ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂທລະພາບແຫ່ງຊາດລາວ ແລະ ຈີນ ຕົກລົງ ຮ່ວມ​ມືກັນ ​ດ້ານ​ຂໍ້​ມູນ​ຂ່າວສານ


ພິທີ ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ ວ່າ​ດ້ວຍການ​ຮ່ວມ​ມື​ດ້ານ​ຂໍ້​ມູນ​ຂ່າວສານ
ລະຫວ່າງ​ສະຖານີໂທລະພາບ​ແຫ່ງ​ຊາດ​ລາວ ກັບ​ສະຖານີ​ໂທລະພາບ​ສູນ​ກາງ ​ແລະ​ສະຖານີ ​ໂທລະພາບ​ມົນທົນ​ກວາງ​ສີ ຂອງ​ຈີນ.
ພິທີ ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ ວ່າ​ດ້ວຍການ​ຮ່ວມ​ມື​ດ້ານ​ຂໍ້​ມູນ​ຂ່າວສານ ລະຫວ່າງ​ສະຖານີໂທລະພາບ​ແຫ່ງ​ຊາດ​ລາວ ກັບ​ສະຖານີ​ໂທລະພາບ​ສູນ​ກາງ ​ແລະ​ສະຖານີ ​ໂທລະພາບ​ມົນທົນ​ກວາງ​ສີ ຂອງ​ຈີນ.

ສະຖານີ​ໂທລະພາບ​ແຫ່​ງຊາດ​ລາວ ຕົກລົງ​ຮ່ວມ​ມື​ດ້ານ​ຂໍ້​ມູນ​
ຂ່າວສານ ກັບ​ໂທລະພາບ​ສູນ​ກາງຂອງ​ຈີນ ​ໂດຍ​ໂທລະພາບ
​ລາວ ຈະ​ອອກ​ອາກາດ ລະຄອນ​ຈີນ ​ໃນ​ແລງ​ວັນ​ເສົາ ​ແລະ
ວັນ​ອາທິດ ​ເປັນ​ເວລາ 2 ປີ.

ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຮ່ວມ ວ່າ​ດ້ວຍການ​ຮ່ວມ​ມື​ດ້ານ​ຂໍ້​ມູນ​ຂ່າວສານ
ລະຫວ່າງ​ສະຖານີ ​ໂທລະພາບ​ແຫ່ງ​ຊາດ​ລາວ ກັບ​ສະຖານີ​ໂທລະພາບ​ສູນ​ກາງ ​ແລະ​
ສະຖານີ ​ໂທລະພາບ​ມົນທົນ​ກວາງ​ສີ ຂອງ​ຈີນ ​ໄດ້​ມີ​ຂຶ້ນ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່ນະຄອນຫລວງ ​ວຽງ​ຈັນ.

ໂດຍ​ພາຍ​ໃຕ້​ບົດ​ບັນທຶກ​ດັ່ງກ່າວ​ນີ້ ທາງ​ຝ່າຍ​ຈີນ ​ໄດ້​ຕົກລົງ​ທີ່​ຈະ​ໃຫ້ການ​ຊ່ອຍ​ເຫຼືອ ສະຖານີ ​ໂທລະພາບ​ແຫ່ງ​ຊາດ​ລາວ ​ໃນ​ການ​ພັດທະນາ ​ຄຸນ​ນະພາ​ບ ຂອງ​ຂໍ້​ມູນ​ຂ່າວສານ ​ແລະ​ເທັກ​ນິກທີ່​ທັນ​ສະ​ໄໝ ​ໃນ​ການ​ເຜີຍ​ແຜ່​ອອກ​ອາກາດ ທີ່​ຈະ​ພັດທະນາ​ໄປ​ສູ່​ລະບົບ Digital ຢ່າງ​ສົມບູນ​ພາຍ​ໃນ​ປີ 2015 ດ້ວຍ​ການ​ອອກ​ອາກາດ ​ເປັນ​ລາຍການ​ລະຄອນ​ຊຸດ ຈາກ​ຈີນ​ຈຳນວນ 2 ​ເລື້ອງ ລວມມີ 56 ​ຕອນ​ພາກ​ສຽງ​ພາສາ​ລາວ ທີ່​ອອກ​ອາກາດ​ທຸກ​ວັນ​ເສົາ ​ແລະ​ວັນ​ອາທິດ ​ໃນ​ເວລາ 17 ​ໂມງ ​ຫາ 18 ​ໂມງ ​ເປັນ​ລະຍະ​ເວລາ 2 ປີ ຕິດ​ຕໍ່​ກັນ.

ການ​ຊ່ອຍ​ເຫຼືອດັ່ງກ່າວ​ຖື​ເປັນ​ໂຄງການ​ຕໍ່​ເນື່ອງ ຈາກ​ການ​ທີ່​ລັດຖະບານ​ຈີນ ​ໄດ້​ໃຫ້ການ​
ຊ່ອຍ​ເຫຼືອ ​ໃນ​ການ​ກໍ່ສ້າງ​ສະຖານີ​ໃໝ່​ ໃຫ້​ກັບ​ໂທລະພາບ​ແຫ່ງ​ຊາດ​ລາວ ​ໃນ​ມູນ​ຄ່າ 79
ລ້ານ​ຢວນ ​ເມື່ອ​ປີ 2009 ​ແລະ​ໃນ​ປີ 2014 ນີ້ ກໍ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອລະຍະ​ທີ 2 ຄິດເປັນ ​ມູນ​ຄ່າຫຼາຍກວ່າ 12 ລ້ານ​ຢວນ​ ​ເພື່ອ​ນຳ​ໃຊ້​ໃນ​ການ​ປ່ຽນ​ຜ່ານ​ຈາກ​ລະບົບ Analog ​ໄປ​ສູ່​ລະບົບ Digital ​ໃນ​ປີ 2015 ​ໂດຍ​ໂທລະພາບ​ລາວ ຈະ​ນຳ​ໃຊ້​ລະບົບ ຂອງ​ຈີນ​ທັງ​ໝົດ ຊຶ່ງ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ ບໍ່​ນ້ອຍ​ກວ່າ 130 ລ້ານ​ດອນ​ລາ.

ລາວ​ມີ​ກຳນົດ ທີ່​ຈະ​ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ ທີ່​ລົງທຶນ​ໂດຍ​ບໍລິສັດ​ຈີນ ​ໃນ​ໂອ​ກາດ ການສະ​ເຫລີມສະຫລອງ​ການ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ໃນ​ທ້າຍ​ປີ 2015.
ລາວ​ມີ​ກຳນົດ ທີ່​ຈະ​ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ ທີ່​ລົງທຶນ​ໂດຍ​ບໍລິສັດ​ຈີນ ​ໃນ​ໂອ​ກາດ ການສະ​ເຫລີມສະຫລອງ​ການ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ໃນ​ທ້າຍ​ປີ 2015.

ແຕ່​ກໍ​ເປັນ​ທີ່​ໜ້າ​ສັງ​ເກດ​ວ່າ ການ​ລົງ​ນາມ​ໃນ​ຄວາມ​ຮ່ວມ​ມື​ດັ່ງກ່າວ
​ນີ້ ​ໄດ້​ມີ​ຂຶ້ນ​ໃນ​ຂະນະ ທາງ​ການ​ລາວ ກຳລັງ​ພະຍາຍາມ​ດຳ​ເນີນ
​ມາດ​ຕະການ​ກວດກາ​ການ​ນຳ​ໃຊ້​ສື່​ສັງຄົມ (Social Media) ​ໃນ
​ລະບົບ Internet ທີ່​ມີ​ການ​ຮັບ​ສົ່ງ​ຂໍ້​ມູນ​ຂ່າວສານ ລະຫວ່າງ​ກັນ
ຕະຫລອດເວລາ​ນັ້ນ ​ໂດຍ​ທີ່​ທາງ​ການ​ລາວ​ຈະ​ມີ​ການ​ເພີ້​ມມາດ​
ຕະການ​ກວດກາ ຢ່າງ​ເຂັ້ມງວດ ​ໃຫ້ຫຼາຍຂຶ້ນກວ່າເກົ່າ ​ເນື່ອງ​ຈາກ
​ເຫັນ​ວ່າ ​ໄດ້​ມີ​ການ​ນຳ​ໃຊ້​ສື່​ສັງຄົມ ​ໄປ​ໃນ​ທາງ​ທີ່​ບໍ່​ສ້າງສັນຫຼາຍຂຶ້ນ
ທັງ​ຍັງມີ​ການ​ໃຫ້​ຂໍ້ມູນຂ່າວສານ​ ທີ່​ບໍ່​ມີ​ມູນ​ຄວາມ​ຈິງ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ຈາກ​ການ​ດຳ​ເນີນ​ມາດ​ຕະການ​ກວດກາ ​ໃນ​ລະຍະ
​ທີ່​ຜ່ານ​ມາ ກໍ​ຍັງ​ພົບ​ວ່າ ມີ​ການ​ນຳ​ໃຊ້​ສື່​ສັງຄົມ Internet ​ໄປ​ໃນ
​ການ​ວິພາກ​ວິຈານ ທາງ​ການ​ເມືອງ ​ແລະ ​ໃສ່​ຮ້າຍ​ປ້າຍ​ສີກາ​ນນຳ​
ໃນ​ພັກ ​ແລະ ລັດຖະບານ​ລາວ ອັນ​ຈະ​ສົ່ງ​ຜົນ​ກະທົບ ຕໍ່​ຄວາມ​ໝັ້ນ
ຄົງ​ແຫ່ງ​ຊາດ ​ໄດ້​ອີກ​ດ້ວຍ ​ເພາະສະນັ້ນ ຈຶ່ງ​ຈະ​ຕ້ອງ​ມີ​ການ​ດຳ​ເນີນ
​ມາດ​ຕະການ ປິດ​ກັ້ນ​ສື່​ສັງຄົມ​ດັ່ງກ່າວ ຢ່າງ​ເຂັ້ມງວດ ​ໃນ​ລະຍະ​ຕໍ່​ໄປ​ນີ້ ດັ່ງ​ທີ່ ທ່ານ​ຫຽມ ພົມມະຈັນ ລັດຖະມົນຕີ ວ່າການ ກະຊວງ​ໄປສະນີ ​ແລະ ​ໂທລະ​ຄົມມະນາຄົມ ​ໄດ້​ຖະ​ແຫລ​ງ ຢືນຢັນ​ວ່າ:

“​ໃນ​ການ​ໃຊ້​ສື່​ສັງຄົມ Online ນີ້ ຜົນ​ປະ​ໂຫຍ​ດນີ້ ກໍ​ເພື່ອ​ເປັນ​ຂໍ້​ມູນ ​ແລະ​ແບ່ງ​ຂໍ້​
ມູນ​ຄວາມ​ຮູ້​ສາລະ​ຕ່າງໆ ການ​ໂຄສະນາ​ເຜີຍ​ແຜ່​ປະ​ຊາ​ສຳພັນ ລະຫວ່າງ​ບຸກຄົນ
ກັບ​ບຸກຄົນ ລະຫວ່າງ​ອົງການ ກັບ​ອົງການ ​ແລະ​ບັນດາ​ນັກ​ທຸລະ​ກິດ ກໍ​ຄື​ການ​ຄ້າ ​
ແຕ່​ຖ້າ​ຫາກ​ບັນຊີ​ໃດ ຫຼືວ່າ​ຜູ້​ໃດ ຂໍ້ຄວາມ​ໃດ ທີ່​ມັນ​ເປັນ​ໄພ ​ແກ່​ສັງຄົມ ​ເປັນ​ໄພ
​ແກ່​ຜູ້​ອື່ນ ​ແລະ​ປະ​ເທດ​ຊາດ​ຫັ້ນ ພວກ​ເຮົາ​ຈະ​ຕັດ​ເປັນ​ກໍ​ລະ​ນີ​ໄປ.”

ການ​ນຳ​ໃຊ້​ສື່​ສັງຄົມ​ດ້ວຍ​ລະບົບ Internet ​ໃນ​ລາວ ​ໄດ້​ເພີ້​ມຂຶ້ນຢ່າງ​ໄວວາ ນັບ​ແຕ່​ປີ 2012 ທີ່​ລາວ ​ໄດ້​ເລີ້ມ​ນຳ​ໃຊ້​ລະ​ບົບສື່ສານ 3G ​ແລະ ​ໄດ້​ຍົກ​ລະດັບ​ເປັນ​ລະບົບ 4G ນັບ​ຈາກ​ປີ 2012 ​ເປັນຕົ້ນມາ ຊຶ່ງ​ກໍ​ປາກົດ​ວ່າ ມີ​ຜູ້ນຳ​ໃຊ້​ໂທລະສັບ​ມື​ຖື​ແລ້ວຫຼາຍກວ່າ 4 ລ້ານ 3​ ​ແສນ​ຄົນ ຫຼື 65 ​ເປີ​ເຊັນ ຂອງ​ປະຊາກ​ອນທັງ​ໝົດ​ໃນ​ປັດຈຸບັນ ​ໂດຍ​ໃນ​ນີ້​ກໍ​ມີ​ຢູ່ຫຼາຍກວ່າ 8 ​ແສນ​ຄົນ ທີ່​ນຳ​ໃຊ້​ສື່​ສັງຄົມ Internet ​ແລະ​ຄາດ​ວ່າ ຈະ​ເພີ້​ມຂຶ້ນ​ເປັນຫຼາຍກວ່າ 1 ລ້ານ​ຄົນ​ ໃນທ້າຍ​ປີ 2014 ນີ້.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ທາ​ງການ​ລາວ​ມີ​ກຳນົດ ທີ່​ຈະ​ສົ່ງ​ດາວ​ທຽມ​ດວງ​ທຳ​ອິດ ທີ່​ລົງທຶນ​ໂດຍ​ບໍລິສັດ​ຈີນ ​ໃນ​ໂອ​ກາດ ການສະ​ເຫລີມສະຫລອງ​ ການ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ​ໃນ​ທ້າຍ​ປີ 2015 ນັ້ນ ກໍ​ຍັງ​ຈະ​ເຮັດ​ໃຫ້ການ​ຊົມ​ໃຊ້​ສື່​ສັງຄົມ Internet ​ໃນ​ລາວ​ມີ​ຄວາມ​ທັນ​ສະ​ໄໝ ​ແ​ລະ​ຂະ​ຫຍາ​ຍກວ້າງຂຶ້ນອີກ​ດ້ວຍ.

XS
SM
MD
LG