ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຕຳຫລວດ​ລາວ​ ສ້າງຕັ້ງ ໜ່ວຍ​ສະເພາະກິດ ເພື່ອປາບ​ປາມ​ ຂະ​ບວນການ ​ຄ້າ​ຢາ​ເສບ​ຕິດ


ໜ່ວຍປາບປາມຢາເສບຕິດຂອງລາວ ສາມາດຈັບກຸມ ນັກຄ້າຢາເສບຕິດໄດ້ 2,140 ຄົນ ພ້ອມກັບຢຶດໄດ້ຢາເສບຕິດ ຫຼາຍໆປະເພດ ອີກຢ່າງຫລວງຫຼາຍ.
ໜ່ວຍປາບປາມຢາເສບຕິດຂອງລາວ ສາມາດຈັບກຸມ ນັກຄ້າຢາເສບຕິດໄດ້ 2,140 ຄົນ ພ້ອມກັບຢຶດໄດ້ຢາເສບຕິດ ຫຼາຍໆປະເພດ ອີກຢ່າງຫລວງຫຼາຍ.

ທາງການ​ຕຳຫລວດ​ລາວ​ສ້າງຕັ້ງໜ່ວຍ​ພິ​ເສດ​ ​ເພື່ອ​ປາບ​ປາມ​
ຂະ​ບວນການ​ຄ້າ​ຍາ​ເສບ​ຕິດ​ຂ້າມ​ຊາດ​ທີ່​ເຄື່ອ​ນ​ໄຫວ​ຢູ່​ໃນ​ເຂດ​
ຊາຍ​ແດນ​ລາວ​ ທີ່​ຕິດ​ຕໍ່​ກັບປະ​ເທດ​ເພື່ອນ​ບ້ານ​ໃນ​ລຸ່ມ​ແມ່ນ້ຳ
ຂອງ ດ້ວຍ​ກັນ.

ທ່ານ​ກຸ ຈັນ​ສີນາ ປະທານ​ຄະນະ​ກຳມະການ​ຄວບ​ຄຸມ ​ແລະ​ກວດ
ກາ​ຢາ​ເສບ​ຕິດ​ແຫ່​ງຊາດ​ລາວ ຖະ​ແຫລ​ງຢືນຢັນ​ວ່າ​ ທາງ​ການ​ລາວ​ໄດ້​ດຳ​ເນີນ​ມາ​ດຕະການ​ສະກັດ​ກັ້ນ ​ແລະ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ຢ່າງ​ເຂັ້ມງວດ​ ທັງ​ພາຍ​ໃນ​ປະ​ເທດ​ແລະ​ທີ່ພົວ
ພັນ​ກັບ​ຕ່າງປະ​ເທດ ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ກັບ ປະ​ເທດ​ທີ່​ມີ​ເຂ​ດຊາຍ​ແດນ​ຕິດ​ກັບ​ລາວ​ນັ້ນ ທາງ​ການ​ລາວ​ກໍ​ໄດ້​ສ້າງຕັ້ງໜ່ວຍ​ພິ​ເສ​ດ ຂຶ້ນມາ​ຮັບ​ຜິດ​ຊອບ​ໃນ​ການ​ຮ່ວມ​ມືກັບ​
ໜ່ວຍ​ງານ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ເປັນ​ການສະ​ເພາະ ດັ່ງ​ທີ່​ທ່ານກຸ ​ໄດ້​ເນັ້ນຢ້ຳວ່າ:

“​ເຈົ້າໜ້າ​ທີ່​ຕຳຫລວດ​ໄດ້​ຮ່ວມ​ມື​ກັບ​ພາກສ່ວນ​ກ່ຽວຂ້ອງ​ຂັ້ນຕ່າງໆ ປະຕິບັດ​ໜ້າ​ທີ່​
ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ສຳ​ຫລັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ທີ່ໃກ້​ຄຽງ​ນັ້ນ
ພວກ​ເຮົາ​ໄດ້​ມີ​ກອງ​ປະ​ຊຸມ​ສອງ​ຝ່າຍ ຫຼາຍຝ່າຍ ​ໃນ​ລະດັບ​ຊາດ ​ແລະ​ລະດັບ​ທ້ອງ​ຖິ່ນ
ນອກຈາກ​ນັ້ນ ພວກ​ເຮົາ​ກໍ​ຍັງ​ໄດ້​ສ້າງຕັ້ງໜ່ວຍ​ປະສານ​ງານ​ກວດກາ ​ແລະ​ຄວບ​ຄຸມ​
ຢາ​ເສບ​ຕິດຕາມ​ຊາຍ​ແດນ​ໃຫ້​ສາມາດ​ປະຕິບັດ​ວຽກ​ງານ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ.”

ທ່ານ​ກຸ ຈັນ​ສີນາ ປະທານ​ຄະນະ​ກຳມະການ​ຄວບ​ຄຸມ ​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່​ງຊາດລາວ.
ທ່ານ​ກຸ ຈັນ​ສີນາ ປະທານ​ຄະນະ​ກຳມະການ​ຄວບ​ຄຸມ ​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່​ງຊາດລາວ.

ກ່ອນ​ໜ້າ​ນີ້ ຄະນະ​ກຳມະການ​ຄວບ​ຄຸມ​ ​ແລະ​ກວດກາ​ຢາ​ເສບ​
ຕິດແຫ່ງ​ຊາດ​ລາວ ກໍ​ໄດ້​ລາຍ​ງານ​ວ່າ ​ເຂ​ດຊາຍ​ແດນ​ທາງບົກ
​ລະຫວ່າງລາວ​ກັບ​ຫວຽດນາມ ​ໄດ້​ຖືກ​ຂະ​ບວນການ​ຄ້າ​ຢາ​ເສ​ບ
ຕິດຂ້າມ​ຊາດ​ ສວຍ​ໃຊ້​ເປັນ​ເສັ້ນທາງລັກລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​
ຈາກເຂດ​ສາມຫລ່ຽມຄຳ​ໄປ​ຕ່າງປະ​ເທດຫຼາຍຂຶ້ນນັບ​ມື້​ໂດຍ​ເສັ້ນ
ທາງທີ່​ແກ້ງຄ້າຢາເສບຕິດນຳໃຊ້ຫຼາຍທີ່ສຸດໃນລາວ ກໍຄືຖະໜົນ
ເລກ 13 ຈາກພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນແຂວງສະ
ຫວັນນະເຂດ ຕໍ່ໄປຍັງຫວຽດນາມ ແລະປະເທດທີ 3 ຕາມລຳດັບ.

ຍິ່ງໄປກວ່ານັ້ນ ການທີ່ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ຫັນມາໃຊ້ເຂດແດນລາວ
ເປັນເສັ້ນທາງໃນການລັກລອບຂົນສົ່ງຢາເສບຕິດ ຈາກເຂດສາມຫລ່ຽມຄຳ ໄປຍັງປະເທດ
ທີ 3 ຫຼາຍຂຶ້ນດັ່ງກ່າວນີ້ ຍັງເປັນປັດໄຈສຳຄັນ ທີ່ຊຸກຍູ້ໃຫ້ເຍົາວະຊົນລາວ​ພາກັນຫັນໄປ
ຊົມໃຊ້ຢາເສບຕິດເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍສະເພາະແມ່ນການເສບຢາບ້າໃນກຸ່ມນັກ
ຮຽນ ນັກສຶກສານັ້ນ ຖືເປັນບັນຫາທີ່ໜ້າຫ່ວງທີ່ສຸດ.

ເຖິງແມ່ນວ່າກະຊວງສຶກສາທິການແລະກິລາ ຈະໄດ້ພະຍາຍາມແກ້ໄຂບັນຫາດັ່ງກ່າວແລ້ວ
ກໍຕາມ ແຕ່ກໍຍັງບໍ່ສາມາດເຮັດໃຫ້ສະພາບການດີຂຶ້ນໄດ້ເລຍ ຊຶ່ງຈະເຫັນໄດ້ຈາກການທີ່
ຄະນະກຳມະການຄວບຄຸມແລະກວດກາຢາເສບຕິດແຫ່ງຊາດ ໄດ້ກວດນ້ຳປັດສະວະຂອງ
ນັກຮຽນນັກສຶກສາ ໂດຍບໍ່ໄດ້ມີການແຈ້ງລ່ວງໜ້າຢູ່ໃນເຂດ 145 ເມືອງ ເມື່ອປີ 2012 ທີ່
ພົບວ່າ ມີນັກຮຽນນັກສຶກສາຈຳນວນຫຼາຍກວ່າ 6 ໝື່ນຄົນ ທີ່ໃຊ້ຢາເສບຕິດ. ສ່ວນການສຸ່ມ ກວດໃນປີ 2013 ກໍພົບວ່າ ມີນັກຮຽນນັກສຶກສາລາວ ກວ່າ 8 ໝື່ນຄົນ ທີ່ໃຊ້ຢາເສບຕິດ
ແລະໃນປີ 2014 ນີ້ ກໍເຊື່ອວ່າ ຈະມີເຍົາວະຊົນລາວ ເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດຫຼາຍ
ຂຶ້ນ ເພາະການສຳຫລວດເມື່ອທ້າຍປີຜ່ານມາ ພົບວ່າ ມີເຍົາວະຊົນລາວເກີນກວ່າ
245,000 ຄົນ ທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບ
ຕິດ ນັ້ນເອງ.

ທາງດ້ານເຈົ້າໜ້າທີ່ຕຳຫລວດໃນໜ່ວຍປາບປາມຢາເສບຕິດ ກໍເປີດເຜີຍວ່າ ການກວດຄົ້ນ
ສະຖານທີ່ຕ່າງໆທີ່ສົງໄສວ່າ ໄດ້ລັກລອບຜະລິດຢາເສບຕິດໃນຕະຫລອດປີ 2013 ທີ່ຜ່ານ
ມາ ນອກຈາກຈະສາມາດຈັບກຸມນັກຄ້າ ແລະຢຶດຢາເສບຕິດຂອງກາງໄດ້ ຢ່າງຫລວງຫຼາຍ
ແລ້ວ ກໍຍັງເຮັດໃຫ້ຮັບຮູ້ເປັນຄັ້ງທຳອິດວ່າ ໄດ້ມີການລັກລອບຜະລິດເຮໂຣອີນ ແລະຢາບ້າ
ຢູ່ໃນລາວແລ້ວ ອີກດ້ວຍ.

ທັງນີ້ໂດຍໜ່ວຍປາບປາມຢາເສບຕິດ ໄດ້ກວດພົບອຸປະກອນຜະລິດເຮໂຣອີນ ແລະເຄື່ອງ
ອັດເມັດຢາບ້າ ຈຳນວນຫຼາຍເຄື່ອງ ທີ່ສາມາດເຄື່ອນຍ້າຍເພື່ອຫລົບໜີການຈັບກຸມໄດ້ຢ່າງ
ຄ່ອງຕົວ ແລະເປັນເທັກໂນໂລຈີສະໄໝໃໝ່ ທີ່ຖືກນຳມາໃຊ້ໃນການຜະລິດເຮໂຣອີນ ແລະ
ຢາບ້າ ໂດຍອຸປະກອນດັ່ງກ່າວມີຂະນາດກະທັດລັດ ທີ່ສາມາດເຄື່ອນຍ້າຍແລະຊຸກເຊື່ອງ
ໄວ້ໃນລົດຕູ້ໄດ້ນັ້ນເອງ.

ຍິ່ງໄປກວ່ານັ້ນ ໜ່ວຍປາບປາມຢາເສບຕິດຂອງລາວ ກໍຍັງສາມາດຈັບກຸມນັກຄ້າຢາເສບ ຕິດໄດ້ 2,140 ຄົນ ພ້ອມກັບຢຶດເຮໂຣອີນ ໄດ້ 165 ກິໂລກຣາມ ຢາບ້າ 15 ລ້ານກວ່າເມັດ
ກັນຊາແຫ້ງກວ່າ 5 ໂຕນ ຝິ່ນ 89 ກິໂລກຣາມ ຢາໄອຊ໌ 27 ກິໂລກຣາມ ໂຄເຄນກວ່າ 10
ກິໂລກຣາມ ສານເຄມີທີ່ໃຊ້ໃນການຜະລິດຢາບ້າ ແລະເຮໂຣອີນ 122 ກິໂຣກຣາມ ອຸປະ
ກອນ ທີ່ໃຊ້ໃນການຜະລິດຢາເສບຕິດ 4 ໜ່ວຍ ອາວຸດສົງຄາມຫຼາຍກວ່າ 100 ລາຍການ
ພ້ອມດ້ວຍລູກປືນອີກ 2,000 ກວ່ານັດ ແລະຊັບສິນຕ່າງໆ ຫຼາຍຮ້ອຍຕື້ກີບ.

XS
SM
MD
LG