ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການເກັບກູ້ລະເບີດ ບໍ່ທັນແຕກແຫ່ງຊາດລາວ ຕ້ອງໄດ້ປົດ ພະນັກງານ 500 ກວ່າຄົນ


ພະນັກງານເກັບກູ້ລະເບີດ ໄດ້ຄົ້ນພົບ ລະເບີດທີ່ຍັງບໍ່ທັນແຕກ (UXO) ລູກໜຶ່ງ ແລະ ຍັງມີອີກຫລວງຫຼາຍ ທີ່ຕົກຄ້າງຢູ່ໃນລາວ ປາງສົງຄາມອິນໂດຈີນ.
ພະນັກງານເກັບກູ້ລະເບີດ ໄດ້ຄົ້ນພົບ ລະເບີດທີ່ຍັງບໍ່ທັນແຕກ (UXO) ລູກໜຶ່ງ ແລະ ຍັງມີອີກຫລວງຫຼາຍ ທີ່ຕົກຄ້າງຢູ່ໃນລາວ ປາງສົງຄາມອິນໂດຈີນ.

ອົງການເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດລາວຕ້ອງປົດ
ພະນັກງານຝ່າຍເກັບກູ້ລະເບີດ 500 ກວ່າຄົນ ເພາະຂາດ
ແຄນງົບປະມານຢ່າງໜັກໜ່ວງ ແລະຕ່າງປະເທດໃຫ້ການ
ຊ່ອຍເຫຼືອຢ່າງຈຳກັດ.

ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີຊ່ອຍວ່າການຕ່າງປະເທດ ຖະແຫລງຢືນຢັນ
ວ່າ ສະພາບການຂາດແຄນ ທາງດ້ານງົບປະມານຢ່າງໜັກໜ່ວງ ເຮັດໃຫ້ອົງການເກັບກູ້
ລະເບີດບໍ່ທັນແຕກແຫ່ງຊາດລາວ (Lao UXO) ຈຳເປັນຕ້ອງເຊົາຈ້າງພະນັກງານໄປ
ແລ້ວ 500 ກວ່າຄົນ ຈາກທີ່ມີຢູ່ທັງໝົດ 1,200 ກວ່າຄົນ ທັງກໍຍັງມີແນວໂນ້ມທີ່ຈະຕ້ອງ
ເຊົາຈ້າງເພີ້ມຂຶ້ນອີກ ຖ້າຫາກວ່າບໍ່ໄດ້ຮັບການຊ່ອຍເຫຼືອ ຈາກຕ່າງປະເທດຢ່າງພຽງພໍ
ກັບຄວາມຕ້ອງການ ທີ່ເປັນຈິງໃນມໍ່ໆນີ້.

ທາງດ້ານທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ
ລາວ ກໍຍອມຮັບວ່າ Lao UXO ໄດ້ປະເຊີນກັບບັນຫາຂາດແຄນ ດ້ານງົບປະມານຢ່າງ
ໜັກໜ່ວງ ນັບແຕ່ເດືອນສິງຫາປີ 2014 ເປັນຕົ້ນມາແລ້ວ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ການ
ດຳເນີນງານເປັນສ່ວນໃຫຍ່ທົ່ວປະເທດ.

ໃນປີ 2014 ລັດຖະບານສະຫະລັດ ກໍໄດ້ອະນຸມັດງົບປະມານ ໃນມູນຄ່າ 12 ລ້ານດອນລາ ເພື່ອໃຫ້ການຊ່ອຍເຫຼືອແກ່ລາວ ໃນການເກັບກູ້ UXO ທີ່ ຕົກຄ້າງໃນລາວ.
ໃນປີ 2014 ລັດຖະບານສະຫະລັດ ກໍໄດ້ອະນຸມັດງົບປະມານ ໃນມູນຄ່າ 12 ລ້ານດອນລາ ເພື່ອໃຫ້ການຊ່ອຍເຫຼືອແກ່ລາວ ໃນການເກັບກູ້ UXO ທີ່ ຕົກຄ້າງໃນລາວ.

ຍິ່ງໄປກວ່ານັ້ນ ດ້ວຍສະພາບການຂາດແຄນ ໃນດ້ານງົບປະມານ
ດັ່ງກ່າວ ກໍຍັງເຮັດໃຫ້ການເກັບກູ້ ໃນລະຍະທີ່ຜ່ານມາ ສາມາດ
ປະຕິບັດໄດ້ ໃນພື້ນທີ່ຢ່າງຈຳກັດອີກດ້ວຍ ໂດຍນັບຕັ້ງແຕ່ເດືອນ
ກັນຍາ 2013 ຮອດເດືອນມີຖຸນາ 2014 ກໍປາກົດວ່າ Lao UXO
ສາມາດເກັບກູ້ UXO ໄດ້ໃນພື້ນທີ່ພຽງ 4,958 ເຮັກຕາ ແລະໄດ້
ທຳລາຍລະເບີດ UXO ໄປທັງໝົດພຽງແຕ່ 72,346 ໜ່ວຍເທົ່ານັ້ນ.

ທາງດ້ານທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການ ຄະນະ
ກຳມະການຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນ
ແຕກທີ່ຕົກຄ້າງຢູ່ໃນລາວຍອມຮັບວ່າ ບັນຫາສຳຄັນປະການໜຶ່ງ
ທີ່ເຮັດໃຫ້ນານາຊາດ ຍັງບໍ່ຕັດສິນໃຈທີ່ຈະໃຫ້ການຊ່ອຍເຫຼືອ
ລະຍະຍາວ ແກ່ລັດຖະບານລາວ ໃນການເກັບກູ້ ແລະ ປ້ອງກັນຜົນກະທົບຈາກລະເບີດ
UXO ຫາກແຕ່ຍັງໃຫ້ການຊ່ອຍເຫຼືອ ເປັນແບບປີຕໍ່ປີນັ້ນ ເພາະສ່ວນໃຫຍ່ກໍຍັງເຫັນວ່າ
ລະບົບຂໍ້ມູນກ່ຽວກັບລະເບີດ UXO ຂອງທາງການລາວຍັງບໍ່ໄດ້ມາດຕະຖານສາກົນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ນານາຊາດ ໄດ້ພິຈາລະນາຂໍ້ມູນ ທີ່ໄດ້ຮັບຈາກທາງການລາວຢ່າງ
ລະອຽດ ແລະ ຮອບດ້ານເສຍກ່ອນ ເຖິງຈະຕັດສິນໃຈວ່າ ຈະໃຫ້ການຊ່ອຍເຫຼືອແກ່ລັດ
ຖະບານລາວເທົ່າໃດ ໂດຍສາເຫດສຳຄັນ ທີ່ນານາຊາດຍັງບໍ່ເຊື່ອໝັ້ນຕໍ່ຂໍ້ມູນ ຂອງທາງ
ການລາວນັ້ນ ກໍເພາະເຫັນວ່າ ການປະສານງານ ລະຫວ່າງໜ່ວຍງານລັດຖະບານລາວ
ຍັງບໍ່ມີປະສິດທິພາບຢ່າງພຽງພໍ ດັ່ງທີ່ທ່ານພູຂຽວ ໃຫ້ການຢືນຢັນວ່າ:

“ການປະສານງານຢູ່ທ້ອງຖິ່ນປັດຈຸບັນນີ້ ມັນມີຄວາມຫຍຸ້ງຍາກ ເພາະພວກຂ້າ
ພະເຈົ້າ ສັງເກດເຫັນວ່າ ການປະສານງານ ເພື່ອເອົາຂໍ້ມູນມາຮັບໃຊ້ ເພື່ອການ
ວາງແຜນດຽວນີ້ ບໍ່ສະດວກປານໃດ ເພາະວ່າ ໂຄງການເກັບກູ້ລະເບີດແຫ່ງຊາດ
ຢູ່ຕັ້ງແຕ່ຫົວພັນຮອດອັດຕະປື ເຮົາຂໍການຊ່ອຍເຫຼືອຂອງຕ່າງປະເທດ ເຂົາເຈົ້າ
ຕ້ອງການຂໍ້ມູນທີ່ຊັດເຈນຄືກັນ.”

ທັງນີ້ໂດຍການເກັບກູ້ UXO ໃນລາວ ຕ້ອງການຄວາມຊ່ອຍເຫຼືອບໍ່ນ້ອຍກວ່າ 50 ລ້ານ
ດອນລາ ໃນແຕ່ລະປີ ຈຶ່ງຈະພຽງພໍຄວາມຕ້ອງການທີ່ເປັນຈິງ ຊຶ່ງທີ່ຜ່ານມາກໍປາກົດວ່າ
ທາງການລາວໄດ້ຮັບການຊ່ອຍເຫຼືອ ໃນມູນຄ່າສະເລ່ຍ 30 ລ້ານດອນລາຕໍ່ປີ ຈຶ່ງຍັງ
ຂາດເຂີນງົບປະມານຢູ່ເຖິງ 20 ລ້ານດອນລາໃນແຕ່ລະປີ.

ສຳຫລັບທາງການສະຫະລັດອາເມຣິການັ້ນ ກໍໄດ້ໃຫ້ການຊ່ອຍເຫຼືອແກ່ລັດຖະບານລາວ
ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແລະໃນປີ 2014 ລັດຖະບານສະຫະລັດ ກໍໄດ້ອະນຸມັດງົບປະມານ
ໃນມູນຄ່າ 12 ລ້ານດອນລາ ເພື່ອໃຫ້ການຊ່ອຍເຫຼືອແກ່ລາວ ໃນການເກັບກູ້ UXO ທີ່
ຕົກຄ້າງໃນລາວ ລວມໄປເຖິງ ການໃຫ້ການຊ່ອຍເຫຼືອແກ່ປະຊາຊົນລາວ ທີ່ໄດ້ຮັບເຄາະ
ຈາກ UXO ແລະ ລົນນະລົງເຜີຍແຜ່ຂໍ້ມູນ ເພື່ອໃຫ້ຄວາມຮູ້ແກ່ປະຊາຊົນລາວ ໂດຍແນ
ໃສ່ການລົດອັນຕະລາຍຈາກ UXO ໃຫ້ໄດ້ຢ່າງມີປະສິດທິຜົນອີກດ້ວຍ.

ໂດຍການອະນຸມັດດັ່ງກ່າວນີ້ ຖືເປັນງົບປະມານກ້ອນໃຫຍ່ສຸດ ທີ່ທາງການສະຫະລັດ ໄດ້
ໃຫ້ການຊ່ອຍເຫຼືອແກ່ລາວ ນັບແຕ່ສົງຄາມອິນໂດຈີນໄດ້ສິ້ນສຸດລົງໃນປີ 1975 ເປັນຕົ້ນ
ມາ ພາຍໃຕ້ເປົ້າໝາຍທີ່ຈະຫລຸດຜ່ອນຜົນກະທົບຈາກລະເບີດ UXO ໃນລາວລົງເທື່ອລະ
ກ້າວ ແລະ ໝົດໄປໃນທີ່ສຸດ ທັງນີ້ດ້ວຍການຈັດຕັ້ງປະຕິບັດ ທັງໃນການເກັບກູ້ ການຊ່ອຍ ເຫຼືອຜູ້ໄດ້ຮັບເຄາະ ແລະການປ້ອງກັນຄຽງຄູ່ກັນໄປ ໂດຍໃນຊ່ວງປີ 1990-2014 ສະຫະລັດໄດ້ໃຫ້ຄວາມຊ່ອຍເຫຼືອແກ່ລາວ ໃນດ້ານນີ້ແລ້ວຫຼາຍກວ່າ 85 ລ້ານດອນລາ.

XS
SM
MD
LG