ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນຫາ ຂາດແຄນ ງົບປະມານ ສົ່ງຜົນກະທົບ ຕໍ່ການ ພັດທະນາ ເຍົາວະຊົນ ໃນລາວ


ນາຍຄູຍິງ ສອນວິຊາ ຄະນິດສາດ ໃຫ້ແກ່ເດັກນັກຮຽນຊາຍ ຢູ່ໃນເຂດຊົນນະບົດແຫ່ງນຶ່ງ ໃນລາວ.
ນາຍຄູຍິງ ສອນວິຊາ ຄະນິດສາດ ໃຫ້ແກ່ເດັກນັກຮຽນຊາຍ ຢູ່ໃນເຂດຊົນນະບົດແຫ່ງນຶ່ງ ໃນລາວ.

ການ​ຂາດ​ແຄນ​ງົບປະມານ​ເພື່ອ​ການ​ພັດທະນາ​ການສຶກສາ ​ໄດ້
​ສົ່ງ​ຜົນ​ກະທົບ​ຢ່າງ​ກວ້າງຂວາງ ຕໍ່​ນັກຮຽນ​ໃນ​ເຂດ​ຊົນ​ນະ​ບົດ ທັງ
​ຍັງ​ເຮັດ​ໃຫ້​ເຍົາວະ​ຊົນ​ລາວ ມີ​ລະດັບ​ຄຸນ​ນະພາ​ບຕ່ຳ​ທີ່​ສຸດ ​ໃນ​
ອາ​ຊ່ຽນອີກ​ດ້ວຍ.

​ເຈົ້າໜ້າ​ທີ່​ຂັ້ນສູງ ​ໃນ​ກະຊວງ​ສຶກສາ​ທິການ​ ​ແລະ​ກິລາ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ບັນຫາ​
ສຳຄັນທີ່​ສຸດ ທີ່​ເປັນ​ອຸປະສັກ​ຕໍ່​ການ​ພັດທະນາ ​ແລະ​ການ​ຂະຫຍາຍ​ໂອກາດ ​ໃນ​ດ້ານ​
ການ​ສຶກສາຂັ້ນພື້ນຖານ ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ ​ໃນ​ທົ່ວ​ປະ​ເທ​ດລາວ​ນັ້ນ ກໍ​ຄື​ບັນຫາຂາດ
​ແຄນ​ທາງ​ດ້ານ​ງົບປະມານ ຂອງ​ລັດຖະບານ​ລາວ.

ໂດຍ​ບັນຫາ​ທີ່​ເຫັນໄດ້​ຢ່າ​ງຊັດ​ເຈນ​ທີ່​ສຸດ ​ໃນ​ເວລາ​ນີ້ ກໍ​ຄື​ການຈັດ​ພິມ ​ແລະ​ການ​ແຈກຈ່າຍ ປຶ້ມຕຳລາ​ຮຽນ​ສຳ​ຫລັບ​ນັກຮຽນ​ຊັ້ນປະຖົມ​ສຶກສາທຸກ​ຄົນ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ເປັນ​ເປົ້າໝາຍ​ບຸລິມະສິດ ທີ່ຈະຕ້ອງ​ຈັດຕັ້ງປະຕິບັດ​ໃຫ້​ໄດ້ ຢ່າງ​ແທ້​ຈິງ​ໃນ​ສົກ​ຮຽນ 2014-2015 ນີ້ ຫາກ​ແຕ່​ໃນ​ການ​ປະຕິບັດ​ຕົວ​ຈິງ ກໍ​ຍັງ​ຄົງ​ເປັນ​ໄປ​ບໍ່​ໄດ້​ເລີຍ ​ໂດຍສະ​ເພາະ ​ແມ່ນ​ບັນດາ​ໂຮງຮຽນ​ຢູ່​ໃນ​ເຂດ​ຊົນນະ​ບົດ​ນັ້ນ ດັ່ງ​ທີ່​ນາຍຄູ ທ່ານ​ໜຶ່ງ​ໃນ​ເຂດ​ແຂວງ​ວຽງ​ຈັນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ແມ່ຍິງ ພ້ອມດ້ວຍພວກ ລູກ ແລະ ຫລານ ໃນເຂດຊົນນະບົດ ກໍຍັງມີຖານະ ທີ່ທຸກຍາກ ແລະ ຂາດແຄນ ການພັດທະນາ ທາງດ້ານການສຶກສາຢູ່.
ແມ່ຍິງ ພ້ອມດ້ວຍພວກ ລູກ ແລະ ຫລານ ໃນເຂດຊົນນະບົດ ກໍຍັງມີຖານະ ທີ່ທຸກຍາກ ແລະ ຂາດແຄນ ການພັດທະນາ ທາງດ້ານການສຶກສາຢູ່.

“ດຽວນີ້ພວກເຮົາໄດ້ເອົາປຶ້ມແບບຮຽນ ລົງສູ່ນັກຮຽນນີ້
ພວກເຮົາ ເອົາລົງເປັນໂຕະ ບໍ່ໄດ້ເອົາລົງໄປໃຫ້ ນັກຮຽນ
ໝົດທຸກຄົນ ໄດ້ຊົມໃຊ້ຫັ້ນນະ ພວກເຮົາເອົາລົງເປັນໂຕະ
ເອົາໃນເບື້ອງຕົ້ນນີ້ນະ ເພາະວ່າມັນບໍ່ພຽງພໍ ພວກເຮົາໄດ້
ນຳໃຊ້ແນວນັ້ນ ໃຫ້ນັກຮຽນ ໄດ້ຊົມໃຊ້ເປັນໂຕະ ເວລາມີ
ວິຊານັ້ນ ທີ່ຂຶ້ນຫ້ອງສອນ ຄູຂຶ້ນຫ້ອງສອນ ແລ້ວເອົາປຶ້ມ
ແບບຮຽນ ນຳໄປໃຊ້ເປັນໂຕະເອົາ.”

ຍິ່ງໄປກວ່ານັ້ນ ກໍຍັງປາກົດດ້ວຍວ່າ ໄດ້ມີການແຈກຈ່າຍ ປຶ້ມ
ຕຳລາຮຽນ ບໍ່ເຖິງ 50 ເປີເຊັນ ຂອງຈຳນວນນັກຮຽນທັງໝົດ ຢູ່
ໃນເຂດແຂວງພາກເໜືອ ຈຶ່ງເຮັດໃຫ້ ບັນດາຜູ້ບໍລິຫານໂຮງຮຽນ
ຕ້ອງແກ້ໄຂບັນຫາ ດ້ວຍການໃຫ້ບັນດາຜູ້ປົກຄອງ ຂອງນັກຮຽນ ທີ່ພໍມີຖານະຕ້ອງຊື້
ຕຳລາຮຽນໃຫ້ລູກ ຂອງພວກເຂົາເຈົ້າດ້ວຍຕົນເອງ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນສູນກາງຊາວໜຸ່ມປະຕິວັດລາວ ກໍຍອມຮັບວ່າ ການພັດ
ທະນາ ເຍົາວະຊົນລາວ ໃນປັດຈຸບັນ ຍັງຕ້ອງປະເຊີນກັບບັນຫາ ຫຍຸ້ງຍາກຢ່າງທີ່ສຸດ
ເນື່ອງຈາກບໍ່ສາມາດ ຈັດຕັ້ງປະຕິບັດໄດ້ ຕາມແຜນການ ທີ່ວາງໄວ້ໃນຫຼາຍໆດ້ານ ຈຶ່ງ
ເຮັດໃຫ້ການພັດທະນາ ເຍົາວະຊົນໃນລາວ ຍັງມີລະດັບຄຸນນະພາບຕ່ຳທີ່ສຸດ ໃນອາຊ່ຽນ
ອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

“ໃນແມ່ຍິງ 10 ຄົນໃດ ມີປະມານ 4 ຄົນ ໄດ້ກາຍເປັນແມ່ ຫຼື ຖືພາລູກຜູ້ທຳອິດ
ໃນອາຍຸ 19 ປີ 30 ເປີເຊັນ ຂອງໄວໜຸ່ມ ໃນເກນອາຍຸ ເຂົ້າຮຽນຊັ້ນມັດທະຍົມນີ້
ບໍ່ໄດ້ເຂົ້າຮຽນເປັນປົກກະຕິ ແລະ ໄວໜຸ່ມອີກປະມານ 7 ເປີເຊັນ ຢູ່ເຂດຕົວເມືອງ
ໃນປັດຈຸບັນນີ້ກະແມ່ນບໍ່ມີວຽກເຮັດງານທຳ ມີຄວາມແຕກໂຕນກັນ ລະຫວ່າງ
ໄວໜຸ່ມ ໃນດ້ານບົດບາດ ຍິງ-ຊາຍ ຢູ່ໃນບັນດາເຜົ່າຍັງມີ ຢູ່ໃນລະດັບສູງ.”

ນອກຈາກນັ້ນ ການເສຍຊີວິດຂອງແມ່ຍິງລາວ ໃນຂະນະຕັ້ງຄັນ ຫຼື ອອກລູກ ກໍຍັງຖືເປັນ
ອັດຕາສະເລ່ຍສູງທີ່ສຸດໃນອາຊ່ຽນອີກດ້ວຍ ໂດຍເຖິງແມ່ນວ່າ ອັດຕາການເສຍຊີວິດ
ຈະລຸດລົງຈາກ 650 ຄົນ ໃນປີ 1995 ມາເປັນ 339 ຄົນຕໍ່ 1 ແສນຄົນ ໃນປັດຈຸບັນນີ້
ກໍຕາມ ແຕ່ວ່າການທີ່ຈະເຮັດໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ທີ່ອັດຕາສະເລ່ຍ 260 ຄົນຕໍ່
1 ແສນຄົນ ໃນປີ 2015 ນັ້ນ ກໍຍັງເປັນເປົ້າໝາຍ ທີ່ຍາກຢ່າງຍິ່ງ.

ຍິ່ງໄປກວ່ານັ້ນ ການທີ່ແມ່ຍິງລາວ ບໍ່ໄດ້ຮັບການດູແລທີ່ດີພໍ ໃນຂະນະຕັ້ງຄັນນັ້ນ ກໍຍັງ
ສົ່ງຜົນໃຫ້ເກີດບັນຫາ ຂາດສານອາຫານ ໃນກຸ່ມເດັກນ້ອຍລາວອາຍຸ ຕ່ຳກວ່າ 5 ປີ
ອີກດ້ວຍ ຊຶ່ງເຮັດໃຫ້ ເດັກນ້ອຍລາວເຖິງ 38 ເປີເຊັນ ໃນໄວດັ່ງກວ່ານີ້ມີນ້ຳໜັກ ແລະ
ຄວາມສູງທີ່ຕ່ຳກວ່າ ເກນມາດຕະຖານ ທັງນີ້ໂດຍມີສາເຫດ ມາຈາກລະດັບ ປະສິດ
ທິພາບ ທີ່ຕ່ຳທັງໃນການບໍລິຫານ ແລະ ການຂະຫຍາຍຕາໜ່າງ ໃຫ້ບໍລິການທາງດ້ານ
ສຸຂະພາບອະນາໄມ ສຳຫລັບປະຊາຊົນຂອງລັດຖະບານ ໃນທົ່ວປະເທດລາວນັ້ນເອງ.

XS
SM
MD
LG