​ຍາກ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ບຸນ​ເຮືອງ ກໍ​ຍອມຮັບ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ ທີ່​ລັດຖະບານ​ລາວ ຈະ​ຈັດຕັ້ງປະຕິບັດ ​ແຜນການ​ໃນ​ລະຍະ 3 ປີ​ທີ່​ຜ່ານ​ມາ ລັດຖະບານ​ລາວ ສາມາດ​ລົບ​ລ້າງ​ຄວາມ​ທຸກຍາກ ຂອງ​ປະຊາຊົນ​ລາວ​ໄດ້ ​ໃນ​ເຂດ 886 ບ້ານ ຄິດ​ເປັນ 9.97 ​ເປີ​ເຊັນ ຂອງ​ຈຳນວນ​ບ້ານ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ ກໍ​ຄື​ສາມາດ​ລົບ​ລ້າງ​ຄວາມທຸກ​ຍາກ​ໄດ້ ພຽງ​ແຕ່ 3 ​ເປີ​ເຊັນ ກວ່າ​ເທົ່າ​ນັ້ນ ​ໃນ​ແຕ່ລະ​ປີ.

ຫາກ​ແຕ່​ວ່າ ​ໃນ​ປັດຈຸບັນ​ນີ້ ກັບ​ຍັງ​ເຫຼືອບ້ານ​ທຸກ​ຍາກຢູ່​ ເຖິງ 2,289 ບ້ານ ຫຼືຄິດ​ເປັນ 26.72 ​ເປີ​ເຊັນ ຂອງ​ຈຳນວນ​ບ້ານ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ ຈຶ່ງ​ເປັນກນຍາກ​ ທີ່​ຈະ​ລົບ​ລ້າງ ຈຳນວນ ບ້ານ​ທຸກ​ຍາກ ​ໃຫ້​ເຫຼືອບໍ່​ເກີນ 10 ​ເປີ​ເຊັນ ຂອງ​ບ້ານ​ທັງ​ໝົດ ​ໃນ​ທົ່ວ​ປະ​ເທດ​ໄດ້​ຕາມ​ເປົ້າໝາຍ​ ທີ່​ວາງ​ໄວ້​ໃນ​ປີ 2015 ນັ້ນ​ເອງ.

ທ່ານ​ບຸນ​ເຮືອງ ​ໄດ້​ໃຫ້ກາ​ນຊີ້​ແຈງ​ວ່າ ສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ ບໍ່​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້ນັ້ນ ກໍ​ຍ້ອນ​ວ່າ ລັດຖະບານ​ລາວ ບໍ່​ສາມາດ​ຕອບ​ສະໜອງ ​ທາງ​ດ້ານ​ງົບປະມານ ​ໄດ້​ຢ່າງ​ພຽງພໍ ຈຶ່ງ​ເຮັດ​ໃຫ້ການ​ພັດທະນາ​ລະບົບ​ພື້ນ​ຖານ ​ໂຄງ​ລ່າງ​ບໍ່​ສາມາດ​ດຳ​ເນີນ​ການ​ໄດ້​ຢ່າງ​ທົ່ວ​ເຖິງ ຊຶ່ງ​ເຮັດ​ໃຫ້​ເກີນ​ກວ່າ 25 ​ເປີ​ເຊັນ ຂອງຈຳນວນບ້ານ​ທັງ​ໝົດ ບໍ່​ສາມາດ​ເຂົ້າ​ເຖິງ​ການ​ບໍລິການຕ່າງໆ ​ແລະ 2 ​ໃນ 3​ ​ຂອງບ້ານ​ທັງ​ໝົດ ​ກໍ​ຍັງບໍ່​ມີ​ການ​ຜະລິດ​ສິນຄ້າ ​ເພື່ອ​ຕອບ​ສະໜອງ​ຕະຫລາດ ສ່ວນ 9 ​ເປີ​ເຊັນ ຂອງບ້ານ​ທັງ​ໝົດ ຍັງ​ບໍ່​ມີ​ຖະໜົນ ທີ່​ທຽວ​ໄດ້ 2 ລະດູ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ພັດທະນາ​ທາງ​ເສດຖະກິດ ​ໃນ​ລາວ​ໃນ​ລະຍະ ທີ່​ຜ່ານ​ມາ ກໍ​ຍັງ​ເຮັດ​ໃຫ້​ເກີດ​ມີ​ບັນຫາ​ກ່ຽວ​ກັບ​ຄວາມ​ແຕກ​ໂຕນ​ກັນ ​ໃນ​ລະດັບ​ການ​ພັດທະນາ​ທາງ​ເສດ​ຖະກິດ ລະຫວ່າງ​ເຂດ​ເມືອງ​ ກັບ​ເຂດ​ຊົນນະ​ບົດ ​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ.

XS
SM
MD
LG