ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ຕຳຫຼວດລາວ ສາມາດ ຈັບກຸມ ນັກຄ້າຢາເສບຕິດ ລາຍໃຫຍ່ໄດ້


ນຶ່ງໃນສີ່ ຜູ້ຕ້ອງຫາ ຄ້າຢາເສບຕິດ ທີ່ເຈົ້າໜ້າທີ່ຕຳຫລວດລາວ ສາມາດ ຈັບກຸມໄດ້ ໃນຂະນະທີ່ຜູ້ຕ້ອງຫາ ໄດ້ປະສົບກັບອຸບັດເຫດ ລົດຕຳກັນຢູ່ເທິງທ້ອງຖະໜົນ ຢູ່ບ້ານໂພນຕ້ອງ ໃນເຂດໃຈກາງ ນະຄອນຫຼວງວຽງຈັນ.
ນຶ່ງໃນສີ່ ຜູ້ຕ້ອງຫາ ຄ້າຢາເສບຕິດ ທີ່ເຈົ້າໜ້າທີ່ຕຳຫລວດລາວ ສາມາດ ຈັບກຸມໄດ້ ໃນຂະນະທີ່ຜູ້ຕ້ອງຫາ ໄດ້ປະສົບກັບອຸບັດເຫດ ລົດຕຳກັນຢູ່ເທິງທ້ອງຖະໜົນ ຢູ່ບ້ານໂພນຕ້ອງ ໃນເຂດໃຈກາງ ນະຄອນຫຼວງວຽງຈັນ.

ທາງການຕຳຫຼວດລາວ ຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ໄດ້
ພ້ອມກັບຢາບ້າຫຼາຍກວ່າ 3 ລ້ານເມັດ ໃນຂະນະທີ່ຜູ້ຕ້ອງຫາ
ໄດ້ປະສົບອຸບັດເຫດເທິງທ້ອງຖະໜົນ ຢູ່ໃນເຂດໃຈກາງ
ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ຕຳຫຼວດລາວ ສາມາດຈັບກຸມ ນັກຄ້າຢາເສບຕິດລາຍໃຫຍ່ ໄດ້ພ້ອມກັບ ຢາບ້າ ຫຼາຍກວ່າ 3 ລ້ານເມັດ ທີ່ບັນຈຸໄວ້ໃນເປົາ ຈຳນວນ 10 ກະສອບ ທີ່ນັກຄ້າຢາເສບຕິດ 4 ຄົນ
ໄດ້ພະຍາຍາມລັກລອບຂົນສົ່ງເຂົ້າມາໃນນະຄອນຫຼວງວຽງຈັນ ແຕ່ກໍຕ້ອງມາຖືກຈັບກຸມ
ຕົວໄດ້ ໃນຂະນະທີ່ຜູ້ຕ້ອງຫາ ໄດ້ປະສົບອຸບັດເຫດລົດຕຳກັນຢູ່ເທິງທ້ອງຖະໜົນ ໃນ
ເຂດບ້ານໂພນຕ້ອງ ໂດຍຜູ້ຕ້ອງຫາ 3 ຄົນ ຫລົບໜີໄປໄດ້ ຈຶ່ງມີຜູ້ຕ້ອງຫາພຽງແຕ່ຄົນດຽວ
ເທົ່ານັ້ນ ທີ່ຖືກຈັບກຸມຕົວໄດ້ໃນເຫດການຄັ້ງນີ້.

ຜູ້ຕ້ອງຫາ ຄ້າຢາເສບຕິດ ທີ່ທາງການລາວ ຈັບກຸມໄວ້ໄດ້ ພ້ອມດ້ວຍ ຂອງກາງເປັນ ຢາບ້ານ ຈຳນວນ ຫຼາຍກວ່າ 3 ລ້ານເມັດ.
ຜູ້ຕ້ອງຫາ ຄ້າຢາເສບຕິດ ທີ່ທາງການລາວ ຈັບກຸມໄວ້ໄດ້ ພ້ອມດ້ວຍ ຂອງກາງເປັນ ຢາບ້ານ ຈຳນວນ ຫຼາຍກວ່າ 3 ລ້ານເມັດ.

ແຕ່ຢ່າງໃດກໍຕາມ ທາງການຕຳຫຼວດລາວ ກໍບໍ່ໄດ້ເປີດເຜີຍຂໍ້ມູນ ທີ່ໄດ້ຈາກການສອບສວນຜູ້ຕ້ອງຫາ ທີ່ຖືກຈັບກຸມໃນຄັ້ງນີ້ ວ່າ
ຈະຂົນສົ່ງຢາບ້າໄປໄສ ແລະມີໃຜແດ່ ທີ່ຮ່ວມໃນຂະບວນການ
ຫາກແຕ່ການລັກລອບຂົນສົ່ງຢາບ້າຈຳນວນຫຼາຍດັ່ງກ່າວນີ້ ກໍໄດ້ສະແດງໃຫ້ເຫັນເຖິງສະພາບບັນຫາການຄ້າຢາເສບຕິດ
ໃນລາວທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນນັບມື້.

ພາຍໃຕ້ສະພາບການດັ່ງກ່າວນີ້ ກໍເຮັດໃຫ້ທ່ານພົນຈັດຕະວາ
ສົມແກ້ວ ສີລາວົງ ລັດຖະມົນຕີຊ່ວຍວ່າການ ກະຊວງປ້ອງກັນ
ຄວາມສະຫງົບ ໄດ້ຍອມຮັບວ່າ ເປັນການຍາກຢ່າງຍິ່ງ ທີ່ຈະ
ສາມາດບັນລຸເປົ້າໝາຍ ທີ່ຈະເຮັດໃຫ້ລາວເປັນປະເທດ ທີ່ປອດຈາກບັນຫາຢາເສບຕິດໄດ້
ໃນປີ 2015 ອັນຖືເປັນເປົ້າໝາຍຮ່ວມກັນຂອງທັງ 10 ປະເທດສະມາຊິກ ໃນກຸ່ມອາຊ່ຽນ.

ທັງນີ້ ໂດຍເຖິງແມ່ນວ່າ ທາງການລາວຈະໄດ້ດຳເນີນມາດຕະການປາບປາມຢ່າງໜັກ ກໍຕາມ ຫາກແຕ່ວ່າ ກໍບໍ່ສາມາດຈະທຳລາຍເຄືອຂ່າຍການຄ້າຢາເສບຕິດ ໃຫ້ໝົດໄປ
ໄດ້ເລີຍ ເນື່ອງຈາກວ່າ ຜູ້ຕ້ອງຫາໃນຄະດີຢາເສບຕິດ ທີ່ຖືກຈັບກຸມນັ້ນຈະບໍ່ຍອມໃຫ້
ຂໍ້ມູນ ທີ່ເຊື່ອມໂຍງໄປເຖິງສະມາຊິກຄົນອື່ນໆ ໃນເຄືອຂ່າຍ ຂອງພວກເຂົາເຈົ້າເລີຍ
ດັ່ງທີ່ ພົນຈັດຕະວາ ສົມແກ້ວ ໄດ້ໃຫ້ການຢືນຢັນວ່າ:

ຜູ້ຕ້ອງຫາ ໃນຄະດີ ລັກລອບຄ້າຢາເສບຕິດ ທີ່ເຈົ້າໜ້າທີ່ຕຳຫລວດຈັບກຸມໄດ້ ຜ່ານມາ ເຊິ່ງໄດ້ສະແດງໃຫ້ເຫັນ ເຖິງສະພາບບັນຫາ ການຄ້າຢາເສບຕິດ ໃນລາວທີ່ມີລະດັບຄວາມຮຸນແຮງ ຫຼາຍຂຶ້ນນັບມື້.
ຜູ້ຕ້ອງຫາ ໃນຄະດີ ລັກລອບຄ້າຢາເສບຕິດ ທີ່ເຈົ້າໜ້າທີ່ຕຳຫລວດຈັບກຸມໄດ້ ຜ່ານມາ ເຊິ່ງໄດ້ສະແດງໃຫ້ເຫັນ ເຖິງສະພາບບັນຫາ ການຄ້າຢາເສບຕິດ ໃນລາວທີ່ມີລະດັບຄວາມຮຸນແຮງ ຫຼາຍຂຶ້ນນັບມື້.

“ເລື້ອງຊອກຜູ້ຊັດທອດໜາ ຢາກຮູ້ບ່ອນກົກມັນເອົາມາ
ແລະ ບ່ອນໄປມັນຊິໄປໄສ ມັນບໍ່ບອກເດັດຂາດ ມັນເວົ້າ
ແຕ່ເອົາມາແຕ່ທາງເໜືອ ແລະ ຈະເອົາໄປທາງໃຕ້ ມີ
ແຕ່ເທົ່ານັ້ນ ຄຳຕອບຂອງມັນ ສະນັ້ນ ກໍສະແດງວ່າ
ເຂົາມີຄຳໝັນສັນຍານຳກັນ ຈັບແຕ່ເຈົ້າ ຈະບໍ່ບອກ
ເລື້ອງເຮົາ ຈະບໍ່ຊັດທອດ ມີແນວນັ້ນ ໃນຕົວຈິງ
ກໍເປັນແນວນີ້ ຍາກທີ່ສຸດ.”

ທາງດ້ານ ທ່ານກຸ ຈັນສີນາ ປະທານຄະນະກຳມະການຄວບ
ຄຸມ ແລະ ກວດກາຢາເສບຕິດແຫ່ງຊາດ ໄດ້ໃຫ້ການຢືນຢັນ
ວ່າ ທາງການລາວ ໄດ້ດຳເນີນມາດຕະການສະກັດກັ້ນ
ແລະ ປາບປາມເຄືອຂ່າຍຄ້າຢາເສບຕິດຢ່າງເຂັ້ມງວດ ທັງຍັງໄດ້ຮ່ວມມືກັບປະເທດ
ເພື່ອນບ້ານໃນການສ້າງຕັ້ງໜ່ວຍພິເສດ ເພື່ອປະສານງານໃນການປາບປາມຢູ່ຊາຍແດນ
ເປັນການສະເພາະດ້ວຍ ດັ່ງທີ່ທ່ານກຸ ໄດ້ເນັ້ນຢ້ຳວ່າ:

“ເຈົ້າໜ້າທີ່ຕຳຫຼວດ ໄດ້ຮ່ວມມືກັບພາກສ່ວນກ່ຽວຂ້ອງຂັ້ນຕ່າງໆ ປະຕິບັດໜ້າທີ່
ຂອງຕົນດ້ວຍ ຄວາມຮັບຜິດຊອບສູງ ສຳຫລັບກັບບັນດາປະເທດ ເພື່ອນບ້ານທີ່ ໃກ້ຄຽງນັ້ນ ພວກເຮົາໄດ້ມີກອງປະຊຸມ ສອງຝ່າຍ ຫຼາຍຝ່າຍ ໃນລະດັບຊາດ ແລະ
ລະດັບທ້ອງຖິ່ນ ນອກຈາກນັ້ນ ພວກເຮົາກໍຍັງໄດ້ສ້າງຕັ້ງ ໜ່ວຍປະສານງານ
ກວດກາ ແລະຄວບຄຸມຢາເສບຕິດຕາມຊາຍແດນ ໃຫ້ສາມາດປະຕິບັດວຽກງານ
ໄດ້ຢ່າງມີປະສິດທິຜົນ.”

ກ່ອນໜ້ານີ້ ຄະນະກຳມະການຄວບຄຸມ ແລະກວດກາຢາເສບຕິດແຫ່ງຊາດລາວ ກໍໄດ້
ລາຍງານວ່າ ເຂດຊາຍແດນທາງບົກ ລະຫວ່າງລາວກັບຫວຽດນາມ ໄດ້ຖືກຂະບວນການ
ຄ້າຢາເສບຕິດຂ້າມຊາດ ສວຍໃຊ້ເປັນເສັ້ນທາງລັກລອບຂົນຢາເສບຕິດ ຈາກເຂດສາມ
ຫຼ່ຽມຄຳ ໄປຕ່າງປະເທດຫຼາຍຂຶ້ນນັບມື້ ໂດຍເສັ້ນທາງ ທີ່ແກ່ງຄ້າຢາເສບຕິດນຳໃຊ້ຫຼາຍ
ທີ່ສູດໃນລາວ ກໍຄືຖະໜົນເລກ 13 ຈາກພາກເໜືອ ຕໍ່ມາຍັງຖະໜົນ ເລກ 9 ໃນແຂວງ
ສະຫວັນນະເຂດ ເພື່ອຕໍ່ໄປຍັງຫວຽດນາມ ແລະ ປະເທດທີ 3 ຕາມລຳດັບ.

XS
SM
MD
LG