ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄພແຫ້ງແລ້ງ ໃນລາວ ເຮັດໃຫ້ ການຜະລິດ ເຂົ້ານາແຊງ ຕ່ຳກວ່າ ເປົ້າໝາຍ


ຊາວກະເສດຕະກອນລາວ ກຳລັງພາກັນ ປູກເຂົ້າ ນາແຊງ.
ຊາວກະເສດຕະກອນລາວ ກຳລັງພາກັນ ປູກເຂົ້າ ນາແຊງ.
ການຜະເຊີນກັບ ໄພແຫ້ງແລ້ງ ຢ່າງໜັກໜ່ວງ ເຮັດໃຫ້ ການ
ຜະລິດ ເຂົ້ານາແຊງ ໄດ້ຕ່ຳກວ່າ ເປົ້າໝາຍ ໃນຂະນະ ທີ່
ປະຊາຊົນ ໃນເຂດ ນະຄອນວຽງຈັນ ກໍຈະຕ້ອງ ຂາດແຄນນ້ຳ
ປະປາຢ່າງໜັກເຊັ່ນກັນ.
ລິງໂດຍກົງ

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງກະສິກຳແລະປ່າໄມ້ ເປີດເຜີຍວ່າ
ກະເສດຕະກອນລາວ ໃນທົ່ວປະເທດ ສາມາດປູກເຂົ້ານາແຊງ
ໄດ້ ໃນເນື້ອທີ່ ລວມ 94,700 ກວ່າເຮັກຕາ ຊຶ່ງຄິດເປັນ 75 ເປີເຊັນຂອງແຜນການເປົ້າ
ໝາຍທີ່ວາງໄວ້ ເທົ່ານັ້ນໂດຍມີສາເຫດມາຈາກໄພແຫ້ງແລ້ງຢ່າງໜັກໜ່ວງໃນເວລານີ້.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບ ການປູກເຂົ້ານາແຊງ ສ່ວນໃຫຍ່ ຢູ່ໃນລາວ ຈະຕ້ອງ
ເພິ່ງພາ ການສູບນ້ຳຂຶ້ນມາ ຈາກແມ່ນ້ຳຂອງ ຫາກແຕ່ກໍປະກົດວ່າ ລະດັບນ້ຳໃນແມ່ນ້ຳ
ຂອງ ໃນປີນີ້ ບົກແຫ້ງກວ່າທຸກປີ ຊຶ່ງກໍເຮັດໃຫ້ ກະເສດຕະກອນລາວ ພາກັນໄປປູກພືດ
ຊະນິດອື່ນໆ ແທນການປູກເຂົ້າຫຼາຍຂຶ້ນ ດ້ວຍນັ້ນ ກໍໄດ້ສົ່ງຜົນກະທົບເຮັດໃຫ້ການ
ຜະລິດເຂົ້ານາແຊງ ໃນປີນີ້ ໄດ້ຕ່ຳກວ່າເປົ້າໝາຍ ທີ່ວາງເອົາໄວ້ຢ່າງຫຼີກລ້ຽງບໍ່ໄດ້ ດັ່ງ
ທີ່ ເຈົ້າໜ້າທີ່ຂັ້ນສູງຂອງລາວ ໃຫ້ການຢືນຢັນວ່າ:

“ສັງເກດເບິ່ງແລ້ວ ໃນຫຼາຍໆ ຈຸດທີ່ພວກເຮົາໃຊ້ ຈັກສູບນ້ຳ ຈາກນ້ຳຂອງນີ້
ເຫັນວ່າຫຼາຍຈຸດແມ່ນ ຈະເກີດຊາຍ ຖືວ່າລະດັບນ້ຳ ໜ້ອຍກວ່າ ປົກກະຕິ
ແລະອີກອັນໜຶ່ງ ປະຊາຊົນນີ້ ກະຫັນໄປຜະລິດແນວອື່ນ ເຊັ່ນ ປູກສາລີ
ປູກມັນຕົ້ນ ປູກຢາງພາລາ ເພື່ອມາປ່ຽນແທນ ໃນການຜະລິດ ເຂົ້ານາແຊງ
ນີ້ ກະແມ່ນສາເຫດ ຈະໃຫ້ໄທເຮົາບໍ່ສາມາດ ບັນລຸຕົວເລກຄາດໝາຍ.”

ໄພແຫ້ງແລ້ງ ເຮັດໃຫ້ ທາງການລາວ ຕ້ອງໃຊ້ຈັກສູບນ້ຳ ຈາກແມ່ນ້ຳຂອງ.
ໄພແຫ້ງແລ້ງ ເຮັດໃຫ້ ທາງການລາວ ຕ້ອງໃຊ້ຈັກສູບນ້ຳ ຈາກແມ່ນ້ຳຂອງ.

ນອກຈາກນັ້ນ ໄພແຫ້ງແລ້ງຢ່າງໜັກໜ່ວງ ໃນເວລານີ້ ກໍຍັງ
ໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຖິງແຜນການ ປູກພືດເສດຖະກິດ
ຊະນິດ ອື່ນໆ ເຊັ່ນ ສາລີອາຫານສັດ ສາລີຫວານ ມັນຕົ້ນ
ໝາກເດືອຍ ຖົ່ວດິນ ແລະພືດຜັກຕ່າງໆ ໃນລາວອີກດ້ວຍ
ໂດຍລ້າສຸດກໍມີ ລາຍງານວ່າ ກະເສດຕະກອນລາວ ສາມາດ
ປູກພືດເລົ່ານີ້ໄດ້ ໃນເນື້ອທີ່ 93,900 ກວ່າເຮັກຕາ ຫຼືຄິດເປັນ
63 ເປີເຊັນຂອງແຜນການທີ່ວາງໄວ້ເທົ່ານັ້ນ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນລັດວິສາຫະກິດນ້ຳປະປາລາວ
ໄດ້ໃຫ້ການ ຢືນຢັນວ່າ ໄພແຫ້ງແລ້ງ ໄດ້ສົ່ງຜົນກະທົບ ຕໍ່ການ
ຜະລິດ ນ້ຳປະປາດ້ວຍ ເຊັ່ນກັນ ເພາະລະດັບ ນ້ຳຂອງ ທີ່ບົກແຫ້ງລົງນັ້ນ ເຮັດໃຫ້ການ
ຜະລິດ ນ້ຳປະປາ ຕອບສະໜອງ ການຊົມໃຊ້ ຂອງປະຊາຊົນ ໃນເຂດນະຄອນວຽງຈັນ
ໄດ້ພຽງ 56 ເປີເຊັນ ຂອງລະດັບ ຄວາມຕ້ອງການ ທັງໝົດ ເທົ່ານັ້ນ.

ກໍຄື ໃນຂະນະທີ່ ປະຊາຊົນລາວ ໃນເຂດນະຄອນວຽງຈັນ ຕ້ອງການຊົມໃຊ້ນ້ຳປະປາ
ເຖິງ 320,000 ແມັດກ້ອນ ໃນແຕ່ລະວັນ ຫາກແຕ່ ລັດວິສາຫະກິດ ນ້ຳປະປາລາວ ກໍ
ສາມາດ ຜະລິດ ແລະຕອບສະໜອງ ໄດ້ພຽງແຕ່ 180,000 ແມັດກ້ອນ ໃນແຕ່ລະວັນ
ເທົ່ານັ້ນ.

ຍິ່ງໄປກວ່ານັ້ນ ຄວາມສາມາດໃນການຜະລິດນ້ຳປະປາ ຂອງລັດວິສາຫະກິດນ້ຳປະປາ
ລາວ ກໍຍັງຈະລົດລົງ ໃນອັດຕາສະເລ່ຍ ບໍ່ນ້ອຍກວ່າ 30 ເປີເຊັນ ຈາກລະດັບປົກກະຕິ
ອີກດ້ວຍໃນຕະຫຼອດເດືອນເມສານີ້ ເນື່ອງຈາກວ່າ ລະດັບນ້ຳໃນແມ່ນ້ຳຂອງ ທີ່ບົກແຫ້ງ
ລົງຢ່າງຮຸນແຮງ ໃນລະຍະນີ້ ກໍໄດ້ເປັນຜົນ ເຮັດໃຫ້ປະລິມານນ້ຳ ທີ່ຈະສູບຂຶ້ນມາຜະລິດ
ເປັນນ້ຳປະປາ ຕ້ອງລົດລົງດ້ວຍ ນັ້ນເອງ.

ໃນປັດຈຸບັນ ລັດວິສາຫະກິດນ້ຳປະປາລາວ ມີໂຮງງານຜະລິດ ນ້ຳປະປາ ເພື່ອຕອບ
ສະໜອງ ຄວາມຕ້ອງການ ຂອງປະຊາຊົນ ໃນເຂດນະຄອນວຽງຈັນ ຈຳນວນ 4 ແຫ່ງ
ທີ່ສາມາດ ຜະລິດນ້ຳປະປາ ໄດ້ໃນປະລິມານ ລວມກັນບໍ່ເກີນ 180,000 ແມັດກ້ອນ ໃນແຕ່ລະວັນ.

ຫາກແຕ່ວ່າ ສຳລັບ ໃນຕະຫຼອດ ເດືອນເມສານີ້ ກໍຄາດໝາຍວ່າ ຈະສາມາດ ຜະລິດ
ນ້ຳປະປາ ໄດ້ພຽງໃນປະລິມານ ລວມບໍ່ເກີນ 126,000 ແມັດກ້ອນຕໍ່ວັນ ເທົ່ານັ້ນ ຊຶ່ງກໍ
ໝາຍຄວາມວ່າ ປະຊາຊົນລາວ ໃນເຂດນະຄອນວຽງຈັນ ຈະຕ້ອງ ຂາດແຄນ ນ້ຳປະປາ
ສຳລັບການຊົມໃຊ້ເຖິງ 194,000 ແມັດກ້ອນ ໃນແຕ່ລະວັນ ນັ້ນເອງ.
XS
SM
MD
LG