ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານປະເທດລາວ ມອບໝາຍ ໃຫ້ເພີ້ມ ມາດຕະການ ເຂັ້ມງວດ ຮັກສາຄວາມສະຫງົບ


ກອງປະຊຸມໃຫຍ່ຄັ້ງທີ 4 ອົງຄະນະພັກ
ກະຊວງປ້ອງກັນປະເທດ ເມື່ອທ້າຍເດື່ອນມິຖຸນານີ້
ກອງປະຊຸມໃຫຍ່ຄັ້ງທີ 4 ອົງຄະນະພັກ ກະຊວງປ້ອງກັນປະເທດ ເມື່ອທ້າຍເດື່ອນມິຖຸນານີ້

ປະທານປະເທດລາວ ມອບໝາຍໃຫ້ກະຊວງປ້ອງກັນປະເທດ
ແລະ ກອງທັບປະຊາຊົນ ເພີ້ມມາດຕະການເຂັ້ມງວດ ເຂົ້າໃນ
ການຮັກສາ ສະຖຽນລະພາບ ແລະຄວາມໝັ້ນຄົງແຫ່ງຊາດ
ໃຫ້ຫຼາຍຂຶ້ນ.

ທ່ານຈູມມາລີ ໄຊຍະສອນ ປະທານປະເທດ ແລະ ເລຂາທິການໃຫຍ່ ພັກປະຊາຊົນ
ປະຕິວັດລາວ ໄດ້ກ່າວເນັ້ນໜັກ ໃນໂອກາດປິດກອງປະຊຸມໃຫຍ່ຄັ້ງທີ 4 ອົງຄະນະພັກ
ກະຊວງປ້ອງກັນປະເທດ ເມື່ອທ້າຍເດື່ອນມິຖຸນານີ້ ວ່າພາລະບົດບາດທີ່ສຳຄັນທີ່ສຸດ
ຂອງກະຊວງປ້ອງກັນປະເທດ ກໍຄືການເພີ້ມທະວີ ການສຶກສາອົບຮົມ ການເມືອງ-
ແນວຄິດໃຫ້ນາຍ ແລະ ພົນທະຫານ ເພື່ອເຮັດໃຫ້ເຂົາເຈົ້າ ກຳແໜ້ນແນວທາງ ນະໂຍ
ບາຍຂອງພັກລັດ ແລະ ກົດໝາຍຂອງລັດ, ມີສະຕິລະວັງຕົວ ແລະ ກຽມພ້ອມທຸກດ້ານ
ເພື່ອຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງແຫ່ງຊາດ ໃຫ້ໄດ້ຢ່າງແຂງແຮງ.

ພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນ ປະເທດ ໄດ້ຖືກເລືອກ ໃຫ້ເປັນເລຂາພັກກະຊວງ ອີກສະໄໝໜຶ່ງ
ພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນ ປະເທດ ໄດ້ຖືກເລືອກ ໃຫ້ເປັນເລຂາພັກກະຊວງ ອີກສະໄໝໜຶ່ງ

​ທັງນີ້ດ້ວຍການສ້າງກຳລັງທະຫານໃຫ້ຄວາມຮູ້ ມີຄວາມຊຳນານ
ທາງດ້ານວິຊາການ ສະເພາະ ແລະ ມີການປັບປຸງກໍ່ສ້າງພັກໃຫ້
ມີຄວາມປອດໃສ ໜັກແໜ້ນ ເຂັ້ມແຂງ ມີແບບແຜນ ແລະ ວິທີ
ການນຳພາ ທີ່ເປັນວິທະຍາສາດ ປະດິດສ້າງ ແລະ ແທດເໝາະ
ກັບສະພາບຕົວຈິງ ຊຶ່ງຮວມເຖິງການສືບຕໍ່ ປັບປຸງກຳລັງທະຫານ
ຊາຍແດນ ເພື່ອປ້ອງກັນ ແລະ ປາບ ປາມການລັກລອບເຂົ້າອອກ ຂອງກຸ່ມຄົນບໍ່ດີອີກດ້ວຍ.

ພ້ອມກັນນີ້ ກອງປະຊຸມໃຫຍ່ ຄັ້ງທີ 4 ອົງຄະນະພັກກະຊວງ
ປ້ອງກັນປະເທດ ຍັງໄດ້ເລືອກ ເອົາ ຄະນະບໍລິຫານງານພັກ
ຊຸດໃໝ່ຈຳນວນ 27 ຄົນ ຈາກຜູ້ສະຫມັກທັງໝົດ 31 ຄົນ ໂດຍຜູ້ທີ່ຖືກເລືອກເປັນ ເລຂາ
ພັກກະຊວງອີກສະໄໝໜຶ່ງ ກໍແມ່ນ ພົນໂທແສງນວນ ໄຊຍະລາດ ລັດຖະມົນຕີຊ່ວຍວ່າ
ການກະຊວງປ້ອງກັນປະເທດ ສ່ວນພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າ ການກະຊວງນັ້ນ ຍັງໄດ້ສືບຕໍ່ໃນຕຳແໜ່ງ ຮອງເລຂາພັກ ກະຊວງອີກສະໄໝໜຶ່ງ ເຊັ່ນກັນ.

ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການກະຊວງ ປ້ອງກັນປະເທດ ໄດ້ຖືກເລືອກໃຫ້ເປັນ ຮອງເລຂາພັກກະຊວງ ອີກສະໄໝໜຶ່ງ
ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການກະຊວງ ປ້ອງກັນປະເທດ ໄດ້ຖືກເລືອກໃຫ້ເປັນ ຮອງເລຂາພັກກະຊວງ ອີກສະໄໝໜຶ່ງ

ທາງດ້ານເຈົ້າໜ້າທີ່ຂັ້ນສູງພາຍໃນພັກປະຊາຊົນປະຕິວັດລາວ
ໃຫ້ການຢືນຢັນວ່າ ສູນກາງພັກ ມີຄຳສັ່ງໃຫ້ທຸກພາກສ່ວນ ເພີ້ມ
ມາດຕະການເຂັ້ມງວດ ເຂົ້າໃນການຮັກສາ ຄວາມສະຫງົບຮຽບ
ຮ້ອງພາຍໃນປະເທດ ແລະ ໃຫ້ຕິດຕາມທຸກໆ ການເຄືອນໄຫວ
ໃນສັງຄົມຢ່າງໃກ້ຊິດ ເພື່ອຮັບປະກັນໃຫ້ໄດ້ທັງ 100 ເປີເຊັນເຕັມ
ວ່າ ຈະບໍ່ມີບັນຫາຄຸກຄາມ ຕໍ່ຄວາມໝັ້ນຄົງ ແລະສະຖຽນລະພາບ
ທາງການເມືອງເກີດຂຶ້ນ ໃນໂອກາດສະຖາປະນາ ສປປ ລາວ ຄົບ
ຮອບ 40 ປີ ແລະການສ້າງຕັ້ງພັກຄົບຮອບ 60 ປີ ໃນປີ 2015 ນີ້.

ໂດຍສະເພາະແມ່ນການຕິດຕາມທຸກການເຄື່ອນໄຫວໃນທຸກສັງຄົມ ໃນທົ່ວປະເທດນັ້ນ ຖືເປັນມາດຕະການ ທີ່ທຸກພາກສ່ວນຕັ້ງແຕ່ ລະດັບຮາກຖານເຖິງລະດັບສູນກາງ ຈະຕ້ອງເພີ້ມຄວາມເຂັ້ມງວດ ໃຫ້ຫຼາຍຂຶ້ນເປັນພິເສດ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ຄາດໝາຍກໍແມ່ນ ເຮັດໃຫ້ສະພາບມີຄວາມສະຫງົບ ມີຄວາມໝັ້ນຄົງທາງການ
ເມືອງ ຮັບປະກັນບໍ່ໃຫ້ມີບັນຫາໜໍ່ແໜງ ຫຼືວ່າ ເຫດການທີ່ພົວພັນທາງການເມືອງ
ເຊັ່ນການປະທ້ວງຮຸກຫື້ບໍ່ ຮຽກຮ້ອງອີຫຍັງຕ່າງໆ ກະແນວໃດ ກະແມ່ນພະຍາຍາມ
ບໍ່ໃຫ້ມັນເກີດ.”

ນອກຈາກນີ້ ກໍມີລາຍງານວ່າ ກະຊວງປ້ອງກັນຄວາມສະຫງົບພາຍໃນ ໄດ້ມີຄຳສັ່ງ ໄປເຖິງ
ພາກສ່ວນ ທີ່ຮັບຜິດຊອບການປ້ອງກັນຄວາມສະຫງົບຮຽບຮ້ອຍ ລະດັບທ້ອງຖິ່ນ ທັງຂັ້ນ
ແຂວງ ຂັ້ນເມືອງ ແລະ ຂັ້ນບ້ານ ໃນທົ່ວປະເທດ ເພື່ອໃຫ້ເພີ້ມມາດຕະການເຂັ້ມງວດ
ເຂົ້າໃນການກວດກາທຸກການເຄື່ອນໄຫວ ໃນສັງຄົມໃຫ້ຫຼາຍຂຶ້ນເປັນພິເສດ ໃນໄລຍະນີ້
ແລະ ໃຫ້ດຳເນີນມາດຕະການດັ່ງກ່າວນີ້ ຕໍ່ເນືອງໄປຈົນເຖິງປີ 2016 ທີ່ນອກຈາກຈະມີ
ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດລາວ
ຊຸດທີ 8 ແລ້ວ ລັດຖະບານລາວ ກໍຍັງຈະຕ້ອງເປັນປະທານວຽນ ຂອງກຸ່ມອາຊ່ຽນ ທີ່ຈະ
ຕ້ອງເປັນເຈົ້າພາບ ຈັດກອງປະຊຸມສຸດຍອດຜູ້ນຳລັດຖະບານອາຊ່ຽນ ເຖິງ 2 ຄັ້ງອີກດ້ວຍ.

ເພາະສະນັ້ນ ເພື່ອເປັນການປະກັນວ່າ ຈະສາມາດຮັກສາຄວາມສະຫງົບຮຽບຮ້ອຍໄດ້
100 ເປີເຊັນ ເຕັມໃນໂອກາດດັ່ງກ່າວ ສູນກາງພັກ ຍັງໄດ້ສັ່ງການໃຫ້ບັນດາກອງຫລອນ
ໃນທຸກໆບ້ານຕ້ອງເພີ້ມມາດຕະການກວດກາຕະຫລອດ 24 ຊົ່ວໂມງ ໃນທົ່ວປະເທດອີກດ້ວຍ.

XS
SM
MD
LG