ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວມີ​ໜີ້​ເສຍ​ ໃນ​ລະບົບ​ສິນ​ເຊື່ອ ຫຼາຍຂຶ້ນ ຍ້ອນການປ່ອຍເງິນກູ້ ໃຫ້ແກ່ໂຄງການ ຂອງລັດຖະບານ


ທະນາຄານ​ຂອງລັດຖະບານ​ລາວ ມີ​ໜີ້​ເສຍ​ໃນ​ລະບົບ​ສິນ​ເຊື່ອ ທີ່​ບໍ່​ກໍ່​​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດ ຫຼືໜີ​ເສຍ (NPL) ຫຼາຍຂຶ້ນ ​ໂດຍມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 1,055 ຕື້​ກີບ ຫຼືຄິດ​ເປັນ 2.16
​ເປີ​ເຊັນ ຂອງ​ສິນ​ເຊື່ອ​ທັງ​ໝົດ.
ທະນາຄານ​ຂອງລັດຖະບານ​ລາວ ມີ​ໜີ້​ເສຍ​ໃນ​ລະບົບ​ສິນ​ເຊື່ອ ທີ່​ບໍ່​ກໍ່​​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດ ຫຼືໜີ​ເສຍ (NPL) ຫຼາຍຂຶ້ນ ​ໂດຍມີ​ມູນ​ຄ່າ​ລວມ​ເກີນ​ກວ່າ 1,055 ຕື້​ກີບ ຫຼືຄິດ​ເປັນ 2.16 ​ເປີ​ເຊັນ ຂອງ​ສິນ​ເຊື່ອ​ທັງ​ໝົດ.

ທະນາຄານ​ຂອງລັດຖະບານ​ລາວ ມີ​ໜີ້​ເສຍ​ໃນ​ລະບົບ​ສິນ​ເຊື່ອ
ຫຼາຍຂຶ້ນ ​ໂດຍ​ມີ​ສາ​ເຫດ​ສຳຄັນ​ມາ​ຈາກ​ການ​ປ່ອຍ​ເງິນ​ກູ້​ໃຫ້​ກັບ
​ໂຄງການ​ພັດທະນາ​ຕ່າງໆ ຂອງ​ລັດຖະບານ​ທີ່​ພາກ​ເອກະ​ຊົນ
​ເປັນ​ຝ່າຍ​ລົງທຶນ​ໃຫ້​ກ່ອນ.

ທ່ານ​ສົມ​ພາວ ​ໄຟສິດ ຜູ້​ວ່າການ​ທະນາຄານ​ແຫ່ງ​ຊາດ ຖະ​ແຫລ​ງ
ຍອມຮັບ​ວ່າ​ທະນາຄານ​ຂອງ​ລັດຖະບານລາວ​ມີ​ມູນ​ຄ່າ​ສິນ​ເຊື່ອ​
ທີ່​ບໍ່​ກໍ່ໃຫ້​ເກີດ​ຜົນ​ປະ​ໂຫຍ​ດ ຫຼືໜີ​ເສຍ (NPL) ​ໃນລະບົບ​ທະນາຄານ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ
​ໂດຍ​ຈົນ​ເຖິງ​ທ້າຍ​ເດືອນ​ພະຈິກ 2014 ທີ່​ຜ່ານ​ມາ​ນີ້ ກໍ​ປາກົດ​ວ່າ NPL ມີ​ມູນ​ຄ່າ​ລວມ​ເກີນ
​ກວ່າ 1,055 ຕື້​ກີບ ຫຼືຄິດ​ເປັນ 2.16 ​ເປີ​ເຊັນ ຂອງ​ສິນ​ເຊື່ອ​ທັງ​ໝົດ ​ໃນລະບົບທະນາຄານ
​ທີ່​ມີ​ມູນ​ຄ່າຫຼາຍ​ກວ່າ 48,855 ຕື້​ກີບ​ໃນ​ທົ່ວປະ​ເທດ.

ໂດຍສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ NPL ​ໃນ​ລະບົບ​ທະນາຄານ​ເພີ້​ມຂຶ້ນດັ່ງກ່າວ ກໍ​ຍ້ອນ​ວ່າ​
ທະນາຄານ​ຂອງ​ລັດຖະບານ​ຕ້ອງ​ແບກ​ຮັບ​ພາລະ ຈາກ​ການ​ຂາດທຶນ​ຂອງ​ບັນດາ​ວິ​ສາ​
ຫະກິດ​ຕ່າງໆ ຂອງ​ລັດຖະບານ ທັງ​ຍັງ​ຕ້ອງ​ໃຫ້ການ​ຊ່ວຍ​ເຫຼືອກະ​ເສດ​ຕະກອນລາວ
ທີ່​ປະສົບ​ໄພທຳ​ມະ​ຊາດ​ ດ້ວຍ​ການ​ຂະຫຍາຍ​ລະຍະ​ເວລາ ​ໃນ​ການ​ຊຳລະ​ໜີ້​ຄືນ​ໃຫ້​
ທະນາຄານ ​ແລະຍັງ​ຕ້ອງ​ເພີ້​ມວົງ​ເງິນ​ກູ້ໃຫ້​ກັບ​ກະ​ເສດ​ຕະກອນ ເປັນ​ກໍລະນີ​ພິ​ເສດ​
ອີກ​ດ້ວຍ.

ນອກຈາກ​ນີ້​ການ​ໃຫ້​ສິນ​ເຊື່ອ​ແກ່​ບັນດາ​ບໍລິສັດ​ເອກະ​ຊົນ ທີ່​ໄດ້​ຮັບ​ສຳ​ປະທານ​ໂຄງການ​ພັດທະນາ​ຕ່າງໆ ທີ່​ລັດຖະບານ​ລາວ​ຂໍ​ໃຫ້​ບັນດາ​ບໍລິສັດ​ເອກະ​ຊົນ​ເປັນ​ຝ່າຍ​ລົງທຶນ​ໃຫ້​ກ່ອນ ​ໂດຍ​ທີ່​ລັດຖະບານ​ລາວ​ຈະ​ຊຳລະ​ຄືນ​ໃຫ້​ໃນ​ພາຍຫຼັງນັ້ນ ກໍ​ຖື​ເປັນ​ອີກ​ພາກສ່ວນ​ໜຶ່ງ​ທີ່​ເຮັດ​ໃຫ້ NPL ​ໃນ​ລະບົບ​ທະນາຄານ​ເພີ້​ມຂຶ້ນ ຊຶ່ງ​ເຮັດ​ໃຫ້​ທະນາຄານ​ຂອງ​ລັດຖະບານ​ຕ້ອງ​ໂຈະ​ການ​ໃຫ້​ສິນ​ເຊື່ອແກ່​ບໍລິສັດ​ເອກະ​ຊົນ​ເຫຼົ່ານັ້ນ​ແລ້ວ ​ໃນ​ຂະນະ​ນີ້.

ການສ້ອມແປງຂົວ ຢູ່ຊົນນະບົດນັ້ນ ແມ່ນໜຶ່ງໃນໂຄງການພັດທະນາ ເສດຖະກິດຂອງລັດຖະບານລາວ.
ການສ້ອມແປງຂົວ ຢູ່ຊົນນະບົດນັ້ນ ແມ່ນໜຶ່ງໃນໂຄງການພັດທະນາ ເສດຖະກິດຂອງລັດຖະບານລາວ.

ໂດຍ​ມາດ​ຕະການ​ດັ່ງກ່າວ​ນີ້ ຈະ​ດຳ​ເນີນ​ໄປ​ຈົນ​ກວ່າ​ວ່າ ຈະ​ໄດ້
​ທຳ​ການກວດ​ສອບ​ ເພື່ອ​ປະ​ເມີນ​ບັນດາ​ໂຄງການ​ພັດທະນາ​
ທັງ​ໝົດ​ໄດ້ ຢ່າງ​ຄົບ​ຖ້ວນ​ໃນ​ທົ່ວ​ປະ​ເທດ​ແລ້ວ ຊຶ່ງ​ຄາດ​ວ່າ​ ຈະ​
ຕ້ອງ​ໃຊ້​ລະຍະ​ເວລາ​ໃນ​ການກວດ​ສອບ​ດັ່ງກ່າວ​ນີ້​ເກີນກວ່າ
1 ປີຢ່າງ​ແນ່ນອນ.

​ໂດຍສາ​ເຫດ​ທີ່​ທະນາຄານ​ຂອງ​ລັດຖະບານ​ລາວ ຕ້ອງ​ໂຈະ​
ການ​ໃຫ້​ສິນ​ເຊື່ອ​ແກ່​ບັນດາ​ບໍລິສັດ​ເອກະ​ຊົນ​ທີ່​ໄດ້​ລົງທຶນ​ໃນ
​ໂຄງການ​ພັດທະນາ​ຕ່າງໆ ຂອງ​ລັດຖະບານ​ລາວ​ນັ້ນ ກໍ​ເພາະ
​ຢ້ານ​ວ່າ​ຈະ​ມີ​ໜີ້​ທີ່​ບໍ່​ສາມາດ​ເກັບ​ຄືນ​ໄດ້ (NPL) ​ໃນ​ລະບົບ​
ທະນາຄານ​ເພີ້​ມຂຶ້ນ ຊຶ່ງ​ກໍ​ມີ​ສາ​ເຫດ​ມາ​ຈາກ​ການ ​ທີ່​ລັດຖະບານ​ລາວ​ມີ​ໜີ້​ສິນ ທີ່​ເກີດ​ຈາກ​ໂຄງການ​ເຫຼົ່ານີ້ ຫຼາຍຂຶ້ນນັບ​ມື້ ​ແລະ​ຍັງ​ປາກົດ​ວ່າ ມີຫຼາຍໆ​ໂຄງການ​ທັງ​ໃນ​ຂັ້ນສູນ​ກາງ ​ແລະ​ທ້ອງ​ຖິ່ນທີ່​ຂາດ​ການ​ຄວບ​ຄຸມ ທີ່​ມີ​ປະສິດທິພາບ ​ແລະ​ບໍ່​ໂປ່​ງ​ໃສ ​ໃນ​ການ​ອະນຸມັດ​ໂຄງການ.

​ເພາະສະນັ້ນ​ ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນຫາ​ໜີ້​ເສຍ​ໃນລະບົບ​ ທະນາຄານຂອງ​
ລາວ ຈຶ່ງ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ໂຈະ​ການ​ໃຫ້​ສິນ​ເຊື່ອ​ ແກ່​ບັນດາ​ບໍລິສັດ​ເອກະ​ຊົນ
​ດັ່ງກ່າວ​ ດັ່ງ​ທີ່​ທ່ານ​ສົມ​ພາວ ​ໄດ້​ໃຫ້ການ​ຊີ້​ແຈ​ງວ່າ:

“ຖື​ວ່າ​ມາ​ຮອດ​ປັດຈຸບັນ​ນີ້ ​ໂຄງການ​ໃໝ່ໆ ຫຼືວ່າ​ໂຄງການ​ທີ່​ວ່າ​ຫາ​ກໍເລີ້​ມກໍ່ສ້າງ​ນີ້​
ນະ ຖື​ວ່າ​ທະນາຄານ​ທຸລະ​ກິດຫຼືວ່າ​ທະນາຄານ​ກາງ ​ແມ່ນ​ຂາດ​ຕົວເລີຍ​ຄື​ບໍ່​ປ່ອຍ
​ໃນ​ເມື່ອ​ພວກ​ເຮົາ​ຢຸດ​ພາກສ່ວນ​ດັ່ງກ່າວ​ນີ້ ພວກ​ເຮົາ​ກະ​ເອົາ​ເງິນ​ດັ່ງກ່າວ​ນັ້ນ ​ໄປ​
ໃຫ້​ພາກສ່ວນ​ທີ່​ທຳ​ການ​ຜະລິດ ​ແລະ​ການ​ບໍລິການ​ຍ້ອນ​ວ່າ ທະນາຄານ​ນີ້​ຕ້ອງ​
ໄດ້​ນຳ​ໃຊ້​ທຶນ​ເດ້​ ເພື່ອ​ໄປ​ປ້ອຍ​ກູ້​ເພື່ອ​ການກກຸ້ມ​ຕົວ​ຂອງ​ຕົນ​ເອງ​ ແລະ​ປ່ອຍ​ກູ້​
ຢ່າງ​ມີ​ປະສິທິຜົນ.”

ທາງ​ດ້ານ​ກະຊວງ​ແຜນການ ​ແລະ​ການ​ລົງທຶນ ລາຍ​ງານ​ວ່າ​ໜ່ວຍ​ງານ​ຂອງ​ລັດຖະບານ​
ລາວ​ໃນ​ລະດັບ​ສູນ​ກາງ ​ແລະ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ມີ​ພັນທະ ທີ່​ຈະ​ຕ້ອງ​ຊຳລະ​ຄືນ​ໜີ້​
ພາຍ​ໃນ​ປະ​ເທດ ທີ່​ເກີດ​ຈາກ​ໂຄງການ​ພັດທະນາ ທີ່​ບັນດາ​ບໍລິສັດ​ເອກະ​ຊົນ ​ໄດ້​ລົງທຶນ
ໃຫ້​ກ່ອນ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍກວ່າ 18,000 ຕື້​ກີບຫຼື​ເກີນ​ກວ່າ 2,250 ລ້ານດອນລາ
​ໂດຍ​ໜີ້​ສິນ​ທີ່​ເກີດ​ຈາກ​ການ​ທີ່​ໜ່ວຍ​ງານ​ຂອງ​ລັດຖະບານ ​ໄດ້​ອະນຸມັດ​ໃຫ້​ບໍລິສັດ​ເອກະ​ຊົນ​
ລົງທຶນ​ໃຫ້​ກ່ອນ​ໃນ 6,600 ກວ່າ​ໂຄງການ ​ແລະ​ໃນ​ນີ້​ກໍ​ມີ​ຢູ່​ເຖິງ 2,600 ​ໂຄງການ​ທີ່​ເປັນ​
ການ​ອະນຸມັດ ຫຼັງຈາກ​ນາຍົກລັດຖະມົນຕີລາວ​ ໄດ້​ມີ​ຄຳ​ສັ່ງ​ໃຫ້​ໂຈະ​ການ​ອະນຸມັດ​ໂຄງການ
​ໃໝ່​ນັບ​ແຕ່​ທ້າຍ​ປີ 2013 ​ເປັນຕົ້ນມາ​ແລ້ວ.

XS
SM
MD
LG