ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະຊາຊົນລາວ ບໍ່ເຊື່ອວ່າ ລັດຖະບານລາວ ຈະສາມາດ ເພີ້ມຄວາມໜາແໜ້ນ ຂອງປ່າໄມ້ໄດ້


ໂຄງການປູກຕົ້ນໄມ້ ຂອງທາງການລາວ ເພື່ອເພີ້ມຄວາມໜາແໜ້ນ ຂອງສະພາບ
ປ່າໄມ້ໃຫ້ປົກຫຸ້ມ ໃນທົ່ວປະເທດ.
ໂຄງການປູກຕົ້ນໄມ້ ຂອງທາງການລາວ ເພື່ອເພີ້ມຄວາມໜາແໜ້ນ ຂອງສະພາບ ປ່າໄມ້ໃຫ້ປົກຫຸ້ມ ໃນທົ່ວປະເທດ.

ປະຊາຊົນລາວ ບໍ່ເຊື່ອວ່າ ລັດຖະບານລາວ ຈະສາມາດເພີ້ມ
ຄວາມໜາແໜ້ນຂອງປ່າໄມ້ ໃຫ້ປົກຫຸ້ມເຖິງ 65 ເປີເຊັນ ຂອງ
ພື້ນທີ່ທັງໝົດ ຂອງປະເທດໄດ້ ຕາມແຜນການທີ່ວາງໄວ້ ພາຍ
ໃນປີ 2015 ນີ້.

ເຈົ້າໜ້າທີີ່ຂັ້ນສູງໃນສະພາແຫ່ງຊາດລາວ ໃຫ້ການຢືນຢັນວ່າ ເປັນການຍາກຢ່າງຍິ່ງ
ທີ່ລັດຖະບານລາວຈະສາມາດບັນລຸເປົ້າໝາຍ ທີ່ຈະເພີ້ມຄວາມໜາແໜ້ນ ຂອງສະພາບ
ປ່າໄມ້ໃຫ້ປົກຫຸ້ມເຖິງ 65 ເປີເຊັນ ຂອງພື້ນທີ່ທັງໝົດ ຂອງປະເທດໄດ້ ພາຍໃນປີ 2015 ນີ້
ທັງຍັງຈະເປັນໄປບໍ່ໄດ້ເລີຍທີ່ຈະເພີ້ມຄວາມໜາແໜ້ນຂອງປ່າໄມ້ ໃຫ້ໄດ້ເຖິງ 70 ເປີເຊັນ
ຂອງພື້ນທີ່ທັງໝົດພາຍໃນປີ 2020 ອີກດ້ວຍ.

ເນື່ອງຈາກວ່າ ປ່າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ຂອງລາວ ໄດ້ຫລຸດອັດຕາຄວາມ
ໜາແໜ້ນລົງ ຢ່າງຫລວງຫຼາຍໃນໄລຍະ 15 ປີ ມານີ້ ຊຶ່ງເປັນຜົນມາຈາກການລັກລອບ
ຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດ ຈົນເຮັດໃຫ້ປ່າໄມ້ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງ
ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມທຳມະຊາດ ຍັງຄົງເຫຼືອຢູ່ ໃນເນື້ອທີ່ລວມພຽງ
4 ລ້ານເຮັກຕາ ຫຼືຄິດເປັນ 16 ເປີເຊັນຂອງພື້ນທີ່ທັງໝົດເທົ່ານັ້ນ.

ການຖາງປ່າ ເຮັດໄຮ່ ກໍເປັນບັນຫາ ອີກອັນນຶ່ງ ທີ່ທາງການລາວ ຕ້ອງໄດ້ແກ້ໄຂ.
ການຖາງປ່າ ເຮັດໄຮ່ ກໍເປັນບັນຫາ ອີກອັນນຶ່ງ ທີ່ທາງການລາວ ຕ້ອງໄດ້ແກ້ໄຂ.

ໂດຍປັດໄຈທີ່ເຮັດໃຫ້ການລັກລອບຕັດໄມ້ ໃນເຂດປ່າສະຫງວນ
ແຫ່ງຊາດ ສາມາດດຳເນີນການໄດ້ ຢ່າງກວ້າງຂວາງນັ້ນ ເພາະມີ
ຜູ້ບໍລິຫານຂັ້ນສູງ ໃນພາກລັດຖະບານລາວ ໄດ້ເຂົ້າໄປມີສ່ວນ
ຜົນປະໂຫຍດຮ່ວມດ້ວຍ ຈຶ່ງໄດ້ປ່ອຍປະລະເລີຍ ໃຫ້ມີການລັກ
ລອບຕັດໄມ້ຢູ່ເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ:

“ກະແມ່ນວ່າ ປະຊາຊົນຂັດຂ້ອງວ່າ ເປັນແນວໃດ ອັນລັດ
ຖະບານນີ້ ຄືຈັ່ງວ່າ ປ່ອຍໃຫ້ຂຸດຄົ້ນໄມ້ຫຼາຍແທ້ ຂົນໝົດ
ມື້ ໝົດຄືນ ຈັກໄປທາງເລກ 7 ໄປທາງນ້ຳກັ້ນ ໄປທາງເລກ
12 ໄປທາງເລກ 9 ແລ້ວກໍວ່າງໜຶ່ງນີ້ ຜູ້ແທນຫຼວງນ້ຳທາ
ກະບອກວ່າ ໄປທາງພຸ້ນອີກ.”

ຍິ່ງໄປກວ່ານັ້ນ ຈາກການກວດສອບເຂດສຳປະທານຫຼາຍກວ່າ 200 ພື້ນທີ່ ໃນທົ່ວ
ປະເທດ ຍັງພົບວ່າ ໄດ້ມີການລຸກລ້ຳເຂົ້າໄປລັກລອບຕັດໄມ້ ຢູ່ໃນເຂດປ່າສະຫງວນ
ແລະ ເຂດປ່າປ້ອງກັນຂອງລັດຖະບານລາວທັງໃນລະດັບທ້ອງຖິ່ນ ແລະ ຂັ້ນສູນກາງ
ຢ່າງກວ້າງຂວາງອີກດ້ວຍ.

ໂດຍອິງຕາມຂໍ້ມູນ ຂອງກະຊວງແຜນການ ແລະການລົງທຶນ ລະບຸວ່າລັດຖະບານລາວ
ໄດ້ອະນຸຍາດໃຫ້ ສຳປະທານທີ່ດິນເພື່ອປູກພືດເສດຖະກິດຕ່າງໆ ເຊັ່ນ ຢາງພາລາ
ຢູຄາລິບຕັສ ອ້ອຍ ສາລີ ແລະມັນຕົ້ນ ຄິດເປັນພື້ນທີ່ລວມກັນກວ້າງກວ່າ 570,000
ເຮັກຕາ ຫາກແຕ່ຈາກການກວດສອບ ໃນພາກຕົວຈິງພົບວ່າ ໄດ້ມີການບຸກລຸກເຂົ້າໄປ
ລັກລອບຕັດໄມ້ ໃນເຂດປ່າສະຫງວນ ແລະປ່າປ້ອງກັນຂອງລັດຖະບານ ຄິດເປັນພື້ນທີ່
ກວ້າງກວ່າ 1 ລ້ານ ເຮັກຕາແລ້ວໃນປັດຈຸບັນ.

ທາງດ້ານກະຊວງກະສິກຳ-ປ່າໄມ້ ລາຍງານວ່າ ໃນແຜນການປີ 2013-2014 ລັດຖຸບານ
ໄດ້ອະນຸມັດໂຄວຕ້າການຕັດໄມ້ຄິດເປັນປະລິມານ ລວມ 1 ລ້ານກວ່າແມັດກ້ອນ ແບ່ງເປັນ
ໂຄວຕ້າໄມ້ປົກກະຕິ 580,071 ແມັດກ້ອນ ແລະໂຄວຕ້າໄມ້ພິເສດ 446,783 ແມັດກ້ອນ
ຫາກແຕ່ລັດຖະບານ ກໍມີລາຍຮັບຈາກພາສີການສົ່ງໄມ້ໄປຕ່າງປະເທດພຽງ 20 ລ້ານ ດອນລາເທົ່ານັ້ນ ໂດຍມີສາເຫດມາຈາກການປະຕິບັດໜ້າທີ່ຂອງພະນັກງານລັດ ທີ່ເຫັນ
ຜົນປະໂຫຍດສ່ວນຕົວ ເປັນສຳຄັນ ດັ່ງເຈົ້າໜ້າທີ່ຂັ້ນສູງ ໃນຄະນະກຳມະການກວດກາ
ແຫ່ງລັດ ໄດ້ໃຫ້ການຢືນຢັນວ່າ:

“ໄມ້ພວກເຮົານີ້ ຂຸດຄົ້ນອອກເປັນຈຳນວນມະຫາສານທີ່ສຸດ ແຕ່ວ່າລາຍຮັບ ຈາກ
ການຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນໜຶ່ງ ພວກເຮົາຂາຍນີ້ ມີແຕ່ຢູ່ໃນ ລະດັບ 50-60 ຫຼຽນຕໍ່ແມັດກ້ອນ 50-60 ຫຼຽນນີ້ແລ້ວ ເບິ່ງປ່າໄມ້ພວກເຮົາ ທີ່ຖືກ
ບຸກລຸກທຳລາຍນັ້ນ ເປັນຈຳນວນມະຫາສານ ອັນນີ້ນິ ມັນໆສວນທາງກັນກັບ
ການພັດທະນາແບບຍືນຍົງ.”

ເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມະການກວດກາແຫ່ງລັດ ບອກວ່າການປະເມີນດັ່ງກ່າວ
ຖືເປັນການປະເມີນລາຄາໄດ້ທີ່ຕ່ຳກວ່າຄວາມເປັນຈິງ ໃນອັດຕາສະເລ່ຍເຖິງ 50 ເປີເຊັນ
ຊຶ່ງກໍເປັນຜົນເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍຜົນປະໂຫຍດຄິດເປັນ ມູນຄ່າຫຼາຍ
ຮ້ອຍຕື້ກີບ ໃນແຕ່ລະປີ.

XS
SM
MD
LG