ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ໃຫ້ສຳປະທານ ການຂຸດຄົ້ນ ແຮ່ຄຳ ຢູ່ ຂ. ອັດ​ຕະ​ປື ແກ່ ບໍລິສັດ ຫວຽດນາມ


ບໍລິສັດຫວຽດນາມ ໄດ້ຮັບອະນຸຍາດ ສຳປະທານ ການຂຸດຄົ້ນແຮ່ຄຳ ຢູ່ແຂວງອັດຕະປື.
ບໍລິສັດຫວຽດນາມ ໄດ້ຮັບອະນຸຍາດ ສຳປະທານ ການຂຸດຄົ້ນແຮ່ຄຳ ຢູ່ແຂວງອັດຕະປື.
ທາງການລາວ ໄດ້ອະນຸຍາດສຳປະທານ ການຂຸດຄົ້ນແຮ່ຄຳ
ຢູ່ໃນແຂວງອັດຕະປື​ໃຫ້ກັບບໍລິສັດຈາກຫວຽດນາມ ຊຶ່ງກໍເປັນ
ຜົນເຮັດໃຫ້ບໍລິສັດຫວຽດນາມ ເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດ
ໃນແຂວງດັ່ງກ່າວນີ້.



ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການແລະການລົງທຶນ ຍອມຮັບວ່າ ການທີ່ແຂວງ
ອັດຕະປື ເປັນແຂວງໜຶ່ງທີ່ຍັງມີລະດັບການພັດທະນາ ທາງເສດຖະກິດທີ່ຕ່ຳ ທັງຍັງ
ຂາດລະບົບພື້ນຖານໂຄງລ່າງ ຢ່າງຫລວງຫຼາຍ ແລະ ປະຊາຊົນສ່ວນໃຫຍ່ ກໍຍັງມີ
ສະພາບຊີວິດຄວາມເປັນຢູ່ ທີ່ຍາກຈົນຢ່າງຍິ່ງດ້ວຍນັ້ນ ໄດ້ກາຍເປັນເງື່ອນໄຂ ທີ່ບີບ
ບັງຄັບໃຫ້ທາງການລາວ ຕ້ອງເລັ່ງການສົ່ງເສີມ ເພື່ອດຶງດູດເອົາການລົງທຶນ ຈາກຕ່າງ
ປະເທດ ໃຫ້ເຂົ້າມາໃນແຂວງອັດຕະປື ໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.
ພິທີມອບຮັບອາຄານໂຮງພະຍາບານ ໃຫ້ແຂວງອັດຕະປື ຊຶ່ງເປັນການ ຊ່ອຍເຫຼືອຈາກຫວຽດນາມ.
ພິທີມອບຮັບອາຄານໂຮງພະຍາບານ ໃຫ້ແຂວງອັດຕະປື ຊຶ່ງເປັນການ ຊ່ອຍເຫຼືອຈາກຫວຽດນາມ.

ແຕ່ເນື່ອງຈາກວ່າ ການລົງທຶນໃນແຂວງອັດຕະປືນັ້ນ ຈະຕ້ອງມີ
ການລົງທຶນສ້າງພື້ນຖານໂຄງລ່າງດ້ວຍ ຈຶ່ງເຮັດໃຫ້ບັນດາບໍລິສັດ
ຕ່າງຊາດ ສ່ວນໃຫຍ່ບໍ່ສົນໃຈທີ່ຈະລົງທຶນ ໃນແຂວງອັດຕະປື ແຕ່
ຢ່າງໃດ ດ້ວຍເຫດນີ້ ຈຶ່ງມີພຽງບັນດາບໍລິສັດຈາກຫວຽດນາມ ເທົ່າ
ນັ້ນ ທີ່ໄດ້ເຂົ້າມາກຸມເອົາໂຄງການລົງທຶນສ່ວນໃຫຍ່ ທີ່ຢູ່ໃນແຂວງ
ອັດຕະປື ໃນປັດຈຸບັນນີ້ ໂດຍສະເພາະແມ່ນການລົງທຶນ ໃນການ
ຂຸດຄົ້ນແຮ່ຄຳນັ້ນ ຖືເປັນພາກສ່ວນ ທີ່ບໍລິສັດຫວຽດນາມ ໄດ້ໃຫ້
ບຸລິມະສິດເປັນພິເສດ ດັ່ງທີ່ທ່ານຄຳພັນ ພົມມະທັດ ເຈົ້າແຂວງ
ແລະ ເລຂາພັກແຂວງອັດຕະປື ໄດ້ໃຫ້ການຢືນຢັນວ່າ:

“ດ້ານບໍ່ແຮ່ສ່ວນຫຼາຍກໍຍັງແມ່ນການສຳຫຼວດຊອກຄົ້ນ
ແລ້ວກະພິເສດມີໂຄງການ ຂອງບໍລິສັດຮ່ວມມືລາວ ຫວຽດ ໃນການສຳຫຼວດ
ຄຳ ດຽວນີ້ເຂົາກະເລີ້ມຕັ້ງໂຮງງານແລ້ວ ກະໄດ້ເລີ້ມຜະລິດຄຳອອກມາແລ້ວ
ແລະກະມີບາງໂຄງການ ກຳລັງສະເໜີ ລັດຖະບານໃຫ້ພິຈາລະນາ”


ໂດຍສາເຫດທີ່ເຮັດໃຫ້ ບັນດາບໍລິສັດຫວຽດນາມ ໄດ້ຮັບສຳປະທານ ໃນການຂຸດ
ຄົ້ນແຮ່ທາດໃນແຂວງອັດຕະປື ເປັນສ່ວນໃຫຍ່ນັ້ນ ກໍເພາະວ່າ ບັນດາບໍລິສັດຈາກ
ຫວຽດນາມໄດ້ລົງທຶນເຂົ້າໃນການພັດທະນາລະບົບພື້ນຖານໂຄງລ່າງຢູ່ໃນແຂວງ
ອັດຕະປື ໃຫ້ແກ່ທາງການລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍບໍ່ວ່າຈະເປັນຖະໜົນຫົນ
ທາງ ສະໜາມບິນ ລະບົບສາຍສົ່ງກະແສໄຟຟ້າ ລະບົບນ້ຳປະປາ ລະບົບຄອງຊົນ
ລະປະທານ ແລະການພັດທະນາ ເຂດເທດສະບານເມືອງຕ່າງໆໃນແຂວງອັດຕະປື
ນັ້ນ ຕ່າງກໍລ້ວນແລ້ວແຕ່ເປັນການລົງທຶນ ໂດຍບັນດາບໍລິສັດຈາກຫວຽດນາມທັງໝົດ ຊຶ່ງໃນນີ້ລວມເຖິງການລົງທຶນ ເພື່ອກໍ່ສ້າງສະໜາມບິນແຫ່ງໃໝ່ມູນຄ່າ 36 ລ້ານດອນລາ ທີ່ກຳນົດຈະແລ້ວສຳເລັດໃນປີ 2015 ດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານຄຳພັນ ກໍໄດ້ໃຫ້ການຢືນຢັນວ່າການລົງທຶນ ຂອງບັນດາ
ບໍລິສັດຫວຽດນາມດັ່ງກ່າວ ໄດ້ສົ່ງຜົນດີ ຕໍ່ການພັດທະນາເສດຖະກິດ ໃນແຂວງ
ອັດຕະປື ໂດຍນັບແຕ່ປີ 2010 ເປັນຕົ້ນມາກໍປະກົດວ່າ ເສດຖະກິດໃນແຂວງ
ອັດຕະປື ໄດ້ຂະຫຍາຍຕົວເພີ້ມຂຶ້ນເຖິງ 17 ເປີເຊັນ ໃນແຕ່ລະປີ ແລະ ກໍເຮັດໃຫ້
ຍອດຜະລິດຕະພັນລວມ (GDP) ສາມາດຖົວສະເລ່ຍ ເປັນລາຍຮັບຂອງປະຊາຊົນ
ໃນແຂວງອັດຕະປື ໄດ້ເພີ້ມຂຶ້ນຈາກ 945 ດອນລາ ຕໍ່ຄົນໃນປີ 2010 ເປັນ 1,545
ດອນລາ ຕໍ່ຄົນໃນປັດຈຸບັນນີ້.

ໂດຍພາກບໍລິການຂະຫຍາຍຕົວເພີ້ມຂຶ້ນເຖິງ 23.6 ເປີເຊັນ ໃນແຜນການ 2012
-2013 ທີ່ຜ່ານມາ ສ່ວນໃນພາກ ກະສິກຳ ປ່າໄມ້ ແລະພາກອຸດສາຫະກຳ ຫັດຖະກຳ
ນັ້ນ ກໍຂະຫຍາຍຕົວເພີ້ມຂຶ້ນ 12.8 ເປີເຊັນ ແລະ 16.4 ເປີເຊັນ ຕາມລຳດັບ ສ່ວນການ
ລົງທຶນຈາກຕ່າງປະເທດ ໃນລະຍະດຽວກັນນີ້ ກໍມີມູນຄ່າລວມ 200 ກວ່າລ້ານດອນລາ
ຫຼືຄິດເປັນ 71 ເປີເຊັນ ຂອງຄາດໝາຍແຜນການ 5 ປີ ນັບຈາກປີ 2011 ເຖິງປີ 2015.

ຍິ່ງໄປກວ່ານັ້ນ ການສັມປະທານທີ່ດິນ ເພື່ອປູກຢາງພາລາ ກໍເປັນອີກດ້ານໜຶ່ງ ທີ່ບໍລິສັດຫວຽດນາມ ໄດ້ປູກໃນພື້ນທີ່ 23,000 ກວ່າເຮັກຕາ ແລະ ປາດຢາງໄດ້
ແລ້ວໃນພື້ນທີ່ 6,000 ກວ່າເຮັກຕາ.

ສ່ວນການພັດທະນາພື້ນຖານໂຄງລ່າງນັ້ນ ກໍປະກົດວ່າ ມີຖະໜົນທີ່ທຽວໄດ້ 2 ລະດູ ທີ່ເຊື່ອມໂຍງໄດ້ເຖິງ 90 ເປີເຊັນ ຂອງຈຳນວນບ້ານທັງໝົດໃນແຂວງ ສ່ວນຕາໜ່າງ
ສາຍສົ່ງກະແສໄຟຟ້າ ກໍກວມໄດ້ເຖິງ 80 ເປີເຊັນ ຂອງຈຳນວນບ້ານທັງໝົດ ຫາກແຕ່
ທີ່ຍັງຂາດເຂີນຫຼາຍທີ່ສຸດ ກໍແມ່ນບໍລິການ ດ້ານສຸຂະພາບອະນາໄມ.
XS
SM
MD
LG