ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ລາຍຮັບ ຂອງປະຊາຊົນ ລາວ ເພີ່ມຂຶ້ນ ກາຍເປົ້າໝາຍ ທີ່ວາງໄວ້


ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ມູນຄ່າຜະລິດຕະພັນລວມພາຍ ໃນ (GPD) ສາມາດຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ໄດ້ເກີນລະດັບຄາດໝາຍທີ່ວາງ ໄວ້ໃນແຜນການປີ 2014-2015 ທີ່ຜ່ານມາ.
ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ມູນຄ່າຜະລິດຕະພັນລວມພາຍ ໃນ (GPD) ສາມາດຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ໄດ້ເກີນລະດັບຄາດໝາຍທີ່ວາງ ໄວ້ໃນແຜນການປີ 2014-2015 ທີ່ຜ່ານມາ.

ນາຍົກລັດຖະມົນຕີ ລາວ ຢືນຢັນວ່າ ມູນຄ່າຜະລິດຕະພັນລວມ ພາຍໃນ (GPD) ສາມາດຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ໄດ້ເກີນລະດັບຄາດໝາຍທີ່ໄດ້ວາງ ໄວ້ໃນແຜນການປີ 2014- 2015 ທີ່ຜ່ານມາ.

ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ລາວ ໄດ້ຖະແຫຼງຢືນຢັນຕໍ່ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດ ລາວ ທີ່ໄດ້ດຳເນີນການປະຊຸມໃນຊ່ວງວັນທີ 18-22 ມັງກອນ 2016 ທີ່ຜ່ານມາວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມໃນສົກ ປີ 2011-2015 ໄດ້ເປັນຜົນເຮັດໃຫ້ເສດຖະກິດພາຍໃນ ລາວ ມີການຂະຫຍາຍຕົວເພີ່ມຂຶ້ນ ໃນອັດຕາສະເລ່ຍເຖິງ 7.9 ເປີເຊັນ ແລະ ສຳລັບໃນຊ່ວງແຜນການປະຈຳປີ 2014-2015 ກໍ ປະກົດວ່າ ຍອດຜະລິດຕະພັນລວມພາຍໃນ 7(GDP) ຂອງ ລາວ ມີມູນຄ່າລວມເກີນກວ່າ 12,800 ລ້ານໂດລາ ທີ່ສາມາດຖົວສະເລ່ຍເປັນລາຍຮັບຂອງປະຊາຊົນ ລາວ ໄດ້ທີ່ລະດັບ 1,970 ໂດລາຕໍ່ຄົນຕໍ່ປີ ເຊິ່ງເກີນກວ່າ ລະດັບຄາດໝາຍເຖິງ 270 ໂດລາ.

ພ້ອມກັນນີ້ ທ່ານ ທອງສິງ ຢືນຢັນດ້ວຍການພັດທະນາ ສປປ ລາວ ໃນຕະຫຼອດ 40 ປີ (1975- 2015) ມານີ້ໄດ້ມີຜົນຄືບໜ້າຢ່າງຊັດເຈນໃນທຸກໆດ້ານ ດັ່ງຈະເຫັນໄດ້ຈາກການມີສະຖຽນລະ ພາບທາງການເມືອງ ແລະ ຄວາມໝັ້ນຄົງແຫ່ງຊາດ ສ່ວນໃນພາກເສດຖະກິດກໍຂະຫຍາຍຕົວ ເພີ່ມຂຶ້ນຢ່າງຕໍ່ເນື່ອງທັງໃນດ້ານການຄ້າ, ການລົງທຶນ ແລະ ການບໍລິການ ຊຶ່ງກໍເຮັດໃຫ້ນາຍົກ ລັດຖະມົນຕີ ລາວ ມີຄວາມໝັ້ນໃຈວ່າພັກ ແລະ ລັດຖະບານ ລາວ ຈະສາມາດນຳພາ ສປປ ລາວ ໃຫ້ຫຼຸດພົ້ນຈາກສະພາບດ້ອຍພັດທະນາໄດ້ຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ 2020 ຢ່າງແນ່ນອນດັ່ງທີ່ທ່ານທອງສິງ ໄດ້ຖະແຫຼງຢືນຢັນວ່າ

"ພວກຂ້າພະເຈົ້າ ພວມຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ຂອງສົກປີທຳອິດທີ່ ນອນຢູ່ໃນແຜນ ພັດທະນາເສດຖະກິດ ສັງຄົມຫ້າປີເທື່ອທີ 8 ພວມກະກຽມຄວາມພ້ອມເຂົ້າເປັນປະຊາຄົມ ເສດຖະກິດ ອາຊຽນ ແລະ ຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ແບບຍືນຍົງ ແລະ ສູ້ຊົນການພັດທະນາປະເທດໃຫ້ຫຼຸດພົ້ນອອກຈາກ ສະຖານະພາບຂອງ ປະເທດດ້ອຍພັດທະນາໃນປີ 2020 ແລະ ກ້າວໄປສູ່ປະເທດພວມພັດທະນາ ແລະ ມີລາຍ ຮັບປານກາງ."

ທາງດ້ານທ່ານນາງ Sandra Nicoll ຜູ້ອຳນວຍການທະນາຄານພັດທະນາ ເອເຊຍ (ADB) ປະຈຳ ລາວ ໃຫ້ການຢືນຢັນວ່າ ການຈັດຕັ້ງປະຕິບັດ ໂຄງການພັດທະນາເພື່ອຫຼຸດຜ່ອນຄວາມ ຍາກຈົນຂອງປະຊາຊົນ ລາວ ບັນດາເຜົ່າທີ່ ADB ໄດ້ໃຫ້ການຊ່ວຍເຫຼືອແກ່ລັດຖະບານ ລາວ ໃນຊ່ວງປີ 2007-2014 ທີ່ຜ່ານມານັ້ນໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ໃນທຸກໆ ດ້ານ.

ໂດຍການຈັດຕັ້ງປະຕິບັດ ໂຄງການໃນໄລຍະທີຜ່ານມາ ໄດ້ໃຊ້ງົບປະມານໄປໃນມູນຄ່າລວມ ເຖິງ 19.06 ລ້ານໂດລາ ຊຶ່ງເຮັດໃຫ້ປະຊາຊົນ ລາວ ບັນດາເຜົ່າໃນພື້ນທີ່ 18 ເມືອງຂອງ 5 ແຂວງ ພາກເໜືອກໍຄືແຂວງບໍ່ແກ້ວ, ຫົວພັນ, ຫຼວງນ້ຳທາ, ຫຼວງພະບາງ ແລະ ຊຽງຂວາງ ນັ້ນ ໄດ້ຫຼຸດພົ້ນຈາກຄວາມຍາກຈົນຢ່າງສິ້ນເຊີງແລ້ວ ເມື່ອປະກົດວ່າການສົ່ງເສີມ ການຜະລິດສິນ ຄ້າດ້ານກະສິກຳ ແລະ ການລ້ຽງສັດນັ້ນເຮັດໃຫ້ປະຊາຊົນ ລາວ ບັນດາເຜົ່າໃນພື້ນທີ່ເປົ້າໝາຍ ມີລາຍໄດ້ເພີ່ມຂຶ້ນຈາກ 1.8 ລ້ານກີບຕໍ່ຄົນໃນປີ 2007 ມາເປັນ 8.3 ລ້ານກີບຕໍ່ຄົນໃນປີ 2014.

ແຕ່ຢ່າງໃດກໍຕາມ ກະຊວງແຜນການ ແລະ ການລົງທຶນ ລາຍງານຈາກການປະເມີນຮ່ວມກັນ ລະຫວ່າງ ລັດຖະບານ ລາວ ກັບ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະ ສັງຄົມໃນ ລາວ ນັບ ຈາກປີ 2011 ເຖິງເດືອນກັນຍາ 2015 ພົບວ່າລັດຖະບານ ລາວ ຈະບໍ່ສາມາດຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸເປົ້າໝາຍ ສະຫັດສະວັດການພັດທະນາໃນ 6 ດ້ານຈາກທັງໝົດ 9 ດ້ານທີ່ໄດ້ຕົກ ລົງໄວ້ກັບອົງການສະຫະປະຊາຊາດ.

ໂດຍທັງ 6 ດ້ານດັ່ງກ່າວນີ້ກໍປະກອບດ້ວຍການທີ່ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີຍັງມີສ່ວນສູງ ແລະ ນຳ້ໜັກຕ່ຳກວ່າເກນມາດຕະຖານ, ການເຂົ້າໂຮງຮຽນ ແລະ ສືບຕໍ່ການຮຽນຈົນຈົບຊັ້ນ ປະຖົມປີທີ 5 ຍັງເພີ່ມຂຶ້ນຢ່າງຊັກຊ້າ, ອັດຕາການຕາຍຂອງເດັກນ້ອຍອາຍຸຕ່ຳ ກວ່າ 1 ປີຍັງ ສູງ, ອັດຕາການຕາຍຂອງແມ່ຍິງຂະນະຖືພາກໍຍັງສູງ, ສ່ວນການເພີ່ມອັດຕາມການປົກຫຸ້ມ ຂອງປ່າໄມ້ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ກໍປະຕິບັດ ໄດ້ໃນພື້ນທີ່ຢ່າງຈຳກັດ.

ທາງດ້ານກະຊວງສາທາລະນະສຸກ ໄດ້ລາຍງານວ່າການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະ ວັດການພັດທະນາດ້ານສາທາລະນະສຸກໃນ ລາວ ຍັງມີບັນຫາທ້າທາຍໃນຫຼາຍດ້ານທີ່ເປັນອຸ ປະສັກຕໍ່ການພັດທະນາຄຸນະພາບການ ໃຫ້ບໍລິການແກ່ປະຊາຊົນໃຫ້ໄດ້ມາດຕະຖານດຽວກັນ ກັບບັນດາປະເທດທີ່ເປັນສະ ມາຊິກໃນກຸ່ມອາຊຽນດ້ວຍກັນອີກດ້ວຍ.

XS
SM
MD
LG