ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ​ເລີ້ມ​ກະກຽມ​ ຄວາມພ້ອມ ​ເປັນເຈົ້າພາບ ​ກອງ​ປະຊຸມ ​ສຸດ​ຍອດອາຊ່ຽນ ປີ 2016


ກອງປະຊຸມສຸດຍອດບັນດາລັດຖະມົນຕີຕ່າງປະເທດອາຊ່ຽນ ຄັ້ງທີ 24 ຢູ່ທີ່ ນະຄອນຫລວງເນປີຕໍ ຂອງມຽນມາ, ວັນທີ 10 ພຶດສະພາ 2014.
ກອງປະຊຸມສຸດຍອດບັນດາລັດຖະມົນຕີຕ່າງປະເທດອາຊ່ຽນ ຄັ້ງທີ 24 ຢູ່ທີ່ ນະຄອນຫລວງເນປີຕໍ ຂອງມຽນມາ, ວັນທີ 10 ພຶດສະພາ 2014.

ທາງ​ການ​ລາວ ​ໄດ້​ເລີ້ມ​ກະກຽມ​ຄວາມພ້ອມ​ຂອງ​ທຸກ​ພາກສ່ວນ
​ເພື່ອ​ຮອງ​ຮັບ​ການ​ທີ່​ລາວ ຈະ​ຕ້ອງ​ເປັນ​ປະທານ​ຂອງ​ອາ​ຊ່ຽນ​ໃນ
​ປີ 2016 ​ແລ້ວ​ ໃນ​ຂະນະ​ນີ້ ​ໂດຍ​ຈະ​ຕ້ອງ​ໄດ້ຈັດ​ກອງ​ປະຊຸມ​ສຸດ
​ຍອດ ເຖິງ 2 ຄັ້ງ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະລັດຖະມົນຕີ​ວ່າ
ການ​ຕ່າງປະ​ເທດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ກະຊວງ​ການ​ຕ່າງປະ​ເທດ ​
ໄດ້​ຮັບ​ການ​ມອບ​ໝາຍ​ຈາກ ທ່ານ​ທອງ​ສິງ​ ທຳ​ມະ​ວົງ ນາຍົກລັດຖະ
ມົນຕີ ​ໃຫ້​ເປັນ​ພາກສ່ວນ​ທີ່​ຮັບຜິດຊອບ ​ໃນ​ການ​ກະກຽມ​ຄວາມ​ພ້ອມ
​ໃນ​ທຸກໆ​ດ້ານ ​ເພື່ອ​ຮອງ​ຮັບ​ການ​ທີ່​ລາວ​ ຈະ​ໄດ້​ເປັນ​ປະທານ​ວຽນ​ຂອງ
​ກຸ່ມອາ​ຊ່ຽນ​ ເປັນ​ສະ​ໄໝ​ທີ 2 ​ໃນ​ປີ 2016 ​ໃຫ້​ໄດ້​ຢ່າງ​ຄັກ​ແນ່.

ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ ການ​ເປັນ​ປະທານ​ວຽນ ​ຂອງ​ກຸ່ມ​ອາ​ຊ່ຽນນັ້ນ ນອກຈາກ​ຈະ​ຕ້ອງ​ຮັບ
ຜິດຊອບ ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ ປະຊຸມ​ລະດັບ​ເຈົ້າໜ້າ​ທີ່​ອາວຸ​ໂສ ​ແລະ ລະດັບ​ລັດຖະມົນຕີ ​ໃນ​ດ້ານ​ຕ່າງໆ ຈຳນວນຫຼາຍສິບ​ຄັ້ງ​ແລ້ວ ກໍ​ຍັງ​ຈະ​ຕ້ອງ​ເປັນ​ເຈົ້າພາບ​ຈັດ​
ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ລັດຖະບານ ​ໃນ​ກຸ່ມ​ອາ​ຊ່ຽນກັບ​ຜູ້ນຳ​ປະ​ເທດ​ຄູ່​ເຈລະຈາ​ຂອງ​
ອາ​ຊ່ຽນ​ອີກ​ດ້ວຍ.

​ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊ່ຽນ ແມ່ນ​ປະກອບ​ດ້ວຍ ຈີນ ຍີ່ປຸ່ນ ​ເກົາຫຼີ​ໃຕ້ ອິນ​ເດຍ ອອສ​ເຕຣ​ເລຍ ນິວຊີ​ແລນ ​ການາດ​າ ຣັດ​ເຊຍ ສະຫະລັດອາ​ເມຣິກາ ​ແລະສະ​ຫະພາບ​ຢູ​ໂຣບ
ຊຶ່ງ​ໝາຍ​ຄວາມ​ວ່າ ​ບັນດາ​ຜູ້ນຳ​ຂອງ​ປະ​ເທດ​ເຫລົ່າ​ນີ້ ກໍ​ຈະ​ຕ້ອງ​ເດີນທາງ​ເຂົ້າມາ​ຮ່ວມ​ກອງ
ປະຊຸມ​ສຸດ​ຍອດ ທີ່​ລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ 2016 ດ້ວຍ​ນັ້ນ​ເອງ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ ຈະ​ຕ້ອງ​ຮັບປະກັນຄວາມ​ປອດ​ໄພ ​ໃຫ້ໄດ້​ຢ່າງ​ຄັກ​ແນ່ ທັງ​ຍັງ​ຈະ​ຕ້ອງກະກຽມ​ ສະຖານ​ທີ່​ຈັດ​ກອງ​ປະຊຸມ ບ້ານ​ພັກ​ຮັບຮອງ​ຜູ້ນຳ ແລະ​ຄະນະ​ຜູ້​ແທນ​ຂອງ​ທຸກ​ປະ​ເທດ ຕະຫລອດ​ຈົນ​ສິ່ງ​ອຳ​ນວຍຄວາມ​ສະດວກ​ຕ່າງໆ ຢ່າງ​ຄົບ​ຊຸດ ​ແລະ​ທີ່ສຳຄັນ​ກໍ​ຄື ການ​ກຽມ​ຄວາມ​ພ້ອມ​ດ້ານ​ບຸກຄະລາ​ກອນ​ ເພື່ອຮອງ​ຮັບ​ວຽກ​ງານ​ທຸກ​ດ້ານ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ດັ່ງ​ທີ່ ທ່ານ​ທອງ​ລຸນ ​ໄດ້​ຢືນຢັນ​ວ່າ:

ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະລັດຖະມົນຕີ​ວ່າການ​ຕ່າງປະ​ເທດ.
ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະລັດຖະມົນຕີ​ວ່າການ​ຕ່າງປະ​ເທດ.

“ຕະຫລອດລະຍະ 17 ປີ ທີ່ ​ສປປ ລາວ ​ໄດ້​ເຂົ້າ​ເປັນ​
ສະມາ​ຊິກອາ​ຊ່ຽນ ພວກ​ເຮົາໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ
​ໃນ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊ່ຽນ ​ແລະ​ໃນ​ປີ
2016 ນີ້ ສປປ ລາວ ກໍ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ປະທານ​
ອາ​ຊ່ຽນ​ອີກ​ຄັ້ງນຶ່ງ ດັ່ງນັ້ນພວກ​ເຮົາ​ຈະ​ຕ້ອງ​ໄດ້​ພ້ອມ
​ກັນ​ສ້າງຄວາມ​ກຽມພ້ອມ​ໃນ​ທຸກ​ດ້ານ​ ເພື່ອ​ຮັບປະກັນ​
ຜົນສຳ​ເລັດ​ ຂອງ​ການເປັນ​ເຈົ້າພາບ ​ແລະ​ເປັນ​ປະ
ທານ​ໃນ​ຄັ້ງນີ້.”

ສປປ.ລາວ ​ໄດ້​ເຂົ້າຮ່ວມ​ເປັນ​ປະ​ເທດ​ສະມາຊິກ ຂອງ​ກຸ່ມ​
ອາ​ຊ່ຽນ​ ນັບ​ຕັ້ງ​ແຕ່​ວັນ​ທີ 23 ກໍ​ລະ​ກົດ 1997 ​ເປັນຕົ້ນມາ ​ໂດຍ​ລາວໄດ້​ເປັນ​ປະທານ​ວຽນ​ຂອງ​ອາ​ຊ່ຽນ​ ຄັ້ງທຳ​ອິດ​ໃນ​ປີ 2004 ທີ່​ຍັງ​ມີ​ການ​ຈັດການ​ປະຊຸມ​ສຸດ​ຍອດ​ຜູ້ນຳ ​ພຽງ​ແຕ່​ຄັ້ງດຽວ​ເທົ່າ​ນັ້ນ ຫາກ​ແຕ່​ການ​ເປັນ​ປະທານ​ໃນ​ປີ 2016 ນັ້ນ ຈະ​ຕ້ອງ​ຈັດ​ກອງ​ປະຊຸມສຸດ
ຍອດ​ລະຫວ່າງ​ຜູ້ນຳ ​ເຖິງ​ 2 ​ຄັ້ງ ທັງກໍ​ຍັງ​ຈະ​ຕ້ອງ​ຈັດກອງ​ປະຊຸມ​ສຸດ​ຍອດ ລະຫວ່າງ​ຜູ້ນຳ
ຂອງ​ອາ​ຊ່ຽນ​ ກັບປະ​ເທດ​ຄູ່​ເຈລະຈາ​ດ້ວຍ​ນັ້ນ ກໍຍ່ອມຈະ​ຕ້ອງ​ໃຊ້​ຈ່າຍ​ງົບປະມານ​ ຢ່າງ​ຫລວງຫຼາຍ​ເຊັ່ນ​ກັນ.

ທາງ​ດ້ານ​ທ່ານ​ລີ​ເບີ ລີ​ບົວ​ປາວ ຜູ້ອຳ​ນວຍ​ການ​ສະຖາ​ບັນ​ວິ​ໃຈ​ເສດ​ຖະ​ກິດແຫ່​ງຊາດ​ລາວ
ກໍ​ຍອມຮັບ​ວ່າ ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ​ຂອງ​ລາວ​ ໃນ​ຕະຫລອດ
ຫຼາຍປີ​ມາ​ນີ້ ຍັງ​ບໍ່​ພຽງພໍ​ສຳ​ຫລັບ​ການ​ທີ່ຈະ​ເຮັດ​ໃຫ້​ມູນ​ຄ່າ​ທາງ​ເສດຖະກິດ​ຂອງ​ລາວ​ທຽບ​ເທົ່າ​ກັບປະ​ເທດ​ສະມາຊິກ​ເກົ່າ​ຂອງ​ອາ​ຊ່ຽນ​ໄດ້​ເລີຍ ​ແລະ​ທີ່​ສຳຄັນ ກໍ​ຄື​ຂະ​ໜາດເສດຖະ
ກິດ​ຂອງ​ລາວ​ຍັງ​ມີ​ມູນ​ຄ່າ​ນ້ອຍ​ທີ່​ສຸດ​ໃນ​ອາ​ຊ່ຽນ​ອີກ​ດ້ວຍ.

ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ (GDP) ຂອງ​ລາວ​ໃນ​ປີ 2012 ມີ​ມູນ​ຄ່າ​ລວມພຽງ 9,200 ລ້ານ​ດອນ​ລານັ້ນ ຈຶ່ງ​ທຽບ​ກັນ​ບໍ່​ໄດ້​ເລີຍ​ກັບ ​ອິນ​ໂດ​ເນ​ເຊຍ ​ໄທ ​ແລະ ​ຫວຽດນາມ ທີ່ GDP ມີ​ມູນ​ຄ່າ​ລວມ 878,000 ລ້ານ​ດອນ​ລາ ກັບ 365,500 ລ້ານ​ດອນ​ລາ ​ແລະ 135,000 ລ້ານ​ດອນ​ລາ ​ຕາມ​ລຳດັບ.

ຍິ່ງ​ໄປ​ກວ່າ​ນັ້ນ ສຳ​ຫລັບ​ປະ​ເທດ​ສະມາ​ຊິກ​ໃໝ່ ຂອງ​ອາ​ຊ່ຽນ​ທີ່​ມີ​ເສດຖະກິດຂະ​ໜາດ​ນ້ອຍ ຄື​ກັບ​ລາວ ​ເຊັ່ນ ​ບຣູນາຍ ​ແລະ ​ກຳປູ​ເຈຍ​ນັ້ນ ມູນ​ຄ່າ GDP ກໍ​ສູງ​ກວ່າ​ລາວ ​ຄື 16,600 ລ້ານ​ດອນ​ລາ​ກັບ 14,000 ລ້ານ​ດອນ​ລາ ຕາມ​ລຳດັບ ​ເພາະສະນັ້ນ ການ​ທີ່ເສດຖະກິດ​ຂອງ​ລາວ ຈະ​ມີ​ມູນ​ຄ່າ​ທຽບ​ເທົ່າ​ກັບປະ​ເທດ​ຂະ​ໜາດ​ໃຫຍ່​ໃນ​ອາ​ຊ່ຽນ​ໄດ້​ນັ້ນ ຍັງ​ຈະ​ຕ້ອງ​
ໃຊ້​ເວລາ​ອີກ​ກວ່າສິບ​ປີ ​ໂດຍ​ຖ້າ​ຫາກ​ວ່າ​ເສດຖະກິດ​ຂອງ​ລາວ​ຍັງ​ຂະຫຍາຍຕົວ​ໃນ​ອັດ​ຕາ
ສະ​ເລ່ຍ 8 ​ເປີ​ເຊັນ​ຕໍ່​ປີ ກໍ​ຄາດ​ວ່າ ລາວ​ຈະ​ເປັນ​ປະ​ເທດ​ທີ່​ມີ​ລະດັບລາຍ​ໄດ້​ສູງ ​ພາຍ​ໃນ​ປີ 2040.

XS
SM
MD
LG