ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັນດັບ ການເຮັດ ທຸລະກິດໂລກ ຂອງ ລາວ ຫຍັບຂຶ້ນຈາກ 155 ເປັນ 148


ທ່ານນາງ ເຂັມມະນີ ພົນເສນາ ຢ້ຽມຢາມ ເຂດເສດຖະກິດພິເສດ ໂນນທອງ
ທ່ານນາງ ເຂັມມະນີ ພົນເສນາ ຢ້ຽມຢາມ ເຂດເສດຖະກິດພິເສດ ໂນນທອງ

ອັນ​ດັບ​ໂລກ​ໃນ​ການ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຕ່າງປະ​ເທດໃນ ລາວ ​ເພີ່ມ​ຂຶ້ນ​ຈາກ​ອັນ​ດັບ​ທີ 155 ​ເປັນອັນ​ດັບ​ທີ 148 ຫາ​ແຕ່​ວ່າ​ ລາວ ຍັງ​ປະ​ເຊີນ​ກັບ​ການ​ຂາດ
​ດຸ​ນການ​ຄ້າ​ຢູ່​ເລື້ອຍ​ມາ.

ທ່ານ​ນາງ ​ເຂັມ​ມະ​ນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດ​ສາ​ຫະກຳ ແລະ ການ​ຄ້າ ​ຖະ​ແຫຼ​ງຕໍ່​ກອງ​ປະຊຸມ​ກອງ​ເລຂາ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ຄັ້ງ​ທີ 4 ​ເມື່ອ​ບໍ່​ດົນ​ມາ​ນີ້​ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ ວ່າ​ໄລ​ຍະ​ 2 ປີ​ມາ​ນີ້ ອັນ​ດັບ​ໂລກ​ຂອງ ລາວ ກ່ຽວ​ກັບ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ ລາວ ​ໄດ້​ຮັບ​ການຈັດ​ອັນ​ດັບ​ໃຫ້​ດີ​ຂຶ້ນ​ເຖິງ 7 ອັນ​ດັບ​ກໍ​ຄື​ຈາກ​ອັນ​ດັບ​ທີ 155 ​ໃນ​ປີ 2013 ​ເປັນອັນ​ດັບ​ທີ 148 ​ໃນ​ປີ 2015 ຈາກ 189 ປະ​ເທດ​ທົ່ວ​ໂລກ.

ທ່ານ​ນາງ​ ​ເຂັມ​ມະນີ ບອກ​ວ່າ​ອັນ​ດັບໂລກ​ທີ່​ດີ​ຂຶ້ນ​ດັ່ງກ່າວ​ນີ້ ​ເປັນ​ຜົນ​ໂດຍ​ກົງ​ຈາກ​ການ​ພັດທະນາ ​ແລະ ​ປັບປຸງ​ນະ​ໂຍບາຍ​ທາງ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ ລາວ ນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ ​ຊຶ່ງເຮັດ​ໃຫ້​ຂັ້ນ​ຕອນ​ການ​ຄ້າ ​ແລະ ພາສີ​ມີ​ຄວາມ​ກະທັດ​ຮັດ ​ໂປ່​ງໃສ ສະດວກວ່ອງ​ໄວ ກົມ​ກຽວກັນ ​ໂດຍ​ແນໃສ່​ການ​ຫຼຸດຜ່ອນ​ຕົ້ນ​ທຶນ​ທາງ​ການຄ້າ ​ເພື່ອ​ເພີ່ມ​ຄວາມ​ສາມາດ​ໃນ​ການ​ແຂ່ງ​ຂັນ​ທາງ​ການ​ຄ້າ​ໃຫ້​ແກ່​ພາກ​ທຸລະ​ກິດ​ເອກະ​ຊົນ​ ລາວ ​ແລະ ຕ່າງ
​ປະ​ເທດ​ໃນ​ຕະຫຼາດ​ໂລກ ​ແລະ ​ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ຕ່າງ​ປະ​ເທດ​ໃຫ້​ເຂົ້າ​ມາ​ໃນ ລາວ ​ໃຫ້​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ທ່ານນາງ ເຂັມມະນີ ພົນເສນາ ກ່າວລາຍງານກ່ຽວກັບເສດຖະກິດ ລາວ
ທ່ານນາງ ເຂັມມະນີ ພົນເສນາ ກ່າວລາຍງານກ່ຽວກັບເສດຖະກິດ ລາວ

​ແຕ່​ຢ່າງໃດ​ກໍ​ຕາມ ທ່ານ​ນາງ​ ​ເຂັມ​ມະນີ ກໍ​ຍອມຮັບ​ວ່າ ລາວ ຍັງ​ຄົງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ຢູ່ເລື້ອຍໆ​ມາ ​ໂດຍໄລຍະ​ເດືອນ ຕຸລາ 2014 ​ເຖິງ​ມິຖຸນາ 2015 ຊຶ່ງ​ເປັນ​ໄລ​ຍະ 9 ​ເດືອນ​ຂອງແຜນການ​ປີ​ 2014 ຫາ 2015 ການ​ຄ້າ​ຕ່າງ
ປະ​ເທດ​ຂ​ອງ ລາວ ມີ​ມູນ​ຄ່າ​ລວມ 6,171.63 ລ້ານ​ໂດ​ລາແບ່ງ ເປັນ​ການ​ສົ່ງ​ອອກ​ໃນ​ມູນ​ຄ່າ 2,401.91 ລ້ານ​ໂດ​ລາ ​ແລະ ນຳ​ເຂົ້າ​ໃນ​ມູນ​ຄ່າ 3,769.72 ລ້ານ​ໂດ​ລາ ຈິ່ງ​ເຮັດ​ໃຫ້ ລາວ ຕັ້ງ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ໃນ​ມູນ​ຄ່າ​ເຖິງ 1,367.81 ລ້ານ​ໂດ​ລາ ​ແລະ ປະ​ເທດ​ທີ່​ໄດ້​ປຽບ​ດຸນ​ການ​ຄ້າ​ຕໍ່ ລາວ ຫຼາຍ​ທີ່​ສຸດ​ກໍ​ຄື​ປະ​ເທດ ​ໄທ.

ທາງ​ດ້ານ​ກະຊວງການ​ຄ້າ​ຂອງ ​ໄທ ກໍ​ໄດ້​ຄາດໝາຍ​ວ່າການ​ຄ້າ​ລະ​ຫວ່າງ ​ໄທ ກັບ ລາວ ຈະ​ມີ​ມູນ​ຄ່າ​ລວມຫຼາຍ​ກວ່າ 5,770 ລ້ານ​ໂດ​ລາ​ຕະຫຼອດ​ປີ 2015 ຊຶ່ງ​ໃນ​ນີ້​ຈະ​ເປັນ​ການ​ສົ່ງ​ສິນຄ້າ ​ໄທ ​ໄປ ລາວ ​ໃນ​ມູນ​ຄ່າ​ລວມຫຼາຍ​ກວ່າ​ 4,460 ລ້ານ​ໂດ​ລາ ​ໂດ​ຍ​ເພີ່ມ​ຂຶ້ນ​ເຖິງ 10.6 ​ເປີ​ເຊັນ ​ເມື່ອ​ທຽບ​ກັບ​ປີ 2014 ​ແລະ ໄທ ກໍ​ຈະ​ນຳ​ເຂົ້າ​ສິນຄ້າ​ຈາກ ລາວ ​ໃນ​ມູນ​ຄ່າ​ລວມ 1,310 ລ້ານ​ໂດ​ລາ ​ໂດຍ​ຫຼຸດ​ລົງ​ຫຼາຍ​ກວ່າ 7 ​ເປີ​ເຊັນ ​ເມື່ອ​ທຽບ​ກັບ​ປີ 2014 ທີ່​ຜ່ານ​ມາ​ຊຶ່ງ​ຈະ​ເຮັດ​ໃຫ້ ​ໄທ ​ໄດ້​ປຽບດຸນ​ການ​ຄ້າ​ຕໍ່​ ລາວ ຫຼາຍ​ກວ່າ 3,150 ລ້ານ​ໂດ​ລາ.

ຍິ່ງ​ໄປ​ກວ່າ​ນັ້ນ ທາງ​ການ​ ​ໄທ ກໍ​ຍັງ​ຄາດໝາຍ​ດ້ວຍ​ວ່າ​ຈະ​ໄດ້​ປຽບ​ດຸນ​ການ​ຄ້າ​ຕໍ່ ລາວ ​ເພີ່ມ​ຂຶ້ນ​ເປັນ 5,000 ລ້ານ​ໃນ​ປີ 2017 ຊຶ່ງ​ກໍ​ເປັນ​ຜົນ​ຈາ​ການ​ຕົກລົງ​ລະ​ຫວ່າງ​ກະຊວງ​ການ​ຄ້າ​ຂອງ ​ໄທ ກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຂອງ ລາວ ທີ່ຈະ​ເພີ່ມ​ມູນ​ຄ່າ​ການຄ້າຂອງ ​ໄທ ກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຂອງ ລາວ ທີ່​ຈະ​ເພີ່​ມມູນ​ຄ່າ​ການຄ້າລະ​ຫວ່າງ​ກັນ​ໃຫ້​ເຖິງ 8,000 ລ້ານ​ໂດ​ລາ​ໃນ​ປີ 2017 ດັ່ງ​ກ່າວ ​ໂດຍ​ໃນ​ນີ້​ກໍຄາດໝາຍ​ວ່າ​ຈະ​ເປັນ​ການ​ສົ່ງ​ສິນຄ້າ ​ໄທ ​ໄປ ລາວ ​ໃນ​ມູນ​ຄ່າ​ລວມ​ເຖິງ 6,500 ລ້ານ​ໂດ​ລາ ​ໃນ​ຂະນະ​ທີ່ ໄທ ກໍ​ຈະ​ນຳ​ເຂົ້າ​ສິນຄ້າ​ຈາກ ລາວ ​ໃນ​ມູນຄ່າລວມພຽງ 1,500 ລ້ານ​ເທົ່າ​ນັ້ນ.

ທາງດ້ານ​ທ່ານ ທະນະ​ໂຊດ ​ໂຊດ​ບຸ​ນສັກ ຮອງ​ປ​ະທານ​ຫໍ​ການຄ້າ​ຈັງຫວັດ ມຸກດາ​ຫານ ກໍ​ເຊື່ອ​ໝັ້ນ​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ມູນ​ຄ່າ​ການ​ຄ້າ​ລະຫວ່າງ ​ໄທ ກັບ​ ລາວ ຈ​ະ​ເພີ່ມ​ຂຶ້ນ​ໄດ້​ຕາມ​ການ​ຕົກລົງ​ດັ່ງກ່າວ​ດັ່ງ​ທີ່​ທ່ານ​ໄດ້​ອະທິບາຍ​ເຖິງ​ສະພາວະ​ການ​ຄ້າ​ລະຫວ່າງ​ແຂວງ ສະຫວັນ​ນະ​ເຂດ​ ກັບ​ຈັງຫວັດ ມຸກດາ​ຫານ​ວ່າ:

“ເມື່ອ​ກ່ອນ​ເຮົາ​ບໍ່​ມີ​ສະພານ ມູນ​ຄ່າ​ການ​ຄ້າ​ຊາຍ​ແດ​ນ​ເຮົາ​ແຕ່ 2 ໝື່ນ​ກວ່າ​ລ້ານ ​ແຕ່​ພໍ​ເຮົາ​ມີ​ສະພານ​ມູນ​ຄ່າ​ການ​ຄ້າ​ຊາຍ​ແດ​ນ​ເຮົາ​ເຕີບ​ໂຕ​ເຖິງ​ແສນ​ລ້ານ​ບາ​ດ ສະ​ແດງ​ວ່າ ຈິກ​ຊໍ​ທີ່​ສຳຄັນ​ທີ່​ສຸດ​ກໍ​ຄື​ອົງ​ປະກອບ​ຂອງ​ໂຄງ​ສ້າງ​ພື້ນຖານ​ຕ່າ​ງໆ ຢ່າງ​ເຊັ່ນ​ສະໜາມ​ບິນ ຫຼື ສະຖາ​ນີລົດໄຟ​ກໍ​ມີ​ແຜນການ​ຢູ່​ແລ້ວ ສິ່ງ​ທີ່​ເຮົາ​ມີ​ຄວາມ​ຈຳ​ເປັນ​ຈະ​ຕ້ອງ​ສ້າງ​ຈິງໆ ກໍຄື​ເລື່ອງ​ຂອງ​ສະຖານີ​ຂົນ​ສົ່ງ​ສິນຄ້າ​ຂະໜາດ​ໃຫຍ່​ແລ້ວ ກໍ​ແລ້ວ​ເລື່ອງ​ຂອງ​ສະຖານີ​ຂົນ​ສົ່ງ​ຜູ້​ໂດຍສານ​ນານາ​ຊາດ​ແຫ່ງ​ທີ 2”

ການ​ຕົກລົງ​ທີ່​ຈະ​ເພີ່ມມູນ​ຄ່າການ​ຄ້າ​ໃຫ້​ເຖິງ 8,000 ລ້ານ​ໂດ​ລາ ພາຍ​ໃນ​ປີ 2017 ​ໄດ້​ມີ​ຂຶ້ນໃນ​ໂອກາດ​ການ​ປະຊຸມ​ແຜນ​ຄວາມ​ຮ່ວມ​ມື​ລະຫວ່າງ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຂອງ ລາວ ກັບ​ກະຊວງ​ການ​ຄ້າ​ຂອງ ​ໄທ ຄັ້ງ​ທີ 6 ຢູ່​ທີ່ ບາ​ງກອກ ຖື​ເປັນ​ມູນ​ຄ່າ​ການ​ຄ້າ​ທີ່​ເພີ່ມ​ຂຶ້ນ​ເຖິງ 150 ​ເປີ​ເຊັນ ຈາກ​ປີ 2014 ທີ່ ລາວ ​ແລະ ​ໄທ ມີ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ກັນ​ຫຼາຍ​ກວ່າ 5,443 ລ້ານ​ໂດ​ລາ ຊຶ່ງ​ແບ່ງ​ເປັນ​ການ​ນຳ​ເຂົ້າ​ສິນຄ້າ​ ​ໄທ ໂດຍ​ລາວ ​ໃນ​ມູນ​ຄ່າ 4,032 ລ້ານ​ໂດ​ລາ ​ແລະ ລາວ ສົ່ງ​ສິນ​ຄ້າ​ໄປ ​ໄທ ​ໃນ​ມູນ​ຄ່າ 1,420.56 ລ້ານ​ໂດ​ລາ ​ຊຶ່ງ​ເຮັດ​ໃຫ້ ລາວ ​ເປັນ​ຝ່າ​ຍ​ເສຍປຽບດຸ​ນການ​ຄ້າ​ຕໍ່ ​ໄທ ​ໃນ​ມູນ​ຄ່າ​ລວມ​ເຖິງ 2,621.99 ລ້ານ​ໂດ​ລາ.

XS
SM
MD
LG