ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວເພີ່ມການສົ່ງອອກ ສິນຄ້າພາຍໃນ ແຕ່ຍັງຂາດດຸນ ການນຳເຂົ້າສິນຄ້າ ຈາກຕ່າງປະເທດ


ລົດຫຼູຫຼາ ທີ່ມີລາຄາແພງ ມີຂາຍຢ່າງຫຼວງຫຼາຍ ຢູ່ໃນລາວ
ລົດຫຼູຫຼາ ທີ່ມີລາຄາແພງ ມີຂາຍຢ່າງຫຼວງຫຼາຍ ຢູ່ໃນລາວ

ການ​ຄ້າ​ຕ່າງປະ​ເທດ​ຂອງ​ລາວ ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ເຖິງ 11.8
​ເປີ​ເຊັນ ໃນ​ຊ່ວງ 6 ​ເດືອນ​ຕົ້ນປີ ຂອງ​ແຜນການ​ປີ 2014-2015
ຫາກ​ແຕ່​ວ່າ​ ລາວ​ຍັງ​ຕົກ​ເປັນ​ຝ່າຍ​ຂາດ​ດຸນ ການ​ຄ້າ​ຕ່າງປະ​ເທດ
​ເພາະ​ການ​ສົ່ງ​ອອກ ທີ່ຫຼຸດລົງ.

ກະຊວງ​ອຸດສາຫະກຳ ​ແລະ​ການ​ຄ້າ​ລາຍ​ງານ​ວ່າ ​ໃນ​ໄລຍະ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ
ປະຈຳ​ປີ 2014-2015 ກໍ​ຄື​ນັບ​ແຕ່​ເດືອນ​ຕຸລາ 2014 ​ເຖິງ​ເດືອນ​ມີນາ 2015 ນີ້ ການ​ຄ້າ​
ຕ່າງປະ​ເທດ​ຂອງ​ລາວ ​ໄດ້​ປັບ​ຕົວ​ເພີ່ມ​ຂຶ້ນ​ເຖິງ 11.8 ​ເປີ​ເຊັນ ທຽບ​ໃສ່​ໄລຍະ​ດຽວ​ກັນ​ໃນ​
ແຜນການ​ປີ 201​3-2014 ຫາກ​ແຕ່​ວ່າ ລາວ​ກໍ​ຍັງ​ຕ້ອງ​ຕົກ​ເປັນ​ຝ່າຍ​ຂາດ​ດຸນ​ການ​ຄ້າ​
ຕ່າງປະ​ເທດ​ຢູ່​ເລື້ອຍ​ມາ.

ທັງ​ນີ້ໂດຍ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ລາວ ​ໃນ​ໄລຍະ​ດັ່ງກ່າວ​ມີ​ມູນ​ຄ່າ​ລວມ 4,220 ລ້ານ
​ດອນ​ລາ ທີ່​ແບ່ງ​ເປັນ​ການ​ສົ່ງ​ອອກ ​ໃນ​ມູນ​ຄ່າ 1,790 ລ້ານ​ດອນ​ລາ ຊຶ່ງຫຼຸດລົງ​ໃນ​ອັດຕາ​
ສະ​ເລ່ຍ 0.3 ​ເປີ​ເຊັນ ທຽບ​ໃສ່​ໄລຍະ​ດຽວ​ກັນ​ກັບ​ແຜນການ​ປີ 2013-2014 ​ແລະ​ຄິດ​ເປັນ
43.1 ​ເປີ​ເຊັນ ຂອງ​ແຜນການ​ປີ 2014-2015 ສ່ວນ​ການ​ນຳ​ເຂົ້າສິນຄ້າ ຈາກ​ຕ່າງປະ​ເທດ
​ນັ້ນ ມີ​ມູນ​ຄ່າ​ລວມ 2,430 ລ້ານ​ດອນ​ລາ ຄິດ​ເປັນ 51.8 ​ເປີ​ເຊັນ ຂອງ​ແຜນການ​ປີ ​ແລະ​
ເພີ່ມ​ຂຶ້ນ​ເຖິງ 22.9 ​ເປີ​ເຊັນ ທຽບ​ໃສ່​ແຜນການ​ປີ 2013-2014 ທີ່​ຜ່ານ​ມາ.

ຢູ່ຕາມປ້ຳນ້ຳມັນ ໃນນະຄອນຫຼວງວຽງຈັນ ຈະເຫັນໄດ້ວ່າ ມີລົດລາ ລຽນແຖວກັນ ເປັນສາຍເພື່ອໃສ່ນ້ຳມັນ.
ຢູ່ຕາມປ້ຳນ້ຳມັນ ໃນນະຄອນຫຼວງວຽງຈັນ ຈະເຫັນໄດ້ວ່າ ມີລົດລາ ລຽນແຖວກັນ ເປັນສາຍເພື່ອໃສ່ນ້ຳມັນ.

ສຳຫລັບໃນໄລຍະແຜນການປະຈຳປີ 2014-2015 ນີ້ ທາງການ
ລາວໄດ້ວາງຄາດໝາຍ ການຄ້າຕ່າງປະເທດໄວ້ ໃນມູນຄ່າລວມ
ເຖິງ 8,868 ລ້ານດອນລາ ຊຶ່ງແບ່ງເປັນການສົ່ງອອກສິນຄ້າໄປ
ຕ່າງປະເທດ ໃຫ້ໄດ້ໃນມູນຄ່າລວມບໍ່ນ້ອຍກວ່າ 4,168 ລ້ານ
ດອນລາ ແລະຄວບຄຸມການນຳເຂົ້າສິນຄ້າຈາກຕ່າງປະເທດໃຫ້
ຢູ່ໃນມູນຄ່າລວມບໍ່ເກີນ 4,700 ລ້ານດອນລາ ເພື່ອເຮັດໃຫ້ລາວ
ຂາດດຸນການຄ້າຕ່າງປະເທດບໍ່ເກີນ 532 ລ້ານດອນລາ.

ແຕ່ຢ່າງໃດກໍຕາມ ການທີ່ທາງການລາວ ຈະສາມາດຄວບຄຸມ
ການຂາດດຸນ ການຄ້າຕ່າງປະເທດໃຫ້ໄດ້ຕາມແຜນການດັ່ງກ່າວ
ກໍບໍ່ແມ່ນເລື່ອງງ່າຍ ເພາະໃນໄລຍະ 6 ເດືອນ ທຳອິດຂອງແຜນການປີນີ້ ລາວກໍຕົກເປັນ
ຝ່າຍຂາດດຸນ ການຄ້າ ຕ່າງປະເທດແລ້ວ ໃນມູນຄ່າລວມເຖິງ 640 ລ້ານດອນລານັ້ນເອງ.

ໂດຍປະເທດທີ່ໄດ້ປຽບດຸນການຄ້າຕໍ່ລາວຫຼາຍທີ່ສຸດ ກໍຄືປະເທດໄທ ຊຶ່ງກໍຈະເຫັນໄດ້
ຈາກແຜນການປີ 2013-2014 ທີ່ລາວຂາດດຸນການຄ້າຕໍ່ໄທ ໃນມູນຄ່າລວມຫຼາຍກວ່າ
2,621 ລ້ານດອນລາ ພ້ອມກັນນັ້ນ ລາວກໍຍັງຂາດດຸນການຄ້າຕໍ່ຈີນຄິດເປັນມູນຄ່າລວມ
ຫຼາຍກວ່າ 800 ລ້ານດອນລາອີກດ້ວຍ.

ທາງດ້ານທ່ານພູເພັດ ຄຳພູວົງ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີລາວ ກໍ
ໄດ້ ຍອມຮັບວ່າ ສາເຫດສຳຄັນທີ່ເຮັດໃຫ້ລາວ ຕ້ອງປະເຊີນກັບການຂາດດຸນການຄ້າຕ່າງ
ປະເທດມາໂດຍຕະຫຼອດ ກໍຄືການນຳເຂົ້າສິນຄ້າຟຸມເຟືອຍ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່
ທ່ານໄດ້ໃຫ້ການຢືນຢັນວ່າ:

“ສັງຄົມເຮົາປະຈຸບັນນີ້ ເອີ້ນວ່າເປັນສັງຄົມທຸກຍາກ ແຕ່ກໍເຫັນວ່າ ຢູ່ໃນສັງຄົມ
ເຮົາ ມີການນຳໃຊ້ສິນຄ້າ ແລະການບໍລິການທີ່ຫລູຫລາ ທີ່ຟຸມເຟືອຍຫຼາຍ ພໍສົມ
ຄວນ ຄືພວກເຮົາເຫັນນຳກັນ ປະເພດລົດຍົນມີຂາຍຢ່າງຫລວງຫຼາຍ ເປັນລົດ
ທີ່ມີລາຄາແພງ ຊຶ່ງວ່າບັນດາປະເທດໃກ້ຄຽງ ບໍ່ທັນມີ ບາງທີຢູ່ບ້ານເຮົານີ້ ກະມີ
ແລ້ວ ປະເພດເຫຼົ້າບໍ່ ຢາສູບບໍ່ ກະແມ່ນມີຢ່າງຫລວງຫຼາຍ.”

ຍິ່ງໄປກວ່ານັ້ນ ກໍຍັງມີການນຳເຂົ້າຍານພາຫະນະ ແລະນ້ຳມັນເຊື້ອໄຟ ໂດຍບໍ່ເສຍພາສີ
ອາກອນຢ່າງຖືກຕ້ອງ ດ້ວຍການໃຊ້ສິດຂອງບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ
ທີ່ໄດ້ຮັບການຍົກເວັ້ນພາສີອາກອນດັ່ງກ່າວ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ລາວ ຕ້ອງຂາດດຸນ
ການຄ້າຕ່າງປະເທດເທົ່ານັ້ນ ຫາກແຕ່ຍັງເຮັດໃຫ້ລັດຖະບານລາວ ສູນເສຍລາຍຮັບໄປ
ຢ່າງຫລວງຫຼາຍອີກດ້ວຍ.

ໂດຍລາວໄດ້ນຳເຂົ້ານ້ຳມັນເຊື້ອໄຟຫຼາຍກວ່າ 900 ລ້ານລິດໃນປີ 2013 ແລະເພີ່ມຂຶ້ນ
ເປັນເກືອບເຖິງ 1,000 ລ້ານລິດ ໃນປີ 2014 ໃນຂະນະດຽວກັນ ກໍໄດ້ມີການນຳຍານພາ
ຫະນະໃໝ່ມາຈົດທະບຽນເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນນະຄອນຫຼວງ
ວຽງຈັນນັ້ນ ມີຍານພາຫະນະເພີ່ມຂຶ້ນເປັນຫຼາຍກວ່າ 7 ແສນຄັນ ຊຶ່ງເຮັດໃຫ້ມີຍານພາ
ຫະນະເກືອບ 2 ລ້ານຄັນ ທີ່ຈົດທະບຽນໃນທົ່ວປະເທດລາວ ແລະ ຄາດວ່າ ລາວຈະນຳເຂົ້າ
ນ້ຳມັນຫຼາຍກວ່າ 1,200 ລ້ານລິດ ໃນແຜນການປີ 2014-2015 ນີ້.

XS
SM
MD
LG