ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ເຈົ້າໜ້າ​ທີ່​ຂັ້ນສູງ​ລາວ​ ຈຳນວນ​ບໍ່​ນ້ອຍ ມີ​ສ່ວນ​ກ່ຽວຂ້ອງ​ ກັບ​ຂະ​ບວນການ​ຄ້າຢາ​ເສບ​ຕິດ​ຂ້າມ​ຊາດ ​ໃນ​ລາວ


ພົນ​ຈັດຕະວາ​ສົມ​ແກ້ວ ສີ​ລາ​ວົງ ຮັກ​ສາ​ການ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຍອມຮັບ​ວ່າ ມີ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ​ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຂະ​ບວນການ​ຄ້າ ​ແລະ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໃນ​ລາວ.
ພົນ​ຈັດຕະວາ​ສົມ​ແກ້ວ ສີ​ລາ​ວົງ ຮັກ​ສາ​ການ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຍອມຮັບ​ວ່າ ມີ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ​ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຂະ​ບວນການ​ຄ້າ ​ແລະ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໃນ​ລາວ.

​ເຈົ້າໜ້າ​ທີ່​ຕຳຫລວດ​ປາບ​ປາມ​ຢາ​ເສບ​ຕິດ ຍອມຮັບ​ວ່າ ມີ​ເຈົ້າໜ້າ​ທີ່​ຂັ້ນສູງ​ຂອງ​ລາວ​ຈຳນວນ​ບໍ່​ນ້ອຍ ທີ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ຂະ​ບວນການ​ຄ້າ ​ແລະ​ການ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໃນ​ລາວ.

​ເຈົ້າໜ້າ​ທີ່​ຕຳຫລວດ​ຂັ້ນສູງ​ໃນ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ລາວ ​ໄດ້​ຍອມຮັບ​ວ່າ ມີ​
ເຈົ້າໜ້າ​ທີ່​ຂັ້ນສູງ​ຈຳນວນ​ບໍ່​ນ້ອຍ​ທັງ​ໃນ​ວົງ​ການ​ທະຫານ ຕຳຫລວດ ​ແລະ​ລັດຖະບານ​ທີ່​
ໄດ້​ເຂົ້າ​ໄປ​ພົວພັນ​ ແລະ​ກ່ຽວຂ້ອງກັບ​ການ​ຄ້າ​ຢາ​ເສບ​ຕິດ ​ໂດຍ​ສະ​ເພາະ​ແມ່ນ​ການ​ເຂົ້າ​
ໄປ​ມີ​ຜົນ​ປະ​ໂຫຍ​ດ​ ໃນ​ການ​ຄ້າ​ຢາ​ບ້ານັ້ນ ຍັງ​ຖື​ເປັນສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້ການ​ລັກ
ລອບ​ຂົນ​ສົ່ງ ​ແລະ​ການ​ຄ້າ​ຢາ​ບ້າ​ໃນ​ລາວ​ ໄດ້​ມີ​ການຈັດຕັ້ງ​ເປັນ​ຂະ​ບວນທີ່​ມີ​ເຄືອ​ຂ່າຍ​
ຢ່າງ​ກວ້າງຂວາງ​ທັງ​ໃນ​ລາວ ​ແລະ ​ປ​ະ​ເທດ​ເພື່ອນ​ບ້ານ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ຢືນຢັນ​ວ່າ:

“ລັກສະນະ​ຂອງ​ຢາ​ບ້າ​ນີ້ ມີ​ລັກສະນະ​ຂ້າມ​ຊາດ ມີ​ຄົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​
ສົມຮູ້​ຮ່ວມ​ຄິດ​ກັນ​ເຮັດ​ລັກສະນະ​ຊອກ​ຫາ​ບ່ອນ​ອີງ​ທີ່​ໜາ​ແໜ້ນ ​ເປັນຕົ້ນ​ແມ່ນຊອກ ​ແມ່ນ​ແຊກ​ຊຶມ​ເຂົ້າພະນັກງານ​ຜູ້​ທີ່​ມີ​ສິດ ມີ​ອຳນາດ ມີ​ບົດບາດ​ໃນ​ເມື່ອ​ຖືກ​ເຈົ້າໜ້າ​ທີ່ເຮົາດຳ​ເນີນ​ຄະດີ ຈະ​ໄດ້ແອບ​ແຝງ​ເພື່ອ​ຂົ່ມຂູ່ ​ແລະ​ອື່ນໆ ອັນ​ນີ້​ກໍ​ຄື​ແນວ​ນັ້ນຫັ້ນ​ແຫລະ ຈະ​ແຈ້ງ.”

ພວກຜະລິດ ແລະ ຄ້າຢາເສບຕິດ ຖືກເຈົ້າໜ້າທີ່ຕຳຫລວດ ຈັບໄດ້ພ້ອມ ດ້ວຍຂອງກາງ.
ພວກຜະລິດ ແລະ ຄ້າຢາເສບຕິດ ຖືກເຈົ້າໜ້າທີ່ຕຳຫລວດ ຈັບໄດ້ພ້ອມ ດ້ວຍຂອງກາງ.

ທັງ​ນີ້​ໂດຍ​ເຂດ​ທີ່​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ ​ໄດ້​ສວຍ​ໃຊ້​ເປັນ
​ເສັ້ນທາງ​ລັກລອບ​ຂົນ​ສົ່ງ​ຢາ​ເສ​ບຕິດ ຈາກ​ເຂດ​ສາມ​ຫລ່ຽມ​ຄຳ​
ໄປ​ຕ່າງປະ​ເທດຫຼາຍຂຶ້ນນັບ​ມື້​ ຄື​ຊາຍ​ແດນ​ລາວ​ກັບ​ຫວຽດນາມ
​ໂດຍ​ເສັ້ນທາງ​ທີ່ແກ້ງ​ຄ້າ​ຢາ​ເສບ​ຕິດ​ນຳ​ໃຊ້ຫຼາຍທີ່​ສຸດ​ໃນ​ລາວ​ກໍ​ຄື
​ ຖະໜົນ​ເລກ 13 ຈາກ​ພາກ​ເໜືອຕໍ່​ມາ​ຍັງ​ຖະໜົນ​ເລກ 9 ​ໃນ
​ແຂວງ​ສະຫວັນ​ນະ​ເຂດ​ຕໍ່​ໄປ​ຍັງ​ຫວຽດນາມ ​ແລະ​ປະ​ເທດ​ທີ 3
ຕາມ​ລຳດັບ.

ຍິ່ງໄປ​ກວ່າ​ນັ້ນ ການ​ທີ່​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ
​ໄດ້​ຫັນ​ມາໃຊ້​ລາວ ​ເປັນ​ເສັ້ນທາງ​ລັກລອບ​ຂົນ​ສົ່ງ​ ຢາ​ເສບ​ຕິດ
ຫຼາຍຂຶ້ນດັ່ງກ່າວ​ນີ້ ກໍຍັງ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ຊຸກ​ຍູ້​ໃຫ້​ເຍົາວະ​ຊົນລາວ​ພາກັນ​ຫັນ​ໄປ​ຊົມ​ໃຊ້
​ຢາ​ເສບ​ຕິດ​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ ​ໂດຍ​ການ​ສຳ​ຫລວດຫຼ້າສຸດພົບ​ວ່າ ມີ​ເຍົາວະ​ຊົນ​ລາວ​
ກວ່າ 3 ​ແສນ​ຄົນ ​ທີ່ຢູ່​ໃນ​ສິ່ງ​ແວດ​ລ້ອມ​ທີ່​ມີ​ຄວາມ​ສ່ຽງ​ສູງ ທີ່​ຈະ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຢາ​
ເສບ​ຕິດໃນ​ປັດຈຸບັນ.

ພົນ​ຈັດຕະວາ​ສົມ​ແກ້ວ ສີ​ລາ​ວົງ ຮັກ​ສາ​ການ​ລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ຄວາມ​
ສະຫງົບ ​ໄດ້​ຖະ​ແຫລ​ງຍອມຮັບ​ວ່າ ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​
ໃນ​ການ​ເຮັດ​ໃຫ້​ລາວ​ເປັນ​ປະ​ເທດ​ ທີ່​ປອດ​ຈາກ​ບັນຫາ​ຢາ​ເສບ​ຕິດ​ໄດ້ ​ໃນ​ປີ 2015 ທີ່​ຖື
​ເປັນ​ເປົ້າໝາຍ​ຮ່ວມ​ກັນ​ຂອງ​ປະ​ເທດ​ສະມາຊິກໃນ​ກຸ່ມ​ອາ​ຊ່ຽນ​ທັງ 10 ປະ​ເທດ.

ທັງ​ນີ້​ໂດຍ​ເຖິງ​ແມ່ນ​ວ່າ ທ່າ​ງການ​ລາວ​ຈະ​ໄດ້​ດຳ​ເນີນ​ມາດ​ຕະການ​ປາບ​ປາມ ຢ່າງ​ໜັກ
​ກໍ​ຕາມ ຫາກ​ແຕ່​ວ່າ ກໍ​ບໍ່​ສາມາດ​ຈະ​ທຳ​ລາຍ​ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໝົດ​ໄປ​ໄດ້​
ເລີຍ ​ເນື່ອງ​ຈາກ​ວ່າ​ຜູ້​ຕ້ອງ​ຫາໃນ​ຄະດີ​ຢາ​ເສບ​ຕິດ ທີ່​ຖືກ​ຈັບ​ກຸມ​ນັ້ນ ຈະ​ບໍ່​ຍອມ​ໃຫ້​ຂໍ້​ມູນ​
ທີ່​ເຊື່ອມ​ໂຍງ​ໄປ​ເຖິງ​ສະ​ມາ​ຊິກ​ຄົນ​ອື່ນໆ ​ໃນ​ເຄືອ​ຂ່າຍ​ຂອງ​ພວກ​ເຂົາ​ເຈົ້າ​ເລີຍ ດັ່ງ​ທີ່
​ພົນ​ຈັດຕະວາ​ສົມ​ແກ້ວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ເລື້ອງ​ຊອກ​ຜູ້​ຊັດ​ທອດໜາ ຢາກ​ຮູ້​ບ່ອນ​ກົກ ​ມັນ​ເອົາມາ ​ແລະ​ບ່ອນ​ໄປ ມັນ​ສິ​ໄປ​ໃສ ມັນ​ບໍ່​ບອກ​ເດັດຂາດ ມັນ​ເວົ້າ​ແຕ່​ເອົາ​ມາ​ແຕ່​ທາງ​ເໜືອ ​ແລະ​ຈະ​ເອົາ​ໄປ​ທາງ​ໃຕ້ ມີ​ແຕ່​ເທົ່າ​ນັ້ນ ຄຳ​ຕອບ​ຂອງ​ມັນ ສະນັ້ນກໍ​ສະ​ແດງ​ວ່າ ​ເຂົາ​ມີ​ຄຳ​ໝັ້ນສັນຍາ​ນຳ​ກັນ ຈັບ​ແຕ່​ເຈົ້າ ຈະ​ບໍ່ໍບອກເລື້ອງ​ເຮົາ ຈະ​ບໍ່​ຊັດ​ທອດ ມີ​ແນວ​ນັ້ນ ​ໃນ​ຕົວ​ຈິງ​ກໍ​ເປັນ​ແນວ​ນີ້ ຍາກ​ທີ່​ສຸດ.”

ທາງ​ດ້ານ​ທ່ານ​ກຸ ຈັນ​ສີນາ ປະທານ​ຄະນະ​ກຳມະການ​ຄວບ​ຄຸມ​ ​ແລະ​ກວດກາ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ໄດ້​ໃຫ້ການ​ຢືນຢັນ​ວ່າ ທາງ​ການ​ລາວ​ໄດ້​ດຳ​ເນີນ​ມາດ​ຕະການ​ສະກັດ​ກັ້ນ ​ແລະ​ປາບ​ປາມ​ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ​ຢ່າງ​ເຂັ້ມງວດ ທັງ​ຍັງ​ໄດ້​ຮ່​ວມມື​ກັບປະ​ເທດ​ເພື່ອ​ບ້ານ ​ໃນ​ການ​ສ້າງຕັ້ງໜ່ວຍ​ພິ​ເສດ ​ເພື່ອ​ປະສານ​ງານ​ໃນ​ການ​ປາບ​ປາມ​ຢູ່​ຊາຍ​ແດນ​ເປັນ​ການສະ​ເພາະ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກໍ​ຍັງ​ປາກົດ​ວ່າ ມີ​ເຍົາວະ​ຊົນ​ລາວ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ຢາ​ເສບ​ຕິດ
ຫຼາຍຂຶ້ນ ​ເພາະ​ການ​ສຳ​ຫລວດ​ພົບ​ວ່າ​ ມີ​ເຍົາວະ​ຊົນ​ລາວ​ເພີ້​ມຂຶ້ນຈາກ 245,000 ກວ່າ​
ຄົນ​ໃນ​ປີ 2013 ​ເປັນ ​3 ​ແສນ​ກວ່າ​ຄົນ ​ທີ່​ຢູ່​ໃນ​ສິ່ງ​ແວດ​ລ້ອມ ທີ່​ມີ​ຄວາມ​ສ່ຽງສູງ ​ທີ່​ຈະ​ເຂົ້າ
​ໄປ​ຫຍຸ້ງ​ກ່ຽວ​ກັບ​ຢາ​ເສບ​ຕິດ​ໃນ​ປັດຈຸ​ບັນນີ້.

XS
SM
MD
LG