ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ແລະ ຫວຽດນາມ ຈະເພີ້ມມູນຄ່າ ການຄ້າ ໃນປີ 2015 ໃຫ້ຫຼາຍຂຶ້ນ ເຖິງ 40 ເປີເຊັນ


ພິທີລົງນາມ ສັນຍາການຄ້າ ຊາຍແດຍ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ.
ພິທີລົງນາມ ສັນຍາການຄ້າ ຊາຍແດຍ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ.

ທາງການລາວກັບຫວຽດນາມຕົກລົງຈະເພີ້ມມູນຄ່າ ລະຫວ່າງກັນ
ໃນປີ 2015 ໃຫ້ໄດ້ບໍ່ຕ່ຳກວ່າ 40 ເປີເຊັນ ເມື່ອທຽບກັບປີ 2014
ທັງຍັງແນໃສ່ການພັດທະນາເຂດເສດຖະກິດຊາຍແດນຮ່ວມກັນ
ກັບກຳປູເຈຍອີກດ້ວຍ.

ທ່ານຄຳເຜີຍ ແກ້ວກິນນາລີ ຮອງປະທານຄະນະກຳມາທິການຮ່ວມມືລາວກັບຫວຽດນາມ
ຖະແຫລງວ່າ ເປົ້າໝາຍທາງການຄ້າ ລະຫວ່າງລາວກັບຫວຽດນາມ ໃນປີ 2015 ນີ້ ຄືການ
ເພີ້ມມູນຄ່າການຄ້າລະຫວ່າງກັນໃຫ້ໄດ້ເຖິງ 2,000 ລ້ານໂດລາ ຫຼືເພີ້ມຂຶ້ນໃນອັດຕາ
ສະເລ່ຍ 40 ເປີເຊັນ ໃຫ້ໄດ້ຢ່າງເປັນຮູບປະທຳ ເມື່ອທຽບກັບປີ 2014 ທັງນີ້ດ້ວຍການ
ອຳນວຍ ຄວາມສະດວກ ໃນາການຂົນສົ່ງ ແລະ ການກວດກາສິນຄ້າແບບປະຕູດຽວ ຫຼື
One Stop Service ຢູ່ດ່ານຊາຍແດນລະຫວ່າງກັນ ທີ່ໄດ້ເລີ້ມການຈັດຕັ້ງປະຕິບັດ
ຢູ່ທີ່ດ່ານລາວບາວຂອງຫວຽດນາມ ກັບດ່ານແດນສະຫວັນ ໃນແຂວງສະຫວັນນະເຂດ
ຂອງ ລາວ ເປັນແຫ່ງທຳອິດນັບແຕ່ວັນທີ 7 ມັງກອນ 2015 ເປັນຕົ້ນມາແລ້ວ.

ດ່ານຊາຍແດນ ລາວບາວ-ບ້ານແດນສະຫວັນ ລະຫວ່າງຫວຽດນາມ ກັບລາວ.
ດ່ານຊາຍແດນ ລາວບາວ-ບ້ານແດນສະຫວັນ ລະຫວ່າງຫວຽດນາມ ກັບລາວ.

ການຈັດຕັ້ງປະຕິບັດລະບົບ One Stop Service ດັ່ງກ່າວ
ເປັນຜົນຈາກກອງປະຊຸມສຸດຍອດ ຄັ້ງທີ 8 ຂອງການຮ່ວມມື
ໃນເຂດພັດທະນາສາມຫຼ່ຽມເສດຖະກິດ ລະຫວ່າງ ກຳປູເຈຍ
ລາວ ແລະ ຫວຽດນາມ ຢູ່ທີ່ນະຄອນຫຼວງວຽງຈັນ ເມື່ອປາຍປີ
2014 ຊຶ່ງທາງການລາວຖືວ່າ ເປັນກອງປະຊຸມ ທີ່ໄດ້ຮັບຜົນ
ສຳເລັດຢ່າງຈົບງາມ ໂດຍຜູ້ນຳລັດຖະບານ3 ປະເທດ ໄດ້ຕົກ
ລົງເສີມຂະຫຍາຍ ການຮ່ວມມື ລະຫວ່າງກັນໃຫ້ຫຼາຍ ທັງໃນ
ດ້ານການຄ້າ ການລົງທຶນ ແລະການທ່ອງທ່ຽວ ໂດຍການຮ່ວມ
ມືນີ້ ຈະຢືນຢູ່ບົນສາຍພົວພັນ ມິດຕະພາບ ແລະ ມີຄວາມໄວ້
ເນື້ອເຊື່ອໃຈກັນ ດັ່ງທີ່ທ່ານທອງສິງ ທຳມະວົງ ນາຍົກລັດຖະ
ມົນຕີລາວ ໄດ້ໃຫ້ການຢືນຢັນວ່າ:

“ຂ້າພະເຈົ້າ ຂໍຖືໂອກາດນີ້ ຖະແຫລງຜົນຂອງກອງປະຊຸມ ໃຫ້ພີ່ນ້ອງຊາຍດັ່ງນີ້ ໜຶ່ງ ບັນດາຜູ້ນຳຈາກກຳປູເຈຍ ລາວ ຫວຽດນາມ ຍັງຢຶດໝັ້ນ ແລະ ສືບຕໍ່ຍົກ
ສູງບົດບາດການຮ່ວມມື ຂອງສາມຊາດພວກເຮົາ ບົນພື້ນຖານສາຍພົວພັນ
ເພື່ອນມິດ.”

ກອງປະຊຸມ ສຸດຍອດ ຄັ້ງທີ 8 ຂອງການຮ່ວມມື ໃນເຂດພັດທະນາ ສາມຫຼ່ຽມເສດຖະກິດ ລະຫວ່າງ ກຳປູເຈຍ ລາວ ແລະ ຫວຽດນາມ ຢູ່ທີ່ນະຄອນຫຼວງວຽງຈັນ.
ກອງປະຊຸມ ສຸດຍອດ ຄັ້ງທີ 8 ຂອງການຮ່ວມມື ໃນເຂດພັດທະນາ ສາມຫຼ່ຽມເສດຖະກິດ ລະຫວ່າງ ກຳປູເຈຍ ລາວ ແລະ ຫວຽດນາມ ຢູ່ທີ່ນະຄອນຫຼວງວຽງຈັນ.

ນອກຈາກນີ້ ການຕົກລົງເສີມຂະຫຍາຍ ການຮ່ວມມືທາງດ້ານ
ການຄ້າ ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງລາວ
ມຽນມາ ກຳປູເຈຍ ແລະ ຫວຽດນາມ ຍັງໄດ້ມີຂຶ້ນໃນໂອກາດ
ກອງປະຊຸມສຸດຍອດຄັ້ງທີ 7 ຂອງຜູ້ນຳລັດຖະບານຈາກ 4
ປະເທດ ເມື່ອທ້າຍເດືອນມິຖຸນາ 2015 ຢູ່ກຸງເນປີຕໍ ຂອງ
ສະຫະພາບ ມຽນມາອີກດ້ວຍ.

ໂດຍເພື່ອເຮັດໃຫ້ການຕົກລົງດັ່ງກ່າວ ໄດ້ຮັບການຈັດຕັ້ງ
ປະຕິບັດ ຢ່າງເປັນຮູບປະທຳໃນໄລຍະຕໍ່ໄປນີ້ ຜູ້ນຳລັດຖະບານ
ທັງ 4 ປະເທດ ກໍໄດ້ຕົກລົງໃຫ້ມີການອຳນວຍຄວາມສະດວກ
ໃຫ້ແກ່ການເດີນທາງໄປມາ ລະຫວ່າງປະຊາຊົນຂອງທັງ 4
ປະເທດ ແລະ ນັກທ່ອງທ່ຽວຊາວຕ່າງຊາດ ລວມເຖິງການນຳໃຊ້ ລະບົບການກວດກາ
ສິນຄ້າ ແບບປະຕູດຽວ (One Stop Service) ຊຶ່ງໃນປັດຈຸບັນນີ້ ກໍໄດ້ເລີ້ມດຳເນີນ
ການຈັດຕັ້ງປະຕິບັດແລ້ວ ຢູ່ທີ່ດ່ານລາວບາວ- ບ້ານແດນສະຫວັນ ລະຫວ່າງຫວຽດນາມ
ກັບລາວດັ່ງກ່າວ.

ສ່ວນໃນດ້ານການລົງທຶນນັ້ນ ທັງສີ່ປະເທດ ກໍຈະມີການພິຈາລະນາປັບປຸງລະບົບ ແລະ ອັດຕາການຈັດເກບພາສີ ໃຫ້ສອດຄ້ອງກັນ ລວມເຖິງການໃຫ້ສິດພິເສດໃນດ້ານຕ່າງໆ ເພື່ອໃຫ້ການສົ່ງເສີມການລົງທຶນ ຈາກຕ່າງປະເທດໃຫ້ເຂົ້າມາ ໃນເຂດສາມຫຼ່ຽມ
ພັດທະນາ ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ໂດຍເຂດສາມຫຼ່ຽມພັດທະນາ ໃນປັດຈຸບັນມີເນື້ອທີ່ກວ້າງກວ່າ 144,600 ກິໂລແມັດ
ມົນທົນ ທີ່ກວມເອົາພື້ນທີ່ 13 ແຂວງ ກໍຄືແຂວງສາລະວັນ ເຊກອງ ອັດຕະປື ແລະ
ຈຳປາສັກ ໃນລາວ ແຂວງຊຽງແຕງ ຣັດນະຄີຣີ ມົນທົນຄີຣີ ແລະ ກຣະເຈາະຂອງກຳປູເຈຍ
ແຂວງດັກລັກ ຢ່າລ່າຍ ກອນຕຸມ ດັກນົງ ແລະ ບິງເຝືອກຂອງຫວຽດນາມ ທີ່ສະພາບອາກາດ ແລະ ດິນເມາະແກ່ການປູກຢາງພາລາເປັນຢ່າງຍິ່ງ.

ໂດຍຜູ້ນຳລັດຖະບານທັງ 3 ປະເທດໄດ້ວາງເປົ້າໝາຍຮ່ວມກັນວ່າ ຈະເຮັດໃຫ້ເສດຖະກິດ
ຂະຫຍາຍຕົວບໍ່ຕ່ຳກວ່າ 10 ເປີເຊັນ ເພື່ອເຮັດໃຫ້ປະຊາຊົນມີລາຍໄດ້ສະເລ່ຍ ລະຫວ່າງ 1,500 ຫາ 1,600 ໂດລາ ຕໍ່ຄົນໃນປີ 2015.

XS
SM
MD
LG