ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຊະຍາກຳ ໃນລາວ ເພີ້ມຂຶ້ນກວ່າ 75 ເປີເຊັນ ໃນລະຍະ 3 ປີ ຜ່ານມາ


ໂຄງການ ໂຮງຮຽນປອດສິ່ງເສບຕິດ ລົນນະລົງໃຫ້ ເຍົາວະຊົນລາວທັງຫຼາຍ ຫລີກເວັ້ນຢາເສບຕິດ.
ໂຄງການ ໂຮງຮຽນປອດສິ່ງເສບຕິດ ລົນນະລົງໃຫ້ ເຍົາວະຊົນລາວທັງຫຼາຍ ຫລີກເວັ້ນຢາເສບຕິດ.
ບັນຫາອາຊະຍາກຳໃນລາວ ເພີ້ມຂຶ້ນເກີນກວ່າ 75 ເປີເຊັນ
ໃນລະຍະ 3 ປີທີ່ຜ່ານມາ ແລະທີ່ໜ້າເປັນຫ່ວງທີ່ສຸດ ກໍຄືການ
ກໍ່ອາຊະຍາກຳ ຂອງບັນດາເຍົາວະຊົນລາວ ທີ່ກ່ຽວຂ້ອງກັບ
ຢາເສບຕິດ.


ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງປ້ອງກັນຄວາມສະຫງົບພາຍໃນ ເປີດເຜີຍວ່າ ບັນຫາອາຊະ
ຍາກຳໃນລາວ ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນລະບະນັບແຕ່ປີ 2011 ເຖິງ
ປີ 2013 ທີ່ຜ່ານມານັ້ນ ປະກົດວ່າບັນຫາອາຊະຍາກຳ ໄດ້ເພີ້ມຂຶ້ນເຖິງ 75.98 ເປີເຊັນ ທຽບກັບໃນຊ່ວງປີ 2008-2010.

ໂດຍບັນຫາອາຊາຍາກຳ ທີ່ເກີດຂຶ້ນຫຼາຍທີ່ສຸດ ກໍຄືການກໍ່ອາຊາຍາກຳ ກ່ຽວກັບຢາເສບຕິດ
ຊຶ່ງຄິດເປັນສັດສ່ວນເຖິງ 55 ເປີເຊັນ ຂອງຈຳນວນອາຊະຍາກຳທັງໝົດ 18,047 ກໍລະນີ
ທີ່ເກີດຂຶ້ນໃນລະຍະນັບແຕ່ປີ 2011 ເຖິງປີ 2013 ດັ່ງກ່າວ.
ເຍົາວະຊົນລາວສ່ວນຫຼາຍ ເຂົ້າໄປກ່ຽວຂ້ອງກັບຢາເສບຕິດ ແລະ ກໍ່ອາຊະຍາກຳຫຼາຍຂຶ້ນ.
ເຍົາວະຊົນລາວສ່ວນຫຼາຍ ເຂົ້າໄປກ່ຽວຂ້ອງກັບຢາເສບຕິດ ແລະ ກໍ່ອາຊະຍາກຳຫຼາຍຂຶ້ນ.

ໂດຍສະເພາະແມ່ນໃນປີ 2013 ຊຶ່ງເຈົ້າໜ້າທີ່ຕຳຫລວດລາວ ສາມາດຈັບກຸມຜູ້ຕ້ອງຫາໄດ້ 12,712 ຄົນ ຈາກການກໍ່ອາຊະ
ຍາກຳ 7,237 ກໍລະນີນັ້ນ ກໍຍັງປະກົດວ່າ 60 ເປີເຊັນ ໃນຈຳ
ນວນຜູ້ຕ້ອງຫາທັງໝົດດັ່ງກ່າວນີ້ ເປັນເຍົາວະຊົນລາວ ທີ່ອາຍຸ
ລະຫວ່າງ 15-20 ປີ ທີ່ໄດ້ກະທຳຄວາມຜິດກ່ຽວກັບຢາເສບຕິດ
ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ປະກົດການຍໍ້ທໍ້ເຊັ່ນ ເຫຼັ້ນການພະນັນ ຄ້າຂາຍເຖື່ອນ
ຮ້າຍແຮງກວ່າໝູ່ ແມ່ນບັນຫາຢາເສບຕິດ ນອກຈາກນັ້ນ ພວກລູກຫຼານຈຳນວນໜຶ່ງ ດຳລົງຊີວິດແບບເສລີຊະຊາຍ
ເຫຼັ້ນກິນຟຸມເຟືອຍ ຂີ້ລັກ ງັດແງະ ກິນຢາບ້າ ປະລະການ
ຮຽນ ອັນໄດ້ສ້າງພາບພົດບໍ່ດີ ຕໍ່ສັງຄົມ.”


ສຳລັບໃນຕະຫຼອດປີ 2014 ນີ້ ກໍເຊື່ອວ່າຈະມີເຍົາວະຊົນລາວ ເຂົ້າໄປຫຍຸ້ງກ່ຽວກັບຢາເສບ
ຕິດຫຼາຍຂຶ້ນ ເພາະຈາກການສຳຫຼວດ ຂອງຄະນະກຳມະການກວດກາ ແລະຄວບຄຸມຢາ
ເສບຕິດແຫ່ງຊາດລາວ ເມື່ອທ້າຍປີ 2013 ພົບວ່າ ມີເຍົາວະຊົນລາວເກີນກວ່າ 245,000
ຄົນ ທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດນັ້ນເອງ.

ຊຶ່ງພາຍໃຕ້ສະພາບການດັ່ງກ່າວນີ້ ກະຊວງປ້ອງກັນຄວາມສະຫງົບພາຍໃນຂອງລາວ
ກໍໄດ້ດຳເນີນມາດຕະການຢ່າງເຂັ້ມງວດຫຼາຍຂຶ້ນ ເຂົ້າໃນການປາບປາມ ການຄ້າຢາເສບ
ຕິດໃນລາວ ນັບແຕ່ຕົ້ນປີນີ້ເປັນຕົ້ນມາ ຮວມທັງຍັງໄດ້ທຳການຈັບກຸມຄຸມຂັງ ແລະລົງໂທດ
ຕໍ່ຜູ້ກະທຳຄວາມຜິດ ໃນຂັ້ນສູງສຸດທີ່ກຳໜົດໄວ້ ໃນກົດໝາຍອີກດ້ວຍ.
ທາງການຕຳຫຼວດລາວ ສາມາດ ຈັບກຸມຜູ້ກະທຳຄວາມຜິດ ທີ່ກ່ຽວກັບຢາເສບຕິດ.
ທາງການຕຳຫຼວດລາວ ສາມາດ ຈັບກຸມຜູ້ກະທຳຄວາມຜິດ ທີ່ກ່ຽວກັບຢາເສບຕິດ.

ໂດຍໃນປີ 2013 ທີ່ຜ່ານມາ ທາງການຕຳຫຼວດລາວ ສາມາດ
ຈັບກຸມຜູ້ກະທຳຄວາມຜິດ ທີ່ກ່ຽວກັບຢາເສບຕິດ ໄດ້ທັງໝົດ
1,954 ຄົນ ໃນ 1,303 ກໍລະນີ ແລະຢຶດຢາເສບຕິດປະເພດຢາ
ບ້າໄດ້ ເກືອບ 14 ລ້ານເມັດ ຝິ່ນ 1,494 ກິໂລກຣາມ ເຮໂຣອີນ
ເກືອບ 55 ກິໂລກຣາມ ແລະກັນຊາ 5,696 ໂຕນ.

ສ່ວນສູນບຳບັດຄົນຕິດຢາທັງ 9 ແຫ່ງກໍໄດ້ຮອງຮັບເຍົາວະຊົນ
ທີ່ຕິດຢາ ຈຳນວນທັງໝົດ 6,600 ກວ່າຄົນ ແຕ່ເກີນກວ່າ 60
ເປີເຊັນ ທີ່ຜ່ານການບຳບັດໄປແລ້ວນັ້ນ ໄດ້ກັບຄືນໄປເສບຢາ
ອີກເທື່ອໃໝ່ ຈຶ່ງເຊື່ອວ່າໃນປີ 2014 ນີ້ ຈະມີເຍົາວະຊົນລາວ
ຕິດຢາບ້າເພີ້ມຂຶ້ນເປັນຫຼາຍກວ່າ1 ແສນຄົນຢ່າງແນ່ນອນ.

ທາງດ້ານສະຫະພັນແມ່ຍິງລາວ ລາຍງານວ່າບັນຫາການຄ້າ ແລະການຊົມໃຊ້ຢາເສບຕິດ
ທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນ ໃນປັດຈຸບັນມີສາເຫດສຳຄັນ ປະການໜຶ່ງມາຈາກຄວາມ
ແຕກແຍກ ພາຍໃນຄອບຄົວ ໂດຍໃນແຜນການປີ 2012-2013 ທີ່ຜ່ານມາ ສານປະຊາ
ຊົນລາວ ໄດ້ຮັບການຟ້ອງຮ້ອງທີ່ເປັນການຂັດແຍ້ງ ລະຫວ່າງບຸກຄົນຫຼາຍກວ່າ 12,000
ຄະດີ ໃນທົ່ວປະເທດ ແລະໃນນີ້ກໍປະກົດວ່າເກີນກວ່າ 80 ເປີເຊັນເປັນຄະດີຢ່າຮ້າງ ແລະການຮຽກຮ້ອງເອົາຊັບສິນ ຫຼືຄ່າລ້ຽງດູລະຫວ່າງສາມີພັນລະຍາ.
XS
SM
MD
LG