ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະ​ກຳມາ​ທິການ​ຮ່ວມ ​ລະຫວ່າງ​ລາວ-​ໄທ ຕົກລົງ​​ເສີມ​ຂະຫຍາຍ ​ການ​ຮ່ວມ​ມື​ໃນ 4 ​ໂຄງການ


ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນ​ຕີ​ວ່າການ​ຕ່າງປະ​ເທດ​ ເປັນປະທານ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ ລະຫວ່າງ​ລາວ-​ໄທ ​ຄັ້ງທີ 19 ຮ່ວມ​ກັນກັບໄທ.
ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນ​ຕີ​ວ່າການ​ຕ່າງປະ​ເທດ​ ເປັນປະທານ​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ ລະຫວ່າງ​ລາວ-​ໄທ ​ຄັ້ງທີ 19 ຮ່ວມ​ກັນກັບໄທ.

ຄະນະ​ກຳມາ​ທິການ​ຮ່ວມ​ລະຫວ່າງ​ລາວ-​ໄທ ຕົກລົງເສີມ​ຂະ
ຫຍາຍ​ການ​ຮ່ວມ​ມື​ໃນ 4 ​ໂຄງການ​ທີ່​ແນ​ໃສ່​ການ​ພັດທະນາ
​ເສດຖະກິດ ທັງ​ໃນ​ດ້ານ​ການ​ຄ້າ​ ການ​ເຊື່​ອມຕໍ່​ການ​ຄົມມະ
ນາຄົມ-ຂົນ​ສົ່ງ ​ແລະ​ຕະຫລາດ​ເງິນ​ທຶນ.

ທ່ານ​ເສກ ວັນນະ​ເມ​ທີ ອະທິບໍດີ​ກົມ​ສາລະ​ນິ​ເທດ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ໄທ
ຖະ​ແຫລ​ງຢືນຢັນ​ວ່າ ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ຮ່ວມ ວ່າ​ດ້ວຍ​ຄວາມ​ຮ່ວມ​ມື​ລະ
ຫວ່າງ​ລາວ-​ໄທ​ຄັ້ງທີ 19 ທີ່​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ເດືອນ​ມັງກອນ​ນີ້ ຢູ່​ນະຄອນ
ຫລວງ​ວຽງ​ຈັນ ​ໂດຍ​ມີ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ກັບ​ທ່ານ​ພົນ​ເອກ ທະນະ​ສັກ ປະຕິມາປະກອນ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນ​ຕີ​ວ່າການ​ຕ່າງປະ​ເທດ​ຂອງ​ທັງ 2 ຝ່າຍ​ເປັນ​ປະທານ​ຮ່ວມ​ກັນນັ້ນ ​ໄດ້​ໃຫ້​ຄວາມ​ສຳຄັນ ທີ່​ຈະ​ເສີມ​ຂະຫຍາຍ ຄວາມ​ຮ່ວມ​ມື​ລະຫວ່າງ​ກັນ​ໃນ 4 ​ໂຄງການ​ທີ່​ສຳຄັນ​ດ້ວຍ​ກັນ.

​ໂດຍ​ສຳ​ຫລັບ​ໂຄງການ​ທຳ​ອິດ ກໍ​ຄື​ການ​ພັດທະນາ​ພື້ນ​ທີ່ຊາຍ​ແດນ ​ແລະ​ເຂດ​ເສດຖະກິດ​
ພິ​ເສດ​ຊາຍ​ແດນ ທີ່​ຕິດ​ຕໍ່​ລະຫວ່າງ​ສອງ​ປະ​ເທດ ​ຕິດຕາມ​ດ້ວຍການ​ພັດທະນາ​ໂຄງ​ຂ່າຍ
​ການ​ຄົມມະນາຄົມ-ຂົນ​ສົ່ງ​ທີ່​ເຊື່ອມ​ໂຍງ ​ໃນ​ພູມິ​ພາກ ຊຶ່ງ​ລວມ​ເຖິງ​ເສັ້ນທາງ​ລົດ​ໄຟ​ ທີ່​
ເຊື່ອມ​ຕໍ່​ລະຫວ່າງ​ຈີນ ລາວ ​ແລະ ​ໄທ ດ້ວຍ​ສ່ວນ​ໂຄງການ​ທີ 3 ກໍ​ແມ່ນ​ການ​ຮ່ວມ​ມື​ໃນ​
ດ້ານ​ແຮ​ງງານ​ ທີ່​ຈະ​ມີ​ການຈັດ​ທຳ​ບັດ Smart Card ​ໃຫ້​ກັບ​ແຮງ​ງານ​ລາວ​ທຸກ​ຄົນ​ ທີ່​ຜ່ານ
​ການ​ພິສູດ​ສັນຊາດ​ໃນ​ໄທ​ແລ້ວນັ້ນ ​ແລະການ​ພັດທະນາ​ຕະຫລາດ​ຫລັກ​ຊັບ​ໃນ​ລາວ ທີ່​
ລວມ​ເຖິງ​ການ​ລະດົມ​ທຶນ​ຂອງ​ລາວ​ ໃນ​ຕະຫລາດ​ທຶນ​ໄທ​ອີກ​ດ້ວຍ.

ຊຶ່ງ​ກ່ອນ​ໜ້າ​ນີ້ ກະຊວງ​ການ​ເງິນ​ລາວ ກໍ​ໄດ້​ອະນຸມັດ​ແຜນການ​ລະດົມ​ເງິນ​ທຶນ ​ຂອງ​
ບໍລິສັດ​ຜະ​ລິດກະ​ແສ​ໄຟຟ້າ​ລາວ (ມະຫາຊົນ) ຫຼື EDL-GEN ຢ່າງ​ເປັນ​ທາງ​ການ​ແລ້ວ ​
ແລະ ກໍ​ເຮັດ​ວ​ໃຫ້ EDL-GEN ສາມາດ​ທີ່​ຈະ​ອອກ​ພັນທະບັດ ​ເພື່ອ​ລະດົມ​ທຶນ​ຈາກ​ຕະ
ຫລາດ​ທຶນ​ໃນ​ໄທ ​ແລະ​ອາ​ຊ່ຽນ​ໄດ້​ຕາມ​ກົດໝາຍ.

ທ່ານ​ພົນ​ເອກ ທະນະ​ສັກ ປະຕິມາປະກອນ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນ​ຕີ​ວ່າການ​ຕ່າງປະ​ເທດ​ຂອງໄທ.
ທ່ານ​ພົນ​ເອກ ທະນະ​ສັກ ປະຕິມາປະກອນ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນ​ຕີ​ວ່າການ​ຕ່າງປະ​ເທດ​ຂອງໄທ.

ໂດຍ​ພາຍ​ໃຕ້​ແຜນການ​ດັ່ງກ່າວ​ນີ້ EDL-GEN ​ໄດ້​ວາງ​ເປົ້າໝາຍ
​ ທີ່​ຈະ​ລະດົມ​ເງິນ​ທຶນ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມບໍ່​ນ້ອຍ​ກວ່າ 1,000
ລ້ານ​ດອນ​ລາ ​ເພື່ອ​ຈະ​ໄດ້​ນຳ​ມາ​ໃນ​ໂຄງການ​ພັດທະນາ​ ແຫ​ລ່ງ
ພະລັງງານ​ໄຟຟ້າ​ ໃນ​ລາວ ທີ່ຢູ່​ໃນ​ການ​ຄຸ້ມ​ຄອງ​ຂອງ EDL-GEN
​ໃຫ້​ເພີ້​ມຂຶ້ນຈາກ 881 ​ເມ​ກາ​ວັດ ​ໃນ​ປັດຈຸບັນ ​ເປັນ​ບໍ່​ນ້ອຍ​ກວ່າ
2,272 ​ເມ​ກາ​ວັດ ພາຍ​ໃນ​ປີ 2020.

​ໂດຍສາ​ເຫດ​ສຳຄັນ​ທີ່​ຈະ​ເຮັດ​ໃຫ້ EDL-GEN ​ໄດ້​ຮັບ​ການ​
ອະນຸມັດ​ດັ່ງກ່າວ​ນີ້ ກໍ​ເພາະວ່າ EDL-GEN ​ເປັນ​ບໍລິ​ສັດ​ຫລັກ
​ຊັບ​ແຫ່ງ​ຊາດ​ລາວ ທີ່​ມີ​ຜົນ​ປະກອບ​ການ​ເປັນ​ທີ່​ໜ້າ​ເຊື່ອ​ຖື ​ໃນ​ສາຍຕາ​ຂອງ​ນັກ​ລົງທຶນ​ຊາວ​ຕ່າງ​ຊາດ ກໍ​ຄື​ມີ​ທຶນ​ຈົດ​ທະບຽນ​ເຖິງ 4,900 ຕື້​ກີບ ຫຼື​ເກີນ​ກວ່າ 612 ລ້ານ​ດອນ​ລາ ​ແລະ​ໃນ​ນີ້​ກໍ​ເປັນ​ການ​ຖື​ຫຸ້ນ ​ໂດຍ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ (EDL) ​ເຖິງ 75 ​ເປີ​ເຊັນ.

​ໃນ​ປັດ​ຈຸ​ບັນ​ນີ້​ມີ 3 ບໍລິສັດ​ທີ່​ຈົດ​ທະບຽນ ​ໃນ​ຕະຫລາດ​ຫລັກ​ຊັບຂອງ​ລາວ​ກໍ​ຄື EDL-GEN ທະນາຄານ​ການ​ຄ້າ​ຕ່າງປະ​ເທດ (ມະຫາຊົນ) ຫຼື BCEL ​ແລະ​ບໍລິສັດ Lao World ຈຳກັດ (ມະຫາຊົນ) ຊຶ່ງ​ໃນ​ລະຍະ​ຕະຫລອດ​ປີ 2014 ທີ່​ຜ່ານ​ມາ ນັ້ນ ຫຸ້ນ​ຂອງ EDL-GEN ມີ​ລາຄາ​ຊື້-ຂາຍສະ​ເລ່ຍ 7,400 ກີບ ຕໍ່​ຫຸ້ນ​ສ່ວນ ຫຸ້ນຂອງ BCEL ​ແລະ​ບໍລິສັດ Lao World ມີ​ລາຄາ​ສະ​ເລ່ຍ 7,400 ກີບ​ກັບ 8,000 ກີບ​ຕໍ່​ຫຸ້ນ​ຕາມ​ລຳດັບ.

ນອກຈາກ​ນີ້ ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ​ລາວ ຍັງ​ມີ​ແຜນການ​ທີ່​ຈະ​ຈົດ​ທະບຽນ​ບໍລິສັດ​ເພີ້​ມຂຶ້ນອີກ​ໃນ​ມໍ່ໆ​ນີ້ ​ໂດຍ​ມີ​ເງື່ອນ​ໄຂ​ວ່າ​ບໍລິສັດ​ທີ່​ຈະ​ຈົດ​ທະບຽນ​ນັ້ນ ຈະ​ຕ້ອງ​ມີ​ການ​ພັດທະນາ​ລະບົບ​ບັນຊີ ​ແລະ​ມີ​ລະບົບ​ການ​ບໍລິຫານງານ​ທີ່​ໄດ້​ມາດຕະຖານ​ສາກົນ​ດັ່ງ​ທີ່ ທ່ານ​ສົມສະຫວາດ​ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ​ການຜະລິດ ແລະການຈະລາຈອນ ໃນຖານະປະທານຄະນະກຳມະການ ຄຸ້ມຄອງຕະຫລາດຫລັກຊັບ ແຫງຊາດລາວ ກໍໄດ້ໃຫ້ການຢືນຢັນກັບ ວີໂອເອວ່າ:

“ແຕ່ວ່າຄັນຖ້າພວກເຂົາບໍ່ກຽມພ້ອມໄດ້ຕາມອັນນີ້ນິ ຂ້ອຍກະບໍ່ຮັບ ຍົກຕົວຢ່າງ
ບໍລິສັດອັນນີ້ ທີ່ເຈົ້າມານີ້ ຄັນເຈົ້າມີໜີ້ສິນມະຫາສານແລ້ວ ຍັງຈະເອົາເຂົ້າມາ
ແມ່ນໃຜຈະມາຊື້ກັບເຈົ້າ ຫຼືວ່າ ຢູ່ໃນບໍລິສັດ ໂຄງສ້າງການຈັດຕັ້ງຂອງເຈົ້າ ກໍບໍ່ດີ
ຜູອຳນວຍການນີ້ເດ ເຂົາສົງໄສວ່າ ໝໍນີ້ມີປາກົດການສໍ້ໂກງ ແລ້ວຄົນທັງຫຼາຍ
ເຂົາກໍຮູ້ກັນເດ້ເນາະ ອັນນີ້ໄດ້ເວົ້າກັນລະອຽດສົມຄວນ.”

ໂດຍກ່ອນໜ້ານີ້ ຄະນະກຳມະການຄຸ້ມຄອງຕະຫລາດຫລັກຊັບ ແຫ່ງຊາດລາວ ກໍໄດ້
ກວດສອບບໍລິສັດຈຳນວນ 1,087 ລາຍ ຊຶ່ງພົບວ່າ ມີ 38 ບໍລິສັດ ທີ່ສາມາດຈະຈົດ
ທະບຽນໃນຕະຫລາດຫລັກຊັບໄດ້ ແຕ່ວ່າກໍມີພຽງ 20 ບໍລິສັດເທົ່ານັ້ນ ທີ່ໄດ້ສະແດງ
ເຈດຈຳນົງ ຈະຂໍຈົດ ທະບຽນ ໃນຕະຫລາດຫລັກຊັບ ໂດຍໃນນີ້ລວມເຖິງວິສາຫະກິດ ໂທລະຄົມມະນາຄົມລາວ (EDL) ບໍລິສັດລາວໂທລະຄົມມະນາຄົມ (Lao Telecom)
ກຸ່ມບໍລິສັດດາວເຮືອງ ການບິນລາວ (Lao Airlines) ທະນາຄານພົງສະຫວັນ ແລະ
ບໍລິສັດຄ້ານ້ຳມັນເຊື້ອໄຟ ເປັນຕົ້ນ.

XS
SM
MD
LG