ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ມີທຶນສຳຮອງ ເງິນຕາຕ່າງປະເທດ ເພີ້ມຂຶ້ນເປັນ 994 ລ້ານໂດລາ


ບັນດາພະນັກງານ ທະນາຄານແຫ່ງນຶ່ງໃນລາວ ກຳລັງນັບເງິນຕາຂອງລາວ.
ບັນດາພະນັກງານ ທະນາຄານແຫ່ງນຶ່ງໃນລາວ ກຳລັງນັບເງິນຕາຂອງລາວ.

ລັດຖະບານລາວ ມີທຶນສຳຮອງເງິນຕາຕ່າງປະເທດ ເພີ້ມຂຶ້ນ
ເປັນ 994 ລ້ານໂດລາ ຫຼືເທົ່າກັບການນຳສິນຄ້າເຂົ້າ ຈາກ
ຕ່າງປະເທດ ເປັນເວລາກວ່າ 6 ເດືອນ ແຕ່ລາວກໍຍັງປະເຊີນ
ກັບບັນຫາຂາດດຸນການຄ້າຢູ່ເລື້ອຍມາ.

ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫລງຢືນຢັນວ່າ
ທຶນສຳຮອງເງິນຕາຕ່າງປະເທດໃນລາວ ມີມູນຄ່າລວມ 994 ລ້ານໂດລາ ໃນທ້າຍເດືອນ
ສິງຫາ ທີ່ຜ່ານມາ ຊຶ່ງທຽບໄດ້ກັບມູນຄ່າ ການນຳສິນຄ້າເຂົ້າຈາກຕ່າງປະເທດ ເປັນເວລາ
ກວ່າ 6 ເດືອນ ທັງຍັງເກີນລະດັບຄາດໝາຍທີ່ວາງໄວ້ ກ່ອນໜ້ານີ້ ທີ່ລະດັບຂອງການນຳ
ສິນຄ້າເຂົ້າຈາກຕ່າງປະເທດ ເປັນເວລາ 5 ເດືອນນັ້ນ.

ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ
ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ

ພ້ອມກັນນີ້ ທະນາຄານແຫ່ງສປປ ລາວ ຍັງສາມາດຄວບຄຸມ
ເງິນເຟີ້ ໃຫ້ຢູ່ໃນອັດຕາ ສະເລ່ຍພຽງແຕ່ 1.88 ເປີເຊັນ ເທົ່ານັ້ນ
ຈຶ່ງເຮັດໃຫ້ຄ່າເງິນກີບ ມີສະຖຽນລະພາບ ໃນຂະນະທີ່ອັດຕາ
ແລກປ່ຽນ ກໍມີຄວາມສະຫງົບ ຊຶ່ງກໍເປັນຜົນໂດຍກົງ ທີ່ເຮັດໃຫ້
ທຶນສຳຮອງເງິນຕາຕ່າງປະເທດໃນລາວ ມີຄວາມໝັ້ນທ່ຽງ
ຫຼາຍຂຶ້ນ ໂດຍຄາດໝາຍວ່າ ທຶນສຳຮອງເງິນຕາ ຕ່າງປະເທດ
ຈະເພີ້ມຂຶ້ນເປັນ ຫຼາຍກວ່າ 1,000 ລ້ານໃນແຜນການປີ 2015
-2016 ຫຼືເທົ່າກັບ ການນຳສິນຄ້າເຂົ້າຈາກຕ່າງປະເທດ ເປັນ
ເວລາເກີນກວ່າ 6 ເດືອນເຄິ່ງນັ້ນເອງ.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງ ສປປ ລາວ ກໍຍອມຮັບວ່າ
ປັດໄຈທີ່ກະທົບຕໍ່ທຶນສຳຮອງເງິນຕາຕ່າງປະເທດ ຂອງລັດຖະບານລາວຫຼາຍທີ່ສຸດ
ໃນເວລານີ້ ກໍຄືການທີ່ລັດຖະບານລາວ ກຳລັງປະເຊີນກັບບັນຫາການມີໜີ້ ສາທາ
ລະນະ ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໜີ້ ທີ່ເກີດຈາກການກູ້ຢືມເງິນທຶນ
ຈາກຕ່າງປະເທດນັ້ນ ໄດ້ເພີ້ມຂຶ້ນຈາກ 4,700 ກວ່າລ້ານໂດລາ ຄິດເປັນ 47.43
ເປີເຊັນ ຂອງຍອດຜະລິດຕະພັນລວມ (GDP) ໃນປີ 2014 ເປັນຫຼາຍກວ່າ 5,600
ລ້ານໂດລາ ຄິດເປັນ 54 ເປີເຊັນ ຂອງ GDP ໃນປີ 2015.

ຍິ່ງ​ໄປ​ກວ່າ​ນັ້ນ ລັດຖະບານ​ລາວ​ກໍ​ຍັງ​ມີ​ໜີ້ ສາທາລະນະ ທີ່​ເກີດ​ຈາກ​ການ​ກູ້​ຢືມ​ພາຍ​
ໃນ ​ແລະ ​ໂຄງການ​ພັດທະນາ​ຕ່າງໆ ທີ່​ບັນດາ​ບໍລິສັດ​ເອກະ​ຊົນ​ໃນ​ລາວ​ເປັນ​ຝ່າຍ ທີ່​ໄດ້
​ອອກທຶນ​ໃຫ້​ກ່ອນ ຄິດ​ເປັນ​ມູນ​ຄ່າລວມກັນ​ເກີນ​ກວ່າ 18,000 ຕື້​ກີບ ຫຼື ປະມານ 2,250
ລ້ານ​ໂດ​ລາ ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ມີ​ໜີ້​ສາທາລະນະ ລວມ​ເກີນ​ກວ່າ
7,850 ລ້ານ ຫຼືຫຼາຍກວ່າ 69 ​ເປີ​ເຊັນ ຂອງ GDP ​ໃນ​ປີ 2015 ​ແລ້ວນັ້ນ​ເອງ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ບໍ່​ພຽງ​ຈະ​ຖື​ເປັນ​ໜີ້​ສາທາລະນະ ທີ່​ເກີນ​ລະດັບ​ມາດຕະ
ຖານ​ເຖິງ 24 ​ເປີ​ເຊັນ ​ເນື່ອງ​ຈາກ​ວ່າ ລັດຖະບານ​ຂອງ​ແຕ່ລະ​ປະ​ເທດ ຈະ​ຖືກ​ຈຳກັດ​ໃຫ້​
ກູ້​ຢືມ​ເງິນທຶນຈາກ​ຕ່າງປະ​ເທດ​ໄດ້​ໃນ​ອັດຕາ​ທີ່ ບໍ່​ເກີນ 45 ​ເປີ​ເຊັນ ຂອງ​ມູນ​ຄ່າ GDP
ທັງ​ໝົດ​ຂອງ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ ​ແຕ່​ຍັງ​ເຮັດ​ໃຫ້ລັດຖະບານ​ລາວ ຈະ​ຕ້ອງ​ດຳ​ເນີນ​
ມາດ​ຕະການ​ເຂັ້ມງວດ ​ເພື່ອ​ຄວບ​ຄຸມ​ການ​ຖື​ຄອງ​ເງິນຕາ ຕ່າງປະ​ເທດ​ຂອງ​ບັນດາ​ທະ​
ນາຄາ​ນ ​ແລະ​ສະ​ຖາ​ບັນ​ການ​ເງິນ​ໃນ​ລາວອີກ​ດ້ວຍ ດັ່ງ​ທີ່ ທ່ານ​ສົມ​ພາວ ​ໄດ້​ຖະ​ແຫລ​ງ
ຢືນຢັນ​ວ່າ:

“ສຳ​ຫລັບ​ກົນ​ໄກ​ຢູ່​ໃນ​ລະບົບ​ທະ​ນາຄາ​ນ ທະນາຄານ​ແຫ່ງ ສປປ ລາວ ຈະ​ປະຕິບັດ​
ມາດ​ຕະການ​ຢ່າງ​ເຂັ້ມງວດ ຕໍ່​ການ​ຖືຄອງ ຖານະ​ເງິນຕາ​ຕ່າງປະ​ເທດ ຂອງ​ບັນດາ​
ທະນາຄານ​ທະ​ລະ​ກິດ ຖ້າວ່າ ທະນາຄານ​ທຸລະ​ກິດ​ໃດ ມີ​ຖານະ​ເກີນ​ດຸນ​ເງິນຕາ​
ຕ່າງປະ​ເທດ ຕ້ອງ​ໄດ້ຂາຍ​ອອກ ​ແລະ​ຖ້າ​ທະນາຄານ​ທຸລະ​ກິດ​ໃດ ທີ່​ມີ​ຖານະ​ຂາດ​
ດຸນ ຕ້ອງ​ໄດ້​ຊື້​ເງິນຕາ​ຕ່າງປະ​ເທດ ​ແລະຕໍ່​ບັນຫາ​ດັ່ງກ່າວ​ນີ້ ທະນາຄານ​ແຫ່ງ
ສປປ ລາວ ກໍ​ຈະ​ເປັນ​ຜູ້​ແຊກ​ແຊງ​ແຫ​ລ່ງສຸດ​ທ້າຍ.”

ທາງ​ດ້ານ IMF ລາຍ​ງານ​ວ່າ ໜີ້​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ​ໄດ້​ເພີ້​ມຂຶ້ນ​ເປັນຫຼາຍ
ກວ່າ 49 ​ເປີ​ເຊັນ ຂອງ GDP ​ໃນ​ປີ 2014 ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງ​ປະ​ເຊີນ​ກັບ​
ວິ​ກິດ​ການ​ດ້ານ​ງົລປະມານ ຢ່າງ​ສົມບູນ​ແບບ​ແລ້ວ ​ໃນ​ປັດຈຸບັນ​ນີ້ ສ່ວນ​ມາດ​ຕະການ​ແກ້
​ໄຂ​ບັນຫາ ​ໃນ​ລະຍະ​ສະ​ເພາະ​ໜ້າ ກໍ​ມີ​ພຽງ​ການຈັດ​ເກັບ​ ລາຍຮັບ​ໃຫ້​ໄດ້​ຕາມ​ເປົ້າໝາຍ ​
ແລະ​ຄວບ​ຄຸມ​ລາຍ​ຈ່າຍ​ໃຫ້​ໄດ້​ຕາມ​ແຜນການ ທີ່​ວາງ​ໄວ້​ຢ່າງ​ແທ້​ຈິງ ລວມ​ໄປ​ເຖິງ​ການ​
ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ ​ໃຫ້​ໄດ້ຫຼາຍທີ່​ສຸດ​ເທົ່າ​ທີ່​ຈະຫຼາຍ​ໄດ້​ອີກ​ດ້ວຍ.

ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງແຜນການ ​ແລະ​ການ​ລົງທຶນ ​ຖະ​ແຫລ​ງ
ວ່າແຜນການ​ພັດທະນາ ​ເສດຖະກິດ ​ແລະ​ສັງຄົມ​ ​ໃນ​ຊ່ວງ​ປີ 2016-2020 ທີ່​ຈະ​ເລີ້ມ​
ການຈັດ​ຕ້ອງ​ປະຕິບັດ ນັບ​ແຕ່​ເດືອນ​ຕຸລາ 2015 ​ເປັນຕົ້ນ​ໄປ ຈົນ​ເຖິງ​ເດືອນ​ກັນຍາ 2020
ລັດຖະບານ​ລາວ ​ໄດ້​ວາງ​ຄາດໝາຍ​ທີ່​ຈະ​ສູ້​ຊົນ ​ເພື່ອ​ຍາດ​ແຍ່ງ​ເອົາ​ຄວາມ​ຊ່ວຍ​ເຫຼືອຈາກ
​ຕ່າງປະ​ເທ ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມ​ເຖິງ 3,500 ລ້ານ​ໂດ​ລາ ຫຼືບໍ່​ໃຫ້​ຫລຸດ 700 ລ້ານ​ໂດ​ລາ ​
ໃນ​ແຕ່ລະ​ປີ ​ແລະຄິດ​ເປັນ 12.5 ​ເປີ​ເຊັນ ຂອງ​ການ​ລົງ​ທຶນ ​ໃນ​ພາກ​ລັດຖະບານ​ທັງ​ໝົດ.

XS
SM
MD
LG