ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວຈະຂະຫຍາຍສາຍສົ່ງໄຟຟ້າ ໃຫ້​ໄດ້ເຖິງ 90% ຂອງຄົວເຮືອນ ທັງໝົດໃນປະເທດໃນປີ 2020


ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ ຢູ່​ເຂດ​ຊົນນະບົດ​ລາວ
ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ ຢູ່​ເຂດ​ຊົນນະບົດ​ລາວ

ລັດວິສາຫະກິດໄຟຟ້າລາວວາງ​ແຜນການທີ່​ຈະ​ຂະຫຍາຍ​ແນວ​ສາຍ​ສົ່ງ​ໄຟ​ຟ້າ​ໃຫ້​ຄອບຄຸມ​ ໄດ້​ເຖິງ 90% ຂອງ​ຈຳນວນ​ຄົວ​ເຮືອນ​ໃນ​ທົ່ວ​ປະ​ເທດ​ລາວ ພາຍ​ໃນ​ປີ 2020.

ທ່ານຄຳມະນີ ອິນທິລາດ ຜູ້ອຳນວຍການບໍລິຫານ
ລັດວິສາຫະກິດໄຟຟ້າລາວ (EDL) ​ໄດ້​ຖະ​ແຫລ​ງ
ຢືນຢັນ​ວ່າເປົ້າໝາຍສຳຄັນຂອງການພັດທະນາທາງ
ດ້ານພະລັງງານໄຟຟ້າຂອງລາວໃນໄລຍະ 10 ປີຕໍ່
ໄປນີ້ກໍຄືການເພີ່ມລະດັບຄວາມອາດສາມາດຂອງ
EDL ທັງໃນດ້ານການຕອບສະໜອງຄວາມຕ້ອງການ
ຊົມໃຊ້ພະລັງງານໄຟຟ້າພາຍໃນ ແລະການເພີ່ມປະລິ
ມານການສົ່ງອອກກະແສໄຟຟ້າໄປຕ່າງປະເທດໃຫ້ໄດ້
ຫຼາຍຂຶ້ນ.

ໜ່ວຍວັດ​ແທກ​ໄຟຟ້າ​ທີ່​ຕິດຕັ້ງຢູ່ໃນ​ແຕ່​ລະ​ຄົວ​ເຮືອນ
ໜ່ວຍວັດ​ແທກ​ໄຟຟ້າ​ທີ່​ຕິດຕັ້ງຢູ່ໃນ​ແຕ່​ລະ​ຄົວ​ເຮືອນ

ສຳລັບການຕອບສະໜອງຄວາມຕ້ອງການຊົມໃຊ້ພະລັງ
ງານໄຟຟ້າຢູ່ພາຍໃນປະເທດນັ້ນ EDL ກໍໄດ້ວາງເປົ້າໝາຍ
ທີ່ຈະຂະຫຍາຍແນວສາຍສົ່ງກະແສໄຟຟ້າໃຫ້ຄອບຄຸມເຖຶງ
80% ແລະ 90% ຂອງຈຳນວນຄົວເຮືອນຂອງປະຊາຊົນ
ລາວທັງໝົດໃນປີ 2015 ແລະປີ 2020 ຕາມລຳດັບດັ່ງ​ທີ່
ທ່ານຄຳມະນີ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ສຳລັບການຈຳໜ່າຍເພື່ອຊົມໃຊ້ຢູ່ພາຍໃນປະເທດເມື່ອຮອດປີ 2015 ແມ່ນຈະ ໃຫ້ບັນລຸຈຳນວນຄອບຄົວໃນທົ່ວປະເທດໃຫ້ໄດ້ໃຊ້ໄຟຟ້າຕັ້ງແຕ່ 80% ຂຶ້ນໄປ
ແລະ ຄັນ​ເມື່ອຮອດປີ 2020 ກໍ່ຈະໃຫ້ບັນລຸ​ຄາດໝາຍໃຫ້ໄດ້ຫຼາຍກ່ວາ 90%”

ເຂື່ອນນໍ້າ​ເທີນ 2 ທີ່​ເລີ້ມຕົ້ນການ​ຜະ ລິດ​ໄຟຟ້າ​ໃນ​ເດືອນ ທັນວາ 2010
ເຂື່ອນນໍ້າ​ເທີນ 2 ທີ່​ເລີ້ມຕົ້ນການ​ຜະ ລິດ​ໄຟຟ້າ​ໃນ​ເດືອນ ທັນວາ 2010

ໃນປັດຈຸບັນນີ້ ຢູ່​ໃນ​ປະ​ເທດ​ລາວມີ​ເຂື່ອນທີ່
ສ້າງ​ສຳ​ເລັດ ​ແລະ​ກໍໄດ້ທໍາການຜະລິດກະ
ແສໄຟຟ້າແລ້ວ ຈຳນວນ​ທັງໝົດ 14 ​ໂຄງ
ການຊຶ່ງມີ​ກຳລັງ​ຕິດຕັ້ງລວມກັນ 2,540
ເມ​ກາ​ວັດ ​ແລະ​ກໍ​ສາມາດ​ຜະຫລິດ​ກພ​ແສ
ໄຟຟ້າ​ໄດ້​ລວມກັນ​ຫລາຍ​ກວ່າ 11 ພັນ
ລ້ານກິ​ໂລ​ວັດ​ໂມງ​ຕໍ່ປີຫລື​ເພີ້ມຂຶນ​ຈາກ​ປີ
2005 ຄິດ​ເປັນ​ເຖິງ 3 ​ເທົ່າ​ຕົວ.

ແຕ່ຢ່າງໃດກໍຕາມໃນຈຳນວນ 14 ໂຄງການເຂື່ອນດັ່ງກວ່າກໍ່ເປັນເຂື່ອນທີ່ຢູ່ພາຍໃຕ້ການດູ
ແລແລະຄູ້ມຄອງຂອງ EDL ຈໍານວນ 9 ໂຄງການຊຶ່ງມີກໍາລັງຕິດຕັ້ງຮວມກັນພຽງແຕ່ 385
ເມກາວັດ ແລະກໍສາມາດຜະລິດກະແສໄຟຟ້າໄດ້ຮວມກັນໃນປະລິມານບໍ່ເກີນ 1,800 ລ້ານ
ກິໂລວັດໂມງຕໍ່ປີ ແລະໃນນີ້ກໍ່ເປັນກະແສໄຟຟ້າທີ່ຕອບສະໜອງການຊົມໃຊ້ພາຍໃນປະເທດ
ໃນປະລິມານລວມ 1,400 ລ້ານກິໂລວັດໂມງຕໍ່ປີຊຶ່ງກໍໝາຍຄວາມວ່າ EDL ມີພະລັງງານ ໄຟຟ້າອອກໄປຕ່າງປະເທດພຽງແຕ່ບໍ່ເກີນ 400 ລ້ານກິໂລວັດໂມງຕໍ່ປີເທົ່ານັ້ນ.

ການ​ຂະຫຍາຍ​ສາຍ​ສົ່ງ​ໄຟຟ້າ​ໃນ​ເຂດ​ຊົນນະບົດ
ການ​ຂະຫຍາຍ​ສາຍ​ສົ່ງ​ໄຟຟ້າ​ໃນ​ເຂດ​ຊົນນະບົດ

ສ່ວນອີກ 5 ໂຄງການທີ່ບໍ່ໄດ້ຢູ່ໃນການຄຸມຄອງຂອງ EDL
ນັ້ນເປັນການລົງທຶນຂອງຕ່າງປະເທດຊຶ່ງມີກໍາລັງຕິດຕັ້ງລວມ
ກັນເຖິງ 2,157 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າ
ໄດ້ໃນປະລິມານລວມກັນຫຼາຍກວ່າ 9,200 ລ້ານກິໂລວັດ
ໂມງ ຕໍ່ປີແຕ່ເນື່ອງຈາກວ່າເຂື່ອນທີ່ເປັນການລົງທຶນຂອງ
ຕ່າງປະເທດໃນລາວນັ້ນມີເປົ້າໝາຍເພື່ອການສົ່ງອອກພະ
ລັງງານໄຟຟ້າໄປຕ່າງປະເທດເປັນດ້ານຫຼັກຈຶ່ງເຮັດໃຫ້ມີ
ການຕອບສະໜອງການຊົມໃຊ້ພະລັງງານໄຟຟ້າພາຍໃນ
ລາວພຽງແຕ່ 1,158 ລ້ານກິໂລວັດໂມງຕໍ່ປີຫຼືຄິດເປັນ 10%
ຂອງກະແສໄຟຟ້າທີ່ຜະລິດໄດ້ທັງໝົດໃນລາວເທົ່ານັ້ນ.

ຊຶ່ງດ້ວຍສະພາບດັ່ງກ່າວນີ້ ​ເມື່ອ​ປະກອບ​ກັບ​ຄວາມ​ຕ້ອງການຊົມ​ໃຊ້​ພະ​ລັງ​ງານ ກໍ​ມີ​ທ່າ​ອ່ຽງ​ເພີ້ມຂຶ້ນ​ເກີນ​ກວ່າ 17% ​ໃນ​ແຕ່ລະ​ປີ​ອີກ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້ລັດວິສາຫະກິດໄຟຟ້າລາວ (EDL) ຕ້ອງ​ຫາ​ທາງ​ເພີ້ມການ​ຜະຫລິ​ດພະລັງງານ​ໄຟ​ຟ້າ ດ້ວຍ​ການຮ່ວມ​ລົງທຶນ​ກັບຕ່າງ​ຊາດເພື່ອດຳ​ເນີນການກໍ່ສ້າງ​ເຂື່ອນ​ໃນ​ລາວ​ຫລາຍ​ຂຶ້ນ ​ຊຶ່ງ​ເມື່ອ​ບໍ່ນານ​ມານີ້ກໍ​ປາກົດ​ວ່າ EDL ​ໄດ້​ຕົກລົງ​ຮ່ວມ​ລົງທຶນ​ກັບບໍລິສັດ Mega First Corporation Berhad ແຫ່ງ
ປະເທດມາເລເຊຍ ເພື່ອດຳ​ເນີນການກໍ່ສ້າງໂຄງການເຂື່ອນດອນສະຫົງ​ໃນລຳ​ແມ່​ນໍ້າຂອງ​
ໃນ​ເຂດ​ແຂວງ​ຈຳປາ​ສັກຂອງ​ລາວ.

ຕາໜ່າງລໍາລຽງ​ໄຟຟ້າ​ສົ່ງ​ອອກ​ໄປ​ຂາຍປະ​ເທດ​ໄທ
ຕາໜ່າງລໍາລຽງ​ໄຟຟ້າ​ສົ່ງ​ອອກ​ໄປ​ຂາຍປະ​ເທດ​ໄທ

ໂດຍພາຍໃຕ້ສັນຍາການຮ່ວມລົງທຶນໃນຄັ້ງນີ້ ລັດວິສາຫະ
ກິດ ໄຟຟ້າລາວຈະຖືຫຸ້ນໃນສັດສ່ວນ 20% ຂອງມູນຄ່າ
ການລົງທຶນທັງໝົດ 600 ລ້ານໂດລາ ດ້ວຍເປົ້າໝາຍທີ່
ຈະຮ່ວມກັນດຳເນີນການກໍ່ສ້າງເຂຶ່ອນໃຫ້ສຳເລັດແລະ
ສົ່ງກະແສໄຟ ຟ້າຂາຍໃຫ້ກັບການໄຟຟ້າຝ່າຍຜະລິດ
ແຫ່ງປະເທດໄທໃຫ້ໄດ້ນັບຈາກປີ 2016 ເປັນຕົ້ນໄປ
ເປັນໄລຍະເວລາເຖິງ 25 ປີ.

XS
SM
MD
LG