ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການລາວແລະໄທ ຈະຮ່ວມກັນ ພິສູດສັນຊາດ ແຮງງານລາວ ທີ່ຂຶ້ນທະບຽນໃນໄທ


ບັນດາພະນັກງານ ສູນສ້ອມແປງລົດ ຂອງບໍລິສັດເອກະຊົນ ແຫ່ງນຶ່ງ ຢູ່ໃນລາວ.
ບັນດາພະນັກງານ ສູນສ້ອມແປງລົດ ຂອງບໍລິສັດເອກະຊົນ ແຫ່ງນຶ່ງ ຢູ່ໃນລາວ.

ທາງການລາວແລະໄທ ຈະຮ່ວມກັນພິສູດສັນຊາດ ບັນດາ
ຜູ້ອອກແຮງງານລາວ ທີ່ຂຶ້ນທະບຽນໃນໄທ ໃຫ້ແລ້ວສຳເລັດ
ໄວທີ່ສຸດ ເພື່ອຈະໄດ້ໃຫ້ການຄຸ້ມຄອງ ສະຫວັດດີການ ຕາມ
ກົດໝາຍຢ່າງຄົບຖ້ວນ.

ທ່ານສຸເມດ ມະໂຫສົດ ອະທິບໍດີກົມຈັດຫາງານ ກະຊວງແຮງງານຂອງໄທ ຢືນຢັນວ່າ
ໃນປະຈຸບັນມີບັນດາແຮງງານລາວ ທີ່ໄດ້ແຈ້ງຂຶ້ນທະບຽນ ເພື່ອຂໍອະນຸຍາດເຮັດວຽກ
ຢູ່ໃນໄທຢ່າງຖືກຕ້ອງຕາມກົດໝາຍ ຈຳນວນທັງໝົດ 150,000 ກວ່າຄົນ ໂດຍໃນນີ້ກໍມີ
ຈຳນວນຫຼາຍກວ່າ 35,000 ຄົນ ທີ່ບໍ່ເຄີຍຜ່ານການພິສູດສັນຊາດມາກ່ອນເລີຍ ຈຶ່ງເຮັດ
ໃຫ້ທາງການລາວແລະໄທ ຈະຕ້ອງດຳເນີນການພິສູດສັນຊາດ ແຮງງານລາວເຫຼົ່ານີ້
ໃຫ້ແລ້ວສຳເລັດໄວທີ່ສຸດເທົ່າທີ່ຈະສາມາດດຳເນີນການໄດ້.

ໂດຍສາເຫດທີ່ເຮັດໃຫ້ທາງການລາວແລະໄທ ຈະຕ້ອງດຳເນີນການພິສູດສັນຊາດແຮງ
ງານລາວ ທີ່ເຮັດວຽກຢູ່ໃນໄທດັ່ງກ່າວນີ້ ກໍເພື່ອຈະໄດ້ໃຫ້ການຄຸ້ມຄອງສະຫວັດດີການ
ຕາມກົດໝາຍ ໃນໄທຢ່າງຄົບຖ້ວນ ເນື່ອງຈາກວ່າ ໃນໄລຍະທີ່ຜ່ານມານັ້ນ ບັນດາແຮງ
ງານລາວ ທີ່ບໍ່ໄດ້ແຈ້ງຂຶ້ນທະບຽນ ແລະບໍ່ເຄີຍຜ່ານການພິສູດສັນຊາດເລີຍນັ້ນ ນອກ
ຈາກຈະໄດ້ຮັບການຄຸ້ມຄອງສະຫວັດດີການ ຕາມກົດໝາຍແລ້ວ ກໍຍັງຕ້ອງຖືກ ບັນດາ
ນາຍຈ້າງໃນໄທເອົາລັດເອົາປຽບ ຢ່າງກວ້າງຂວາງອີກດ້ວຍ.

ພະນັກງານຢູ່ທີ່ໂຮງງານຕັດຍິບ ແຫ່ງນຶ່ງ ໃນລາວ.
ພະນັກງານຢູ່ທີ່ໂຮງງານຕັດຍິບ ແຫ່ງນຶ່ງ ໃນລາວ.

ສະນັ້ນ ທາງການລາວ ແລະໄທ ຈຶ່ງໄດ້ຕົກລົງຮ່ວມກັນຢ່າງຄັກແນ່
ແລ້ວວ່າຈະຮ່ວມກັນດຳເນີນການພິສູດສັນຊາດແຮງງານລາວ ທີ່
ເຮັດວຽກຢູ່ໃນໄທ ໃຫ້ແລ້ວສຳເລັດທັງໝົດ ໂດຍທີ່ທາງການລາວ
ຈະສົ່ງຄະນະເຈົ້າໜ້າທີ່ລາວໃຫ້ເຂົ້າມາປະຕິບັດການດັ່ງກ່າວ
ຮ່ວມກັບທາງການໄທ ໃນມໍ່ໆນີ້ ດັ່ງທ່ານສຸເມດ ໄດ້ໃຫ້ການຢືນຢັນ
ວ່າ:

“ຕົກລົງຮ່ວມກັນ ແລ້ວວ່າທາງການລາວ ຈະຈັດຊຸດເຄື່ອນທີ່
ມາຮ່ວມກັບເຮົາໃນເລື້ອງ ຂອງການພິສູດສັນຊາດ ແລະ
ການອອກໜັງສືເດີນທາງ ໂດຍທາງການລາວ ໄດ້ປະມານຄ່າໃຊ້ຈ່າຍ ໃນການ
ພິສູດສັນຊາດ ແລະອອກໜັງສື ເດີນທາງຢູ່ທີ່ 1,500 ບາດ.”

ບັນດາແຮງງານລາວ ທີ່ລັກລອບເຂົ້າໄປເຮັດວຽກ ຢູ່ໃນໄທ ຢ່າງບໍ່ຖືກຕ້ອງຕາມກົດໝາຍ
ບັນດາແຮງງານລາວ ທີ່ລັກລອບເຂົ້າໄປເຮັດວຽກ ຢູ່ໃນໄທ ຢ່າງບໍ່ຖືກຕ້ອງຕາມກົດໝາຍ

​ທາງດ້ານທ່ານຄຳຫລ້າ ລໍລອນສີ ປະທານສະຫະພັນກຳມະ
ບານລາວ ໃຫ້ການຍອມຮັບ ວ່າ ບັນຫາທີ່ໜ້າເປັນຫ່ວງ ແລະ
ເປັນອຸປະສັກຕໍ່ການພັດທະນາ ເພື່ອຍົກລະດັບຄຸນນະພາບ
ຊີວິດ ແລະການເປັນຢູ່ຂອງບັນດາແຮງງານລາວໃຫ້ດີຂຶ້ນ
ໃນປະຈຸບັນນີ້ ກໍແມ່ນບັນຫາ ກ່ຽວກັບການເອົາລັດເອົາປຽບ
ແຮງງານໂດຍບັນດານາຍຈ້າງທັງໃນລາວ ແລະຕ່າງປະເທດ
ເຖິງແມ່ນວ່າ ສະຫະພັນກຳມະບານລາວ ຈະໄດ້ດຳເນີນມາດ
ຕະການກວດກາຢ່າງຕໍ່ເນື່ອງກໍຕາມ ແຕ່ກໍບໍ່ສາມາດຮັບປະກັນ
ໄດ້ຢ່າງທົ່ວເຖິງ ຊຶ່ງລວມທັງ ໃນປະເທດລາວດ້ວຍ ດັ່ງທີ່
ທ່ານຄຳຫລ້າ ໄດ້ຢືນຢັນວ່າ:

“ບັນຫາທີ່ພວກເຮົາຈະຕ້ອງໄດ້ສືບຕໍ່ສູ້ຊົນປະຕິບັດຜ່ານຜ່າຄວາມຫຍຸ້ງຍາກຕໍ່ອີກ
ເປັນຕົ້ນແມ່ນກ່ຽວກັບສະມາຊິກກຳມະບານ ກຳມະກອນ ແລະຊາວຜູ້ອອກແຮງງານ
ບັນດາເຜົ່າ ຊຶ່ງເປັນກຳລັງຫລັກແຫລ່ງໃນການທຳການຜະລິດເປັນສິນຄ້າ ປະກອບ
ສ່ວນເຂົ້າໃນການປົກປັກຮັກສາ ປະເທດຊາດ ແລະສ້າງສາໃນການພັດທະນາ
ເສດຖະກິດ-ສັງຄົມ.”

ລັດຖະບານລາວໄດ້ອະນຸມັດໃຫ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ ສຳຫລັບຜູ້ອອກແຮງງານ
ໃນລາວ ແລະໃຫ້ມີຜົນບັງຄັບໃຊ້ ຢ່າງເປັນທາງການນັບແຕ່ວັນທີ 1 ເມສາ 2015 ເປັນ
ຕົ້ນມາ ຊຶ່ງເຮັດໃຫ້ອັດຕາຄ່າຈ້າງຂັ້ນຕ່ຳປັບຂຶ້ນຈາກ 626,000 ກີບ ເປັນ 900,000 ກີບ
ຕໍ່ເດືອນ ຫາກແຕ່ອັດຕາຄ່າຈ້າງຂັ້ນຕ່ຳດັ່ງກ່າວນີ້ ກໍບໍ່ມີຜົນບັງຄັບໃຊ້ກັບລູກຈ້າງຂອງ
ພາກສ່ວນທີ່ເປັນຄູ່ສັນຍາ ກັບລັດຖະບານລາວແຕ່ຢ່າງໃດ.

ສ່ວນຜູ້ອອກແຮງງານໃນພາກທຸລະກິດ ພາກບໍລິການ ແລະໂຮງງານຕ່າງໆ ທີ່ໄດ້ຮັບ
ການປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳນັ້ນ ກໍມີພັດທະທີ່ຈະຕ້ອງອອກແຮງງານເປັນເວລາ 8
ຊົ່ວໂມງຕໍ່ວັນ ແລະໃນແຕ່ລະເດືອນ ກໍຈະຕ້ອງອອກແຮງງານບໍ່ຕ່ຳກວ່າ 26 ວັນ ຫຼື
ສັບປະດາລະ 6 ວັນ.

ໂດຍການອະນຸມັດດັ່ງກ່າວນີ້ ເພື່ອໃຫ້ສອດຄ້ອງກັບສະພາວະຄ່າຄອງຊີບທີ່ສູງຂຶ້ນ ແລະ
ເພື່ອດຶງດູດເອົາແຮງງານລາວ ທີ່ເດີນທາງໄປເຮັດວຽກຢູ່ທີ່ປະເທດເພື່ອນບ້ານ ຢ່າງບໍ່ຖືກ
ຕ້ອງຕາມກົດໝາຍນັ້ນ ໃຫ້ກັບຄືນມາໃນຕະຫລາດແຮງງານຂອງລາວ ຢ່າງພຽງພໍກັບ
ຄວາມຕ້ອງການທີ່ເພີ້ມຂຶ້ນນັບມື້.

XS
SM
MD
LG