ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານປະເທດລາວ ພໍໃຈ ຕໍ່ຜົນຈັດຕັ້ງປະຕິບັດ ແຜນການ ລົບລ້າງ ຄວາມຍາກຈົນ ຂອງປະຊາຊົນລາວ


ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ແລະເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ກ່າວສຸນທອນພົດ ຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ.
ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ແລະເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ໄດ້ກ່າວສຸນທອນພົດ ຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ.

ປະທານປະເທດລາວ ສະແດງຄວາມເພິ່ງພໍໃຈ ຕໍ່ຜົນ ຂອງການ
ຈັດຕັ້ງປະຕິບັດ ແຜນການລົບລ້າງ ຄວາມຍາກຈົນ ຂອງປະຊາ
ຊົນທີ່ລົດລົງເຫຼືອພຽງ 6.59 ເປີເຊັນ ຂອງຄົວເຮືອນທັງໝົດ
ເທົ່ານັ້ນ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ແລະເລຂາທິການໃຫຍ່ ພັກປະຊາຊົນ
ປະຕິວັດລາວ ໄດ້ກ່າວສຸນທອນພົດ ຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນ
ປະຕິວັດລາວ ທີ່ໄດ້ດຳເນີນກອງປະຊຸມ ໃນລະຫວ່າງວັນທີ 18-22 ມັງກອນ 2016
ທີ່ຜ່ານມາວ່າ ຜົນສຳເລັດທີ່ພົ້ນເດັ່ນ ແລະໜ້າພາກພູມໃຈແມ່ນເສດຖະກິດແຫ່ງຊາດ
ໄດ້ຂະຫຍາຍຕົວດ້ວຍຈັງຫວະໄວ ຕໍ່ເໜື່ອງ ແລະດຳເນີນໄປຢ່າງຖືກທິດ ໃນຕະຫຼອດ
ລະຍະ 30 ປີ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍປ່ຽນແປງໃໝ່ ນັບແຕ່ປີ
1986 ເປັນຕົ້ນມາ.

ໂດຍຈັງຫວະການເຕີບໂຕ ທາງເສດຖະກິດສາມາດບັນລຸໄດ້ ຕາມຄາດໝາຍທີ່ວາງໄວ້
ໃນອັດຕາສະເລ່ຍ 7.9 ເປີເຊັນຕໍ່ປີ ເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ (GDP)
ຂອງແຜນການພັດທະນາເສດຖະກິດ ແລະສັງຄົມປະຈຳປີ 2014-2015 ທີ່ຜ່ານມານີ້
ມີມູນຄ່າລວມເຖິງ 102,320 ຕື້ກີບ ຫຼື ປະມານ 12,800 ລ້ານໂດລາ ທີ່ສະເລ່ຍເປັນ
ລາຍໄດ້ຕໍ່ຫົວ ຂອງປະຊາກອນລາວ ໄດ້ເຖິງ 15 ລ້ານ 8 ແສນກີບ ຫຼື 1,970 ໂດລາ
ຕໍ່ປີ ຊຶ່ງເກີນກວ່າລະດັບຄາດໝາຍ ໃນມູນຄ່າ 270 ໂດລາ ທັງຍັງເຮັດໃຫ້ ອັດຕາ
ຄວາມຍາກຈົນຂອງປະຊາຊົນລາວ ລົດລົງເຫຼືອພຽງ 6.59 ເປີເຊັນ ຂອງຄົວເຮືອນ
ທັງໝົດ ໃນທົ່ວປະເທດອີກດ້ວຍ.

ແຜນທີ່ ຄວາມໜາແໜ້ນ ຂອງປະຊາກອນລາວ ທີ່ມີຖານະທຸກຍາກ
ແຜນທີ່ ຄວາມໜາແໜ້ນ ຂອງປະຊາກອນລາວ ທີ່ມີຖານະທຸກຍາກ

ທາງດ້ານທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີ ກໍໄດ້
ສະແດງຄວາມເຊື່ອໝັ້ນ ໃນໂອກາດດຽວກັນນີ້ ວ່າ ພາຍໃຕ້
ການນຳພາຂອງພັກປະຊາຊົນປະຕິວັດລາວ ຈະເຮັດໃຫ້ລາວ
ຫລຸດພົ້ນຈາກສະພາບດ້ອຍພັດທະນາໄດ້ ຢ່າງແທ້ຈິງພາຍ
ໃນປີ 2020 ອີກ ທັງຍັງຈະສາມາດກ້າວໄປສູ່ການເປັນປະ
ເທດກຳລັງພັດທະນາ ທີ່ປະຊາກອນມີລາຍໄດ້ສະເລ່ຍ ຈາກ
ລະດັບກາງຂຶ້ນໄປຫາສູງ ໄດ້ຕາມເປົ້າໝາຍຂອງວິໄສທັດ
ການພັດທະນາລາວ ຈາກປັດຈຸບັນ ໄປຈົນເຖິງປີ 2030 ໄດ້
ຢ່າງເປັນຮູບປະທຳອີກດ້ວຍ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ພວກຂ້າພະເຈົ້າ ພວມຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ຂອງສົກປີທຳອິດທີ່ນອນ ຢູ່
ໃນແຜນພັດທະນາເສດຖະກິດ-ສັງຄົມ ຫ້າປີເທື່ອທີແປດ ພວມກະກຽມຄວາມພ້ອມ
ເຂົ້າເປັນປະຊາຄົມເສດຖະກິດອາຊຽນ ແລະຈັດຕັ້ງປະຕິບັດເປົ້າໝາຍ ສະຫັດສະວັດ
ດ້ານການພັດທະນາແບບຍືນຍົງ ແລະ ສູ້ຊົນການພັດທະນາປະເທດ ໃຫ້ຫລຸດພົ້ນ
ອອກຈາກສະຖານະພາບ ຂອງປະເທດດ້ອຍພັດທະນາໃນປີ 2020 ແລະ ກ້າວໄປ
ສູ່ປະເທດພວມພັດທະນາ ແລະມີລາຍຮັບປານກາງ ແລະ ສົ່ງເສີມການຜະລິດເປັນ
ສິນຄ້າ ຂະຫຍາຍການບໍລິການ ການສຶກສາ ສາທາລະນະສຸກ.”

ພວກນັກຮຽນ ຊັ້ນປະຖົມ ຢູ່ທີ່ບ້ານຫ່າງໄກສອກຫລີກແຫ່ງໜຶ່ງ ໃນລາວ ສ່ວນໃຫຍ່ແມ່ນມາຈາກຄອບຄົວຖານະທຸກຍາກ.
ພວກນັກຮຽນ ຊັ້ນປະຖົມ ຢູ່ທີ່ບ້ານຫ່າງໄກສອກຫລີກແຫ່ງໜຶ່ງ ໃນລາວ ສ່ວນໃຫຍ່ແມ່ນມາຈາກຄອບຄົວຖານະທຸກຍາກ.

ແຕ່ຢ່າງໃດກໍຕາມ ການປະເມີນຮ່ວມກັນລະຫວ່າງລັດຖະ
ບານລາວ ກັບອົງການສະຫະປະຊາຊາດ ເພື່ອການພັດ
ທະນາ (UNDP) ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນ
ການພັດທະນາເສດຖະກິດ-ສັງຄົມ ໃນລາວ ນັບຈາກປີ
2011 ເຖິງທ້າຍເດືອນກັນຍາ 2015 ພົບວ່າ ລັດຖະບານ
ລາວ ບໍ່ສາມາດບັນລຸເປົ້າໝາຍ ສະຫັດສະວັດຂອງການ
ພັດທະນາໃນ 6 ດ້ານຈາກທັງໝົດ9 ດ້ານທີ່ໄດ້ຕົກລົງໄວ້
ກັບ UNDP.

ໂດຍທັງ 6 ດ້ານດັ່ງກ່າວນີ້ ກໍປະກອບດ້ວຍການທີ່ເດັກນ້ອຍ
ອາຍຸຕ່ຳກວ່າ 5 ປີ ຍັງມີສ່ວນສູງ ແລະນ້ຳໜັກຕ່ຳກວ່າເກນມາດຕະຖານ ການເຂົ້າໂຮງ
ຮຽນ ແລະສືບຕໍ່ການຮຽນຈົນຈົບຊັ້ນປະຖົມປີ ທີ 5 ຍັງເພີ່ມຂຶ້ນຢ່າງຊັກຊ້າ ອັດຕາການ
ຕາຍຂອງເດັກນ້ອຍອາຍຸຕ່ຳກວ່າ 1 ປີ ຍັງສູງ ອັດຕາການຕາຍຂອງແມ່ຍິງ ຂະນະຖືພາ
ກໍຍັງສູງ ສ່ວນການເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະ
ການ ເກັບກູ້ລະເບີດບໍ່ທັນແຕກ (UXO) ກໍປະຕິບັດໄດ້ ໃນພື້ນທີ່ ຢ່າງຈຳກັດ.

ທາງດ້ານກະຊວງສາທາລະນະສຸກໄດ້ລາຍງານວ່າ ການຈັດຕັ້ງປະຕິບັດເປົ້າໝາຍ
ສະຫັດ ສະວັດການພັດທະນາ ທາງດ້ານສາທາລະນະສຸກໃນລາວ ຍັງມີບັນຫາທ້າທາຍ ໃນຫຼາຍດ້ານ ທີ່ເປັນອຸປະສັກຕໍ່ການພັດທະນາຄຸນນະພາບການໃຫ້ບໍລິການແກ່ປະຊາຊົນ
ໃຫ້ໄດ້ມາດຕະຖານດຽວກັນກັບ ບັນດາປະເທດທີ່ເປັນສະມາຊິກໃນກຸ່ມອາຊຽນດ້ວຍກັນ.

ຕົວຢ່າງກໍຄືບັນຫາ ການຂາດສານອາຫານຂອງເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ກໍເປັນສາ
ເຫດທີ່ເຮັດໃຫ້ການລົດຈຳນວນເດັກນ້ອຍ ທີ່ຕົວເຕ້ຍສາມາດດຳເນີນການໄດ້ຢ່າງຊັກຊ້າ
ກໍຄືສາມາດລົດໄດ້ ຈາກອັດຕາສະເລ່ຍ 40 ເປີເຊັນໃນປີ 2006 ມາເປັນ 38 ເປີເຊັນ ໃນ
ປັດຈຸບັນນີ້ ໝາຍຄວາມວ່າ ລົດລົງພຽງ 2 ເປີເຊັນ ເທົ່ານັ້ນ ໃນລະຍະ 9 ປີ ທີ່ຜ່ານມາ.

ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຕ່ຳກວ່າເກນ ກໍຍັງສູງເຖິງ 32 ເປີເຊັນ
ຂະນະທີ່ເປົ້າໝາຍສະຫັດສະວັດ ໄດ້ວາງເອົາໄວ້ ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນ
ຂອງຈຳນວນເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີ ໃນທົ່ວປະເທດ ຈຶ່ງເປັນອີກບັນຫາໜຶ່ງ ທີ່
ຍາກຈະສາມາດບັນລຸເປົ້າໝາຍໄດ້ຢ່າງແທ້ຈິງ.

XS
SM
MD
LG