ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ ກັບ ໄທ ເຫັນດີວ່າ ຈະໃຊ້ ແຜນທີ່ ລະບົບ ການວັດແທກ 1:25,000 ເພື່ອສຳຫຼວດ ເຂດຊາຍແດນ


ປ້າຍສຸດເຂດແດນ ລະຫວ່າງ ລາວ ກັບ ໄທ
ປ້າຍສຸດເຂດແດນ ລະຫວ່າງ ລາວ ກັບ ໄທ

ທາງການ ລາວ ກັບ ໄທ ຕົກລົງນຳກັນໃຊ້ແຜນທີ່ຂະໜາດມາດຕາ ສ່ວນ 1:25,000 ທີ່ສະຫຍາມ ກັບ ຝຣັ່ງ ໄດ້ຈັດທຳຮ່ວມກັນນັ້ນ ເປັນຕົ້ນແບບໃຫ້ກັບ ການສຳຫຼວດ ເພື່ອການຈັດທຳແຜນທີ່ເຂດ ແດນໃນແມ່ນ້ຳຂອງ.

ກອງປະຊຸມຄະນະກຳມະທິການຮ່ວມວ່າດ້ວຍການຮ່ວມມືລະຫວ່າງ ລາວ - ໄທ ຄັ້ງທີ 20 ທີ່ ຈັດຂຶ້ນເປັນທາງການຢູ່ຈັງຫວັດຊຽງຣາຍ ເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານຮ່ວມກັນ ໂດຍ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ດອນ ປະລະມັດວິໄນ ລັດຖະມົນຕີວ່າການຕ່າງ ປະເທດຂອງທັງ 2 ຝ່າຍໄດ້ບັນລຸຂໍ້ຕົກລົງຮ່ວມກັນວ່າຈະນຳໃຊ້ແຜນທີ່ຂະໜາດ ມາດຕາສ່ວນ 1:25,000 ທີ່ໄດ້ຈັດທຳປະກອບສົນທິສັນຍາລະຫວ່າງ ສະຫຍາມ ກັບ ຝຣັ່ງ ສະບັບລົງນາມ ໃນປີ 1893 ແລະ ປີ 1926 ນັ້ນເປັນຕົ້ນແບບໃຫ້ກັບການຮ່ວມກັນສຳຫຼວດເພື່ອຈັດທຳແຜນທີ່ ເຂດແດນໃນແນວ ແມ່ນ້ຳຂອງ ຢ່າງເປັນທາງການແລ້ວ.

ໂດຍການຕົກລົງດັ່ງກ່າວນີ້ຖືເປັນການຕໍ່ເນື່ອງຈາກກອງປະຊຸມຄະນະກຳມະທິການຮ່ວມວ່າ ດ້ວຍຊາຍແດນ ລາວ - ໄທ ຄັ້ງທີ 10 ທີ່ຈັດຂຶ້ນໃນທ້າຍເດືອນມັງກອນ 2015 ຢູ່ນະຄອນຫຼວງ ວຽງຈັນ ທີ່ທາງການຂອງທັງ 2 ຝ່າຍກໍຍັງໄດ້ຕົກລົງຮ່ວມກັນວ່າຈະທຳ ການປັກປັນເຂດແດນ ທາງບົກ ແລະ ທາງນ້ຳໃຫ້ສຳເລັດໃນປີ 2016 ແລະ ປີ 2018 ຕາມລຳດັບ.

ໃນໂອກາດດຽວກັນນີ້ ທັງສອງຝ່າຍຍັງໄດ້ເນັ້ນໜັກເຖິງເປົ້າໝາຍໃນການສ້າງຊາຍແດນໃຫ້ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອກະກຽມໃຫ້ກັບການເຂົ້າ ເປັນປະຊາຄົມ ອາຊຽນ ໃນທ້າຍປີ 2015 ຊຶ່ງທັງຝ່າຍກໍໄດ້ຮັບຮອງເອົາບັນທຶກກອງປະຊຸມຄະ ນະກຳມະການຮ່ວມດ້ານເທັກນິກ ກ່ຽວກັບ ການກໍ່ສ້າງຫຼັກໝາຍຊາຍ ແດນເພີ່ມຂຶ້ນອີກ 6 ຫຼັກ ການວັນແທກ ແລະ ການຮັບສັນຍານດາວທຽມລະບົບ GPS ໃນ ລາວ ການກຳນົດວິທີການ ດ້ານເທັກນິກ ກ່ຽວກັບ ການສຳຫຼວດເພີ່ມຂຶ້ນໃນເຂດທີ່ຍັງຕົກ ລົງກັນບໍ່ທັນໄດ້ ການຊອກຫາວິ ທີແກ້ໄຂບັນຫາຮ່ວມກັນ ແລະ ການອ້າງອີງເຖິງພະຍານ ຫຼັກຖານຕ່າງໆ ທີ່ເປັນປະໂຫຍດຕໍ່ ການປັກປັນເຂດແດນຮ່ວມກັນຢ່າງສັນຕິເປັນຕົ້ນ.

ທາງການ ລາວ - ໄທ ໄດ້ຮ່ວມກັນສຳຫຼວດ ແລະ ປັກປັນເຂດແດນທາງບົກນັບຈາກປີ 1997 ເປັນຕົ້ນມາໂດຍສາມາດຕົກລົງປັກປັນເຂດແດນລະຫວ່າງກັນໄດ້ແລ້ວ ໃນໄລຍະ ທາງລວມ 676 ກິໂລແມັດ ແລະ ກໍໄດ້ມີການປັກຫຼັກໝາຍຊາຍແດນໄປແລ້ວ 210 ຫຼັກຄິດ ເປັນ 93 ເປີເຊັນຂອງເຂດແດນທາງບົກທັງໝົດຈຶ່ງຍັງເຫຼືອອີກປະມານ 50 ກິໂລແມັດທີ່ ຍັງຕົກລົງກັນ ບໍ່ທັນໄດ້ ໂດຍມີສາເຫດມາຈາກການອ້າງແຜນທີ່ຄົນລະສະບັບ ແລະ ການ ຕີຄວາມໝາຍໃນ ສົນທິສັນຍາ ສະຫຍາມ - ຝຣັ່ງ ສະບັບປີ 1926 ທີ່ແຕກຕ່າງກັນລວມ ເຖິງສະພາບຂອງທຳ ມະຊາດໃນພື້ນທີ່ກໍໄດ້ເກີດການປ່ຽນແປງໄປຕາມກາລະເວລາ ອີກດ້ວຍ.

ທາງດ້ານນາຍທະຫານຂັ້ນສູງຢູ່ໃນກົມກິດຈະການຊາຍແດນ ກອງບັນຊາການທະຫານສູງສຸດ ຂອງ ໄທ ຍອມຮັບວ່າບັນຫາຂັດແຍ້ງທາງການເມືອງໃນ ໄທ ກໍເປັນບັນຫາໜຶ່ງ ທີ່ເຮັດໃຫ້ການ ປັກປັນເຂດແດນລະຫວ່າງ ລາວ - ໄທ ບໍ່ສາມາດປະຕິບັດໄດ້ຕາມແຜນ ການທີ່ວາງໄວ້ແຕ່ກໍ ໝັ້ນໃຈວ່າ ດ້ວຍຄວາມສຳພັນອັນດີ ລະຫວ່າງ ກອງທັບ ລາວ ແລະ ໄທ ຈະບໍ່ເຮັດໃຫ້ບັນຫາ ຊາຍແດນກາຍເປັນຄວາມຂັດແຍ້ງກັນທາງທະຫານ ລະຫວ່າງ ສອງປະເທດອີກເທື່ອໃໝ່ຢ່າງ ແນ່ນອນ ດັ່ງທີ່ນາຍທະຫານ ໄທ ໃຫ້ການຢືນຢັນວ່າ.

“ເນື່ອງຈາກວ່າຄວາມສຳພັນຂອງປະເທດ ໄທ ກັບ ປະເທດ ລາວ ຊຶ່ງມີຄວາມສຳພັນ ທີ່ດີ ສະນັ້ນໃນເລື່ອງທາງດ້ານການທະຫານນີ້ ບໍ່ມີບັນຫາຕໍ່ກັນ ບັນຫາໃນເລື່ອງຂອງການງານ ດ້ານໄພຄຸກຄາມດ້ານການທະຫານນີ້ບໍ່ເກີດ ແນ່ນອນ ເພາະວ່າປະເທດເຮົາ ກັບປະເທດ ລາວ ນີ້ຢູ່ກັນຢ່າງເພື່ອນບ້ານ ມີມິດສຳພັນທີ່ດີຕໍ່ກັນ.”

ໂດຍສຳລັບເຂດທີ່ຍັງບໍ່ສາມາດຕົກລົງປັກປັນລະຫວ່າກັນໄດ້ໃນປະຈຸບັນ ກໍປະກອບດ້ວຍ ເຂດ ນ້ຳເຫື້ອງ, ເຂດຫ້ວຍໂດນ, ເຂດຊ່ອງເມັກ-ວັງເຕົ່າ ແລະ ເຂດທີ່ໃຊ້ສັນປັນນ້ຳຢູ່ເທິງພູ ດອຍໃນພາກເໜືອເຊັ່ນ ພູຊີ້ຟ້າ, ພູຜາໝົ່ນ ແລະ ຜາຕັ້ງ ເປັນຕົ້ນ ສ່ວນເຂດແດນທາງນ້ຳນັ້ນ ຍັງບໍ່ທັນໄດ້ຮ່ວມກັນສຳຫຼວດເລີຍ ເນື່ອງຈາກທັງສອງຝ່າຍຈະຕ້ອງຮ່ວມກັນຈັດທຳພາບຖ່າຍ ທາງອາກາດໃຫ້ແລ້ວສຳເລັດເສຍກ່ອນ ເພື່ອນຳມາໃຊ້ປະກອບການເດີນສຳ ຫຼວດໃນພື້ນທີ່ ຕົວຈິງຕໍ່ໄປ.

XS
SM
MD
LG