ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ກະກຽມ​ຄວາມ​ພ້ອມ​ ​ເພື່ອຮອງ​ຮັບ​ ກອງ​ປະຊຸມ​ໃຫຍ່ ​ຄັ້ງທີ 10 ຂອງ​ພັກ ແລະ ​ການ​ເປັນ​ປະທານ​ ອາ​ຊຽນນຳ


ບັນດາ​ຜູ້ນຳ​ຂອງ​ປະ​ເທດຕ່າງໆ ຈາກປະຊາຄົມອາຊ່ຽນ ຈັບມືກັນຢູ່ທີ່ ກອງປະຊຸມສຸດຍອດ ຜູ້ນຳລັດຖະບານ ອາຊ່ຽນ ຄັ້ງທີ 26.
ບັນດາ​ຜູ້ນຳ​ຂອງ​ປະ​ເທດຕ່າງໆ ຈາກປະຊາຄົມອາຊ່ຽນ ຈັບມືກັນຢູ່ທີ່ ກອງປະຊຸມສຸດຍອດ ຜູ້ນຳລັດຖະບານ ອາຊ່ຽນ ຄັ້ງທີ 26.

ປະທານ​ປະ​ເທດ​ລາວ ​ຂໍ​ໃຫ້​ທຸກ​ພາກສ່ວນ ກະກຽມ​ຄວາມ​ພ້ອມ​ໃນ​ທຸກໆ​ດ້ານ​ເພື່ອຮອງ​ຮັບ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 10 ຂອງ​ພັກ ​ແລະ​ການ​ເປັນ​ປະທານ​ອາ​ຊ່ຽນຂອງ​ລາວ​ໃນ​ປີ 2016.

ທ່ານ​ຈູມມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແລະ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ຖະ​ແຫລ​ງຮຽກຮ້ອງ​ຂໍ​ໃຫ້​ທຸກ​ພາກສ່ວນ ທັງ​ໃນ​ພາກ​ລັດ​ແລະ​ພາກ​ເອກະ​ຊົນ ຮ່ວມ​ກັນ​ກຽມ​ຄວາມ​ພ້ອມ​ໃນ​ທຸກໆ​ດ້ານ​ເພື່ອ​ຮອງ​ຮັບ 2 ​ໂອກາດ​ທີ່​ສຳຄັນ​ຂອງ​ລາວ ທີ່​ຈະ​ມີ​ຂຶ້ນ​ໃນ​ປີ 2016 ກໍ​ຄື​ການ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 10 ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ​ການ​ເປັນ​ປະທານ​ວຽນ​ຂອງ​ກຸ່ມ​ອາ​ຊ່ຽນ​ໃນ​ປີ​ດຽວ​ກັນ ດັ່ງ​ທີ່​ທ່ານ​ຈູມ​ມາລີ ​ໄດ້​ຖະ​ແຫລ​ງ​ເນັ້ນຢ້ຳວ່າ:

“ໃນປີ 2016 ທີ່ຈະມາເຖິງ ສປປ ລາວ ພວກເຮົາຍັງມີເຫດການອັນເດັ່ນ ທີ່ຈະຕ້ອງ ເອົາໃຈໃສ່ອອກແຮງກະກຽມ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ 10 ຂອງ
ພັກ ທັງຈະໄດ້ຮັບກຽດອີກເທື່ອໃໝ່ ເປັນປະທານຈັດ ກອງປະຊຸມສຸດຍອດອາຊ່ຽນ.”

ພິທີເປີດກອງປະຊຸມ ບັນດາລັດຖະມົນຕີ ກະຊວງສຶກສາ ອາຊ່ຽນຄັ້ງທີ 8
ພິທີເປີດກອງປະຊຸມ ບັນດາລັດຖະມົນຕີ ກະຊວງສຶກສາ ອາຊ່ຽນຄັ້ງທີ 8

ໂດຍສຳຫລັບກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກນັ້ນ ຄາດວ່າ
ຈະມີຂຶ້ນພາຍໃນເດືອນມີນາ ເພື່ອກຳນົດທິດທາງໃນການນຳພາ
ປະເທດຂອງພັກລັດ ໃນຊ່ວງປີ 2016-2020 ແລະວິໄສທັດ
ຂອງການພັດທະນາປະເທດລາວເຖິງປີ 2030 ລວມເຖິງການ
ເລືອກຕັ້ງ ຄະນະບໍລິຫານງານສູນກາງພັກ ກົມການເມືອງສູນ
ກາງພັກ ແລະເລຂາທິການໃຫຍ່ຂອງພັກດ້ວຍ ສ່ວນການເປັນ
ປະທານອາຊ່ຽນນັ້ນ ກໍຈະຕ້ອງເປັນເຈົ້າພາບຈັດກອງປະຊຸມໃນ
ລະດັບຕ່າງໆ ຂອງອາຊ່ຽນທີ່ລວມເຖິງກອງປະຊຸມສຸດຍອດ
ຜູ້ນຳລັດຖະບານອາຊ່ຽນ ທີ່ຈະຕ້ອງມີການຈັດກອງປະຊຸມເຖິງ
2 ຄັ້ງໃນປີດຽວກັນ.

ຊຶ່ງຕໍ່ກໍລະນີດັ່ງກ່າວນີ້ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ກໍໄດ້ມອບໝາຍໃຫ້
ກະຊວງການຕ່າງປະເທດ ເປັນພາກສ່ວນທີ່ຮັບຜິດຊອບ ໃນການກະກຽມຄວາມພ້ອມ
ໃນທຸກໆດ້ານ ເພື່ອຮອງຮັບການເປັນປະທານອາຊ່ຽນໃຫ້ໄດ້ ຢ່າງຄັກແນ່ ເພາະການເປັນ
ປະທານອາຊ່ຽນນັ້ນ ນອກຈາກຈະຕ້ອງຮັບຜິດຊອບ ໃນການເປັນເຈົ້າພາບຈັດກອງປະຊຸມ
ສຸດຍອດ ຜູ້ນຳລັດຖະບານ ເຖິງສອງຄັ້ງແລ້ວ ຍັງຈະຕ້ອງຈັດກອງປະຊຸມລະດັບ ເຈົ້າໜ້າທີ່
ອາວຸໂສ ລະດັບລັດຖະມົນຕີ ໃນປີດຽວກັນອີກດຽວກນອີກດ້ວຍ.

​ໂດຍ​ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊ່ຽນ ກໍ​ປະກອບ​ດ້ວຍ ຈີນ ຍີ່ປຸ່ນ ​ເກົາຫຼີ​ໃຕ້ ອິນ​ເດຍ
ອອສ​ເຕຣ​ເລຍ ນິວຊີ​ແລນ ກາ​ນາ​ດາ ຣັດ​ເຊຍ ສະຫະລັດອາ​ເມຣິກາ ​ແລະ​ ສະຫະພາບ​
ຢູ​ໂຣບ ຊຶ່ງ​ໝາຍ​ຄວາມ​ວ່າ ບັນດາ​ຜູ້ນຳ​ຂອງ​ປະ​ເທດ​ເຫຼົ່ານີ້ ກໍ​ຈະ​ຕ້ອງ​ເດີນທາງ​ເຂົ້າມາ
ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ທີ່​ລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ໃນ​ທ້າຍ​ປີ 2016 ດ້ວຍ​ນັ້ນ​ເອງ.

ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ ຈະ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ໄດ້​ ຢ່າງຄັກ
​ແນ່ ທັງ​ຍັງ​ຈະ​ຕ້ອງ​ກະກຽມສະຖານ​ທີ່​ຈັດ​ກອງ​ປະຊຸມ ບ້ານ​ພັກ​ຮັບຮອງ​ຜູ້ນຳ ​ແລະຄະນະ
​ຜູ້​ແທນ​ຂອງ​ທຸກ​ປະ​ເທດ ຕະຫລອດ​ຈົນຮອດ​ສິ່ງອຳນວຍ​ຄວາມ​ສະດວກ​ຕ່າງ​ໆ ຢ່າງ​ຄົບ​ຊຸດ
ຊຶ່ງ​ຮວມທັງ​ການ​ກຽມ​ຄວາມ​ພ້ອມ​ໃນ​ດ້ານ​ບຸກຄະລາ​ກອນດ້ວຍ ດັ່ງ​ທີ່​ທ່ານ​ທອງ​ລຸນ ສີ​ສຸ​ລິດ
ຮອງ​ນາຍົກລັດຖະມົນຕີ ​ແລະ ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຕະຫລອດ​ໄລຍະ 17 ປີ​ທີ່ ສປປ ລາວ ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອາ​ຊ່ຽນ ພວກ​ເຮົາ​
ໄດ້​ເຂົ້າຮ່ວມ​ຢ່າງ​ຕັ້ງໜ້າ ​ໃນ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ອາ​ຊ່ຽນ ​ແລະ​ ໃນ​ປີ
2016 ນີ້ ສປປ ລາວ ກໍ​ຖືກ​ມອບ​ໝາຍ​ໃຫ້​ເປັນ​ປະທານ​ອາ​ຊ່ຽນ​ອີກຄັ້ງໜຶ່ງ ດັ່ງນັ້ນ
ພວກ​ເຮົາ​ຈະ​ຕ້ອງ​ໄດ້​ພ້ອມ​ກັນ​ສ້າງ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ ​ເພື່ອ​ຮັບປະກັນ​ຜົນ
ສຳ​ເລັດ​ ຂອງ​ການ​ເປັນ​ເຈົ້າພາບ ​ແລະ​ເປັນ​ປະທານ​ໃນ​ຄັ້ງນີ້.”

ສປປ ລາວ​ໄດ້​ເຂົ້າຮ່ວມ​ເປັນ​ປະ​ເທດ​ສະມາຊິກ ​ຂອງ​ກຸ່ມ​ອາ​ຊ່ຽນ ນັບ​ຕັ້ງ​ແຕ່​ວັນທີ 23 ກໍລະກົດ 1997 ​ເປັນຕົ້ນມາ ​ໂດຍ​ລາວ​ໄດ້​ເປັນ​ປະທານ​ວຽນ​ຂອງ​ອາ​ຊ່ຽນ​ຄັ້ງທຳ​ອິດ ​ໃນ
​ປີ 2004 ທີ່​ຍັງ​ມີ​ການ​ຈັດການ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ເຖິງ 2 ຄັ້ງ ທັງ​ກໍ​ຍັງ​ຈະ​ຕ້ອງ​ຈັດ​ກອງ​ປະຊຸມ​ສຸດ​ຍອດ ລະຫວ່າງ​ຜູ້ນຳ​ຂອງ​ອາ​ຊ່ຽນ​ກັບປະ​ເທດ​ຄູ່​ເຈລະຈາ​ດ້ວຍ​ນັ້ນ ຍ່ອມຈະ​ຕ້ອງ​ໃຊ້​ຈ່າຍ​ງົບປະມານ​ຢ່າງ​ຫລວງຫຼາຍ​ເຊັ່ນ​ກັນ.

XS
SM
MD
LG