ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງ​ກາ​ນລາວ​ ຈະ​ເພີ້​ມ ອັດຕາ​ຄວາມ​ໜາ​ແໜ້ນ​ ຂອງ​ປ່າ​ໄມ້ ໃນທົ່ວປະເທດ


ປ່າ​ໄມ້​ຢູ່​ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ​ໄດ້​ລົດ​ລະດັບ​ຄວາມ​ໜາ​ແໜ້ນ​ລົງ​ຢ່າງ​ຫລວງຫຼາຍ ​ໃນ​ລະຍະ 10 ປີມາ​ນີ້ ມີ​ເນື້ອ​ທີ່​ລວມພຽງ 4 ລ້ານ​ກວ່າ​ເຮັກຕາ​ເທົ່າ​ນັ້ນ ​ໃນ​ທົ່ວ​ປະ​ເທດ.
ປ່າ​ໄມ້​ຢູ່​ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ​ໄດ້​ລົດ​ລະດັບ​ຄວາມ​ໜາ​ແໜ້ນ​ລົງ​ຢ່າງ​ຫລວງຫຼາຍ ​ໃນ​ລະຍະ 10 ປີມາ​ນີ້ ມີ​ເນື້ອ​ທີ່​ລວມພຽງ 4 ລ້ານ​ກວ່າ​ເຮັກຕາ​ເທົ່າ​ນັ້ນ ​ໃນ​ທົ່ວ​ປະ​ເທດ.

ທາງ​ກາ​ນລາວ​ ຈະ​ເພີ້​ມອັດຕາ​ຄວາມ​ໜາ​ແໜ້ນ​ ຂອງ​ປ່າ​ໄມ້​
ໃຫ້​ສູງ​ຂຶ້ນ ດ້ວຍ​ການ​ແບ່ງ​ປ່າ​ໄມ້ ​ອອກ​ເປັນ 3 ປະ​ເພດ​ ຢ່າງ
ຊັດ​ເຈນ ກໍ​ຄື​ປ່າ​ປ້ອງ​ກັນ ປ່າ​ສະຫງວນ ​ແລະ​ ປ່າ​ຜະລິດ​ໃນ​
ທົ່ວ​ປະ​ເທດ.

ທ່ານນູລິນ ສິນ​ບັນດິດ ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ​ສິ່ງ​ແວດ​ລ້ອມ
​ທຳ​ມະ​ຊາດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ​ມາດ​ຕະການ​ໜຶ່ງ ທີ່​ຈະ​ເຮັດ​ໃຫ້ການ​ຄຸ້ມ​ຄອງ ​ແລະ​
ປົກ​ປັກ​ຮັກສາ​ຊັບພະຍາກອນ​ປ່າ​ໄມ້​ໃນ​ລາວ ​ໄດ້​ຢ່າງ​ມີ​ປະສິດທິພາບ​ສູງຂຶ້ນ ກໍ​ຄື​ການ​
ກຳນົດ ​ແລະ​ແບ່ງ​ປ່າ​ໄມ້​ອອກ​ເປັນ ​3 ປະ​ເພດ​ຢ່າງ​ຊັດ​ເຈນ ຊຶ່ງ​ປະກອບ​ດ້ວຍ​ປ່າ​ປ້ອງ​ກັນ
ປ່າ​ສະຫງວນ ​ແລະປ່າ​ຜະລິດ​ຕາມ​ລຳດັບ.

​ໂດຍ​ສຳ​ຫລັບ​ປ່າ​ປ້ອງ​ກັນນັ້ນ ​ໄດ້​ມີ​ການ​ປະກາດ​ໃຫ້​ກວມ​ເອົາ​ພື້ນ​ທີ່​ທັງ​ໝົດ 7 ລ້ານ
9 ​ແສນ ​ເຮັກ​ຕາ ຊຶ່ງ​ແບ່ງ​ເປັນ​ປ່າ​ປ້ອງ​ກັນ​ລະດັບ​ຊາດ 49 ​ແຫ່ງ ​ແລະ ປ່າ​ປ້ອງ​ກັນ​ລະດັບ
​ທ້ອງ​ຖິ່ນ 90 ​ແຫ່ງ ​ແຕ່​ການ​ສຳ​ຫລວດ​ໃນ​ລະຍະ​ທີ່​ຜ່ານ​ມາ​ກໍ​ພົບ​ວ່າ ປ່າ​ປ້ອງ​ກັນ​ໃນ​ທົ່ວ
​ປະ​ເທດ​ຍັງ​ຄົງ​ເຫລືອ​ສະພາບ​ປ່າ​ໄມ້​ປົກ​ຫຸ້ມ​ຢູ່​ພຽງ​ແຕ່ 3 ລ້ານ 7 ໝື່ນ​ເຮັກຕາ ​ເທົ່າ​ນັ້ນ.

ສ່ວນ​ເຂດ​ປ່າ​ສະຫງວນ​ນັ້ນ ກໍ​ໄດ້​ປະກາດ​ກວມ​ເອົາ​ພື້ນ​ທີ່​ທັງ​ໝົດ 4 ລ້ານ 7 ​ແສນເຮັກ​ຕາ
ຊຶ່ງ​ແບ່ງເປັນ​ປ່າ​ສະ​ຫງວນ ລະດັບ​ຊາດ 24 ​ແຫ່ງ​ ​ແລະ ປ່າ​ສະຫງວນ​ລະດັບ​ທ້ອງ​ຖິ່ນ 2
​ແຫ່ງ​ໂດຍ​ຈາກ​ການ​ສຳ​ຫລວດ​ຕົວ​ຈິງ​ນັ້ນ ກໍ​ພົບ​ວ່າ​ປ່າ​ສະຫງວນຍັງ​ຄົງ​ເຫລືອ​ສະພາບ​
ປ່າ​ໄມ້​ປົກ​ຫຸ້ມ​ຢູ່​ພຽງ 2 ລ້ານ 2 ​ແສນ​ 1 ໝື່ນ​ເຮັກຕາ​ ເທົ່າ​ນັ້ນ ​ແລະ​ສຳ​ຫລັບ​ປ່າ​ຜະລິດ
ທີ່​ແບ່ງ​ອອກ​ເປັນ 51 ​ເຂດ​ໃນ​ພື້ນ​ທີ່ 3 ລ້ານ 1 ​ແສນ​ເຮັກຕາ​ນັ້ນ ກໍ​ຍັງ​ຄົງ​ເຫລືອ​ສະພາບ​
ປ່າ​ໄມ້​ປົກ​ຫຸ້ມ​ຢູ່​ພຽງ​ແຕ່ 1 ລ້ານ 4​ແສນ 6 ໝື່ນ​ເຮັກຕາ ​ເທົ່າ​ນັ້ນ.

ການຖາງ ແລະ ເຜົາປ່າ ເພື່ອເຮັດໄຮ່ ເລື່ອນລອຍ ຂອງປະຊາຊົນລາວ ແມ່ນເຫດຜົນສ່ວນນຶ່ງ ທີ່ເຮັດໃຫ້ຄວາມໜາແໜ້ນຂອງປ່າໄມ້ ໃນລາວລົດລົງ.
ການຖາງ ແລະ ເຜົາປ່າ ເພື່ອເຮັດໄຮ່ ເລື່ອນລອຍ ຂອງປະຊາຊົນລາວ ແມ່ນເຫດຜົນສ່ວນນຶ່ງ ທີ່ເຮັດໃຫ້ຄວາມໜາແໜ້ນຂອງປ່າໄມ້ ໃນລາວລົດລົງ.

ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ນູລິນ ກໍ​ຍັງ​ຍອມຮັບ​ດ້ວຍ​ວ່າ ປ່າ​ໄມ້
​ຢູ່​ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ​ໄດ້​ລົດ​ລະດັບ​ຄວາມໜາ
​ແໜ້ນ​ລົງ​ຢ່າງ​ຫລວງຫຼາຍ​ໃນ​ລະຍະ 10 ປີມາ​ນີ້ ​ໂດຍ​ຈາກ
​ການ​ສຳ​ຫລວດ​ໃນ​ປີ 2013 ພົບ​ວ່າ​ເຂດ​ປ່າ​ສະຫງວນ ແຫ່ງ
​ຊາດ ທີ່ຢູ່​ພາຍ​ໃຕ້​ຄວາມ​ຮັບຜິດຊອບ ຂອງ​ກະຊວງ​ຊັບພະ
ຍາກອນ​ແລະ​ສິ່ງ​ແວດ​ລ້ອມ ທຳ​ມະ​ຊາດ​ນັ້ນ ມີ​ເນື້ອ​ທີ່​ລວມ
ພຽງ 4 ລ້ານ​ກວ່າ​ເຮັກຕາ​ເທົ່າ​ນັ້ນ ​ໃນ​ທົ່ວ​ປະ​ເທດ.

ຫາກ​ແຕ່​ໃນ​ປັດຈຸບັນ​ກໍ​ເຊື່ອ​ວ່າ ລະດັບ​ຄວາມ​ໜາ​ແໜ້ນ​ ຂອງ
​ປ່າ​ໄມ້​ໃນ​ເຂດ​ປ່າ​ສະຫງວນ​ດັ່ງກ່າວ ​ໄດ້​ລົດ​ລົງ​ເຫລືອ​ຢູ່​ບໍ່​ເຖິງ
4 ລ້ານ​ເຮັກຕາ ​ໂດ​ຍນອກຈາກ​ຈະ​ມີ​ສາ​ເຫດ​ມາ​ຈາກການ​ຖາງ
​ແລະ ​ເຜົາ​ປ່າ ​ເພື່ອ​ເຮັດ​ໄຮ່​ເລື່ອນລອຍ ​ຂອງ​ປະຊາຊົນ​ລາວ​ແລ້ວ
ກໍ​ຍັງ​ມີ​ສາ​ເຫດ​ສຳຄັນມາ​ຈາກ​ການ​ລັກລອບ​ຕັດ​ໄມ້​ ເພື່ອ​ການ​ຄ້າ​ຜິດ​ກົດໝາຍ ທີ່​ເກີດ​ຂຶ້ນ
ຢ່າງ​ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ​ລາວ ​ໃນ​ປັດຈຸບັນ​ນີ້.

​ໂດຍ​ສະ​ເພາະ​ແມ່ນ​ການ​ທີ່​ບັນດາ​ພໍ່ຄ້າ​ໄມ້​ໄດ້​ວ່າ​ຈ້າງ​ໃຫ້​ປະຊາຊົນ​ລາວ ​ໃນ​ລະດັບ​
ທ້ອງ​ຖິ່ນ​ເພື່ອ​ໃຫ້ເຂົ້າ​ໄປ​ລັກລອບ​ຕັດ​ໄມ້​ໃນ​ເຂດ​ປ່າ​ສະຫງວນ​ແຫ່​ງຊາດ​ນັ້ນ ຖື​ເປັນ​
ບັນຫາ​ທີ່​ໄດ້​ເກີດ​ຂຶ້ນຢ່າງ​ກວ້າງຂວາງ​ທີ່​ສຸດ​ໃນ​ເວລາ​ນີ້ ທັງ​ກໍ​ຍັງ​ເປັນ​ການ​ຍາກ​ທີ່​ຈະ
​ປ້ອງ​ກັນ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ​ໄດ້​ຢືນຢັນ​ວ່າ:

“ການ​ບຸກລຸກ​ປ່າ​ສະຫງວນ ປ່າ​ປ້ອງ​ກັນນີ້ ມັນ​ມີຫຼາຍສາ​ເຫດ ​ເປັນຕົ້ນນີ້​ແມ່ນ​ການ
ຖາງ​ປ່າ​ເຮັດໄຮ່​ຫັ້ນ ​ໄຟ​ໄໝ້​ປ່າ​ແລ້ວ​ກະ​ມີ​ນັກ​ທຸລະ​ກິດ​ຈຳນວນ​ໜຶ່ງ​ທີ່ຢູ່​ເບື້ອງ​ຫລັງ
​ໃຫ້​ປະຊາຊົນ​ລັກລອບ​ຕັດ​ໄມ້​ ໂດຍ​ນຳ​ໃຊ້​ລົດໄຖ​ນາ​ຫັ້ນ​ ແລ້ວ​ໄປແກ່​ໄມ້​ໃນ​ກາງ​ຄືນ ອັນ​ນີ້​ຍາກ​ໃນ​ການ​ສະກັດ​ກັ້ນ.”

​ເຈົ້າໜ້າ​ທີ່​ຂັ້ນສູງຍັງ​ໄດ້​ໃຫ້ການ​ຍອມຮັບ​ດ້ວຍ​ວ່າ ນອກຈາກ​ການ​ລັກລອບ​ຕັດ​ໄມ້​ ໃນ
​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ​ດັ່ງກ່າວ​ແລ້ວ ​ເຂດ​ປ່າ​ປ້ອງ​ກັນ ​ໃນ​ລາວ​ທີ່​ມີ​ພື້ນ​ທີ່​ກວ້າງ​ກວ່າ
7 ລ້ານເຮັກຕາ ​ໃນ​ທົ່ວ​ປະ​ເທດ​ລາວ​ໃນ​ປັດຈຸບັນ​ນີ້ ກໍ​ກຳລັງ​ຕົກ​ຢູ່​ພາຍ​ໃຕ້​ສະພາບ​ບັນຫາ​
ດຽວ​ກັນ.

ກ່ອນ​ໜ້າ​ນີ້ ໜ່ວຍ​ຕຳຫລວດ​ສະ​ເພາະ​ກິດ​ຂອງ​ລາວ​ຢຶດ​ໄມ້​ທີ່​ລັກລອບ​ຕັດ​ໂດຍ​ຜິດ​ກົດໝາຍ ​ໄດ້ຫຼາຍກວ່າ 8 ​ແສນແມັດ​ກ້ອນ​ໃນ​ຊ່ວງ 6 ​ເດືອນ​ທຳ​ອິດ​ຂອງ​ປີ 2014 ນີ້ ​ໂດຍ​ໄມ້ ​ທີ່​ຢຶດໄດ້ ດັ່ງ​ກ່າວ ມີປະລິມານຫຼາຍກວ່າ ​ໄມ້​ທີ່​ທາງ​ການ​ລາວ​ອະນຸຍາດ​ໃຫ້​ຕັດ​ຢ່າງ​ຖືກຕ້ອງ​ໃນ​ລະຍະ​ດຽວ​ກັນ​ນີ້​ເຖິງ 8 ​ເທົ້າ​ຕົວ.

XS
SM
MD
LG