ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ລາວ​​ລະດົມ​ທຶນ ຈາກ​ພາກ​ເອກະ​ຊົນ ​ແລະ​ປະຊາຊົນ​ ​​ເພື່ອ​ບູລະນະ ປະຕິສັງຂອນ ຫໍພະ​ແກ້ວ


ຫໍພະ​ແກ້ວ​ໃນ​ນະຄອນຫລວງ​ວຽງ​ຈັນ.
ຫໍພະ​ແກ້ວ​ໃນ​ນະຄອນຫລວງ​ວຽງ​ຈັນ.

ທາງ​ການ​ລາວ​ຕ້ອງການ​ລະດົມ​ ການ​ປະກອບ​ສ່ວນ ຈາກ​ພາກ​
ເອກະ​ຊົນ ​ແລະ​ປະຊາຊົນ​ລາວ ​ໃຫ້​ໄດ້ຫຼາຍກວ່າ 8 ຕື້​ກີບ ​ເພື່ອ​
ນຳ​ໃຊ້​ໃນ​ການ​ບູລະນະປະຕິສັງຂອນ ຫໍພະ​ແກ້ວ​ໃນ​ນະຄອນ
ຫລວງ​ວຽງ​ຈັນ ​ໃນ​ເດືອນ​ຕຸລາ​ນີ້.

ທ່ານ​ບຸນ​ສະໜອງ ສີຫະລາດ ຫົວໜ້າ​ກົມ​ວິຈິດ​ສິນ​ຂອງ​ກະຊວງ​ຖະ​ແຫລງ​ຂ່າວ ວັດທະ
ນະທຳ ແລະທ່ອງ​ທ່ຽວ ຖະ​ແຫລ​ງວ່າ​ໂຄງ​ສ້າງ​ຂອງ​ຫໍພະ​ແກ້ວ​ກຳລັງ​ຕົກ​ຢູ່​ໃນ​ສະພາບ
ທີ່​ຊຸດ​ໂຊມ​ຢ່າງ​ໜັກ ​ແລະຈຳ​ເປັນ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ບູລະນະ​ປະຕິສັງ​ຂອນ ຢ່າງ​ຮີບ
​ດ່ວນ​ທີ່​ສຸດ ​ໂດຍ​ກະຊວງ​ຖະ​ແຫ​ລງຂ່າວຯ ​ໄດ້​ວາງ​ແຜນການ​ທີ່​ຈະ​ເລີ້ມ​ການ​ບູລະນະ​ປະ
ຕິສັງ​ຂອນ ນັບ​ແຕ່​ເດືອນ​ຕຸລາ 2014 ນີ້​ເປັນຕົ້ນ​ໄປ.

ແຕ່ເນື່ອງຈາກວ່າການ​ບູລະນະ​ປະຕິສັງ​ຂອນດັ່ງກ່າວ ຈະຕ້ອງໃຊ້ງົບປະມານ ຈຳນວນຫຼາຍ ແລະລັດຖະບານລາວ ກໍສາມາດຕອບສະໜອງງົບປະມານໄດ້ຢ່າງຈຳກັດ ຈຶ່ງເຮັດໃຫ້ຕ້ອງ ລະດົມການປະກອບສ່ວນ ຈາກພາກເອກະຊົນ ແລະປະຊາຊົນລາວ ໂດຍທົ່ວໄປໃຫ້ໄດ້ ຫຼາຍກວ່າ 8 ຕື້ກີບ ຈຶ່ງຈະພຽງພໍ ສຳຫລັບນຳໃຊ້ໃນ ການບູລະນະ ປະຕິສັງຂອນ ຫໍພະແກ້ວ ໄດ້ຢ່າງຄົບຖ້ວນ ຊຶ່ງປະກອບດ້ວຍໂຄງສ້າງຫລັງຄາ ພື້ນ ແລະຝາທັງພາຍໃນ ແລະ ພາຍນອກ.

ທ່ານບຸນສະໜອງ ບອກວ່ານັບແຕ່ຫໍພະແກ້ວໄດ້ຖືກສ້າງຂຶ້ນນັບຕັ້ງແຕ່ປີ 1565 ເປັນຕົ້ນມາ ໄດ້ມີການບູລະນະປະຕິສັງຂອນມາແລ້ວ ພຽງແຕ່ 2 ຄັ້ງເທົ່ານັ້ນ ກໍຄືໃນປີ 1816 ທີ່ບູລະນະ ປະຕິສັງຂອນ ໂດຍເຈົ້າອະນຸວົງ ແລະໃນປີ 1957 ທີ່ບູລະນະປະຕິສັງຂອນ ໂດຍເຈົ້າ ເພັດຊະລາດ ແລະສຳຫລັບ ການບູລະນະປະຕິສັງຂອນ ໃນຄັ້ງທີ 3 ນີ້ ກໍຈະໃຫ້ແລ້ວ ສຳເລັດໃນປີ 2015 ເພື່ອສະເຫລີມ ສະຫລອງ ການສະຖາປະນາ ສປປ.ລາວ ຄົບຮອບ 40 ປີ ແລະ ການສ້າງຕັ້ງ ພັກປະຊາຊົນ ປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ດັ່ງທີ່ເຈົ້າໜ້າທີ່
ລາວໄດ້ຊີ້ແຈງວ່າ:

“ຫ້ອງວ່າການປະທານປະເທດ ຈຶ່ງສະເໜີມາຍັງໂຄງການ ໃຫ້ຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມແຜນການໃນປີ 2015 ຊຶ່ງແມ່ນປີສະເຫລີມສະຫລອງ ສປປ.ລາວ ຄົບຮອບ 40 ປີ ແລະສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ພ້ອມນັ້ນກໍເປັນການລະດົມທຶນຮອນ ປະຕິສັງຂອນພະແກ້ວ ໃຫ້ດຳເນີນໄປ ຢ່າງເປັນຮູບປະທຳ ໃຫ້ທັນກັບການສະເຫລີມສະຫລອງ ວັນສ້າງ
ຕັ້ງຫໍພະແກ້ວຄົບຮອບ 450 ປີ 1556 ຫາປີ 2015.”

ທາງການລາວກໍຍັງມີແຜນການ ທີ່ຈະນຳສະເໜີຕໍ່ອົງການ UNESCO ເພື່ອໃຫ້ການຮັບຮອງທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ເປັນມໍລະດົກໂລກ.
ທາງການລາວກໍຍັງມີແຜນການ ທີ່ຈະນຳສະເໜີຕໍ່ອົງການ UNESCO ເພື່ອໃຫ້ການຮັບຮອງທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ເປັນມໍລະດົກໂລກ.

ໂດຍນອກຈາກການບູລະນະປະຕິສັງຂອນ ຫໍພະແກ້ວແລ້ວ
ທາງການລາວກໍຍັງມີແຜນການ ທີ່ຈະນຳສະເໜີຕໍ່ອົງການ
UNESCO ເພື່ອໃຫ້ການຮັບຮອງທົ່ງໄຫຫິນເປັນມໍລະດົກໂລກ
ໂດຍການກະກຽມ ທີ່ຜ່ານມາກໍໄດ້ຄືບໜ້າໄປຫຼາຍແລ້ວ ເຊັ່ນ
ທາງການແຂວງຊຽງຂວາງ ໄດ້ມີການຄຸ້ມຄອງ ແລະຂຶ້ນທະບຽນ
ໄຫຫິນໄດ້ແລ້ວຫຼາຍກວ່າ 2,000 ໜ່ວຍໃນ 70 ກວ່າ ພື້ນທີ່
ແລະກໍຄາດວ່າການດຳເນີນ ການຂຶ້ນທະບຽນ ໄຫຫິນຈະແລ້ວ
ສຳເລັດທັງໝົດພາຍໃນປີ 2014 ນີ້.

ແຕ່ຢ່າງໃດກໍຕາມ ທາງການແຂວງຊຽງຂວາງກໍຍັງບໍ່ມີກຳນົດ
ທີ່ຊັດເຈນວ່າ ຈະສາມາດຍື່ນຂໍ້ສະເໜີດັ່ງກ່າວຕໍ່ອົງການ
UNESCO ໄດ້ເມື່ອໃດ ເນື່ອງຈາກວ່າ ຈະຕ້ອງດຳເນີນການຂຶ້ນທະບຽນໄຫຫິນໃຫ້ສຳເລັດ ສົມບູນເສຍກ່ອນ ໂດຍຍັງເຫລືອໃນອີກ 50 ກວ່າພື້ນທີ່ ແລະພ້ອມກັນນີ້ ກໍຍັງຈະຕ້ອງ
ສຶກສາອົບຮົມ ປະຊາຊົນລາວ ເພື່ອໃຫ້ການຮ່ວມມືເຂົ້າໃນ ການຄຸ້ມຄອງໄຫຫິນດ້ວຍ.

ໂດຍອິງຕາມແຜນການ ພັດທະນາການທ່ອງທ່ຽວ ໃນຊ່ວງປີ 2013-2015 ລັດຖະບານ
ລາວ ໄດ້ວາງເປົ້າໝາຍ ທີ່ຈະສະເໜີຕໍ່ອົງການ UNESCO ເພື່ອໃຫ້ການຮັບຮອງ ສະຖາ
ນະພາບ ຂອງການເປັນ ມໍລະດົກໂລກຢູ່ໃນລາວ ເພີ້ມຂຶ້ນອີກ 2 ແຫ່ງ ກໍຄືເຂດທົ່ງໄຫຫິນ
ໃນແຂວງຊຽງຂວາງດັ່ງກ່າວ ແລະພູຫິນໜາມໜໍ່ ໃນແຂວງຄຳມ່ວນ ຊຶ່ງຖ້າຫາກເປັນໄປ
ຕາມແຜນການ ທີ່ວາງໄວ້ກໍຈະເຮັດໃຫ້ມີມໍລະດົກໂລກ ທາງທຳມະຊາດແຫ່ງທຳອິດ ໃນ
ລາວອີກດ້ວຍ.

ທັງນີ້ທາງການລາວເຊື່ອວ່າ ການມີມໍລະດົກໂລກໃນລາວເພີ້ມຂຶ້ນ ຈະດຶງດູດໃຫ້ນັກທ່ອງ
ທ່ຽວຊາວຕ່າງຊາດ ເດີນທາງເຂົ້າມາໃນລາວ ຫຼາຍຂຶ້ນ ໂດຍກະຊວງຖະແຫລງຂ່າວຯ
ລາຍງານວ່າ ມີຊາວຕ່າງຊາດ ເດີນທາງເຂົ້າມາ ທ່ອງທ່ຽວໃນລາວຫຼາຍກວ່າ 3 ລ້ານ 7
ແສນຄົນໃນປີ 2013 ຊຶ່ງເພີ້ມຂຶ້ນຈາກ 3 ລ້ານ 3 ແສນຄົນໃນປີ 2012 ທັງຍັງຖືເປັນ
ຈຳນວນ ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນລາວ ເກີນກວ່າແຜນການ ໃນປີ 2015
ອີກດ້ວຍ.

ສຳຫລັບໃນປີ 2014 ນີ້ ທາງການກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຄາດໝາຍໄວ້ວ່າຈະມີນັກທ່ອງທ່ຽວຕ່າງຊາດເຖິງ 4 ລ້ານ 2 ແສນຄົນທີ່ຈະໄດ້ເດີນທາງ ເຂົ້າມາທ່ອງທ່ຽວໃນລາວ ໂດຍຈະເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບຫຼາຍກວ່າ
640 ລ້ານດອນລາ ໃນຕະຫລອດປີນີ້.

XS
SM
MD
LG