ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານປະເທດລາວ ຮຽກຮ້ອງ ໃຫ້ປັບປຸງ ການສຶກສາ ໃນທົ່ວປະເທດ


ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ
ປະທານປະເທດລາວຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ
ປະກອບສ່ວນເຂົ້າໃນ ການພັດທະນາ ເພື່ອຍົກລະດັບຄຸນນະ
ພາບການສຶກສາໃຫ້ດີຂຶ້ນ ໂດຍສະເພາະແມ່ນການປະກອບ ສ່ວນຂອງເຍົາວະຊົນລາວທັງຊາດ.


ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ພັກປະຊາຊົນ
ປະຕິວັດ ແລະປະທານປະເທດລາວ ໄດ້ຖະແຫຼງຮຽກຮ້ອງຂໍ
ໃຫ້ທຸກພາກສ່ວນໃນສັງຄົມລາວໃຫ້ປະກອບສ່ວນເຂົ້າໃນການ
ພັດທະນາເພື່ອຍົກລະດັບຄຸນນະພາບການສຶກສາແຫ່ງຊາດ
ໃຫ້ດີຂຶ້ນໃນໂອກາດທີ່ທ່ານໄດ້ຖະແຫຼງການເພື່ອສົ່ງພອນໄຊ
ອັນປະເສີດເນື່ອງໃນວາລະດິຖີບຸນສົງການປີໃໝ່ລາວ ປີ ພ.ສ.
2556 ໄປເຖິງປະຊາຊົນລາວບັນດາເຜົ່າທັງ ປະເທດໃນອາທິດ ທີ່ຜ່ານມາ.

ການຖະແຫຼງເນັ້ນຢໍ້າດັ່ງກ່າວນີ້ຂອງທ່ານ ຈູມມາລີ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່
ສັງຄົມໃນລາວໄດ້ພາກັນວິພາກວິຈານຢ່າງກວ້າງຂວາງວ່າການສຶກສາໃນລາວມີລະດັບ
ຄຸນນະພາບຕໍ່າຫຼາຍທັງໃນດ້ານການຮຽນແລະການສອນ ຊຶ່ງກໍໝາຍຄວາມວ່າ ທັງຄູ-
ອາຈານ ແລະນັກຮຽນ ນັກສຶກສານັ້ນ ຕ່າງກໍລ້ວນແລ້ວແຕ່ມີຄວາມຈໍາເປັນທີ່ຈະຕ້ອງ
ໄດ້ຮັບການພັດທະນາເພື່ອຍົກລະດັບຄຸນນະພາບໃຫ້ດີຂຶ້ນກວ່າທີ່ເປັນຢູ່ໃນເວລານີ້
ຢ່າງຮີບດ່ວນທີ່ສຸດນັ້ນເອງ ດັ່ງທີ່ທ່ານ ຈູມມາລີ ໄດ້ ຖະແຫຼງເນັ້ນຢໍ້າໃນຕອນນຶ່ງວ່າ:

ຂໍໃຫ້ລູກຫຼານຊາວໜຸ່ມ ເຍົາວະຊົນທັງຍິງ ແລະຊາຍທຸກຖ້ວນໜ້າຈົ່ງພ້ອມ
ກັນ ເຂັ້ມແຂງເບີກບານຕັ້ງໜ້າຝຶກຝົນຕົນເອງ ແລະຮໍ່າຮຽນໃຫ້ເປັນຜູ້ທີ່ມີ
ຄວາມຮູ້ ມີວິຊາຊີບ ມີຄວາມປະດິດສ້າງ ເພື່ອເປັນຜູ້ສືບທອດເສີມຂະ
ຫຍາຍມູນເຊື້ອອັນດີງາມຂອງຊາດ ຂອງບັນພະບຸລຸດ ກໍຄືຂອງພວກເປັນ ກໍາລັງແຮງໃນພາລະກິດສ້າງສາ-ພັດທະນາປະເທດຊາດສູ່ຄວາມຈະເລີນ
ວັດທະນາ.”


ກ່ອນໜ້ານີ້ ທ່ານຄໍາພອນ ໄຊຊົມພູ ຫົວໜ້າສະພາທີ່ປຶກສາການສຶກສາພາກເອກກະ
ຊົນໃນສັງກັດຂອງກະຊວງສຶກສາທິການແລະກິລາ ໄດ້ຖະແຫຼງວ່າຄະນະກໍາມາທິການ
ເພື່ອການປະຕິຮູບການສຶກສາແຫ່ງຊາດໄດ້ມີມະຕິຄໍາສັ່ງໄປເຖິງບັນດາສະຖາບັນການ
ສຶກສາຊັ້ນສູງ ຫຼືວິທະຍາໄລຂອງເອກກະຊົນໃນທົ່ວປະເທດລາວເມື່ອບໍ່ດົນມານີ້ ເພື່ອ
ໃຫ້ໂຈະການຮັບນັກສຶກສາທີ່ຈົບການສຶກສາຊັ້ນສູງ ເຂົ້າສຶກສາຕໍ່ໃນລະດັບປະລິນຍາຕີ
ໃນສະຖາບັນດຽວກັນ ສ່ວນສະຖາບັນການສຶກສາຊັ້ນສູງໃດ ທີ່ຍັງບໍ່ມີຫຼັກສູດການຮຽນ-
ການສອນໃນລະດັບປະລິນຍາຕີນັ້ນ ກໍບໍ່ອະນຸຍາດໃຫ້ເປີດຫຼັກສູດດັ່ງກ່າວ ເພີ່ມຂຶ້ນໃນ
ໄລຍະນີ້ອີກດ້ວຍ.

ທັງນີ້ໂດຍສາເຫດທີ່ຄະນະກໍາມາທິການເພື່ອການປະຕິຮູບການສຶກສາແຫ່ງຊາດລາວ ຕ້ອງອອກມະຕິຄໍາສັ່ງດັ່ງກ່າວກໍຍ້ອນບໍ່ເຊື່ອໝັ້ນໃນຄຸນນະພາບຂອງຫຼັກສູດ ແລະມາດ
ຕະຖານການຮຽນ-ການສອນຂອງບັນດາວິທະຍາໄລເອກກະຊົນ ເພາະວ່າໃນໄລຍະທີ່
ຜ່ານມາໄດ້ເກີດຫາງສຽງຂຶ້ນໃນສັງຄົມລາວຢ່າງກວ້າງຂວາງວ່າ ນັກສຶກສາທີ່ຮຽນຈົບ
ຈາກວິທະຍາໄລຂອງເອກກະຊົນໃນລາວນັ້ນ ຍັງບໍ່ມີຄຸນນະພາບ ຈຶ່ງເຮັດໃຫ້ຈໍາເປັນ
ທີ່ຈະຕ້ອງດໍາເນີນການກວດສອບແລະປະເມີນຜົນເຖິງສະພາບການທີ່ເປັນຈິງທັງໝົດ
ລະບົບ ແລະຫຼັງຈາກນັ້ນ ຈຶ່ງຈະມີການພິດຈາລະນາເພື່ອອະນຸຍາດຕາມຄວາມເໝາະ
ສົມຕໍ່ໄປ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງໃນກະຊວງສຶກສາທິການແລະກິລາ ກໍຍອມຮັບວ່າ
ຄຸນນະພາບຕໍ່ໃນດ້ານການສຶກສາບໍ່ໄດ້ເກີດຂຶ້ນສະເພາະໃນສະຖາບັນການສຶກສາ
ຂອງພາກເອກກະຊົນເທົ່ານັ້ນ ຫາກແຕ່ກໍລວມເຖິງໃນມະຫາວິທະຍາໄລຂອງລັດຖະ
ບານລາວທັງ 5 ແຫ່ງດ້ວຍ ທີ່ຍັງໄດ້ເກີດປາກົດການຍໍ່ທໍ້ຂຶ້ນຢ່າງກວ້າງຂວາງອີກດ້ວຍ ເມື່ອປາກົດວ່າມີອາຈານຈໍານວນບໍ່ໜ້ອຍຍອມຮັບເອົາເງິນຈາກນັກສຶກສາເພື່ອແລກ
ກັບການໃຫ້ຄະແນນສູງໆ ແກ່ນັກສຶກສາທີ່ໃຊ້ເງິນດັ່ງກ່າວນັ້ນເອງ. ແຕ່ຢ່າງໃດກໍຕາມ ທ່ານພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ ກໍຖະແຫຼງ
ຢືນຢັນກ່ອນໜ້ານີ້ວ່າ ເປົ້າໝາຍທີ່ສໍາຄັນຂອງແຜນຍຸທະສາດ ການປະຕິຮູບການສຶກ
ສາແຫ່ງຊາດຈົນເຖິງປີ 2015 ຄືການຂະຫຍາຍໂອກາດດ້ານການສຶກສາ ເພື່ອຄົນລາວ
ທຸກຄົນ ໂດຍສະເພາະແມ່ນການຂະຫຍາຍໂອກາດດ້ານການສຶກສາ ໄປສູ່ເຂດຊົນນະ
ບົດໃຫ້ໄດ້ຢ່າງທົ່ວເຖິງ ລວມທັງຍັງຈະຕ້ອງພັດທະນາການສຶກສາໃນລາວ ໃຫ້ມີຄຸນນະ
ພາບທີ່ໄດ້ມາດຕະຖານດຽວກັນ ກັບປະເທດສະມາຊິກໃນກຸ່ມອາຊ່ຽນ ດ້ວຍກັນໃຫ້ໄດ້
ອີກດ້ວຍ.

ໃນປັດຈຸບັນ ປະເທດລາວມີວິທະຍາໄລເອກກະຊົນທີ່ສອນຫຼັກສູດຊັ້ນສູງຈໍານວນ 80 ແຫ່ງ ສ່ວນທີ່ສອນຫຼັກສູດປະລິນຍາຕີມີຢູ່ 50 ແຫ່ງ ແລະສະເພາະຢູ່ໃນເຂດນະຄອນ
ວຽງຈັນນັ້ນ ກໍມີວິທະຍາໄລທີ່ສອນຫຼັກສູດປະລິນຍາຕີ 30 ແຫ່ງ ແລະຫຼັກສູດຊັ້ນສູງ
28 ແຫ່ງ ນອກຈາກນີ້ ກໍຍັງມີອີກ 3 ແຫ່ງທີ່ສອນຫຼັກສູດປະລິນຍາໂທ ທີ່ເປັນວິທະຍາ ໄລຂອງເອກກະຊົນ.
XS
SM
MD
LG