ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຈະສົ່ງເສີມ ການລົງທຶນ ຂອງພາກເອກະຊົນ ໃຫ້ໄດ້ 2,275 ລ້ານດອນລາ ສຳລັບສົກປີ 2015


ພາກ​ເອກະ​ຊົນ​ທັງ​ພາຍ​ໃນ ​ແລະ ຈາກ​ຕ່າງປະ​ເທດ​ ໄດ້​ເຂົ້າມາ​ລົງທຶນ​ ຢູ່​ລາວ ໃນ 713 ​ໂຄງການ ທີ່​ສ່ວນ​ໃຫຍ່​ກໍ​ເປັນ​ການ​ລົງ​ທຶນ ​ໃນ​ພາກ​ທຸລະ​ກິດ​ທົ່ວ​ໄປ ​ແລະ​ ພາກ​ພະລັງງານໄຟຟ້າ.
ພາກ​ເອກະ​ຊົນ​ທັງ​ພາຍ​ໃນ ​ແລະ ຈາກ​ຕ່າງປະ​ເທດ​ ໄດ້​ເຂົ້າມາ​ລົງທຶນ​ ຢູ່​ລາວ ໃນ 713 ​ໂຄງການ ທີ່​ສ່ວນ​ໃຫຍ່​ກໍ​ເປັນ​ການ​ລົງ​ທຶນ ​ໃນ​ພາກ​ທຸລະ​ກິດ​ທົ່ວ​ໄປ ​ແລະ​ ພາກ​ພະລັງງານໄຟຟ້າ.

ລັດຖະບານລາວວາງເປົ້າໝາຍ ຈະສົ່ງເສີມການລົງທຶນ ຂອງພາກ
ເອກະຊົນພາຍໃນ ແລະຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມຫຼາຍ
ກວ່າ 18,200 ຕື້ກີບ ຫຼື 2,275 ລ້ານດອນລາ ໃນຕະຫລອດແຜນ
ການປີ 2014-2015 ນີ້.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການ
ແລະການລົງທຶນ ໄດ້ຖະແຫລງ ຢືນຢັນວ່າ ລັດຖະບານລາວ
ໄດ້ວາງເປົ້າໝາຍ ທີ່ຈະສົ່ງເສີມການລົງທຶນ ຂອງພາກເອກະຊົນ ທັງພາຍໃນ ແລະຈາກ
ຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມກັນຫຼາຍກວ່າ 18,200 ຕື້ກີບ ຫຼື 2,275 ລ້ານດອນລາ ໃນແຜນການປະຈຳປີ 2014-2015 ນີ້ ແລະເຊື່ອໝັ້ນວ່າ ຈະສາມາດຊຸກຍູ້ ໃຫ້ບັນລຸເປົ້າ
ໝາຍດັ່ງກ່າວ ໄດ້ຢ່າງແນ່ນອນ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ ສະພາວະ​ການ​ລົງທຶນ ຂອງ​ພາກ​ເອກະ​ຊົນ​ໃນ​ລາວ ​ໄດ້​ຂະຫຍາຍ​
ເພີ້​ມຂຶ້ນ ຢ່າງ​ຕໍ່​ເນື່ອງ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ໃນ​ລະຍະ 9 ​ເດືອນທີ່ຜ່ານ​ມາ​ຂອງ​ປີ 2014 ນີ້​
ກໍ​ປາກົດ​ວ່າ ພາກ​ເອກະ​ຊົນ​ທັງ​ພາຍ​ໃນ ​ແລະ ຈາກ​ຕ່າງປະ​ເທດ​ ໄດ້​ເຂົ້າມາ​ລົງທຶນ​ ໃນ​
ລາວ​ແລ້ວ ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 3,060 ລ້ານ​ດອນ​ລາ ​ໃນ 713 ​ໂຄງການ ທີ່​ສ່ວນ​
ໃຫຍ່​ກໍ​ເປັນ​ການ​ລົງ​ທຶນ ​ໃນ​ພາກ​ທຸລະ​ກິດ​ທົ່ວ​ໄປ ​ແລະ​ ພາກ​ພະລັງງານ ດັ່ງ​ທີ່​ທ່ານ​ສົມ​ດີ
​ໄດ້​ຢືນຢັນ​ວ່າ:

“​ຂະ​ແໜງການ​ທີ່​ມີ​ການ​ລົງທຶນຫຼາຍ ກໍ​ແມ່ນ​ຂະແໜງ​ການ​ລົງທຶນ​ທົ່ວ​ໄປ ທີ່​ມີ 686
ໂຄງການ ມູນ​ຄ່າ 2,600 ລ້ານ​ດອນ​ລາ ຕໍ່​ລົງ​ມາ ​ແມ່ນ​ຂະ​ແໜງ​ການ​ພະລັງງານ​
ໄຟຟ້າ ຂະ​ແໜງ​ບໍ່​ແຮ່ ​ໂຄງການ​ທີ່​ພົ້ນ​ເດັ່ນ ກໍ​ມີຫຼາຍ​ໂຄງການ ​ເປັນຕົ້ນ​ໂຄງການ​
ເຂື່ອນ​ໄຟຟ້າ​ນ້ຳ​ໄຜ່ ມີ​ມູນ​ຄ່າ 218 ລ້ານ​ດອນ​ລາ.”

ກ່ອນ​ໜ້າ​ນີ້ ທ່ານ​ບຸນ​ທະວີ ສີ​ສຸພັນ​ທອງ ລັດຖະມົນຕີ​ຊ່ວຍ​ວ່າການ ກະ​ຊວງ​ແຜນການ ​ແລະ​ການ​ລົງທຶນ ​ໄດ້​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ສຸດ​ຍອດ​ທາງ​ທຸລະ​ກິດ ​ແລະ ການ​ລົງທຶນ​ຄັ້ງທີ 11 ລະຫວ່າງ​ຈີນ​ກັບ​ອາ​ຊ່ຽນ ທີ່​ຈັດ​ຂຶ້ນຢູ່​ທີ່​ເມືອງ​ໜັນ​ໜິງ ມົນທົນ​ກວາງ​ສີຂອງ​ຈີນ​ວ່າ ນັບ​ແຕ່​ປີ 1988 ​ເປັນ​ຕົ້ນມາ​ຈົນ​ເຖິງ​ປັດຈຸບັນ ມີ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ ທັງ​ພາຍ​ໃນ ​ແລະ
ຈາກ​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ 25,200 ກວ່າ​ໂຄງການ​ລົງທຶນ.

​ກຸ່ມ​ທຸລະ​ກິດ​ຈີນ​ຍັງ​ຄອງ​ອັນ​ດັບ​ທີ 1 ​ໃນ​ຖານະ​ຜູ້​ລົງທຶນຫຼາຍທີ່​ສຸດ​ໃນ​ລາວ.
​ກຸ່ມ​ທຸລະ​ກິດ​ຈີນ​ຍັງ​ຄອງ​ອັນ​ດັບ​ທີ 1 ​ໃນ​ຖານະ​ຜູ້​ລົງທຶນຫຼາຍທີ່​ສຸດ​ໃນ​ລາວ.

ທັງ​ນີ້​ໂດຍ​ກຸ່ມ​ທຸລະ​ກິດ​ຈີນ​ຍັງ​ຄອງ​ອັນ​ດັບ​ທີ 1 ​ໃນ​ຖານະ​ຜູ້​ລົງທຶນ
ຫຼາຍທີ່​ສຸດ​ໃນ​ລາວ ຊຶ່ງ​ນັບ​ເປັນ​ປີທີ 8 ຕິດ​ຕໍ່​ກັນ ດ້ວຍ​ມູນ​ຄ່າ​ການ​
ລົງ​ທຶນລວມ​ເກີນ​ກວ່າ 6,500 ລ້ານ​ດອນ​ລາ ​ໃນ​ຈຳນວນ 755 ​
ໂຄງການ​ທີ່​ນອນ​ຢູ່​ໃນ 14 ພາກ​ການ​ລົງທຶນ ​ໂດຍ​ສ່ວນ​ໃຫຍ່​ ເປັນ
​ການ​ລົງທຶນ​ໃນ​ພາກ​ພະລັງງານ ກະສິກຳ ອຸດສາຫະກຳ​ຂຸດ​ຄົ້ນ
​ແຮ່​ທາດ ຫັດຖະກຳ ​ແລະ ພາກ​ບໍລິການຕາມ​ລຳດັບ.

ສຳ​ຫລັບ​ພາກ​ທຸລະ​ກິດ ທີ່​ບັນດາ​ບໍລິສັດ​ເອກະ​ຊົນ​ຕ່າ​ງຊາດ​ໄດ້​
ພາກ​ກັນ​ລົງທຶນຫຼາຍທີ່​ສຸດ​ຄື​ພາກ​ພະລັງງານ​ໄຟຟ້າ ຕິດຕາມ​ດ້ວຍ
ການ​ສຳ​ຫລວດ​ແລະ​ຂຸດ​ຄົ້ນ​ແຮ່​ທາດ ພາກ​ກະສິກຳ ພາກ​ອຸດສາ
ຫະກຳ ​ໂຮງ​ແຮມ ​ແລະ​ພາກ​ບໍລິການ ​ແລະ​ກໍ​ໄດ້​ປະກອບ​ສ່ວນ
​ເຮັດ​ໃຫ້​ເສດຖະກິດ​ລາວ​ຂະຫຍາຍ​ຕົວ​ເພີ້​ມຂຶ້ນ​ໃນ​ອັດຕາ​ສ​ະ​ເລ່ຍ​ເຖິງ 7.5 ​ເປີ​ເຊັນຕໍ່​ປີ
ໃນ​ຕະຫລອດ​ລະຍະ​ກວ່າ 10 ປີ​ມາ​ນີ້.

ນອກຈາກ​ບັນດາ​ບໍລິສັດ​ຈີນ​ດັ່ງກ່າວ​ແລ້ວ ບັນດາ​ບໍລິສັດ​ຍີ່ປຸ່ນ ​ກໍ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ມີ​
ການ​ເພີ້​ມມູນ​ຄ່າ​ລົງທຶນ​ ໃນ​ລາວຫຼາຍຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ຜູ້​ຊ່ຽວຊານ​ທາງ​ເສດຖະກິດ​
ຊາວ​ຍີ່ປຸ່ນປະ​ເມີນ​ວ່າ ການ​ລົງທຶນ​ຂອງ​ບັນດາ​ບໍລິສັດ​ຍີ່ປຸ່ນ​ ໃນ​ລາວ​ຈະ​ເພີ້​ມຂຶ້ນຢ່າງ​ວ່ອງ​ໄວ ໃນ​ລະຍະ 2 ປີຕໍ່​ໄປ​ນີ້ ຊຶ່ງ​ຈະ​ເຮັດ​ໃຫ້​ຍີ່​ປຸ່ນກາຍ​ເປັນ​ຜູ້​ລົງທຶນ​ລາຍ​ໃຫຍ່​ອັນ​ດັບ 4 ຮອງຈາກ​ ຈີນ ຫວຽດນາມ ​ແລະ ​ໄທ ພາຍ​ໃນ​ປີ 2015.

ຍິ່ງໄປ​ກວ່າ​ນັ້ນ ຜູ້​ຊ່ຽວ​ຊານ​ຍີ່ປຸ່ນ ຍັງ​ຢືນ​ຢັນ​ດ້ວຍ​ວ່າ ການ​ລົງທຶນ​ຂອງ​ຍີ່ປຸ່ນ​ໃນ​ລາວ​
ຈະ​ເໜັ້ນໜັກ ​ໃນ​ພາກ​ອຸດສາຫະກຳ​ແປ​ຮູບ​ສິນຄ້າ​ກະສິກຳ ​ແລະ​ ພາກ​ບໍລິການ ທີ່​ສາ
ມ​າດຈະ​ສ້າງ​ວຽກເຮັດງານ​ທຳ ​ໃຫ້​ແກ່​ຄົນ​ລາວ​ໄດ້ຫຼາຍກວ່າ​ການ​ລົງທຶນ​ໃນ​ດ້ານ​ອື່ນໆ
ທີ່​ເໜັ້ນໜັກ​ການ​ພັດທະນາ​ທີ່​ດິນ ​ເຊັ່ນ​ການ​ກໍ່ສ້າງ​ເດີ່ນ​ກອລ໌ຟ ທີ່​ສ້າງ​ວຽກ​ເຮັດ​ງານ​ທຳ
ໃຫ້​ແກ່​ຄົນ​ລາວ​ໄດ້​ຢ່າງ​ຈຳກັດ.

ປັດຈຸບັນ ຍີ່ປຸ່ນ​ລົງທຶນ​ໃນ​ລາວ​ທັງ​ໝົດ 548 ລ້ານ​ດອນ​ລາ ​ໃນ 104 ​ໂຄງການ ​ແລະ ຈັດ​
ເປັນອັນ​ດັບ​ທີ 7 ຂອງ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແຕ່​ກໍ​ຄາດ​ວ່າ ຈະ​ເພີ້​ມຂຶ້ນ​ເປັນ​ເກີນ​
ກວ່າ 3,000 ລ້ານ​ດອນ​ລາ​ພາຍ​ໃນ​ປີ 2015.

XS
SM
MD
LG