ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວຄາດວ່າ ຈະນຳເຂົ້າ ນ້ຳມັນເຊື້ອໄຟ ຫຼາຍກວ່າ 1,200 ລ້ານລິດ ໃນປີ 2015


ເຈົ້າໜ້າທີ່ ຂອງທາງການລາວ ກວດສອບ ຄຸນນະພາບ ຂອງນ້ຳມັນເຊື້ອໄຟ ຢູ່ຕາມປ້ຳຕ່າງໆ.
ເຈົ້າໜ້າທີ່ ຂອງທາງການລາວ ກວດສອບ ຄຸນນະພາບ ຂອງນ້ຳມັນເຊື້ອໄຟ ຢູ່ຕາມປ້ຳຕ່າງໆ.

ທາງການລາວຄາດວ່າ ຈະມີການນຳເຂົ້ານ້ຳມັນເຊື້ອໄຟ ໃນ
ປະລິມານລວມ ຫຼາຍກວ່າ 1,200 ລ້ານລິດ ໃນຕະຫລອດປີ
2015 ນີ້ ໂດຍຈະເພີ້ມຂຶ້ນຈາກປີ 2014 ໃນອັດຕາສະເລ່ຍ
ຫຼາຍກວ່າ 32 ເປີເຊັນ.

ກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ ການນຳເຂົ້ານ້ຳມັນເຊື້ອໄຟ ຈາກຕ່າງ
ປະເທດ ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນປີ 2014 ທີ່ຜ່ານມາ ລາວໄດ້ນຳເຂົ້ານ້ຳມັນ
ເຊື້ອໄຟ ໃນປະລິມານລວມເຖິງ 960 ກວ່າລ້ານລິດ ທີ່ເຖິງແມ່ນວ່າ ຈະມີມູນຄ່າການນຳເຂົ້າ ລົດລົງຈາກປີ 2013 ກໍຕາມ ຫາກແຕ່ກໍເປັນຍ້ອນການປັບຕົວລົດລົງ ຂອງລາຄານ້ຳມັນ ເຊື້ອໄຟ ໃນຕະຫລາດໂລກ ສ່ວນໃນດ້ານປະລິມານ ການນຳເຂົ້ານັ້ນ ຍັງເພີ້ມຂຶ້ນໃນອັດຕາ ສະເລ່ຍເກີນກວ່າ 5 ເປີເຊັນ ເມື່ອທຽບລະຫວ່າງປີ 2013 ກັບປີ 2014 ດັ່ງກ່າວ.

ຍິ່ງໄປກວ່ານັ້ນ ດ້ວຍສະພາບການທີ່ມີການລົງທຶນຂອງພາກເອກະຊົນລາວ ແລະຕ່າງຊາດ
ໃນລາວ ເພີ້ມຂຶ້ນນັບມື້ ກໍຍັງເຮັດໃຫ້ທາງການກະຊວງອຸດສາຫະກຳ ແລະ ການຄ້າ ຄາດ ໝາຍວ່າ ໃນປີ 2015 ນີ້ ການນຳເຂົ້ານ້ຳມັນເຊື້ອໄຟຂອງລາວ ຈະເພີ້ມຂຶ້ນ ເປັນບໍ່ຕ່ຳກວ່າ
1,270 ລ້ານລິດ ຊຶ່ງເພີ້ມຂຶ້ນຈາກປີ 2014 ໃນອັດຕາສະເລ່ຍ ຫຼາຍກວ່າ 32 ເປີເຊັນ ແລະ ຄິດເປັນມູນຄ່າຫຼາຍກວ່າ 780 ລ້ານດອນລາ ຕາມລະດັບ ລາຄານ້ຳມັນເຊື້ອໄຟ ຂອງ
ຕະຫລາດໂລກໃນປັດຈຸບັນ.

ສະພາບຍວດຍານພາຫະນະ ທີ່ຕິດຂັດ ຕາມເສັ້ນທາງຕ່າງໆ ໃນນະຄອນ ຫລວງວຽງຈັນ ສາເຫດອັນນຶ່ງເປັນຍ້ອນ ການນຳເຂົ້າລົດລາ ຢ່າງຫຼວງ ຫຼາຍ ຈາກຕ່າງປະເທດ.
ສະພາບຍວດຍານພາຫະນະ ທີ່ຕິດຂັດ ຕາມເສັ້ນທາງຕ່າງໆ ໃນນະຄອນ ຫລວງວຽງຈັນ ສາເຫດອັນນຶ່ງເປັນຍ້ອນ ການນຳເຂົ້າລົດລາ ຢ່າງຫຼວງ ຫຼາຍ ຈາກຕ່າງປະເທດ.

​ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກົມພາສີ ກະຊວງການເງິນ
ໄດ້ຢືນຢັນວ່າ ການນຳເຂົ້ານ້ຳມັນເຊື້ອໄຟເພີ້ມຂຶ້ນດັ່ງກ່າວ
ບໍ່ພຽງແຕ່ຈະເຮັດໃຫ້ລາວ ຕ້ອງປະເຊີນກັບການຂາດດຸນ
ການຄ້າຕ່າງປະເທດເພີ້ມຂຶ້ນເທົ່ານັ້ນ ຫາກແຕ່ກໍຍັງຈະເຮັດ
ໃຫ້ລັດຖະບານລາວ ຕ້ອງສູນເສຍລາຍຮັບຈາກພາສີອາກອນ
ເພີ້ມຂຶ້ນອີກດ້ວຍ ເນື່ອງຈາກວ່າ ລັດຖະບານລາວ ໄດ້ຍົກເວັ້ນ
ການເກັບພາສີອາກອນການນຳເຂົ້າສິນຄ້າ ໃຫ້ແກ່ບັນດາ
ບໍລິສັດຕ່າງຊາດ ທີ່ລົງທຶນຢູ່ໃນລາວ ໃນຫຼາຍລາຍການ ຊຶ່ງ
ລວມເຖິງນ້ຳມັນເຊື້ອໄຟດ້ວຍ ໂດຍຈະເຫັນໄດ້ຈາກໃນປີ 2014
ທີ່ຜ່ານມາ ກໍປາກົດວ່າ ລັດຖະບານລາວ ຕ້ອງສູນເສຍລາຍຮັບ
ຈາກການຍົກເວັ້ນພາສີດັ່ງກ່າວ ຄິດເປັນມູນຄ່າ ລວມຫຼາຍກວ່າ 1,600 ຕື້ກີບ ຫຼື ຫຼາຍກວ່າ 200 ລ້ານດອນລາ.

ທັງນີ້ໂດຍປະເພດສິນຄ້າ ທີ່ນຳເຂົ້າຈາກຕ່າງປະເທດ ທີ່ເຮັດໃຫ້ທາງການລາວ ຕ້ອງສູນເສຍ ລາຍຮັບຫຼາຍທີ່ສຸດນັ້ນ ກໍຄືຍານພາຫະນະ ນ້ຳມັນເຊື້ອໄຟ ເຄື່ອງຈັກ ແລະ ເຄື່ອງມືຕ່າງໆ ທີ່ບັນດາຜູ້ລົງທຶນ ໄດ້ນຳເຂົ້າມາເພື່ອໃຊ້ສອຍ ໃນໂຄງການລົງທຶນ ຂອງພວກຕົນ.

ຍິ່ງໄປກວ່ານັ້ນ ການຍົກເວັ້ນພາສີອາກອນດັ່ງກ່າວ ຍັງໄດ້ສົ່ງຜົນກະທົບ ຕໍ່ລະບົບການຄ້າ
ຢູ່ພາຍໃນລາວ ຢ່າງກວ້າງຂວາງອີກດ້ວຍ ໂດຍສະເພາະແມ່ນການຍົກເວັ້ນພາສີອາກອນ
ໃຫ້ແກ່ການນຳເຂົ້ານ້ຳມັນເຊື້ອໄຟນັ້ນ ໄດ້ກາຍເປັນຊ່ອງທາງ ເຮັດໃຫ້ບໍລິສັດຕ່າງຊາດ
ຈຳນວນໜຶ່ງ ໄດ້ພາກັນນຳເຂົ້ານ້ຳມັນເຊື້ອໄຟເກີນກວ່າຄວາມຕ້ອງການ ທີ່ເປັນຈິງ ແລ້ວ
ລັກລອບຈຳໜ່າຍໃຫ້ແກ່ ບັນດາຜູ້ຄ້ານ້ຳມັນລາຍຍ່ອຍຢູ່ໃນລາວ ໂດຍທີ່ບໍ່ເສຍພາສີ
ອາກອນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນກົມພາສີຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ໃນ​ເມື່ອ​ວ່າ​ນ້ຳມັນ​ດັ່ງກ່າວ​ນີ້ ​ເອົາ​ໄປ​ລົງ​ປ້ຳ​ ແລ້ວ​ມັນ​ກະ​ສ້າງ​ຄວາມ​ວຸ້ນວາຍ​ໃຫ້
ຕະຫຼາດ​ນ້ຳ​ມັນ​ຂອງ​ພວກ​ເຮົາ ​ເພ​າະວ່າ ບໍລິ​ສັດ​ທີ່​ເຮັດ​ຖືກຕ້ອງ​ ແລ້ວ​ເອົາ​ນ້ຳມັນ
ໄປ​ສົ່ງ​ໃຫ້ປ້ຳ​ຫັ້ນ ຖື​ວ່າ​ປ້ຳ​ຫັ້ນ​ກະຈະ​ໄດ້​ກຳ​ໄລ​ລິດ​ໜຶ່ງ 150 ກີບ ນ້ຳມັນ​ໂຄງການ​
ນ້ຳມັນ​ຍົກ​ເວັ້ນພາສີ​ ເພິິ່ນ​ເອົາ​ໄປ​ລົງ​ໃຫ້ປ້ຳນີ້​ເພິ່ນ​ກໍ່​ໃຫ້ກຳ​ໄລ​ພໍ່​ຄ້າ​ຜູ້​ບໍ​ລິ​ການ​ປ້ຳ​
ຫັ້ນ​ ລິ​ດໜຶ່ງ 400 ຫາ 500 ຮອດ 1,100-1,200 ກີບ ຕໍ່​ລິດ”

ໂດ​ຍ​ໃນ​ໄລ​ຍະ 3 ​ເດືອນ​ຕົ້ນ​ປີ 2015 ນີ້​ກໍ່​ປະກົດ​ວ່າ ​ບັນ​ດາ​ບໍ​ລິສັດ​ຕ່າງຊາດ​ທີ່​ລົງທຶນ​ຢູ່​ໃນ
​ລາວ ​ໄດ້​ນຳ​ເຂົ້ານ້ຳ​ມັນ​ເຊື້ຶອ​ໄຟ​ແລ້້ວ​ ຄິດ​ເປັນ​ປະລິມານລວມເກີນ​ກວ່​າ 75 ລ້ານ​ລິດ ​ແລະ
ຄາດ​ວ່າ​ ຈະ​ມີ​ການ​ນຳ​ເຂົ້າ​ລວມກັນ​ຫຼານ​ກວ່າ 300 ລ້ານ​ລິດ​ໃນ​ຕະຫຼອດ​ປີ 2015 ນີ້ ​ແ​ລະ
​ຖ້າ​ຫາກ​ວ່າ​ເຈົ້າ​ໜ້າ​ທີ່​ພາສີ ຂອງ​ລັດຖະບານລາວ ປະຕິ​ບັດ​ໜ້າ​ທີ່ ໃນ​ການ​ກວດກາ​ ຢ່າງ​ບໍ່​
ມີ​ປະສິດທິພາ​ບດ້ວຍ​ແລ້ວ​ ກໍຍັງ​ຈະ​ເປີດ​ໂອກາດ​ໃຫ້​ມີ​ການ​ລັກລອບ​ນຳ​ເຂົ້າ​ ນ້ຳມັນ​ເຊື້ອ​ໄຟ​
ເກີນ​ກວ່າ​ລະດັບ​ຄວາມ​ຕ້ອງການ ​ທີ່​ເປັນ​ຈິງ​ອີກ​ດ້ວຍ.

XS
SM
MD
LG