ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພັກປະຊາຊົນ ປະຕິວັດລາວ ຮັບຮອງວິໄສທັດ ປີ 2030 ພ້ອມທັງເລືອກຕັ້ງ ຄະນະປະຈຳຊຸດໃໝ່


ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ດຳເນີນການປະຊຸມ ໃນຊ່ວງວັນທີ 18-22 ມັງກອນ 2016.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ດຳເນີນການປະຊຸມ ໃນຊ່ວງວັນທີ 18-22 ມັງກອນ 2016.

ກອງປະຊຸມໃຫຍ່ ພັກປະຊາຊົນ ປະຕິວັດລາວ ຄັ້ງທີ 10 ຮັບຮອງ
ວິໄສທັດ ປີ 2030 ພ້ອມທັງເລືອກຕັ້ງ ຄະນະກຳມະການບໍລິຫານ
ງານສູນກາງພັກ ຊຸດໃໝ່ ຈຳນວນ ທັງໝົດ 77 ທ່ານ.

ກອງປະຊຸມໃຫຍ່ພັກປະຊາຊົນ ປະຕິວັດລາວ ຄັ້ງທີ 10 ທີ່ໄດ້ດຳເນີນການປະຊຸມໃນຊ່ວງ
ວັນທີ 18-22 ມັງກອນ 2016 ນີ້ ໄດ້ຮັບຮອງເອົາວິໄສທັດການພັດທະນາລາວມຸ່ງສູ່ປີ
2030 ພ້ອມດ້ວຍການຮັບຮອງເອົາແຜນຍຸດທະສາດ ການພັດທະນາເສດຖະກິດ ແລະ
ສັງຄົມໃນຊ່ວງປີ 2016-2025 ແລະແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງ
ຊາດ ລະຍະ 5 ປີ ຄັ້ງທີ 8 ໃນຊ່ວງປີ 2016-2020 ໃນໂອກາດດຽວກັນນີ້.

ສຳລັບວິໄສທັດການພັດທະນາລາວມຸ່ງສູ່ປີ 2030 ດັ່ງກ່າວນີ້ ຄະນະກົມການເມືອງສູນກາງ
ພັກ ຊຸດທີ 9 ທີ່ນຳໂດຍ ທ່ານຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ພັກ ໄດ້ມີມະຕິມອບ
ໝາຍໃຫ້ໜ່ວຍງານຄົ້ນຄົ້ວແຜນຍຸດທະສາດ ການພັດທະນາເສດຖະກິດແຫ່ງຊາດ ທີ່ມີ
ທ່ານບົວສອນ ບຸບຜາວັນ ເປັນຫົວໜ້າຄະນະນັ້ນ ໃຫ້ເປັນພາກສ່ວນຮັບຜິດຊອບດຳເນີນ
ການຮ່າງນັບແຕ່ຕົ້ນປີ 2014 ແລະນຳເອົາຮ່າງວິໄສທັດດັ່ງກ່າວນີ້ ໄປໃຫ້ສະມາຊິກພັກ
ປະກອບຄວາມເຫັນ ໃນທົ່ວປະເທດ ໃນຕະຫຼອດປີ 2015 ເພື່ອນຳສະເໜີຕໍ່ກອງປະຊຸມ
ໃຫຍ່ ຄັ້ງທີ 10 ຂອງພັກໃນຄັ້ງນີ້.

ບັນດາສະມາຊິກພັກປະຊາຊົນ ປະຕິວັດລາວ ນຳພາໂດຍ ທ່ານຈູມມະລີ ໄຊຍະສອນ ປ່ອນບັດເລືອກຕັ້ງເອົາ ຄະນະກຳມະການບໍລິຫານງານ ສູນກາງພັກ ຊຸດໃໝ່ ຈຳນວນ ທັງໝົດ 77 ທ່ານ.
ບັນດາສະມາຊິກພັກປະຊາຊົນ ປະຕິວັດລາວ ນຳພາໂດຍ ທ່ານຈູມມະລີ ໄຊຍະສອນ ປ່ອນບັດເລືອກຕັ້ງເອົາ ຄະນະກຳມະການບໍລິຫານງານ ສູນກາງພັກ ຊຸດໃໝ່ ຈຳນວນ ທັງໝົດ 77 ທ່ານ.

ໂດຍວິໄສທັດການພັດທະນາລາວສູ່ປີ 2030 ດັ່ງກ່າວນີ້ ຍັງຄົງ
ສືບຕໍ່ເປົ້າໝາຍຂອງພັກ ທີ່ຈະນຳພາປະເທດຊາດ ໃຫ້ຫລຸດພົ້ນ
ຈາກສະພາບດ້ອຍພັດທະນາໃຫ້ໄດ້ໃນປີ 2020 ເພື່ອຈະຍົກ
ລະດັບໃຫ້ລາວເປັນປະເທດກຳລັງພັດທະນາ ທີ່ປະຊາກອນມີ
ລາຍຮັບໃນລະດັບປານກາງ ໄປຫາສູງ ໃນປີ 2030 ເພື່ອກ້າວ
ໄປສູ່ສັງຄົມນິຍົມໃຫ້ໄດ້ຢ່າງສົມບູນ ໃນອະນາຄົດ ດັ່ງທີ່ທ່ານ
ຈູມມະລີ ໄດ້ຢືນຢັນວ່າ:

“ພາລະກິດປ່ຽນແປງໃໝ່ ໄດ້ດຳເນີນມາເປັນເວລາ 30
ປີແລ້ວ ຜ່ານລະຍະດັ່ງກ່າວໄດ້ມີຫຼາຍບັນຫາສຳຄັນ ທີ່
ພັກເຮົາຕ້ອງໄດ້ສະລຸບແລະຕີລາຄາໃຫ້ຖືກຕ້ອງ ເລີກເຊິ່ງ ແນໃສ່ເສີມຂະຫຍາຍ
ຜົນສຳເລັດ ແລະດ້ານຕັ້ງໜ້າຈຳກັດແກ້ໄຂຂໍ້ຄົງຄ້າງເພື່ອສືບຕໍ່ ນຳເອົາພາລະກິດ
ປະຕິວັດ ຂອງພວກເຮົາ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.”

ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະການລົງທຶນ ຢືນ
ຢັນວ່າ ລັດຖະບານລາວໄດ້ວາງຄາດໝາຍການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວ
ເພີ່ມຂຶ້ນ ໃນອັດຕາສະເລ່ຍບໍ່ນ້ອຍກວ່າ 7.5 ເປີເຊັນ ຕໍ່ປີ ໃນຕະຫຼອດລະຍະຂອງການຈັດ
ຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດລະຍະ 5 ປີ ຄັ້ງທີ 8 ໃນ
ຊ່ວງປີ 2016-2020 ທີ່ຈະເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍ
ເປັນລາຍຮັບຂອງປະຊາຊົນລາວໄດ້ເຖິງ 3,100 ຕໍ່ຄົນໃນປີ 2020.

ແຕ່ພາລະກິດທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວນີ້ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກຍູ້
ໃຫ້ພາກກະສິກຳຂະຫຍາຍຕົວເພີ່ມຂຶ້ນ 3.2 ເປີເຊັນຕໍ່ປີ ສ່ວນພາກອຸດສາຫະກຳ ແລະ
ພາກບໍລິການນັ້ນ ກໍຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີ ຕາມ
ລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງລະດົມເງິນທຶນ ທີ່ຈະນຳໃຊ້ໃນໂຄງການພັດທະນາຕ່າງໆ
ຂອງລັດຖະບານລາວໃຫ້ໄດ້ເຖິງ 27 ຕື້ໂດລາ ໃນລະຍະ 5 ປີດັ່ງກ່າວ ໂດຍໃນນີ້ ກໍເປັນ
ການລົງທຶນຂອງພາກລັດຖະບານລາວ 24-28 ເປີເຊັນ ພາກເອກະຊົນ 54-58 ເປີເຊັນ
ແລະສິນເຊື່ອໃນລະບົບທະນາຄານ 19-21 ເປີເຊັນ ຂອງການລົງທຶນທັງໝົດ.

ນອກຈາກການຮັບຮອງເອົາວິໄສທັດດັ່ງກ່າວແລ້ວ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກກໍຍັງ
ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ຊຸດທີ 10 ຈຳນວນ 77 ທ່ານ ໂດຍແບ່ງ
ເປັນກຳມະການສົມບູນ 69 ທ່ານ ແລະກຳມະການສຳຮອງ 8 ທ່ານ ສ່ວນຜູ້ທີ່ໄດ້ເປັນກຳມະ
ການອັນດັບທີ 1 ກໍແມ່ນ ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດຄົນປັດຈຸບັນ ຕິດຕາມ
ດ້ວຍ ທ່ານນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະທ່ານທອງລຸນ ສີສຸລິດ ຮອງ
ນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດ ທັງນີ້ໂດຍບໍ່ປາກົດມີຊື່ ຂອງ
ທ່ານຈູມມະລີ ໄຊຍະສອນ ປະທານປະເທດ, ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ
ແລະ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຮວມຢູ່ດ້ວຍແຕ່ຢ່າງໃດ.

ສ່ວນບັນດາລູກຫລານຂອງອະດີດຜູ້ນຳ ຄົນສຳຄັນທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ດ້ວຍ
ກໍແມ່ນທ່ານໄຊສົມພອນ ແລະທ່ານສັນຕິພາບ ພົມວີຫານ, ທ່ານສອນໄຊ ແລະທ່ານນາງ
ວຽງທອງ ສີພັນດອນ, ທ່ານນາມ ແລະ ທ່ານນາງສວນສະຫວັນ ວິຍະເກດ, ທ່ານສອນທະນູ
ທຳມະວົງ, ທ່ານວີດົງ ແລະທ່ານໂພໄຊ ໄຊຍະສອນ, ທ່ານ ສ. ເອກສະຫວ່າງ ວົງວິຈິດ,
ທ່ານນາງບຸນຄຳ ວໍລະຈິດ, ທ່ານນາງອິນລາວັນ ແກ້ວບຸນພັນ ແລະທ່ານນາງໃບຄຳ ຂັດຕິຍະ
ເປັນຕົ້ນ ໂດຍບຸກຄົນເຫຼົ່ານີ້ ຈະກ້າວຂຶ້ນສູ່ຕຳແໜ່ງສຳຄັນໃນຄະນະລັດຖະບານລາວ ຊຸດ
ໃໝ່ ທີ່ຈະມີການແຕ່ງຕັ້ງພາຍຫລັງຈາກການເລືອກຕັ້ງສະມາຊິກແຫ່ງຊາດ ຊຸດທີ 8 ໃນວັນ
ທີ 20 ມີນາ 2016 ນີ້ ຕໍ່ໄປ.

XS
SM
MD
LG