ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວ ຈະເຊື່ອມໂຍງ ລະບົບເຄືອຂ່າຍ ສາຍສົ່ງກະແສໄຟຟ້າ ເຂົ້າກັນກັບ ອາຊ່ຽນ


ລາວ ຈະເຊື່ອມໂຍງ ລະບົບເຄືອຂ່າຍ ສາຍສົ່ງກະແສໄຟຟ້າ ເຂົ້າກັນກັບ ບັນດາປະເທດໃນອາຊ່ຽນ.
ລາວ ຈະເຊື່ອມໂຍງ ລະບົບເຄືອຂ່າຍ ສາຍສົ່ງກະແສໄຟຟ້າ ເຂົ້າກັນກັບ ບັນດາປະເທດໃນອາຊ່ຽນ.

ການເຊື່ອມໂຍງ ລະບົບເຄືອຂ່າຍ ສາຍສົ່ງກະແສໄຟຟ້າ ເຂົ້າ
ດ້ວຍກັນ ລະຫວ່າງ ລາວກັບໄທ ມາເລເຊຍ ແລະ ສິງກະໂປ
ຈະເຮັດໃຫ້ປະຢັດ ເງິນທຶນຫຼື ງົບປະມານໄດ້ເຖິງ 26 ຕື້ດອນລາ
ໃນລະຍະ 10 ປີ.

ດຣ Li Yanfei ນັກວິຊາການປະຈຳສະຖາບັນວິໄຈເສດຖະກິດ
ໃນເຂດອາຊ່ຽນ ແລະ ເອເຊຍຕະເວັນອອກ ໄດ້ສະເໜີລາຍງານ ການສຶກສາວິໄຈກ່ຽວກັບ
ຄວາມຕ້ອງການ ດ້ານພະລັງງານ ໃນອາຊ່ຽນວ່າ ການເຊື່ອມໂຍງລະບົບເຄືອຂ່າຍສາຍສົ່ງ
ກະແສໄຟຟ້າ ລະຫວ່າງປະເທດສະມາຊິກໃນອາຊ່ຽນເຂົ້າດ້ວຍກັນ ຫຼື ທີ່ເອີ້ນວ່າ ASEAN Power Grid ໃຫ້ໄດ້ຢ່າງແທ້ຈິງ ຕາມແຜນການທີ່ວາງໄວ້ພາຍໃນປີ 2018 ນັ້ນ ຈະເປັນ
ຜົນ ເຮັດໃຫ້ ບັນດາປະເທດສະມາຊິກໃນອາຊ່ຽນ ສາມາດປະຢັດເງິນທຶນ ຫຼື ງົບປະມານ ລາຍຈ່າຍໄດ້ ໃນມູນຄ່າລວມເຖິງ 26 ຕື້ດອນລາ ພາຍໃນລະຍະ 10 ປີ ຂອງການເຊື່ອມ
ໂຍງ ດັ່ງກ່າວ.

ໂດຍສະເພາະ ແມ່ນການເຊື່ອມໂຍງ ລະບົບເຄືອຂ່າຍສາຍສົ່ງກະແສໄຟຟ້າ ຈາກລາວ
ໄປໄທ ມາເລເຊຍ ແລະ ສິງກະໂປນັ້ນ ຖືເປັນລະບົບເຄືອຂ່າຍ ທີ່ສາມາດຈະເຊື່ອມໂຍງ
ລະຫວ່າງກັນໄດ້ທັນທີ ເພາະວ່າ ໃນແຕ່ລະ ປະເທດ ມີລະບົບເຄືອຂ່າຍພື້ນຖານ ທີ່ເຊື່ອມ
ໂຍງກັນຢູ່ແລ້ວ ກໍຄືລະບົບ ເຄືອຂ່າຍທີ່ເຊື່ອມໂຍງ ລະຫວ່າງລາວກັບໄທ ລະຫວ່າງໄທກັບ
ມາເລເຊຍ ແລະ ລະຫວ່າງມາເລເຊຍກັບສິງກະໂປ ເພາະສະນັ້ນ ຖ້າເອົາທຸກ ເຄືອຂ່າຍ
ເຊື່ອມໂຍງເຂົ້າກັນ ຍ່ອມຈະເຮັດໃຫ້ ສາມາດສົ່ງກະແສໄຟຟ້າ ຈາກລາວໄປສິງກະໂປໄດ້
ຕະຫລອດເວລາ ນັ້ນເອງ.

ການສະເໜີ ລາຍງານການສຶກສາວິໄຈ ດັ່ງກ່າວນີ້ ໄດ້ມີຂຶ້ນໃນໂອກາດ ການປະຊຸມ ລະດັບ ລັດຖະມົນຕີດ້ານພະລັງງານອາຊ່ຽນ ຄັ້ງທີ 32 ທີ່ລັດຖະບານລາວ ເປັນເຈົ້າພາບ ໃນວັນທີ 22-24 ກັນຍາ ທີ່ນະຄອນ ຫລວງວຽງຈັນ ຊຶ່ງກໍປາກົດວ່າ ທາງການສິງກະໂປ ໄດ້ສະແດງ ເຈດຕະນາລົມ ທີ່ຈະຊື້ກະແສໄຟຟ້າຈາກລາວ ໃນຂັ້ນເບື້ອງຕົ້ນ 100 ແມັກກາວັດຕໍ່ປີ ແລະ ຈະເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ເມື່ອໄດ້ເຊື່ອມໂຍງ ເຄືອຂ່າຍ ເຂົ້າດ້ວຍກັນແລ້ວ.

ກອງປະຊຸມລະດັບ ລັດຖະມົນຕີດ້ານພະລັງງານອາຊ່ຽນ ຄັ້ງທີ 32 ທີ່ລັດຖະບານລາວ ເປັນເຈົ້າພາບ ໃນວັນທີ 22-24 ກັນຍາ ທີ່ນະຄອນ ຫລວງວຽງຈັນ.
ກອງປະຊຸມລະດັບ ລັດຖະມົນຕີດ້ານພະລັງງານອາຊ່ຽນ ຄັ້ງທີ 32 ທີ່ລັດຖະບານລາວ ເປັນເຈົ້າພາບ ໃນວັນທີ 22-24 ກັນຍາ ທີ່ນະຄອນ ຫລວງວຽງຈັນ.

ທາງດ້ານທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການ
ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຖະແຫລງຢືນຢັນ ໃນໂອ
ກາດດຽວກັນນີ້ວ່າ ເປົ້າໝາຍສຳຄັນທີ່ສຸດ ຂອງກອງປະຊຸມ
ກໍຄືການກຳນົດ ແຜນການທີ່ຈະເຊື່ອມໂຍງ ລະບົບເຄືອຂ່າຍ
ສາຍສົ່ງກະແສໄຟຟ້າ ທັງ 10 ປະເທດສະມາຊິກອາຊ່ຽນ ເຂົ້າ
ດ້ວຍກັນ ທັງຍັງຖືເປັນ ຄວາມພະຍາຍາມ ຂອງລັດຖະບານລາວ
ທີ່ຈະກ້າວໄປເປັນໝໍ້ໄຟ ຫຼື Battery ຂອງອາຊ່ຽນ ໃຫ້ໄດ້ຢ່າງ
ແທ້ຈິງອີກດ້ວຍ ເພາະການເຊື່ອມໂຍງ ລະບົບເຄືອຂ່າຍ ສາຍ
ສົ່ງກະແສໄຟຟ້າ ເຂົ້າດ້ວຍກັນນີ້ ຍ່ອມພົວພັນໂດຍກົງ ກັບການ
ພັດທະນາ ພະລັງງານ ເພື່ອການຄ້າ ແລະ ການຕອບສະໜອງ ພະລັງງານ ລະຫວ່າງ ປະເທດສະມາຊິກ ໃນອາຊ່ຽນດ້ວຍກັນ ໃຫ້ໄດ້ຢ່າງພຽງພໍ.

ໂດຍ​ໃນ​ປັດຈຸບັນ ລາວ​ມີ​ເຂື່ອນ​ໄຟຟ້າ ທີ່​ກໍ່ສ້າງ​ສຳ​ເລັດ​ແລ້ວ ​ແລະ ​ໄດ້​ຜະລິດ​ພະລັງງານ​
ໄຟຟ້າ​ແລ້ວ ຈຳນວນ 24 ​ໂຄງການ ສ່ວນ​ທີ່​ກຳລັງ​ຢູ່​ໃນ​ລະຫວ່າງ​ດຳ​ເນີນ​ການ​ກໍ່ສ້າງ​ມີ
ຈຳນວນ 38 ​ໂຄງການ ​ແລະ​ອີກ 100 ​ໂຄງການ​ຢູ່​ໃນ​ຂັ້ນການ​ສຶກສາ ອອກ​ແບບ ຫຼື ສ​ະ
​ແຫວ​ງຫາ​ເງິນ​ທຶນ ທີ່​ຈະ​ນຳ​ໃຊ້​ ໃນ​ການ​ກໍ່ສ້າງ​ຕໍ່​ໄປ.

ທັງ​ນີ້ ​ໂດຍ​ຈາກ​ການ​ສຶກສາໃນ​ລະຍະ​ທີ່​ຜ່ານ​ມາ ພົບ​ວ່າການ​ກໍ່ສ້າງ​ເຂື່ອນ​ໃນ​ລາວ​ຢ່າງ​ເຕັມ​
ກຳລັງ​ນັ້ນ ຈະ​ເຮັດ​ໃຫ້​ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ລວມກັນ ລະ​ຫວ່າງ 28,000 ເຖິງ 30,000 ​ເມກາ​ວັດ (MW) ທັງ​ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ​ ຕໍ່​ການ​ພັດທະນາ ​ເພື່ອ​ລົບ​ລ້າງບັນຫາ
​ຄວາມຍາກຈົນ ​ຂອງ​ປະຊາຊົນ​ລາວ​ ທີ່ຢູ່​ໃນ​ເຂດ​ຊົນນະບົດ​ດ້ວຍ ດັ່ງ​ທີ່ ທ່ານ​ດາ​ວົງ ພອນ​ແກ້ວ ຫົວໜ້າ​ກົມ​ນະໂຍບາຍ ​ແລະແຜນ​ພະລັງງານ ກະຊວງ​ພະລັງງານ ​ແລະບໍ່​ແຮ່ ​ໄດ້​ໃຫ້
ການ​ອະທິບາຍ​ວ່າ:

“​ເວລາ​ເຮົາ​ພັດທະນາ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນີ້ ສິ​ໄປ​ຕັ້ງຢູ່​ຊົນນະບົດ ​ຫ່າງ​ໄກ​ສອກ​
ຫລີກ ສະນັ້ນ ຄັນ​ມີ​ໂຄງການ​ຢູ່​ຈຸດ​ໃດ ຜົນ​ພອຍ​ໄດ້​ກໍຕາມມາ ​ເພາະວ່າ​ເຮົາ​ບໍ່​ໄດ້​
ແຕ່​ໄຟຟ້າ ​ເຮົາ​ສິ​ໄດ້​ຖະໜົນ​ຫົນທາງ ຮັກສາ​ແຫ​ລ່ງນ້ຳ​ໄວ້​ໃຊ້​. ໃນ​ລະດູ​ແລ້ງ ກໍ
ສາມາດ​ລ້ຽງ​ປາ​ໄດ້ ​ເປັນ​ແຫ​ລ່ງອາຫານ ຫຼືວ່າ​ ເປັນ​ເຂດ​ທ່ອງ​ທ່ຽວ.”

ທັງ​ນີ້ ​ໂດຍ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ໄດ້​ວາງ​ແຜນການ ທີ່​ຈະ​ເພີ້​ມລະດັບ​ຄວາມອາດ
ສາມາດ ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ​ຈາກ 3,200 MW ​ໃນ​ປັດຈຸບັນ​ ຂຶ້ນເປັນ​ບໍ່​ຕ່ຳ
ກວ່າ 12,500 MW ​ໃນ​ປີ 2020 ຊຶ່ງ​ການ​ທີ່​ຈະ​ສາມ​າດບັນລຸ​ເປົ້າໝາຍ​ດັ່ງກ່າວໄດ້​ ຢ່າງ
ແທ້ຈິງ​ນັ້ນ ກໍ​ຈະ​ຕ້ອງ​ໄດ້ກໍ່ສ້າງ ​ເຂື່ອນ​ແລະໂຮງງານ​ໄຟຟ້າ​ ໃຫ້​ໄດ້​ເຖິງ 39 ໂຄງການ.

XS
SM
MD
LG