ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວອະນຸຍາດໃຫ້ 190 ຄົນ ມີສິດລົງສະມັກ ເລືອກຕັ້ງສະພາແຫ່ງຊາດ ຊຸດທີ 7


ສະພະແຫ່ງຊາດລາວຊຸດທີ 6 ທີ່ໄດ້ຮັບຮອງເອົາການດັດແກ້ກົດໝາຍ ວ່າດ້ວຍການເລືອກຕັ້ງໃນລະຫວ່າງກອງປະຊຸມສະໄໝສາມັນ ຄັ້ງທີ່ 10 ເມື່ອເດືອນທັນວາ 2010
ສະພະແຫ່ງຊາດລາວຊຸດທີ 6 ທີ່ໄດ້ຮັບຮອງເອົາການດັດແກ້ກົດໝາຍ ວ່າດ້ວຍການເລືອກຕັ້ງໃນລະຫວ່າງກອງປະຊຸມສະໄໝສາມັນ ຄັ້ງທີ່ 10 ເມື່ອເດືອນທັນວາ 2010

ຄະນະກໍາມະການເມືອງສູນກາງພັກປະຊາຊົນປະຕິວັດລາວ ອະນຸຍາດໃຫ້ບຸກຄະລາກອນ ຂອງພັກ ລັດ ແລະເອກກະຊົນ ຈໍານວນ 190 ຄົນ ເປັນຜູ້ສະມັກແຂ່ງຂັນໃນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 7.

ເຈົ້າໜ້າທີ່ຂັ້ນສູງພາຍໃນພັກປະຊາຊົນປະຕິວັດລາວໃຫ້ການ
ຢືນຢັນວ່າທ່ານຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່
ພັກ ແລະປະທານປະເທດລາວໄດ້ລົງນາມໃນລັດດໍາລັດວ່າ
ດ້ວຍການຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດ
ທີ 7 ຢ່າງເປັນທາງການເມື່ອບໍ່ນານມານີ້.

ດໍາລັດດັ່ງກວ່ານີ້ນອກຈາກຈະໄດ້ມີການແຕ່ງຕັ້ງຄະນະກໍາມະການຈັດການເລືອກຕັ້ງລະດັບ
ຊາດທີ່ມີທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວເປັນປະທານຄະນະກໍາລະການ
ແລ້ວກໍຍັງໄດ້ມີການ ອະນຸມັດລາຍຊື່ບຸກຄະລາກອນຂອງພັກ-ລັດ ແລະເອກກະຊົນຈໍານວນ
190 ຄົນ ໃຫ້ເປັນຜູ້ທີ່ມີສິດສະໝັກແຂ່ງຂັນໃນການເລືອກຕັ້ງທີ່ກໍາໜົດຈະມີຂຶ້ນຢ່າງເປັນ
ທາງການໃນວັນທີ 30 ເມສາປີນີ້ ຊຶ່ງເປັນໄປຕາມການເຫັນຊອບຂອງຄະນະກໍາມະການ
ກົມການເມືອງສູນກາງພັກອີກດ້ວຍ.

ກອງປະຊຸມຫຼວງຂອງພັກປະຊາຊົນປະຕິວັດລາວຄັ້ງ ທີ 8 ທີ່ຈັດຂຶ້ນໃນຕົ້ນປີ 2006 ທີ່ນະຄອນຫຼວງວຽງ ຈັນທີ່ໄດ້ເລືອກຕັ້ງເອົາທ່ານຈູມມະລີ ໄຊຍະສອນ ເປັນປະທານປະເທດ
ກອງປະຊຸມຫຼວງຂອງພັກປະຊາຊົນປະຕິວັດລາວຄັ້ງ ທີ 8 ທີ່ຈັດຂຶ້ນໃນຕົ້ນປີ 2006 ທີ່ນະຄອນຫຼວງວຽງ ຈັນທີ່ໄດ້ເລືອກຕັ້ງເອົາທ່ານຈູມມະລີ ໄຊຍະສອນ ເປັນປະທານປະເທດ

ສໍາລັບການເລືອກຕັ້ງສະມາ
ຊິກແຫ່ງ ຊາດ ລາວ ຊຸດທີ
7 ນີ້ຈະປະກອບມີທັງໝົດ
17 ເຂດເລືອກຕັ້ງໃນນະ
ຄອນວຽງຈັນ ແລະໃນ 16
ແຂວງທົ່ວປະເທດລາວ
ໂດຍປະຊາຊົນລາວທີ່ມີອາ
ຍຸຄົບ 18 ປີຂຶ້ນໄປຈະເປັນ
ຜູ້ທີ່ມີສິດໃນການເລືອກຕັ້ງ
ເອົາສະມາຊິກສະພາແຫ່ງ
ຊາດລາວຊຸດໃໝ່ ຊຶ່ງຈະມີ
ຈໍານວນທີ່ເພີ້ມຂຶ້ນຈາກເດີມ
115 ຄົນເປັນ 132 ຄົນ ເນື່ອງຈາກວ່າຈໍານວນປະຊາກອນລາວໄດ້ເພີ້ມຂຶ້ນນັ້ນເອງ.

ແຕ່່ຢ່າງໃດກໍ່ຕາມ ເຖິງແມ່ນວ່າການເພີ້ມຈໍານວນສະມາຊິກສະພາແຫ່ງຊາດລາວດັ່ງກ່າວນີ້
ຈະຍຶດຖືຕາມຫຼັກການທີ່ວ່າສະມາຊິກສະພາແຫ່ງຊາດລາວ 1 ຄົນຕໍ່ປະຊາກອນລາວທຸກໆ
50,000 ຄົນກໍຕາມ ແຕ່ວ່າສໍາລັບໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ 7
ນີ້ ກໍໄດ້ກໍາໜົດໄວ້ວ່າໃນແຕ່ລະເຂດເລືອກຕັ້ງ ຫຼືແຕ່ລະແຂວງນັ້ນຈະຕ້ອງມີຈໍານວນສະມາ ຊິກສະພາແຫ່ງຊາດບໍ່ຕໍ່າກວ່າ 5 ຄົນ ເຖິງແມ່ນວ່າຈະເປັນເຂດທີ່ມີປະຊາກອນບໍ່ເຖິງ
50,000 ຄົນກໍຕາມ.

ທ່ານກິແກ້ວ ໄຂຄໍາພິທູນ ສະມາຊິກສະພາແຫ່ງ ຊາດລາວຊຸດທີ 6 ຈາກເຂດນະຄອນກລວງວຽງຈັນ
ທ່ານກິແກ້ວ ໄຂຄໍາພິທູນ ສະມາຊິກສະພາແຫ່ງ ຊາດລາວຊຸດທີ 6 ຈາກເຂດນະຄອນກລວງວຽງຈັນ

ດັ່ງທີ່ ທ່ານກິແກ້ວ ໄຂຄໍາພິທູນ
ສະມາຊິກສະພາແຫ່ງຊາດລາວ
ຊຸດທີ 6 ຈາກເຂດນະຄອນ
ຫລວງວຽງຈັນ ໄດ້ໃຫ້ການຊີ້
ແຈງໃນຕອນນຶ່ງວ່າ:

“ສະມັກທັງໝົດທົ່ວປະເທດນີ້
ແມ່ນມີ 190 ຄົນ. ຈາກສູນ
ກາງ ມີ 47 ຄົນ. ນອກນັ້ນ
ລະແມ່ນຈາກທ້ອງຖິ່ນ ແລະ
ຈາກຈໍານວນ 190 ຄົນນີ້ ກໍ
ໄດ້ແບ່ງແລ້ວວ່າ ໂຄຕ້າແຕ່
ລະແຂວງນັ້ນມີຢູ່ເທົ່າໃດ. ໄດ້
ມີການກໍາໜົດໄວ້ໝົດແລ້ວ
ເຊັ່ນຢູ່ນະຄອນວຽງຈັນ ກະສິ
ເອົາ 15 ຄົນ ຈາກຜູ້ສະມັກ
ທັງໝົດ 22 ຄົນ. ຫຼາຍກວ່າ
ໝູ່ ກະສິແມ່ນຢູ່ສະຫວັນນະ
ເຂດທີ່ມີຜູ້ສະມັກທັງໝົດ 25
ຄົນ ແລ້ວສິເອົາ 17 ຄົນ. ສ່ວນຢູ່ທ້ອງຖິ່ນນັ້ນ ຕໍ່າສຸດແຕ່ລະທ້ອງຖິ່ນນີ້ ໃຫ້ມີ ບໍ່ຫລຸດ 5 ຄົນ.”

ສ່ວນສາເຫດທີ່ເຮັດໃຫ້ຕ້ອງເພີ້ມຈໍານວນສະມາຊິກສະພາແຫ່ງຊາດລາວ ຊຸດທີ 7 ດັ່ງກ່າວ
ນັ້ນ ທ່ານກິແກ້ວ ກໍໄດ້ໃຫ້ການອະທິບາຍວ່າ ເປັນຍ້ອນພັກຕ້ອງການໃຫ້ການປະຕິບັດ ໜ້າທີ່ຂອງສະມາຊິກສະພາແຫ່ງຊາດ ມີປະສິດຕິພາບຫຼາຍຂຶ້ນ ແລະຄອບຄຸມຢ່າງທົ່ວເຖິງ
ໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ໃນຈໍານວນຜູ້ສະມັກທັ້ງ 190 ຄົນດັ່ງກ່າວນີ້ ກໍຍັງເປັນຜູ້ສະມັກທີ່ມາຈາກ ຂັ້ນທ້ອງຖິ່ນຫຼາຍກວ່າຈາກສູນກາງ ແລະສ່ວນໃຫຍ່ກໍເປັນຜູ້ສະມັກທີ່ມີໜ້າທີ່ຮັບຜິດຊອບ
ບໍ່ຫຼາຍຕໍາແໜ່ງອີກດ້ວຍ ຊຶ່ງລວມເຖິງການເປີດໂອກາດໃຫ້ຕົວແທນຂອງຜູ້ຍິງໄດ້ລົງສະມັກ ແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ ຄິດເປັນສັດສ່ວນເຖິງ 30% ຂອງຈໍານວນຜູ້ສະມັກທັງໝົດ.

ຫາກແຕ່ວ່າສໍາລັບໃນສ່ວນຂອງຜູ້ສະມັກອິດສະລະທີ່ເປັນຕົວແທນຂອງພາກເອກກະຊົນນັ້ນ
ກໍຍັງຄົງຖືວ່າມີສັດສ່ວນທີ່ຕໍ່າຫລາຍ ໂດຍຄິດເປັນສັດສ່ວນບໍ່ເຖິງ 1% ດ້ວຍຊໍ້າຂອງຈໍານວນ
ຜູ້ສະມັກທັງໝົດ ຊຶ່ງກໍເຊັ່ນດຽວກັນກັບສະມາຊິກສະພາແຫ່ງຊາດລາວຊຸດທີ 6 ທີ່ມີສະມາ
ຊິກ ທີ່ເປັນຜູ້ແທນຂອງພາກເອກກະຊົນ ພຽງແຕ່ 2 ຄົນເທົ່ານັ້ນ ຈາກຈໍານວນສະມາຊິກທັງ ໝົດ 115 ຄົນ.

ກ່ຽວຂ້ອງກັນ

XS
SM
MD
LG