ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດຜະລິດໄຟຟ້າລາວ ປະສົບຄວາມສຳເລັດ ໃນການລະດົມເງິນທຶນ ໃນໄທ


ພິທີເຊັນສັນຍາຕົກລົງ ການກໍ່ສ້າງລະບົບເຄືອຂ່າຍ ສາຍສົ່ງກະແສໄຟຟ້າ ລະຫວ່າງ ລາວ ແລະ ໄທ ຢູ່ທີ່ນະຄອນຫລວງວຽງຈັນ.
ພິທີເຊັນສັນຍາຕົກລົງ ການກໍ່ສ້າງລະບົບເຄືອຂ່າຍ ສາຍສົ່ງກະແສໄຟຟ້າ ລະຫວ່າງ ລາວ ແລະ ໄທ ຢູ່ທີ່ນະຄອນຫລວງວຽງຈັນ.

ບໍລິສັດໄຟຟ້າລາວ (ມະຫາຊົນ) ຫຼື EDL-GEN ປະສົບຄວາມ
ສຳເລັດ ຈາກການລະດົມເງິນທຶນໃນໄທ ໂດຍນັກລົງທຶນໄທໄດ້
ພາກັນຈອງຊື້ຮຸ້ນກູ້ເປັນມູນຄ່າເກີນກວ່າ 12,490 ລ້ານບາດ.

ທ່ານບຸນອຸ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້າລາວ ມະຫາຊົນ (EDL-GEN)
ຖະແຫລງວ່າ ບໍລິສັດ EDL-GEN ໄດ້ອອກພັນທະບັດ ຫຼື ຮຸ້ນກູ້ ເພື່ອລະດົມເງິນທຶນ ຈາກຕະຫລາດທຶນໃນປະເທດໄທ ແລະ ຍັງນັບເປັນການລະດົມເງິນທຶນ ໃນຕ່າງປະເທດ ເປັນຄັ້ງທຳອິດ ເມື່ອເດືອນທັນວາ 2014 ຊຶ່ງປາກົດວ່າ ມີນັກລົງທຶນໃນໄທໄດ້ພາກັນ ຈອງຊື້ຮຸ້ນກູ້ຂອງບໍລິສັດ EDL-GEN ຄິດເປັນມູນຄ່າລວມຫຼາຍກວ່າ 12,490 ລ້ານບາດ ຫຼື ຫຼາຍກວ່າ 3,142 ຕື້ກີບ.

ໂດຍການຈອງຊື້ຮຸ້ນກູ້ ຂອງບັນດານັກລົງທຶນໄທດັ່ງກ່າວນີ້ ຖືເປັນການທີ່ສະແດງໃຫ້ເຫັນ
ຢ່າງຊັດເຈນ ວ່າ ນັກລົງທຶນໄທໄດ້ໃຫ້ຄວາມສົນໃຈ ຢ່າງຍິ່ງຕໍ່ການລົງທຶນໃນພາກພະລັງ
ງານໃນລາວ ເພາະການຈອງຊື້ຮຸ້ນກູ້ໃນຄັ້ງນີ້ມີມູນຄ່າລວມເກີນເປົ້າໝາຍທີ່ບໍລິສັດ EDL-GEN ໄດ້ວາງເອົາໄວ້ກວ່າ 2 ເທົ່າຕົວ ແລະຫຼ້າສຸດ ບໍລິສັດ EDL-GEN ກໍໄດ້ສຳເລັດການອອກຮຸ້ນກູ້ດັ່ງກ່າວ ເພື່ອສົ່ງມອບໃຫ້ກັບບັນດານັກລົງທຶນໃນໄທ ໄປຢ່າງຄົບຖ້ວນໃນມູນຄ່າລວມ 6,500 ລ້ານບາດແລ້ວ.

ບໍລິສັດໄຟຟ້າລາວ (ມະຫາຊົນ) ຫຼື EDL-GEN ໄດ້ຮັບອະນຸຍາດ ສຳປະທານ ໂຄງການກໍ່ສ້າງເຂື່ອນໄຟຟ້າ 7 ແຫ່ງໃນລາວ ຈາກລັດຖະບານລາວ.
ບໍລິສັດໄຟຟ້າລາວ (ມະຫາຊົນ) ຫຼື EDL-GEN ໄດ້ຮັບອະນຸຍາດ ສຳປະທານ ໂຄງການກໍ່ສ້າງເຂື່ອນໄຟຟ້າ 7 ແຫ່ງໃນລາວ ຈາກລັດຖະບານລາວ.

ກະຊວງການເງິນຂອງລາວ ໄດ້ອະນຸມັດແຜນການລະດົມເງິນທຶນ
ຂອງບໍລິສັດ EDL-GEN ຢ່າງເປັນທາງການເມື່ອຕົ້ນປີ 2014
ຊຶ່ງເຮັດໃຫ້ບໍລິສັດ EDL-GEN ໄດ້ຮັບການອະນຸມັດ ແລະ ສະໜັບ
ສະໜູນຈາກສຳນັກງານ ຄະນະກຳມະການຄຸ້ມຄອງຫລັກຊັບແຫ່ງ
ຊາດລາວ ແລະ ສຳນັກງານບໍລິຫານໜີ້ສາທາລະນະແຫ່ງປະເທດ
ໄທອັນເປັນຜົນເຮັດໃຫ້ບໍລິສັດ EDL-GEN ສາມາດອອກຮຸ້ນກູ້
ເພື່ອລະດົມເງິນທຶນ ໃນຕະຫລາດທຶນໄທໄດ້ ຢ່າງຖືກຕ້ອງຕາມ
ກົດໝາຍດັ່ງກ່າວ.

ໂດຍພາຍໃຕ້ແຜນການດັ່ງກ່າວນີ້ EDL-GEN ໄດ້ວາງເປົ້າໝາຍ
ທີ່ຈະລະດົມເງິນທຶນໃຫ້ໄດ້ ໃນມູນຄ່າລວມບໍ່ນ້ອຍກວ່າ 1,000
ລ້ານດອນລາ ເພື່ອຈະໄດ້ນຳມາໃຊ້ ໃນໂຄງການພັດທະນາແຫລ່ງ
ພະລັງງານໄຟຟ້າໃນລາວ ທີ່ຢູ່ໃນການຄຸ້ມຄອງຂອງ EDL-GEN ໃຫ້ເພີ້ມຂຶ້ນຈາກ 881
ເມກາວັດ ໃນປັດຈຸບັນເປັນບໍ່ນ້ອຍກວ່າ 2,272 ເມກາວັດ ພາຍໃນປີ 2020.

ນອກຈາກການລະດົມເງິນທຶນໃນມູນຄ່າ 6,500 ລ້ານບາດ ຫຼື ປະມານ 200 ລ້ານດອນລາ ຈາກຕະຫລາດຫລັກຊັບຂອງໄທດັ່ງກ່າວແລ້ວ ບໍລິສັດ EDL-GEN ຍັງໄດ້ວາງເປົ້າໝາຍ ທີ່ຈະລະດົມເງິນທຶນຈາກຕະຫລາດເງິນທຶນໃນມາເລເຊຍ ແລະ
ສິງກະໂປດ້ວຍ ໂດຍໃນປັດຈຸບັນນີ້ ກຳລັງຢູ່ໃນຂັ້ນຕອນການພິຈາລະນາ ຂອງຄະນະ
ກຳມະການບໍລິຫານໜີ້ສິນ ສາທາລະນະແຫ່ງຊາດຂອງທັງ 2 ປະເທດດັ່ງກ່າວ ແລະ ກໍ
ຄາດໝາຍວ່າ ຈະໄດ້ຮັບການອະນຸມັດໃນມໍ່ໆນີ້ ໂດຍຫຼັງຈາກນັ້ນ EDL-GEN ກໍຈະ
ສາມາດສະເໜີຂາຍພັນທະບັດ ໃນຕະຫລາດຫລັກຊັບຂອງມາເລເຊຍ ແລະ ສິງກະໂປ
ເພື່ອໃຫ້ໄດ້ເງິນທຶນຄົບ 1,000 ລ້ານຕໍ່ໄປ.

ປັດຈຸບັນມີ 3 ບໍລິສັດທີ່ຈົດທະບຽນໃນຕະຫລາດຫລັກຊັບແຫ່ງຊາດລາວ ໂດຍນອກຈາກ
EDL-GEN ແລ້ວ ກໍມີທະນາຄານການຄ້າຕ່າງປະເທດ ມະຫາຊົນ (BCEL) ແລະ
ບໍລິສັດ Lao World ມະຫາຊົນ ໂດຍໃນລະຍະ 1 ປີ ທີ່ຜ່ານມາ ກໍປາກົດວ່າ ຮຸ້ນຂອງ
EDL-GEN ມີລາຄາຊື້-ຂາຍສະເລ່ຍ 7,100 ກືບຕໍ່ຮຸ້ນສ່ວນຮຸ້ນຂອງ BCEL ແລະ Lao
World ກໍມີລາຄາສະເລ່ຍ 7,400 ກີບ ແລະ 8,000 ກີບຕໍ່ຮຸ້ນ ຕາມລຳດັບ.

ນອກຈາກນີ້ ຕະຫລາດຫລັກຊັບແຫ່ງຊາດລາວ ຍັງມີແຜນການ ທີ່ຈະຈົດທະບຽນບໍລິສັດ
ເພີ້ມຂຶນອີກໃນມໍ່ໆນີ້ ໂດຍມີເງື່ອນໄຂວ່າ ບໍລະສັດທີ່ຈະຈົດທະບຽນນັ້ນ ຈະຕ້ອງມີການ
ພັດທະນາລະບົບບັນຊີ ແລະມີລະບົບການບໍລິຫານງານທີ່ໄດ້ມາດຕະຖານສາກົນ ດັ່ງທີ່
ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດ
ການຜະລິດ ແລະ ຈະລາຈອນ ໃນຖານະປະທານຄະນະກຳມະການຄຸ້ມຄອງ ຕະຫລາດ
ຫລັກຊັບແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ:

“ແຕ່ວ່າ ຄັນຖ້າພວກເຂົາບໍ່ກຽມພ້ອມໄດ້ຕາມອັນນີ້ນິ ຂ້ອຍກະບໍ່ຮັບ ຍົກຕົວຢ່າງ
ບໍລິສັດອັນນີ້ ທີ່ເຈົ້າມານີ້ ຄັນເຈົ້າມີໜີ້ສິນມະຫາສານແລ້ວ ຍັງຈະເອົາເຂົ້າມາ
ແມ່ນໃຜຈະມາຊື້ກັບເຈົ້າ ຫຼືວ່າຢູ່ໃນບໍລິສັດໂຄງສ້າງການຈັດຕັ້ງຂອງເຈົ້າກໍບໍ່ດີ
ຜູ້ອຳນວຍການນີ້ເດ້ ເຂົາສົງໄສວ່າ ໝໍນີ້ ມີປາກົດການສໍ້ໂກງແລ້ວ ຄົນທັງຫຼາຍ
ເຂົາກໍຮູ້ກັນເດ້ເນາະ ອັນນີ້ ໄດ້ເວົ້າກັນລະອຽດສົມຄວນ.”

ໂດຍຄະນະກຳມະການຄຸ້ມຄອງຕະຫລາດຫລັກຊັບແຫ່ງຊາດລາວໄດ້ດຳເນີນການສຳ
ຫລວດ ບໍລິສັດຢູ່ໃນລາວຈຳນວນ 1,087 ລາຍ ຊຶ່ງພົບວ່າມີຢູ່ 38 ບໍລິສັດທີ່ມີເງື່ອນໄຂ
ຫາກແຕ່ກໍປາກົດວ່າ ມີຢູ່ 20 ບໍລິສັດ ທີ່ໄດ້ສະແດງຄວາມຈຳນົງ ທີ່ຈະຂໍຈົດທະບຽນ
ໃນຕະຫລາດຫລັກຊັບແຫ່ງຊາດລາວ ໃນລະຍະຕໍ່ໄປ.

XS
SM
MD
LG