ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ບາຍ​ດີປີ​ໃໝ່: ຜິວ​ພອນ ພົ​ມມີ​ໄຊ, ​ແຊມ ແລະ ອອມ ມະນີ​ວົງ (ຄາຣາໂອເກະ)


ຜິວ​ພອນ ພົ​ມມີ​ໄຊ, ​ແຊມ ອອມ ມະນີ​ວົງ
ຜິວ​ພອນ ພົ​ມມີ​ໄຊ, ​ແຊມ ອອມ ມະນີ​ວົງ

ສະບາຍດີປີ​ໃໝ່ ທ່ານຜູ້ຟັງທຸກໆທ່ານ ວັນນະສອນຫວັງວ່າ
ທ່ານຜູ້ຟັງຄົງ ຈະສະບາຍດີ ມ່ວນ​ຊື່ນ​ແລະ​ພ້ອມ​ທີ່​ຈະ​ສະຫຼອງ
ກຸດ​ສົງການປີໃໝ່ລາວ ຫຼື​ບຸນ​ຫົດ​ນ້ຳ ຊຶ່ງກົງກັບ​ຊ່ວງນີ້​ພໍດິບ​ພໍດີ​
ວັນນະ​ສອນ​ຈຶ່ງຂໍ​ຖື​ໂອກາດ​ນີ້​ຈັ​ດ​ເພງ​ສະຫຼອງ​ປີໃໝ່​ໃຫ້​ແຟນ
ລາຍການ​ທຸກໆທ່ານເລີຍ ​ເພາະ​ຈະ ​ໄດ້​ອອກ​ມາ​ຟ້ອນ​ລຳ​ນຳ​ກັນ ​
ເອົາ​ໂຊກ​ເອົາ​ໄຊດັ່ງ​ຄວາມໝາ​ຍຂອງ​ເພງ​ນີ້..."ສະ​ບາຍ​ດີປີ​ໃໝ່"
ເປັນ​ເພງ​ທຳນອງ​ອອກ​ຈະຣ໊ອກທີ່​ຮ້ອງ​ໝູ່ ອັນ​ມີ: ຜິວ​ພອນ ພົ​ມມີ
​ໄຊ, ​ແຊມ ອອມ ມະນີ​ວົງ
​ ຈາກ​ຄ້າຍ​ເພງ ຮວມລາວ​ລ້ານ​ຊ້າງ ຊຶ່ງ​ບໍ່​ສູ້​ຈະ​ໄດ້​ຍິນ​ເພງ​ປີໃໝ່ ​
ໃນ​ທຳນອງ​ນີ້…ຊຶ່ງກໍມ່ວນໄປອີກແບບ ​ແລະຫວັງ​ວ່າ​ຄົງ​ຈະ​ຖືກ​ໃຈ.

ວັນນະສອນຢາກຈະໃຫ້ ທຸກໆທ່ານຜູ້ຟັງໄດ້ມາເຫັນ ບັນຍາກາດໃນນະຄອນຫຼວງ Washington DC ໃນຂະນະນີ້ ເພາະວ່າດອກຊາກຸຣະທີ່ເປັນສັນຍາລັກມິດຕະພາບ ລະຫວ່າງທັງສອງປະເທດ ສະຫະລັດແລະຍີ່ປຸ່ນ ຊຶ່ງທາງປະເທດຍີ່ປຸນນັ້ນ ໄດ້ມອບໃຫ້ ເປັນຂອງຂັວນໃຫ້ສະຫະລັດ ເມື່ອ 50 ກວ່າປີ ມາແລ້ວ ທີ່ໄດ້ປູກລຽງລາຍ ໃນ Washington DC ນີ້ ໄດ້​ພາກັນ​ອອກ​ດອກ​ເບັ່ງ​ບານ ສວຍງາມຕະການຕາ ອວດໂສມ ​ໃຫ້ຜູ້ຄົນໄດ້​ພາກັນຫຼັ່ງ​ໄຫຼ​ເຂົ້າ​ມາຊົມຈາກ ທົ່ວທຸກມຸມໂລກ ແລະ​ອີກ​ຢ່າງ​ນຶ່ງ ກໍ​ຖື​ວ່າ​ເປັນ​ເລີກ​ງາມ​ຍາມ​ດີ​ ຕ້ອນ​ຮັບ​ປີ​ໃໝ່​ຂອງ​ລາວ​ເລີຍ.​ ເອົາ​ໄປ​ຟັງ​ເພງ ບຸນ​ສົງການ​ບ້ານ​ເຮົາ​ ທີ່​ໄດ້​ນັກ​ຮ້ອງສາວ ຫຸ່ນ​ດີ ສຽງ​ຫວານ ​ເດືອນ ວິລະ​ດາ ມາ​ຂັບ​ກ່ອມ​ທ່ານ​ ​ແລະ​ຂໍ​ໃຫ້​ປີມະເມຍ​ ປີ​ນີ້ ​ເປັນ​ປີ​ຜ່ອງ​ອຳ​ໄພ​ ສຸກ​ຂີໆ
ຈະ​ເລີນຮຸ່ງ​ເຮືອງ ​ຕະຫຼອດ​ໄປ ສຳຫລັບທຸກໆທ່ານ.

ອີກ​ເທື່ອ​ນນຶ່ງ ວັນນສອນພ້ອມ​ດ້ວຍ​ຄະນະ​ຂອງ VOA ຂໍ​ສົ່ງ​ຄວາມສຸກ ມາ​ກັບ​ສຽງ​ເພງ​
ແລະ​ລາຍການ​ທັງຫຼາຍ​ຂອງ VOA ຂໍອະທິຖານແລະອວຍໄຊໃຫ້ພອນແກ່ທຸກໆທ່ານ
ຈົງມີແຕ່ຄວາມເບີກບານມ່ວນຊື່ນ ປະສົບແຕ່ລາບຍົດ, ສັນລະເສີນ, ສຸກຂະພາບແຂງ
ແຮງ ດັ່ງເນື້ອໃນຄວາມໝາຍຂອງເພງນີ້…ສະບາຍດີປີໃໝ່ ທີ່ຂັບຮ້ອງໂດຍ ສຸດທິດາ
ປານ້ອຍ ແລະໄພວັນ ສີສຸລາດ.


ຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ ສະບາຍດີປີໃໝ່.
XS
SM
MD
LG