ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຄາດໝາຍວ່າ “ປີທ່ອງທ່ຽວລາວ 2012” ຈະດຶງດູດເອົານັກທ່ອງທ່ຽວໄດ້ 2.6 ລ້ານຄົນ


ການໃສ່ບາດທຸກເຊົ້າເປັນປະເພນີທີ່ສືບທອດກັນມາແຕ່ດົນນານຂອງປະຊາຊົນລາວ ໂດຍສະເພາະແມ່ນຢູ່ຫລວງ ພະບາງ ຊຶ່ງເປັນເມືອງມໍລະດົກໂລກ ທີ່ເຈົ້າໜ້າທີ່ລາວເຊື່ອໝັ້ນວ່າ ຈະເປັນສ່ວນສໍາຄັນອັນນຶ່ງ ທີ່ຊ່ອຍດຶງດູດເອົາ ນັກທ່ອງທ່ຽວຕ່າງຊາດເຂົ້າໄປລາວຫລາຍຂຶ້ນ ໃນ “ປີທ່ອງທ່ຽວລາວ” 2012 ທີ່ຈະມ
ການໃສ່ບາດທຸກເຊົ້າເປັນປະເພນີທີ່ສືບທອດກັນມາແຕ່ດົນນານຂອງປະຊາຊົນລາວ ໂດຍສະເພາະແມ່ນຢູ່ຫລວງ ພະບາງ ຊຶ່ງເປັນເມືອງມໍລະດົກໂລກ ທີ່ເຈົ້າໜ້າທີ່ລາວເຊື່ອໝັ້ນວ່າ ຈະເປັນສ່ວນສໍາຄັນອັນນຶ່ງ ທີ່ຊ່ອຍດຶງດູດເອົາ ນັກທ່ອງທ່ຽວຕ່າງຊາດເຂົ້າໄປລາວຫລາຍຂຶ້ນ ໃນ “ປີທ່ອງທ່ຽວລາວ” 2012 ທີ່ຈະມ

ອົງການທ່ອງທ່ຽວແຫ່ງຊາດລາວ ຈະຈັດປີ 2012 ເປັນປີທ່ອງທ່ຽວລາວ ໂດຍມີເປົ້າໝາຍທີ່ ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດເພີ້ມຫຼາຍຂຶ້ນໃຫ້ໄດ້ເຖິງ 2.6 ລ້ານຄົນ.

ອົງການທ່ອງທ່ຽວແຫ່ງຊາດລາວ ຈະຈັດປີ 2012 ​ເປັນປີ
ທ່ອງທ່ຽວລາວ ໂດຍມີ​ເປົ້າໝາຍທີ່ຈະດຶງ​ດູດ​ເອົານັກທ່ອງ
ທ່ຽວຊາວຕ່າງຊາດເພີ້ມຫຼາຍຂຶ້ນ​ໃຫ້​ໄດ້​ເຖິງ 2.6 ລ້ານ​ຄົນ.

ທ່ານສາລີ ພິມ​ພິນິດ ຫົວໜ້າສຳນັກງານ​ສົ່ງ​ເສີມ​ການ​ຕະ
ຫລາດ​ຂອງອົງການທ່ອງທ່ຽວແຫ່ງຊາດລາວ​ໄດ້​ໃຫ້ການ
ຢືນຢັນ​ວ່າອົງການທ່ອງທ່ຽວແຫ່ງຊາດລາວກໍາລັງ​ຮ່າງ
ແຜນການ​ລະອຽດ ​ເພື່ອ​ສະ​ເໜີຕໍ່ຄະນະ​ລັດຖະບານ​ລາວ
ເພື່ອ​ໃຫ້ການ​ອະນຸມັດ​ແຜນການ​ກ່ຽວກັບ​ການ​ກໍາໜົດ​ໃຫ້
ປີ 2012 ​ເປັນປີທ່ອງທ່ຽວລາວຢ່າງ​ເປັນ​ທາງ​ການ​ໃນໝໍ່ໆນີ້.

ການທ່ອງທ່ຽວທີ່ອານຸລັກ ທໍາມະຊາດ ຢູ່ໃນລາວ
ການທ່ອງທ່ຽວທີ່ອານຸລັກ ທໍາມະຊາດ ຢູ່ໃນລາວ

ພາຍ​ໃຕ້ແຜນການ​ດ່ັງກ່າວ​ນີ້
ນອກຈາກອົງການທ່ອງທ່ຽວ
ແຫ່ງຊາດລາວຈະ​ໄດ້​ຕັ້ງ​ເປົ້າ
ໝາຍທີ່​ຈະດຶງ​ດູດ​ເອົານັກ
ທ່ອງທ່ຽວຊາວຕ່າງຊາດ​ໃຫ້
ພາກັນ​ມາ​ທ່ອງ​ທ່ຽວ​ໃນ​ລາວ
ໃຫ້​ໄດ້ບໍ່ໜ້ອຍກວ່າ 2.6
ລ້ານ​ຄົນ​ໃນ​ຕະຫລອດ​ປີ
2012 ​ແລ້ວກໍ​ຍັງ​ໄດ້​ແນ​ໃສ່​
ການກຽມຄວາມ​ພ້ອມ​ທັງ​ໃນ​ດ້ານ​ໂຮງ​ແຮມ, ຮ້ອນ​ອາຫານ,
ສະຖານ​ທີ່​ທ່ອງ​ທ່ຽວ ​ແລະ​ການ​ບໍລິການ​ຕ່າງໆ ສຳລັບ
ຮອງ​ຮັບ​ປີ​ທ່ອງ​ທ່ຽວລາວ​ໃຫ້​ໄດ້ຢ່າງມີ​ປະສິດທິພາບ ​ແລະ​ໃຫ້​ເປັນ​ທີ່​ປະ​ທັບ​ໃຈ​ຂອງ​ນັກ​ທ່ອງ​
ທ່ຽວຊາວ​ຕ່າງ​ຊາດ​ ອີກ​ດ້ວຍ.

ຂະບວນລົດແຂ່ງ rally ຈາກຈີນ ຢູ່ໜ້າ ໂຮງແຮມ ດອນຈັນພາເລສ ທີ່ວຽງຈັນ.
ຂະບວນລົດແຂ່ງ rally ຈາກຈີນ ຢູ່ໜ້າ ໂຮງແຮມ ດອນຈັນພາເລສ ທີ່ວຽງຈັນ.

ທາງ​ດ້ານ​ທ່ານ​ສຸກ​ກະ​ເສີມ ​ໂພທິ
ສານ ຮອງ​ປະທານອົງການທ່ອງ
ທ່ຽວແຫ່ງຊາດລາວກໍ​ໄດ້​ໃຫ້ການ
ຍອມຮັບ​ວ່າ ການ​ທີ່​ທາງ​ການ​
ລາວ​ຈະ​ສາມາດ​ຈັດກຽມຄວາມ
ພ້ອມໃນ​ດ້ານ​ຕ່າງໆ ​ເພື່ອ​ຮອງ
ຮັບ​ປີ​ທ່ອງ​ທ່ຽວລາວ​ໃຫ້​ໄດ້​ຢ່າງ
ແທ້​ຈິງ​ນັ້ນ ກໍ​ຈຳ​ເປັນຢ່າງ​ຍິ່ງ​ທີ່
ຈະ​ຕ້ອງ​ໄດ້​ຮັບ​ການ​ປະກອບ
ສ່ວນ​ຈາກທາງ​ພາກ​ເອກະ​ຊົນ ທັງ​ໃນ​ດ້ານ​ເງິນ​ລົງທຶນ​ແລະ​ບຸກ
ຄະລາກອນ​ດ້ານ​ການທ່ອງທ່ຽວ ດັ່ງ​ທີ່​ທ່ານ​ໄດ້​ກ່າວ​ເນັ້ນຢໍ້າວ່າ:

“ອັນ​ນຶ່ງກໍ​ຄື ​ເຮັດ​ຈັ່ງ​ໃດ​ໃຫ້ພາກ​ສ່ວນເອກະ​ຊົນ​ເຂົາມາ​ມີ​ບົດບາດ​ສຳຄັນ​ໃນ​ການ
ວາງ​ແຜນການ​ພັດທະນາ​ໃນ​ໄລຍະ​ຕໍ່​ໄປ​ນີ້ ​ແລະ​ໃຫ້​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ
ຕ່າງປະ​ເທດ ມີ​ຄວາມ​ເຊື່ອໝັ້ນຕໍ່ນະໂຍບາຍ​ຂອງພວກ​ເຮົາ ​ແລ້ວ​ດຶງ​ດູດ​ນັກ​ລົງ
ທຶນ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ມາ​ລົງທຶນ​ໃຫ້​ຫລາຍ​ກວ່າ​ເກົ່າ ​ໃນ​ຂະ​ແໜງອຸດ
ສະຫະກຳ​ທ່ອງ​ທ່ຽວຂອງ​ພວກ​ເຮົາ”

ປັດຈຸບັນ​ນີ້ ທົ່ວ​ປະ​ເທດ​ລາວ​ມີ​ໂຮງ​ແຮມ 357 ​ແຫ່ງ, ບ້ອານ​ພັກ 1,127 ​ແຫ່ງ, ຮ້ານ
ອາຫານ 1,246 ​ແຫ່ງ ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວທຳ​ມະ​ຊາດ ​ແລະ​ວັດທະນະທຳ 1,493
ແຫ່ງ. ຫາກ​ແຕ່​ວ່າ​ໃນ​ຈຳນວນ​ນີ້ ມີ​ພຽງ 456 ​ແຫ່ງ​ເທົ່າ​ນັນ ທີ່​ໄດ້​ຮັບ​ການ​ພັດທະນາ
ໃຫ້​ສາມາດ​ຮັບຮອງ​ນັກ​ທ່ອງ​ທ່ຽວ​ໄດ້​ແລ້ວ ​ໃນ​ຂະນະ​ທີ່​ໂຮງ​ແຮມ ​ແລະ​ບ້ານ​ພັກ​ໃນທົ່ວ
ປະ​ເທດ​ນັ້ນ ກໍ​ສາມາດ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ໄດ້​ທັງໝົດ 37,500 ຄົນ​ຕໍ່ມື້.

ລາວແລະຈີນເຊັນບົດບັນທຶກຄວາມເຂົ້າໃຈໃນທ້າຍປີ 2010 ເພື່ອລົງທຶນສ້າງທາງລົດໄຟເຊື່ອມຕໍ່ຈາກຈີນ ຫາວຽງຈັນ, ລາວ.
ລາວແລະຈີນເຊັນບົດບັນທຶກຄວາມເຂົ້າໃຈໃນທ້າຍປີ 2010 ເພື່ອລົງທຶນສ້າງທາງລົດໄຟເຊື່ອມຕໍ່ຈາກຈີນ ຫາວຽງຈັນ, ລາວ.

ກ່ອນ​ໜ້ານີ້ ທ່ານສົມພົງ ມົງຄົນ
ວິໄລ ລັດຖະມົນຕີປະຈໍາສໍານັກ
ງານນາຍົກລັດຖະມົນຕີ ແລະ
ປະທານອົງການທ່ອງທ່ຽວແຫ່ງ
ຊາດລາວໄດ້ສະແດງຄວາມເຊື່ອ
ໝັ້ນວ່າໂຄງການກໍ່ສ້າງທາງລົດ
ໄຟຄວາມໄວສູງ ລະຫວ່າງຈີນ
ກັບລາວ ທີ່ຈະເຊື່ອມຕໍ່ໄປຍັງປະ
ເທດໄທ-ມາເລເຊຍ ແລະສິງກະ
ໂປ ຫຼືທີ່ເອີ້ນວ່າໂຄງການເຊື່ອມ
ຕໍ່ທາງລົດໄຟອາຊຽນ-ຈີນນັ້ນຈະ
ສົ່ງຜົນ​ດີຕໍ່ການ​ພັດທະນາ​ການ
ທ່ອງທ່ຽວຂອງ​ລາວ​ໃນອານາ​ຄົດ.

ທັງ​ນີ້ກໍເນື່ອງ​ຈາກ​ວ່າ ການເດີນທາງດ້ວຍລົດໄຟຄວາມໄວສູງທີ່ສະດວກ​ແລະ​ວ່ອງ​ໄວ​ນັ້ນ ຈະເຮັດໃຫ້ນັກທ່ອງທ່ຽວຊາວຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມຫຼາຍ
ຂຶ້ນຢ່າງ​ຕໍ່​ເນື່ອງ ໂດຍສະເພາະແມ່ນນັກທ່ອງທ່ຽວຊາວຈີນນັ້ນ ກໍ່ເຊື່ອວ່າຈະເດີນທາງເຂົ້າ
ມາທ່ອງທ່ຽວໃນລາວຫຼາຍກວ່າທຸກປະເທດເມື່ອການກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່່າວ
ນີ້ ໄດ້ດໍາເນີນການເສັດສົມບູນແລ້ວໃນປີ 2015.

ການຂີ່ຊ້າງທ່ອງທຽວ ຕາມທໍາມະຊາດ
ການຂີ່ຊ້າງທ່ອງທຽວ ຕາມທໍາມະຊາດ

ອິງຕາມແຜນການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະ
ໃນເຂດລາວ ທີ່ເຊື່ອມຕໍ່ຈາກຈີນທີ່ຢູ່ດ່ານຊາຍແດນບໍ່ເຕັນ
ໃນແຂວງຫຼວງນໍ້າທານັ້ນ ຈະມີການກໍ່ສ້າງສະຖານີໃຫຍ່ 5
ແຫ່ງ ກໍຄືຢູ່ທີ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງ
ວຽງແລະນະຄອນວຽງຈັນ. ນອກຈາກ​ນັ້ນ ກໍຈະມີສະຖານີ
ນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງສະຖານີໃຫຍ່ທັງຫ້າແຫ່ງ
ດັ່ງກ່າວ.

ຍ້ອນວ່າຈະ​ມີ​ເສັ້ນທາງ​ເຫລົ່ານີ້ ຈຶ່ງ​ເຮັດໃຫ້ທາງ​ການລາວ​ເຊື່ອໝັ້ນວ່າ ຈະ​ມີນັກທ່ອງທ່ຽວ
ຊາວຕ່າງຊາດ ຫຼາຍກວ່າ 2.8 ລ້ານຄົນທີ່ຈະເດີນທາງເຂົ້າໄປລາວໃນປີ 2015. ສ່ວນປີ
ທີ່ຜ່ານມານັ້ນ ປາກົດວ່າມີນັກທ່ອງທ່ຽວຊາວຕ່າງຊາດເກືອບ 2.2 ລ້ານຄົນ ເດີນທາງ ເຂົ້າໄປທ່ຽວໃນລາວ.

XS
SM
MD
LG