ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກະຊວງ​ແຮງ​ງານລາວ ເລີ່ມກວດກາ ບັນດານາຍຈ້າງ ວ່າໄດ້ຂຶ້ນ ຄ່າແຮງງານ ຂັ້ນຕ່ຳສຸດ ຫຼືບໍ່


ບັນດາພະນັກງານຕັດຍິບ ກຳລັງເຮັດວຽກ ຢູ່ທີ່ໂຮງງານຕັດຍິບ ແຫ່ງໜຶ່ງ.
ບັນດາພະນັກງານຕັດຍິບ ກຳລັງເຮັດວຽກ ຢູ່ທີ່ໂຮງງານຕັດຍິບ ແຫ່ງໜຶ່ງ.

ທາງ​ການ​ລາວ​ຈະ​ດຳ​ເນີນ​ ການ​ກວດກາ​ບັນດາ​ນາຍ​ຈ້າງວ່າ ​
ໄດ້​ຈັດຕັ້ງປະຕິບັດ​ ຕາມ​ການ​ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕ່ຳ
​ສຳ​ຫລັບ​ແຮງ​ງານ ​ໃນ​ປະ​ເທດເປັນ 9 ​ແສນ​ກີບ​ຕໍ່​ເດືອນ
ຢ່າງ​ຄົບ​ຖ້ວນ​ແລ້ວຫຼືບໍ່.

ທ່ານ​ພົງ​ໄຊ​ສັກ ອິນ​ຖາ​ລາດ ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ ກະຊວງ​ແຮງ​ງານ ​ແລະ​ສະຫວັດ
ດີກາ​ນສັງຄົມ ຖະ​ແຫລ​ງຢືນຢັນ​ວ່າ ທາງ​ການ​ກະຊວງ​ແຮງ​ງານ ​ໄດ້​ເລີ່​ມດຳ​ເນີນ​ການ​ກວດ
ກາບັນດາ​ນາຍ​ຈ້າງ​ວ່າ ​ໄດ້​ຈັດຕັ້ງປະຕິບັດ ​ຕາມ​ການ​ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕ່ຳ ສຳ​ຫລັບ​
ຜູ້​ອອກ​ແຮງ​ງານ​ໃນ​ລາວ​ແລ້ວ ຫຼືຍັງ​ ໃນ​ຂະນະ​ນີ້ ​ໂດຍ​ໄດ້​ວາງ​ເປົ້າໝາຍ ທີ່​ຈະ​ດຳ​ເນີນ​ການ​
ດັ່ງກ່າວ ​ໃຫ້​ແລ້ວ​ສຳເລັດ ​ໃນ​ທົ່ວ​ປະ​ເທດ​ໃນ​ເດືອ​ນກັນຍາ 2015 ນີ້ ​ເປັນ​ຢ່າ​ງຊ້າ ​ເພາະ​ເຊື່ອວ່າ ມີນາ​ຍຈ້າງ​ຈຳນວນ​ບໍ່​ນ້ອຍ​ທີ່​ຍັງ​ເອົາ​ປຽບ​ແຮງ​ງານ.

​ໂດຍ​ການ​ກວດກາ​ດັ່ງກ່າວ ​ເປັນ​ການ​ດຳ​ເນີນ​ງານ​ຮ່ວມ​ກັນ ລະຫວ່າງ​ທາງ​ການ​ກະຊວງ​ແຮງ
​ງານ​ກັບ ສະຫະພັນ​ກຳມະບານ​ລາວ ​ແລະ ສະພາການ​ຄ້າ ​ແລະອຸດສາຫະກຳ​ແຫ່ງ​ຊາດ​ໃນ
​ຖານະ​ທີ່​ເປັນ 3 ພາກ​ສ່ວນ ທີ່​ໄດ້​ຮ່ວມ​ກັນ​ສະ​ເໜີ​ຕໍ່​ລັດຖະບານ​ລາວ​ເພື່ອ​ຂໍ​ໃຫ້​ອະນຸມັດ​ການ​
ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕ່ຳ​ໃນ​ຄັ້ງຫຼ້າສຸດ ​ແລະ​ມີ​ຜົນ​ບັງຄັບ​ ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ
1 ​ເມສາ 2015 ​ເປັນຕົ້ນ​ໄປ.

ການ​ອະນຸມັດ​ດັ່ງກ່າວ​ນີ້ ​ເຮັດ​ໃຫ້​ອັດຕາ​ຄ່າ ຈ້າງ​ຂັ້ນຕ່ຳ​ໃນ​ລາວ​ເພີ່ມ​ຂຶ້ນຈາກ 626,000 ກີບ​ເປັນ 9 ​ແສນ​ກີບ​ຕໍ່ເດືອນ ທັງ​ນີ້​ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ສະພາວະ​ຄ່າ​ຄອງ​ຊີບ ທີ່​ສູງ​ຂຶ້ນ ​ແລະ​ເພື່ອ​ດຶງ​ດູດ​ເອົາ​ແຮງ​ງານ​ໃນ​ປະ​ເທດ​ເພື່ອນ​ບ້ານ​ຢ່າງ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ ​ໃຫ້​ກັບ​ຄືນ​ມາ​ໃນ​ຕະຫລາດ​ແຮງ​ງານ​ຂອງ​ລາວ ຢ່າງ​ພຽງພໍ​ກັບ​ຄວາມ​ຕ້ອງການ ທີ່​ເພີ່ມ​ຂຶ້ນນັບ​ມື້.

ບັນດາພະນັກງານ ກຳມະກອນ ກຳລັງແບງເປົາເຂົ້າໄປສົ່ງໃຫ້ລູກຄ້າ
ບັນດາພະນັກງານ ກຳມະກອນ ກຳລັງແບງເປົາເຂົ້າໄປສົ່ງໃຫ້ລູກຄ້າ

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ການ​ປັບ​ຂຶ້ນຄ່າ​ຈ້າງ​ດັ່ງກ່າວ​ນີ້ ຖື​
ເປັນ​ອັດຕາ​ຂັ້ນຕ່ຳ​ສຳ​ຫລັບ ຜູ້​ອອກ​ແຮງ​ງານ​ທີ່​ບໍ່​ມີ​ຝີ​ມື​ເທົ່າ​ນັ້ນ
ຈຶ່ງ​ເຊື່ອ​ວ່າ ຈະ​ບໍ່​ມີ​ຜົນ​ຕໍ່​ສະພາວະ​ການ​ຈ້າງ​ແຮງ​ງານ​ທີ່​ມີ​ຝີ​ມື​
ຢູ່​ໃນ​ລາວ ​ແຕ່​ຢ່າງ​ໃດ ​ໂດຍ​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກົມ​ພັດທະນາ
​ຝີ​ມື​ແຮງ​ງານ ​ແລະ​ຈັດ​ຫາ​ງານ​ຂອງ​ລາວ ກໍ​ຍອມຮັບ​ວ່າ ນັກ​ສຶກ
ສາ​ທີ່​ຈົບ​ການ​ສຶກສາ ​ແຕ່​ລະດັບ​ວິຊາ​ຊີບ​ຊັ້ນສູງ​ຂຶ້ນ​ໄປ ທີ່​ມີ​ຈຳ
ນວນ​ເຖິງ 115,523 ຄົນ​ໃນ​ປີ 2014 ມີ​ໂອກາດ​ຕ່ຳຫຼາຍ ທີ່​ຈະ
​ຖືກ​ວ່າ​ຈາງ​ຈາກ​ບັນດາ​ບໍລິສັດ​ຕ່າງ​ຊາດ ​ທີ່​ລົງທຶນ​ໃນ​ລາວ ​
ເພາະ​ຈາກ​ການ​ເກັບ​ຂໍ້​ມູນ​ກ່ຽວກັບຄວາມ​ເພິ່ງ​ພໍ​ໃຈ ຂອງ​ບັນ​ດາ
​ບໍລິສັດ​ຕ່າງ​ຊາດ ທີ່​ມີ​ຕໍ່​ຄຸນ​ນະພາ​ບຂອງ​ນັກ​ສຶກສາລາ​ວນັ້ນ ພົບ​ວ່າ​ມີ​ພຽງ​ແຕ່ 17,300 ກວ່າ​ຄົນຫຼື 15 ​ເປີ​ເຊັນ​ເທົ່າ​ນັ້ນ ຈາກ​ຈຳນວນ​ທັງ​ໝົດ​ທີ່​ມີ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ ​ໄດ້​ມາດຕະຖານ​ຕາມ​ຄວາມ​ຕ້ອງການ​ຂອງ​ບໍລິສັດ​ຕ່າງ​ຊາດ.

ທັງ​ນີ້​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄ່າ​ນິຍົມ​ດ້ານ​ການ​ສຶກສາ ​ໃນ​ລາວ​ທີ່​ບໍ່​ສອດ​ຄ້ອງ​ກັບ​ສະພາບ​ຕົວ​ຈິງ​ ກໍ​ຄື​ໃນ​ຂະນະ​ທີ່ບັນດາ​ບໍລິສັດ​ຕ່​າງຊາດ ຕ້ອງການ​ວ່າ​ຈ້າງ​ແຮງ​ງານ ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ດ້ານ​ວິຊາ​ຊີ​ບ ​ແລະ​ຊ່າງ​ເຕັກ​ນິກ ຫາກ​ແຕ່​ນັກ​ສຶກສາ​ສ່ວນ​ໃຫຍ່​ໃນ​ລາວ ກັບ​ນິຍົມ​ສຶກສາ ​ແລະ​ຈົບ​ດ້ານ​ບໍລິຫານ​ທຸ​ລະ​ກິດ​ສ່ວນ​ທີ່​ຈົບ​ວິຊາ​ຊີບ​ຊັ້ນສູງ​ສ່ວນ​ໃຫຍ່ ກໍ​ບໍ່​ມີ​ຄຸນ​ນະພາ​ບ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ສາຍ​ອາຊີວະ​ສຶກສາ ​ແລະ​ການ​ສຶກສາ​ຊັ້ນສູູງ ຫຼືມະຫາວິທະຍາ​ໄ​ລນັ້ນ ນັກຮຽນ​ແລະ​ນັກ​ສຶກສາ ມາ​ຮຽນ​ບໍ່​ໄດ້​ຕາມ​ຄາດໝາຍ ການ​ສ້າງ​ຝີ​ມື​ແຮງ​ງານ ກະ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ ​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ແຮງ​ງານ ​ແລະຜູ້​ທີ່​ຮຽນ​ຈົບ​ອາຊີວະ​ສຶກສາລະ​ດັບ​ຊັ້ນສູງ​ຈຳນວນ​ບໍ່​ນ້ອຍ ຊອກ​ວຽກ​ເຮັດ​ງານ​ທຳ​ບໍ່​ໄດ້.”

ພາຍ​ໃຕ້​ສະພາບ​ການ​ດັ່ງ​ກາວນີ້ ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ອັດຕາ​ການ​ວ່າງ​ງານ ​ໃນ​ລາວເພີ່ມ​ຂຶ້ນ​ເຖິງ 7 ​ເປີ​ເຊັນ​ແລ້ວ ​ໃນ​ເວລາ​ນີ້ ຫາກ​ແຕ່​ຍັງ​ເຮັດ​ໃຫ້​ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງ​ຄົມ ຕ້ອງ​ຍອມ​ໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ​ສາມາດ​ນຳ​ແຮງ​ງານ​ຈາກ​ຕ່າງປະ​ເທດ​ເຂົ້າມາ​ໃນ​ລາວ​ໄດ້​ເພີ່​ອມຂຶ້ນນັບ​ມື້​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ທາງ​ການ​ລາວ​ຄາດໝາຍ​ວ່າ ​ໃນ​ຊ່ວງ​ປີ 2011-2015 ບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ໃນ​ລາວ​ຕ້ອງການ​ແຮງ​ງານ​ມີ​ຝີ​ມື ຈຳນວນຫຼາຍກວ່າ 9 ໝື່ນ​ຄົນ ຊຶ່ງ​ໃນ​ໄລຍະ 4 ປີ​ທີ່​ຜ່ານ​ມາ ກໍ​ໄດ້​ມີ​ການ​ນຳ​ເຂົ້າ​ແຮງ​ງານ​ມີ​ຝີ​ມື​ຈາກ​ຕ່າງປະ​ເທດ​ແລ້ວ 2 ໝື່ນ​ກວ່າ​ຄົນ ຈຶ່ງ​ຍັງ​ເຫຼືອອີກ 7 ​ໝື່ນ​ກວ່າ​ຄົນ​ທີ່​ຈະ​ຕ້ອງ​ນຳ​ເຂົ້າມາ​ເພີ່ມ​ຂຶ້ນອີກ​ນັບ​ຈາກ​ປັດຈຸບັນ ຈົນ​ເຖິງ​ທ້າຍ​ປີ 2015 ນີ້.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ກໍ​ໄດ້​ວາງ​ເປົ້າໝາຍ ທີ່​ຈະ​ພັດທະນາ​ເພື່ອ​ຍົກ​ລະດັບ​ຝີ​ມື​ແຮງ​ງານ ຂອງ​ລາວ​ໃຫ້​ໄດ້​ເຖິງ 240,000 ຄົນ​ພາຍ​ໃນ​ປີ 2020 ​ເພື່ອ​ຕອບ​ສະໜອງ​ແຮງ​ງານ​ມີ​ຝີ​ມື ​ໃຫ້​ກັບ​ບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ລົງທຶນ​ຢູ່​ໃນ​ລາວ ​ໃຫ້​ໄດ້​ຢ່າງ​ພຽງພໍ​ຕໍ່​ໄປ.

XS
SM
MD
LG