ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວາງແຜນການ ທີ່ຈະຊຸກຍູ້ໃຫ້ 10 ແຂວງ ເປັນອູ່ເຂົ້າອູ່ນ້ຳ ຂອງຊາດ


ກະເສດຕະກອນລາວ ກຳລັງພາກັນປູກເຂົ້າ ຢ່າງຂຸ້ນຂ້ຽວ.
ກະເສດຕະກອນລາວ ກຳລັງພາກັນປູກເຂົ້າ ຢ່າງຂຸ້ນຂ້ຽວ.

ລັດຖະບານລາວວາງແຜນການ ທີ່ຈະຊຸກຍູ້ໃຫ້ 10 ແຂວງເປັນ
ອູ່ເຂົ້າອູ່ນ້ຳ ຂອງຊາດ ດ້ວຍການຂະຍາຍພື້ນທີ່ປູກເຂົ້າ ເພີ້ມຂຶ້ນ
ໃນພື້ນທີ່ ປູກເຂົ້າ​ເຖິງ 4 ລ້ານ 2 ​ແສນ​ໂຕນ​ໃນ​ປີ 2015.

ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະ​ຊວງ​ກະສິກຳ ​ແລະ​ປ່າ​ໄມ້ ​ເປີ​ດ​ເຜີຍ​ວ່າ ລັດຖະບານ​ລາວ​ ໄດ້​ວາງ​ແຜນການ​ທີ່ ຈະ​ຊຸກຍູ້​ການ​ປູກ​ເຂົ້າ​ໃນ​ພື້ນ​ທີ່ 10 ​ແຂວງ​ ໃຫ້​ເປັນ​ເຂດອູ່​ເຂົ້າອູ່​ນ້ຳຂອງ​ຊາດ ຊຶ່ງ​ປະກອບ​ດ້ວຍ​ແຂວງ ຄຳ​ມ່ວນ ສະຫວັນ​ນະ​ເຂດ ສາລະ​ວັນ ຈຳປາ​ສັກ ບໍລິ​ຄຳ​ໄຊ ວຽງ​ຈັນ ​ໄຊ​ຍະ​ບູລີ ຫລວງ​ນ້ຳທາ ບໍ່​ແກ້ວ ​ແລະ ນະຄອນຫລວງ​ວຽງຈັນ.

​ໂດຍ​ສຳ​ຫລັບ ​ໃນ​ລະຍະ​ແຜນການ​ປີ 2014-2015 ນີ້ ລັດຖະບານ​ລາວ​ໄດ້​ວາງ​ເປົ້າໝາຍ​ການ​ຜະລິດ​ເຂົ້າ​ໄວ້​ ​ໃນ​ປະລິມານ​ລວມ 4 ລ້ານ 2 ​ແສນ​ໂຕນ ​ໃນ​ພື້ນ​ທີ່​ປູກ​ເຂົ້າທັງ​ໝົດ 1 ລ້ານ 4 ໝື່ນ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ ​ແລະ ​ໃນ​ນີ້​ກໍ​ຈະ​ຕ້ອງ​ຂະຫຍາຍ​ພື້ນ​ທີ່​ປູກ​ເຂົ້າ​ໃນ​ເຂດ 10 ​ແຂວງ​ດັ່ງກ່າວ​ໃຫ້​ເພີ້​ມຂຶ້ນຈາກ 6 ​ແສນ​ເຮັກຕາ​ ໃນ​ປີ​ກາຍ​ໃຫ້​ເປັນ​ບໍ່​ນ້ອຍ​ກວ່າ 8 ​ແສນ​ເຮັກຕາ ​ໃນ​ປີ​ນີ້.

ຫາກ​ແຕ່​ວ່າ ການ​ທີ່​ຈະ​ສາມາດ​ບັນ​ລຸ​ເປົ້າໝາຍ​ດັ່ງກ່າວ​ນີ້​ໄດ້ ຢ່າງ​ແທ້​ຈິງ​ນັ້ນ ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ​ເພາະ​ນອກຈາກ​ລັດຖະບານ​ລາວ ຈະ​ຕ້ອງ​ສົ່ງ​ເສີມ​ໃຫ້​ກະ​ເສດ​ຕະກອນ​ລາວ​ ປູກ​ເຂົ້າ
ນາປີ​ໃຫ້​ໄດ້​ໃນ​ເນື້ອ​ທີ່​ລວມບໍ່​ນ້ອຍ​ກວ່າ 772,000 ​ເຮັກຕາ ​ແລະ​ນາ​ແຊງ​ໃນ​ເນື້ອ​ທີ່​ລວມ 555,000 ​ເຮັກຕາ​ແລ້ວ ກໍ​ຍັງ​ຈະ​ຕ້ອງ​ຂະຫຍາຍ​ລະບົບ​ຊົນລະປະທານ​ເພື່ອ​ຕອບ​ສະໜອງ​
ນ້ຳ​ໃຫ້​ນາປີ 260,000 ​ເຮັກຕາ ​ແລະ ນາ​ແຊງ 160,000 ​ເຮັກຕາ ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ອີກ​ດ້ວຍ.

ເຂົ້າທີ່ປູກຢູ່ໃນລາວ ແລະເປັນຜະລິດຕະພັນຂອງລາວ ເພື່ອສົ່ງອອກຂາຍຕາມຕະຫລາດພາຍໃນປະເທດ.
ເຂົ້າທີ່ປູກຢູ່ໃນລາວ ແລະເປັນຜະລິດຕະພັນຂອງລາວ ເພື່ອສົ່ງອອກຂາຍຕາມຕະຫລາດພາຍໃນປະເທດ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ລາວ​ຕ້ອງ​ປະ​ເຊີນ​ກັບ​ໄພ​ທຳ​ມະ​ຊາດ ທີ່​ໜັກ
​ໜ່ວງຫຼາຍຂຶ້ນນັບ​ມື້ ກໍ​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ​ເພີ້​ມຂຶ້ນທຸກ​ປີ
​ແລະ​ໃນ​ລະ​ດູ​ແລ້ງ​ປີ​ນີ້ ກະ​ເສດ​ຕະກອນ​ລາວ​ໃນ​ທົ່ວ​ປະ​ເທດ ​ປູກ​
ເຂົ້ານາ​ແຊງ​ໄດ້​ໃນ​ເນື້ອ​ທີ່​ລວມ​ພຽງ​ແຕ່ 94,700 ກວ່າ​ເຮັກຕາ ຊຶ່ງ​
ຄິດ​ເປັນ 75 ​ເປີ​ເຊັນ ຂອງ​ແຜນການ​ທີ່​ວາງ​ໄວ້​ເທົ່າ​ນັ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ການ​ປູກ​ເຂົ້ານາ​ແຊງ​ ສ່ວນ​ໃຫຍ່
ຢູ່​ໃນ​ລາວ ຈະ​ຕ້ອງ​ເພິ່ງພາ​ການ​ສູບ​ນ້ຳຂຶ້ນມາ​ຈາກ​ແມ່ນ້ຳຂອງ
ຫາກ​ແຕ່​ກໍ​ປາກົດ​ວ່າ ລະດັບນ້ຳ​ໃນ​ແມ່ນ້ຳຂອງ​ໃນ​ປີ​ນີ້ ບົກ​ແຫ້ງ
​ກວ່າ​ທຸກ​ປີ ຊຶ່ງ​ກໍ​ເຮັດ​ໃຫ້​ກະ​ເສດ​ຕະກອນ​ລາວ ພາກັນ​ຫັນ​ໄປ​ປູກ
​ພືດ​ຊະນິດ​ອື່ນໆ ​ແທນ​ການ​ປູກ​ເຂົ້າຫຼາຍຂຶ້ນດ້ວຍ​ນັ້ນ ກໍ​ໄດ້​ສົ່ງ​ຜົນ​ກະທົບ​ໃຫ້ການ​ຜະລິດ​ເຂົ້າ​ໃນ​ປີ​ນີ້ ​ໄດ້​ຕ່ຳ​ກວ່າ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ສັງ​ເກດ​ເບິ່ງ​ແລ້ວ​ໃນຫຼາຍໆ ຈຸດ​ທີ່​ພວກ​ເຮົາ​ໃຊ້​ຈັກສູບນ້ຳຈາກ​ນ້ຳຂອງ​ນີ້ ​ເຫັນ​ວ່າ
ຫຼາຍຈຸດ​ແມ່ນ​ຈະ​ເກີດ​ຊາຍ ຖື​ວ່າລະດັບ​ນ້ຳນ້ອຍ​ກວ່າ​ປົກກະຕິ ​ແລະ​ ອີກ​ອັນ​
ໜຶ່ງ ປະຊາ​ຊົນ​ນີ້ ກະ​ຫັນ​ໄປ​ຜະລິດ​ແນວ​ອື່ນ​ເຊັ່ນ ປູກ​ຢາສູບ ປູກ​ສາລີ ປູກ​ມັນຕົ້ນ
ປູກ​ຢາງພາລາ ​ເພື່ອ​ມາ​ປ່ຽນ​ແທນ​ໃນ​ການ​ຜະລິດ​ເຂົ້ານາ​ແຊງ​ນີ້ ກະ​ແມ່ນ​ສາ​ເຫດ
​ຈະ​ໃຫ້​ໄທ​ເຮົາ​ບໍ່​ສາມາດ​ບັນລຸ​ຕົວ​ເລກ​ຄາດໝາຍ.”

ນອກຈາກ​ນັ້ນ ​ໄພ​ແຫ້ງ​ແລ້ງ​ຢ່າງ​ໜັກ​ໜ່ວງ ກໍ​ຍັງ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ແຜນການປູກ
​ພື​ດ​ເສດຖະກິດ​ຊະນິດ​ອື່ນໆ ​ເຊັ່ນ ສາລີ​ລ້ຽງສັດ ສາລີ​ຫວານ ມັນຕົ້ນ ໝາກ​ເດືອຍ ຖົ່ວດິນ ​ແລ​ະພືດ​ຜັກ​ຕ່າງໆ ​ໃນລາວ​ອີກ​ດ້ວຍ ​ໂດຍ​ກະ​ເສດ​ຕະກອນລາວ​ ສາມາດ​ປູກ​ພືດເຫຼົ່ານີ້
​ໄດ້​ ໃນ​ເນື້ອ​ທີ່ 93,900 ​ເຮັກຕາ ຫຼືຄິດ​ເປັນ 63 ​ເປີ​ເຊັນ​ຂອງ​ແຜນການ​ທີ່​ວາງ​ໄວ້​ເທົ່າ​ນັ້ນ.

ກ່ອນ​ໜ້າ​ນີ້ ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ​ແລະ​ການ​ລົງທຶນ
​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ການຜະລິດເຂົ້າປະຈຳ​ລະດູ​ການ 2012-2013 ບໍ່​ສາມາດ​ຈັດ
ຕັ້ງປະຕິບັດ​ໃຫ້​ບັນລຸ​ຕາມ​ແຜນການ ​ແລະ​ເປົ້າໝາຍ​ທີ່ວາງ​ໄວ້ ​ໃນ​ປະລິ​ມານ​ລວມ 3 ລ້ານ
8 ​ແສນ​ໂຕນ ກໍ​ຄື​ຜະລິດ​ໄດ້​ຕົ​ວຈິງ​ໃນ​ປະລິ​ມານ​ລວມ 3 ລ້ານ 5 ​ແສນ 4 ໝື່ນ​ໂຕນ ທີ່​ຄິດ
​ເປັນ 93 ​ເປີ​ເຊັນ​ຂອງ​ແຜນການ​ປີ ​ໂດຍ​ໃນ​ນີ້​ກໍ​ເປັນ​ຜົນ​ຜະລິດເຂົ້ານາປີ ​ໃນ​ປະລິມານ
2 ລ້ານ 8 ​ແສນ 5 ໝື່ນ​ໂຕນ ຜົນ​ຜະລິດ​ເຂົ້າຈາກ​ເຂດ​ເນີນ​ສູງ 195,000 ​ໂຕນ ​ແລະ​
ຜົນຜະລິດ​ເຂົ້ານາ​ແຊງ 5 ​ແສນ​ໂຕນ​ຕາມ​ລຳດັບ.

XS
SM
MD
LG