ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ກະຊວງການເງິນ ຍອມຮັບວ່າ ການ​ເກັບ​​ພາສີທີ່​ດິນ ບໍ່​ໄດ້ຕາມ​ເປົ້າໝາຍ​


ກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວ​ທີ 7 ທີ່ໄຂຂຶນໃນວັນທີ 20 ມິຖຸນາ ແລະ​ກໍາລັງດໍາ​ເນີນ​ໄປ​ຢູ່​ໃນ​ເວລາ​ນີ້
ກອງປະຊຸມສະໄໝສາມັນຂອງຄັ້ງທີ 3 ຂອງສະພາແຫ່ງຊາດລາວ​ທີ 7 ທີ່ໄຂຂຶນໃນວັນທີ 20 ມິຖຸນາ ແລະ​ກໍາລັງດໍາ​ເນີນ​ໄປ​ຢູ່​ໃນ​ເວລາ​ນີ້

ລັດຖະມົນຕີ​ລາວ​ຍອມຮັບ​ວ່າ ການ​ເກັບ​ລາຍ​ໄດ້​ຈາກ​ພາສີ​ທີ່​ດິນ​ ປະຕິບັດ​ໄດ້​ຕໍ່າ​ກວ່າ​ເປົ້າໝາຍ​ ທີ່​ວາງ​ໄວ້ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ບໍລິ​ຫານ​ງານ​ທີ່​ຊັກ​ຊ້າ​ຂອງ​ພາກ​ລັດ ​ແລະ​ການຫຼີກລ່ຽງ ພາສີ​ຂອງ​ພາກ​ເອກ​ກະຊົນ.

ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະ
ມົນຕີ​ວ່າການ​ກະຊວງ​ການ​ເງິນ
​ໄດ້​ຖະ​ແຫຼງຍອມຮັບ ຕໍ່​ກອງ​ປະ
ຊຸມສະ​ໄໝ​ສາມັນ​ຄັ້ງ​ທີ່ 3 ຂອງ
​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ່ 7
ທີ່​ກໍາລັງດໍາ​ເນີນ​ກອງ​ປະຊຸມ​ຢູ່
​ໃນ​ເວລາ​ນີ້​ວ່າ ​ໃນໄລຍະ 8 ​
ເດືອນ​ທີ່​ຜ່ານ​ມາ​ຂອງ​ແຜນການ
ປີ 2011-2012 ນີ້ ລັດຖະບານ
​ລາວ​ໄດ້​ຈັດ​ເກັບ​ລາຍ​ໄດ້​ຈາກ​ພາ
ສີ​ທີ່​ດິນ​ໄດ້​ໃນ​ມູນຄ່າລວມ 52.8
ຕື້​ກີບ ຫຼືທຽບ​ໄດ້​ກັບ 40% ຂອງ​ແຜນການ​ຕະຫຼອດປີ​ເທົ່າ​ນັ້ນ.

ທັງນີ້​ກໍ​ເນື່ອງ​ຈາກ​ວ່າ ​ລັດຖະບານລາວ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​ຈັດ​ເກັບ​ລາຍ​ໄດ້​ຈາກ​ພາສີ
​ທີ່​ດິນ​ໃນ​ຕະຫຼອດ​ແຜນການ​ປີ 2011-2012 ນີ້​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມບໍ່​ໜ້ອຍກວ່າ 132
ຕື້​ກີບ ຫາກ​ແຕ່​ກໍ​ຄົງ​ຈະ​ເ​ປັນ​ການ​ຍາກ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ ​
ເພາະ​ແຜນການ​ປີ 2011-2012 ຈະ​ສິ້ນ​ສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ​ທີ່​ຈະ​ເຖິງ​ນີ້ ຊຶ່ງ​ເມື່ອ
​ປະກອບ​ກັບ​ບັນຫາ​ຊັກ​ຊ້າ​ໃນ​ການ​ບໍລິຫານ​ງານຂອງ​ໜ່ວຍ​ງານ​ລັດ ​ທີ່​ສົມທົບ​ດ້ວຍ​ການ
ຫຼີກລ້ຽງການ​ຊໍາລະ​ພາສີ​ຢ່າງ​ຖືກຕ້ອງ​ຂອງ​ບັນດາພາກ​ເອກ​ກະ​ຊົນຈໍານວນ​ບໍ່​ໜ້ອຍ​ອີກ
ດ້ວຍ​ແລ້ວ ກໍ​ຍັງ​ເຮັດໃຫ້​ຍາກຫຼາຍຂຶ້ນອີກ ດັ່ງ​ທີ່​ທ່ານພູ​ເພັດ ​ໄດ້​ຖະ​ແຫຼງຊີ້​ແຈງ​ວ່າ:

ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ
ທ່ານ ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ

“ການ​ປະຕິບັດ​ລາຍ​ຮັບ​ພາສີ​ທີ່​ດິນ​
ໄດ້ຕໍ່າ​ກວ່າ​ຄາດໝາຍ ​ເນຶ່ອງຈາ​ກ
ການ​ໂອນ​ມອບ​ຂໍ້ມູນ​ທີ່​ດິນ​ລະຫວ່າງ
​ຂະ​ແໜງ​ຊັບພະຍາກອນ​ທໍາ​ມະ​ຊາດ
​ແລະ​ສິ່ງ​ແວດ​ລ້ອມ​ກັບ​ຂະ​ແໜງ​ການ
​ເງິນ ​ຍັງ​ມີ​ຄວ​າມຊັກ​ຊ້າ ບັນດາ​ຫົວ
ໜ່ວຍທຸລະກິດ ​ແລະ​ຜູ້ປະກອບການ
ສ່ວນຫຼາຍຍັງ​ບໍ່ທັນ​ເປັນ​ເຈົ້າການ​ ໃນ
​ການ​ປະຕິບັດ​ພັນທະ​ ການ​ຕິດຕາມ
​ກວດກາ ຍັງ​ບໍ່​ທັນ​ໄດ້​ເຮັດ​ຢ່າງ​ເປັນ
​ລະບົບຕໍ່​ເນື່ອງ ​ແກ້​ໄຂ​ບັນຫາ​ຍັງ​ບໍ່​ທັນ
​ກັບ​ສະພາບ​ການ​ ເຮັດ​ໃຫ້ການ​ມອບ
​ລາຍ​ຮັບ​ມີ​ການ​ຊັກ​ຊ້າ​ ແລະ​ມີ​ຊ່ອງ
​ຫວ່າງ​ຂອງ​ການຫຼົບຫຼີກ”


ຊຶ່ງ​ດ້ວຍ​ສະພາ​ບການ​ດັ່ງກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງການ​ຈະ​ໄດ້​ຮັບການ
ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດຫຼາຍຂຶ້ນອີກດ້ວຍ ​ໂດຍ​ສໍາລັບ​ໃນ​ໄລຍະ 2 ປີ ຜ່ານ​ມາ​ນີ້​ ກໍ
​ປາກົດ​ວ່າ​ ລັດຖະບານ​ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ເພີ້ມຂຶ້ນ​ ໃນ​ອັດຕາ​
ສະ​ເລ່ຍ​ເຖິງ 20% ​ໃນ​ແຕ່ລະ​ປີ.

ການເຊັນສັນຍາ ມອບການຊ່ວຍເຫລືອຂອງຍີ່ປຸ່ນແກ່ລັດຖະບານລາວ ໃນການສ້ອມແປງທາງເລກທີ 9 ທີ່ຈັດຂຶ້ນທີ່ວຽງຈັນໃນປີ 2011
ການເຊັນສັນຍາ ມອບການຊ່ວຍເຫລືອຂອງຍີ່ປຸ່ນແກ່ລັດຖະບານລາວ ໃນການສ້ອມແປງທາງເລກທີ 9 ທີ່ຈັດຂຶ້ນທີ່ວຽງຈັນໃນປີ 2011

ທັ້ງນີ້ ຖ້າ​ຫາກ​ຄິດ​ໄລ່​ສ​ະ​ເພາະ
​ໃນ​ແຜນການ​ປີ 2011-2012
ກໍ​ພົບ​ວ່າ​ລັດຖະບານ​ລາວ​ໄດ້
​ຮັບ​ການ​ຊ່ວ​ຍ​ເຫຼືອຈາກ​ຕ່າງ
ປະ​ເທດ​ຄິດ​ເປັນ​ມູນ​ຄ່າລວມ​
ເກີນ​ກວ່າ 630 ລ້ານ​ໂດ​ລາ ຊຶ່ງ
​ໃນ​ນີ້​ກໍເປັນ​ການ​ຊ່ວຍ​ເຫຼືອລ້າ
​ໃນ​ມູນ​ຄ່າ 529 ລ້ານ​ໂດ​ລາ ​
ແລະ​ກູ້ ຢືມ​ອີກ 100 ກວ່າລ້ານ
​ໂດ​ລາ ​ແລະ​ລັດຖະບາ​ນລາວ​
ກໍ​ໄດ້​ນໍາ​ໃຊ້​ການ​ຊ່ວຍ​ເຫຼືອດັ່ງກ່າວ​ນີ້​ ເຂົ້າ​ໃນ​ໂຄງການ​ພັດທະນາ​ຕ່າງໆ ​ເພື່ອ​ແກ້​ໄຂ​ບັນ
ຫາຄວາມ​ຍາກຈົນ​ຂອງ​ປະຊາ​ຊົນ​ລາວ​ເປັນ​ດ້ານຫຼັກ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ວ່າ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ຈະ​ເພີ້ມ​ຂຶ້ນທຸກ​ປີ​ກໍຕາມ
ຫາກ​ແຕ່​ກໍ​ຍັງ​ຖື​ວ່າ​ບໍ່​ພຽງພໍ​ກັບ​ລະດັບ​ຄວາມ​ຕ້ອງການ​ ທີ່​ເປັນ​ຈິງ​ຂອງ​ລັດຖະບານ​ລາວ
​ໂດຍ​ສະ​ເພາະ​ແມ່ນ​ການ​ທີ່​ຈະ​ເຮັດ​ໃຫ້​ເສດຖະກິດຂອງ​ລາວ​ຂະຫຍາຍຕົວ ໃນ​ອັດຕາ​ສະ
ເລ່ຍບໍ່ຫລຸດ 8.5% ​ໃນ​ແຜນການ​ປີ 2012-2013 ທີ່​ຈະ​ລົງມື​ຈັດ​ຕັ້ງ​ປະຕິບັດໃນ​ຊ່ວງ​
ເດືອນ​ຕຸລາ 2012 ​ເຖິງ​ເດືອນ​ກັນຍາ 2013 ກໍ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ
ລ້າ​ຈາກ​ຕ່າງປະ​ເທດ ​ບໍ່​ໜ້ອຍ​ກວ່າ 4,610 ຕື້​ກີບ ຫຼືປະມານ 576 ລ້ານ​ໂດ​ລາແລະ​ເພີ່ມ
​ຂຶ້ນ 8.8% ​ເມື່ອ​ທຽບ​ໃສ່​ແຜນການ​ປີ 2011-2012.

ລັດຖະບານ​ລາວ​ໄດ້​ວາງ​ຄາດໝາຍ​ໄວ້​ວ່າ​ ໃນ​ຕະຫຼອດ​ໄລຍະ​ແຜນການ​ປີ 2012-
2013 ດັ່ງກ່າວຈະ​ພະຍາຍາມ​ສ້າງ​ລາຍ​ຮັບ​ໃຫ້​ໄດ້​ໃນ​ມູນ​ຄ່າ 19,543 ຕື້​ກີບ ຫາກ​
ແຕ່​ເນື່ອງຈາກ​ໃນ​ໄລຍະ​ແຜນການ​ປີ 2012-2013 ລັດຖະບານ​ລາວ​ກໍ​ໄດ້​ຕັ້ງ​ງົບປະ
ມານ​ລາຍຈ່າຍ​ໄວ້ ​ໃນ​ມູນຄ່າ​ລວມ​ເຖິງ 23,385 ຕື້​ກີບ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ
ຕ້ອງ​ພະຍາຍາມດຸ່ນ​ດ່ຽງດ້ວຍ​ການ​ຮຽກຮ້ອງ​ຂໍ​ກາ​ນຊ່ວຍ​ເຫຼືອ ​ແລະ​ກູ້​ຢືມ​ຈາກ​ຕ່າງ
ປະ​ເທດ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມຫຼາຍ​ເຖິງ 1 ພັນ​ລ້ານ​ໂດ​ລາ​ນັ້ນ​ເອງ.

XS
SM
MD
LG