ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະບາຍດີ ປີໃໝ່! ວີໂອເອ-ລາວ ຂໍຝາກເພງ ອ່ວຍພອນປີໃໝ່ ແກ່ທ່ານຜູ້ຟັງ ທຸກໆທ່ານ


ສະບາຍດີ ປີໃໝ່
ສະບາຍດີ ປີໃໝ່

ສະບາຍດີ ປີ​ໃໝ່ ທ່ານ​ຜູ້​ຟັງ​ທຸກໆ​ທ່ານ​. ລາຍການ​ດົນຕີ​ຂອງ​ເຮົາ​ຄືນ​ນີ້ ກໍຂໍ​ບັນເທິງທ່ານ​ດ້ວຍ​ເພງ​ປີ​ໃໝ່ ​ເພື່ອ​ໃຫ້​ແທດ​ເໝາະກັບ​ບັນຫາ​ກາດ​ເນາະ ຊຶ່ງ​ຄິດ​ວ່າ ຢູ່​ໃນ​ປະ​ເທດ​ລາວ ​ແລະ​ປະຊາ​ຄົມ​ລາວ​ໃນທົ່ວ​ໂລກ ​ເວລາ​ນີ້ ກໍ​ຄົງ​ກຳລັງ​ສະຫລອງ​ກັນ​ຢ່າງ​ມ່ວນ​ຊື່ນ​ແນ່ນອນ. ຂ້າພະ​ເຈົ້າດີ​ໃຈ​ທີ່​ໄດ້​ມາ​ຈັດ​ລາຍການ​ນີ້ ຟັງ​ເພງ​ມ່ວນໆ​ກັບ​ບັນດາ​ທ່ານ​ ​ ​ແທນ​ວັນນະ​ສອນ ຊຶ່ງ​ເວລາ​ນີ້ ກໍຄົງ​ກຳລັງ​ສະຫລອງ​ຢູ່​ຫລວງ​ພະ​ບາງ​ພຸ້ນ​ບໍ່​ຈັກ. ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ຂ້າພະ​ເຈົ້າ​ຂໍ​ອວຍພອນ​ປີ​ໃໝ່​ແກ່​ທຸກໆ​ທ່ານທີ່​ກຳລັງ​ຟັງ​ຢູ່​ ​ແລະ​ພີ່ນ້ອງ​ລາວ​ໃນ​ທົ່ວ​ໂລກ ດ້ວຍ​ເພງ​ຈັງ​ຫວະ​ຄຶ​ກຄື້ນສະ​ໄໝ​ນິຍົມ​ເພງ​ນີ້ ປີ​ໃໝ່ມາ​ແລ້ວ ຂອງ​ຄະນະ​ສາຍສຳພັນ​ ທີ່​ປະ​ເທດ​ກາ​ນາ​ດາ. ກໍ​ຂໍ​ອ່ວຍ​ພອນ​ໃຫ້​ທຸກໆ​ທ່ານ​ຈົ່ງມີ​ແຕ່​ຄວາມສຸກ​ຄວາມ​ຈະ​ເລີ​ນ ພະ​ລາ​ນາ​ໄມ​ແຂງ​ແຮງ ປາດ​ສະ​ຈາກ​ໂຣກ​ໄພ​ໄຂ້​ເຈັບ ດັ່ງ​ໃນ​ເພງ​ນີ້.

ຜ່ານ​ໄປນັ້ນ​ກໍ​ຄື ເພງ​ປີ​ໃໝ່​ມາ​ແລ້ວຂອງ​ຄະນະ​ສາຍສຳພັນ​ທີ່​ມົງ​ເຣອາລ ປະ​ເທດກາ​ນາ​ດາ ພາຍ​ໃຕ້​ການ​ນຳພາ​ຂອງ​ອະນຸ​ສັກ ທຳ​ມະວົງສາ. ຫວັງ​ວ່າ​ຄົງ​ຖືກ​ໃຈ​ທ່ານ​ຜູ້​ຟັງ ​ໂດຍ​ສະ
ເພາະບັນດາທ່ານ​ທີ່​ມັກ​ເຕ້ນ​ຈັງ​ວະ ປັດ​ສະ​ລົບ ອອກກຳລັງ​ກາຍ. ​ເອົາ.. ບັດ​ນີ້ ຂ້າພະ​ເຈົ້າ
ຈະ​ໃຫ້ ສິນລະປິນ​ລາວ ທີ່​ປະ​ເທດ​ຝຣັ່ງກັນ ​ແຊມ ກັບ ​ໂຍ​ໂກະ ມາ​ອ່ວຍ​ພອນ​ບັນດາ​ທ່ານ
ໃນ​ເພງ ປີ​ໃໝ່​ແລ້ວ​ແກ້ວຕາ ຫວານໆ​ຊຶ້ງໆ ​ໂຣ​ແມນ​ຕິກ​ດີ. ຂໍ​ໃຫ້​ມີ​ຄວາມ​ສຸກ​ກັບ​ເພງ​ນີ້.

ຟັງ​ຜົນງານ​ຂອງ​ສິນລະປິນ​ລາວ​ໃນ​ຕ່າງປະ​ເທດ​ກັນ​ແລ້ວ ບັດ​ນີ້​ມາ​ຟັງສຽງ​ຮ້ອງ​ຂອງສິນລະ
ປິນໃນ​ປະ​ເທດ​ລາວ​ ​ເປັນ​ເພງ​ສຸດ​ທ້າຍ. ກ່ອນ​ຈາກ​ກັນ ​ເນື່ອງ​ໃນ​ວາລະປີ​ໃໝ່​ລາວ​ນີ້ ຂ້າ
ພະ​ເຈົ້າ​ຂໍ​ມອບພອນ​ໃຊອັນ​ປະ​ເສີດ​ທຸກ​ຢ່າງ​ແກ່​ບັນດາ​ທ່ານ ບໍ່​ວ່າ​ຈະ​ເປັນ​ໂຊກ​ລາບ ອາຍຸ
ວັນນະ ສຸຂະ​ພະລະ ຄວາມສຸກ​ຄວາມ​ວັດທະນາ​ຖາ​ອວນ ຈົ່ງ​ເກີດ​ແກ່​ທຸກໆ​ທ່ານແລະ
ຄອບຄົວ. ​ເອົາ​..ຂ້າພະ​ເຈົ້າ​ຂໍ​ໃຫ້ອູ່​ແກ້ວ ​ໄຊ​ຍະ​ວົງ ມາອ່ວຍ​ພອນທ່ານ​ຕື່ມ​ອີກ ​ໃນ​ເພງນີ້
ພອນ​ປີ​ໃໝ່. ຂໍໃຫ້ທຸກໆທ່ານ ຈົ່ງນອນ​ຫລັບ​ຝັນ​ດີ ລາຕີສະຫວັດ.

ແຖມ/Bonus:

XS
SM
MD
LG