ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວ​ດລາວ ຄົ້ນ​ພົບອຸປະ​ກອນ ​ຜະລິດ​ຢາ​ເສບຕິດ ​ທີ່​ຜິດ​ກົດ​ໝາຍ ​ໃນ​ລາວ​ ເປັນ​ຄັ້ງ​ທຳ​ອິດ


ຄູອາຈານ ​ແລະ ນັກ​ສຶກສາ​​ໂຄສະນາເຜີຍແພ່​ ໂຄງການ​​ປອດ​ຢາ​ເສບ​ຕິດຢູ່ໂຮງຮຽນ
ຄູອາຈານ ​ແລະ ນັກ​ສຶກສາ​​ໂຄສະນາເຜີຍແພ່​ ໂຄງການ​​ປອດ​ຢາ​ເສບ​ຕິດຢູ່ໂຮງຮຽນ

ທາງ​ການ​ຕຳຫຼວດ​ລາວ​ກວດ​ພົບ​ອຸປະ​ກອນ ​ແລະ ວັດຖຸ​ດິບ​ສຳລັບ​ຜະລິດ​ຢາ​ເສບ​ຕິດໃນ​ລາວ​ເປັນ​ຄັ້ງ​ທຳ​ອິ​ດ ທັງ​ຍັງ​ຊີ້​ໃຫ້​ເຫັນ​ວ່າ
​ຂະ​ບວນການ​ຄ້າ​ຢາ​ເສບຕິດ​ມີ​ເຄືອ​ຂ່າຍ​ໃນ​ທຸກ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໃນ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ ​ເປີດ​ເຜີຍ​ວ່າການ​ກວດ​ຄົ້ນ​ສະຖານ​ທີ່​ຕ່າງໆ​ທີ່​ຖື​ກສົງ​ໃສ​ວ່າມີການ​ລັກລອບ​ຜະລິດ​ຢາ​ເສບ​ຕິດ​ໃນ​ທົ່ວ​ປະ​ເທດ​ລາວ​ໃນ​ຕະຫຼອດ​ປີ 2014 ທີ່​ຜ່ານ​ມາ ນ​ອກຈາກ​ຈະ​ສາມາດ​ຈັບ​ກຸມ​ນັກ​ຄ້າ ​ແລະ ຍຶດຢາ​ເສບ​ຕິດ​ຂອງ​ກາງ​ໄດ້​ຢ່າງ​ຫຼວງ​ຫຼາຍ​ແລ້ວ​ກໍ​ຍັງ​ເຮັດ​ໃຫ້​ຮັບ​ຮູ້​ເປັນ​ຄັ້ງ​ທຳ​ອິດ​ວ່າ​ໄດ້​ມີ​ການ​ລັກລອບ​ຜະ​ລິດ​ເຮ​ໂຣອິນ ​ແລະ ຢາ​ບ້າ​ຢູ່​ໃນ​ລາວ​ແລ້​ວ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ໄດ້​ກວດ​ພົບ​ອຸປະກອນສຳ​ລັບ​ຜະລິດ​ເຮ​ໂຣອິນ ​ແລະ ​ເຄື່ອງ​ອັດ​ເມັດຢາ​ບ້າ​ຈຳນວນ​ຫຼາຍ​ເຄື່ອງ​ທີ່​ສາມາດ​ເຄື່ອນ​ຍ້າຍ​ເພື່ອ​ຫຼົບໜີ​ການ​ຈັບ​ກຸ​ມ​ໄດ້​ຢ່າງ​ຄ່ອງ​ຕົວ ​ແລະ ​ເ​ປັນ​ເທັກໂນ​ໂລ​ຈີ ສະໄໝ​ໃໝ່​ທີ່​ຖືກ​ນຳ​ມາ​ໃຊ້​ໃນ​ການ​ຜະລິດ​ເຮ​ໂຣອິນ ​ແລະ ຢາ​ບ້າ​ເປັນ​ການສະ​ເພາະ​ ທັງ​ຍັງ​ເປັນ​ອຸປະກອນ​ທີ່​ມີ​ຂະໜາດ​ກະທັດ​ຮັດ​ທີ່​ສາມາດ​ເຄື່ອນ​ຍ້າຍ ​ແລະ ຊຸກ​ເຊື່ອງ​ໄວ້​ໃນ​ຕູ້ໄດ້ດ້ວຍ.

ຍິ່ງ​ໄປ​ກວ່ານັ້ນ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຂອງ​ລາວ​ ກໍ​ຍັງ​ສາມາດ​ຈັບ​ກຸມ​ນັກ​ຄ້າຢາ​ເສບ​ຕິດ​ໄດ້ 2,140 ຄົນ​ພ້ອມ​ກັນ​ຍຶດ​ເຮ​ໂຣອິນ​ໄດ້ 165 ກິໂລກຼາມ ​ຢາ​ບ້າ 15 ລ້ານ​ກວ່າ​ເມັດ ກັນຊາແຫ້ງ​ຫຼາຍ​ກວ່າ 5 ​ໂຕນ ຝິ່ນ 89 ກິໂລກຼາມ ຢາ​ໄອສ 27 ກິ​ໂລກຼາມ ໂຄນ​ເຄນ​ຫຼາຍ​ກວ່າ 1​0 ກິ​ໂລກຼາມ ສານ​ເຄມີທີ່​ໃຊ້​ໃນ​ການ​ຜະລິດ​ຢາ​ບ້າ ​ແລະ ​ເຮ​ໂຣອິນ 122 ກິ​ໂລກຼາມ ອຸປະກອນທີ່​ໃຊ້​ໃນ​ການ​ຜະລິດ​ຢາ​ອີກ 10 ກວ່າ​ໜ່ວຍ ​ແລະ ອາວຸດ​ສົງ​ຄາມ​ຫຼາຍ​ກວ່າ 10​0 ລາ​ຍການ ພ້ອມ​ລູກປືນ​ອີກ 2,000 ກວ່າ​ນັດ ​ແລະ ຊັບ​ສິນ​ຕ່າງໆ​ຫຼາຍ​ຮ້ອຍຕື້​ກີບ

ຜູ້​ຄ້າ​ຢາ​ເສບ​ຕິດ​ຖືກ​ຈັບໃນ​ລາວ
ຜູ້​ຄ້າ​ຢາ​ເສບ​ຕິດ​ຖືກ​ຈັບໃນ​ລາວ

ທາງ​ດ້ານ​ທ່ານ ກຸ​ ຈັນ​ສີນາ ປະທານ​ຄະນະ​ກຳມະການ​ຄວບ​ຄຸ​ມ ​ແລະ ກວດກາ​ຍາ​ເສບ​ຕິດ​ແຫ່ງ​ຊາດ​ໄດ້​ຖະ​ແຫຼ​ງຍອມ​ຮັບ​ວ່າ​ປັນຫາ​ຢາ​ເສບ​ຕິດ​ໃນ​ລາວເປັນ​ບັນຫາ​ທີ່​ຮຸນ​ແຮງ​ຂຶ້ນ​ນັບ​ມື້​ ຫາ​ກແຕ່​ທາງ​ການ​ລາວ​ກໍ​ໄດ້​ດຳ​ເນີນ​ມາດ​ຕະການ​ສະກັດ​ກັ້ນ ​ແລະ ປາບ​ປາມ​ຢ່າງ​ເຂັ້ມ​ງວດ​ຫຼາຍ​ຂຶ້ນ​ທັງ​ພາຍ​ໃນ​ປະ​ເທດ ​ແລະ ທີ່ພົວພັນ​ກັບ​ຕ່າງ​ປະ​ເທດ​ໂດຍ​ສະ​ເພາະ​ແມ່​ນການ​ຮ່ວມ​ມື​ກັບປະ​ເທດ​ເພື່ອ​ນບ້ານ​ໃນ​ລຸ່ມແມ່​ນ້ຳ​ຂອງ​ທີ່​ມີ​ຊາຍ​ແດ​ນຕິດ​ຕໍ່​ກັບ​ລາວ​ນັ້ນ ທາງການລາວ​ຍັງ​ໄດ້​ສ້າງ​ຕັ້ງ​ໜ່ວຍ​ພິ​ເສດ​ຂຶ້ນ​ມາ​ຮັບ​ຜິດ​ຊອບ​ໃນ​ການ​ຮ່ວມ​ມື​ກັບ​ໜ່ວຍ​ງານ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ເປັນ​ການ​ສະ​ເພາະ​ອີກ​ດ້ວຍ​ດັ່ງ​ທີ່​ທ່ານ ກຸ ​ໄດ້​ຢືນຢັນ​ວ່າ

“​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ຮ່ວມ​ມື​ກັບ​ພາກ​ສ່ວນ​ກ່ຽວຂ້້ອງ​ຂັ້ນ​ຕ່າງໆ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ​ສຳລັບ​ກັບ​ບັນດາ​ປະ​ເທດເພື່ອນ​ບ້ານ​ທີ່​ໃກ້​ຄຽງ​ນັ້ນ ພວກເຮົາ​ໄດ້​ມີ​ກອງ​ປະຊຸມ​ສອງ​ຝ່າຍ ຫຼາຍ​ຝ່າຍ ​ໃນ​ລະດັບ​ຊາດ ​ແລະ ລະດັບ​ທ້ອງຖິ່ນ ນອກຈາກ​ນັ້ນ​ພວກ​ເຮົາ​ຍັງ​ໄດ້​ສ້າງ​ຕັ້ງໜ່ວຍ​ປະສານ​ງານ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດຕາມ​ຊາຍ​ແດນ​ໃຫ້ສາມາດ​ປະຕິບັດ​ວຽກ​ງານໄດ້​ຢ່າງ​ມີ​ປະສິດທິ​ຜົນ.”

ກ່ອນ​ໜ້າ​ນີ້ ຄະນະ​ກຳມະການ​ຄວບ​ຄຸມ ​ແລະ ກວດກາ​ຢາເສບ​ຕິ​ດ​ແຫ່ງ​ຊາດ​ລາວ ກໍ​ໄດ້​ລາຍ​ງານ​ວ່າ​ເຂດ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ ລາວ ກັບ ຫວຽດນາມ ​ໄດ້​ຖືກ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິ​ດຂ້າ​ມຊາດ​ສວຍ​ໃຊ້​ເປັນ​ເສັ້ນ​ທາງ​ລັກລອບ​ຂົນ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມຫຼ່ຽມທອງ​ຄຳ​ໄປ​ຕ່າງປະ​ເທດ​ຫຼາຍ​ຂຶ້ນ​ນັບ​ມື້​ ​ໂດຍ​ເສັ້ນ​ທາງ​ທີ່ແກ໊ງຄ້າຢາ​ເສບ​ຕິດ​ນຳ​ໃຊ້​ຫຼາຍ​ທີ່​ສຸດ​ໃນ​ລາວ​ກໍ​ຄື​ຖະໜົນ​ເລກ 13 ຈາກ​ພາກ​ເໜືອ​ຕໍ່​ມາ​ຍັງ​ຖະໜົນ​ເລກ 9 ​ໃນ​ແຂວງ​ສະຫວັນ​ນະ​ເຂດ ຕໍ່​ໄປ​ຍັງ​ຫວຽດນາມ ​ແລະ ປະ​ເທດ​ທີ 3 ຕາມ​ລຳ​ດັບ.

ຍິ່ງ​ໄປ​ກວ່າ​ນັ້ນ​ການ​ທີ່​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໄດ້​ຫັນ​ມາ​ໃຊ້​ເຂດ​ແດນ​ລາວ​ເປັນ​ເສັ້ນທາງ​ໃນ​ການ​ລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມຫຼ່ຽມທອງ​ຄຳ​ໄປ​ຍັງ​ປະ​ເທດ​ທີ 3 ຫຼາຍຂຶ້ນ​ດັ່ງກ່າວ​ນີ້​ຍັງ​ເປັນ​ປັດ​ໃຈ​ສຳຄັນ​ທີ່​ຊຸກຍູ້​ໃຫ້​ເຍົາວະ​ຊົນ​ລາວ​ພາກັນ​ຫັນ​ໄປ​ຊົມ​ໃຊ້​ຢາ​ເສບ​ຕິດ​ເພີ່ມ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ​ໂດຍ​ສະ​ເພາະແມ່ນ​ການ​ເສບ​ຢາ​ບ້າໃນ​ກຸ່ມ​ນັກ​ຮຽນ​-ນັກ​ສຶກສາ​ນັ້ນ​ຖື​ເປັນ​ບັນຫາ​ທີ່​ໜ້າ​ເປັນຫ່ວງ​ທີ່​ສຸດ.

ໂດຍ​ການ​ສຸ່ມ​ກວດ​ນ້ຳ​ປັດ​ສະວະ​ຂອງ​ນັກ​ຮຽນ​ໃນ​ເຂດ 145 ​ເມືອງ​ພົບ​ວ່າ​ມີ​ນັກຮຽນເຖິງ​ໜຶ່ງ​ແສນ​ກວ່າ​ຄົນ​ທີ່​ໃຊ້​ຢາ ​ແລະ 2 ​ແສນ​ກວ່າ​ຄົນ​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ທີ່​ຈະ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຢາ​ເສບ​ຕິດ​ໃນ​ປັດຈຸ​ບັນ.

XS
SM
MD
LG