ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຕ້ອງປັບປຸງ ຖານຂໍ້ມູນ ສະຖິຕິ UXO ກ່ອນ​ຈະໄດ້ຮັບ ການຊ່ວຍເຫຼືອ ຫຼາຍ​ຂ​ຶ້ນ


ສະຫະລັດ​ອາ​​ເມ​ຣິ​ກາ ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ລາວ​ເພີ້​ມຂຶ້ນ ​ແລະ​ໃນ​ປີ 2014 ນີ້ ລັດຖະສະພາ​ສະຫະລັດ ​ອະນຸມັດ​ງົບປະມານ​ມູນ​ຄ່າ $12 ລ້ານ​.
ສະຫະລັດ​ອາ​​ເມ​ຣິ​ກາ ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ລາວ​ເພີ້​ມຂຶ້ນ ​ແລະ​ໃນ​ປີ 2014 ນີ້ ລັດຖະສະພາ​ສະຫະລັດ ​ອະນຸມັດ​ງົບປະມານ​ມູນ​ຄ່າ $12 ລ້ານ​.
ທາງການລາວຈະຕ້ອງປັບປຸງ ຖານຂໍ້ມູນສະຖິຕິ ແລະສະພາບ
ການ ກ່ຽວກັບບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນລາວ
ໃຫ້ນາໆຊາດເຊື່ອຖືຢ່າງແທ້ຈິງ ຈຶ່ງຈະໄດ້ຮັບການຊ່ອຍເຫຼືອ
ຫຼາຍຂຶ້ນ.

ທ່ານພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການ ຄະນະກຳມະ
ການຄຸ້ມຄອງແຫ່ງຊາດ ​ເພື່ອ​ແກ້​ໄຂ​ບັນຫາ ​ລະ​ເບີ​ດບໍ່​ທັນ​ແຕກ
ທີ່​ຕົກ​ຄ້າງ​ຢູ່​ໃນ​ລາວ ຍອມຮັບວ່າບັນຫາທີ່ສຳຄັນ​ປະການໜຶ່ງທີ່
​ເຮັດ​ໃຫ້​ນານາ​ຊາດ ຍັງ​ຄົງ​ບໍ່​ຕັດສິນ​ໃຈ​ ໃຫ້ການ​ຊ່ວຍ​ເຫຼືອລະຍະ​ຍາວ​ແກ່​ລັດຖະບານ​
ລາວ ​ໃນ​ການ​ເກັບ​ກູ້ ​ແລະ​ປ້ອງ​ກັນ​ຜົນ​ກະທົບ​ຈາກ​ລະ​ເບີດ UXO ຫາກແຕ່​ຍັງ​ໃຫ້ກາ​ນ ຊ່ວຍ​ເຫຼືອ​ເປັນ​ແບບ​ຕໍ່​ປີນັ້ນ ກໍ​ເພາະ​ມອງ​ວ່າ ​ລະບົບ​ຂໍ້​ມູນ​ກ່ຽວ​ກັບ​ລະ​ເບີດ UXO ຂອງ ທາງ​ການ​ລາ​ວຍັງ​ບໍ່​ໄດ້​ມາດຕະຖານ​ສາກົນ.

ຊຶ່ງ​ດ້ວຍ​ການ​ມອງ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້​ນານາ​ຊາດ​ໄດ້​ພາກັນ​ພິຈາລະນາ​ຂໍ້​ມູນ​ທີ່​ໄດ້​ຮັບ​ ຈາກ
​ທາງ​ການ​ລາວ​ຢ່າງ​ລະ​ອຽດ ​ແລະ​ຮອບດ້ານ​ເສຍ​ກ່ອນ ຈຶ່ງ​ຈະ​ຕັດສິນ​ໃຈ​ວ່າ ຈະ​ໃຫ້ການ​
ຊ່ວຍ​ເຫຼືອ ​ແກ່​ລັດຖະບານ​ລາວເທົ່າ​ໃດ ​ໂດຍສາ​ເຫດ​ສຳຄັນ​ທີ່​ນານາ​ຊາດ​ ຍັງບໍ່​ເຊື່ອໝັ້ນຕໍ່​ຂໍ້​
ມູນຂອງ​ທາງ​ການ​ລາວ​ນັ້ນ ກໍ​ຍ້ອນເຫັນ​ວ່າ ການ​ປະສານ​ງານ​ລະຫວ່າງ ໜ່ວຍ​ງານຂອງ
​ລັດຖະບານ​ລາວ ຍັງ​ບໍ່​ມີ​ປະສິດທິ​ພາບ ​ຢ່າງ​ພຽງພໍ ດັ່ງ​ທີ່​ທ່ານ ພູ​ຂຽວ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ການ​ປະສານ​ງານ​ຢູ່​ທ້ອງ​ຖິ່ນ​ປັດຈຸບັນ ດຽວ​ນີ້​ມັນ​ມີ​ຄວາມ​ຫຍຸ້ງ​ຍາກ ​ເພາະ​ພວກ​ຂ້າພະ​ເຈົ້າ ກໍ​ສັງ​ເກດ​ເຫັນ​ວ່າ ການປະສານ​ງານ ​ເພື່ອ​ເອົາ​ຂໍ້​ມູນ​ມາ​ຮັບ​ໃຊ້​ການ
ວາງ​ແຜນ ດຽວ​ນີ້​ບໍ່​ສະດວກ​ປານ​ໃດ ​ເພາະວ່າ​ໂຄງການ ເກັບ​ກູ້​ລະ​ເບີດ​ແຫ່​ງຊາດ
ຢູ່​ຕັ້ງ​ແຕ່​ຫົວພັນ​ຮອດ ອັດ​ຕະປື ​ເຮົາ​ຂໍ​ການ​ຊ່ວຍ​ເຫຼືອຂອງ​ຕ່າງປະ​ເທດ ​ເຂົາ​ເຈົ້າ
ຕ້ອງການ​ຂໍ້​ມູນ​ທີ່​ຊັດ​ເຈນ​ຄື​ກັນ.”

ພະນັກງານເກັບກູ້ລະເບີດ ກຳລັງຈະທຳລາຍ ລະເບີດທີ່ຍັງບໍ່ທັນແຕກ UXO ຕົກ​ຄ້າງ​ໃນ​ລາວ ຈາກສົງຄາມອິນໂດຈີນ.
ພະນັກງານເກັບກູ້ລະເບີດ ກຳລັງຈະທຳລາຍ ລະເບີດທີ່ຍັງບໍ່ທັນແຕກ UXO ຕົກ​ຄ້າງ​ໃນ​ລາວ ຈາກສົງຄາມອິນໂດຈີນ.

ໂດຍ​ການ​ເກັບ​ກູ້​ລະ​ເບີດ UXO ໃນ​ລາວ​ໃນ​ປີ 2013 ທີ່​ຜ່າ​ນມາ
ສາມ​າດປະຕິບັດໄດ້​ ໃນ​ພື້ນ​ທີ່​ລວມທັງໝົດ 10,514 ​ເຮັກ​ຕາ ​
ແລະ​ໄດ້​ທຳ​ລາຍ​ລະ​ເບີດ UXO ​ໄປ​ທັງ​ໝົດ 82,917 ໜ່ວຍ ​
ໂດຍ​ນານາ​ຊາດ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ ແກ່​ລັດຖະບານ​ລາວ ຄິດ
ເປັນ​ມູນ​ຄ່າ​ລວມ 30 ລ້ານ​ດອນ​ລາ ​ໃນ​ຂະນະ​ທີ່​ລັດຖະບານ​ລາວ
ຕ້ອງການ​ຄວາມຊ່ວຍ​ເຫຼືອ​ບໍ່​ນ້ອຍ​ກວ່າ 50 ລ້ານ​ດອນ​ລາ​ ​ໃນ​ແຕ່
ລະ​ປີ ຈຶ່ງ​ຈະ​ພຽງພໍ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ທາງ​ການ​ສະຫະລັດ​ອາເມ​ຣິ​ກາ ກໍ​ໄດ້​
ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລັດຖະບານ​ລາວ​ເພີ້​ມຂຶ້ນຢ່າງຕໍ່​ເນື່ອງ ​ແລະ​
ໃນ​ປີ 2014 ນີ້ ລັດຖະສະພາ​ສະຫະລັດ ກໍ​ໄດ້ອະນຸມັດ​ງົບປະມານ​ໃນ​ມູນ​ຄ່າ 12 ລ້ານ​ດອນ​ລາ ສຳລັບ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ ເພື່ອນຳ​ໃຊ້​ໃນ​ການ​ເກັບ​ກູ້​ລະ​ເບີ​ດ UXO ທີ່​ຕົກ​ຄ້າງ​ໃນ​ລາວ ລວມ​ເຖິງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ປະຊາຊົນ​ທີ່​ໄດ້​ຮັບ​ເຄາະ​ຈາກ​ລະ​ເບີດດັ່ງກ່າວ​ ແລະ​ການລົນນະ​ລົງ​ເຜີຍ​ແພ່​ເພື່ອ​ໃຫ້​ຄວາມ​ຮູ້​ແກ່​ປະຊາຊົນ​ລາວ​ ທີ່​ແນໃສ່ການ​ລົດ​ອັນຕະລາຍ​ ຈາກ​ລະ​ເບີ​ດ UXO ​ໃຫ້​ໄດ້​ຢ່າງ​ມີ​ປະສິດທິ​ຜົນ​ອີກ​ດ້ວຍ.

​ໂດຍ​ການ​ອະນຸມັດ​ດັ່ງກ່າວ​ນີ້ ຖື​ເປັນ​ງົບປະມານ​ກ້ອນ​ໃຫຍ່​ທີ່​ສຸດ​ ທີ່ທາງ​ການ​ສະຫະລັດ
ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ລາວ​ນັບ​ແຕ່​ສົງຄາມ​ອິນ​ໂດ​ຈີນ ​ໄດ້​ສິ້ນສຸດ​ລົງ​ໃນ​ປີ 1975 ເປັນ​
ຕົ້ນ​ມາ ດ້ວຍ​ເປົ້າໝາຍ​ທີ່​ຈະຫລຸດຜ່ອນ​ຜົນ​ກະທົບ​ຈາກ​ລະ​ເບີດ UXO ​ໃນ​ລາ​ວລົງ​ເທື່ອ​ລະ​ກ້າວ​ຈົນ​ໝົດ​ໄປ​ໃນ​ທີ່​ສຸດ ທັງ​ນີ້​ດ້ວຍ​ການຈັດຕັ້ງປະຕິບັດ ​ທັງ​ໃນ​ການ​ເກັບ​ກູ້​ ກາ​ນຊ່ວຍ​
ເຫຼືອຜູ້​ໄດ້​ຮັບ​ເຄາະ ​ແລະ​ການ​ປ້ອງ​ກັນ​ຄຽງ​ຄູ່​ກັນ​ໄປ.

ທັງ​ນີ້​ນັບ​ແຕ່​ສົງ​ຄາມ​ອິນ​ໂດ​ຈີນ ​ໄດ້​ສິ້ນສຸດ​ລົງ ທາງ​ການ​ສະຫະລັດ ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​
ແກ່​ລາວ ​ໃນ​ການ​ຫລຸດຜ່ອນ​ຜົນ​ກະທົບ​ຈາກ​ລະ​ເບີດ UXO ​ແລ້ວຫຼາຍກວ່າ 74 ລ້ານ​ດອນ​ລາ ຊຶ່ງ​ລວມ​ເຖິງ​ການ​ຊ່ວຍ​ເຫຼືອ​ໃນ​ການ​ສຶກສາ​ອົບຮົມ​ເພື່ອ​ການ​ລະ​ວັງ ​ແລະ​ປ້ອງ​ກັນ​ໄພ​ອັນຕະລາຍ​ຈາກ​ລະ​ເບີດ UXO ສຳລັບ​ນັກຮຽນ ​ໃນ​ເຂ​ດ 15 ຕົວເມືອງ​ ໃນແຂວງ​
ຫລວງ​ພະ​ບາງ ຫົວພັນ ຊຽງ​ຂວາງ ຄຳ​ມ່ວນ ສະຫວັນ​ນະ​ເຂ​ດ ສາລະ​ວັນ ​ເຊ​ກອງ ອັດ​ຕະປື ​ແລະ​ຈຳປາ​ສັກດ້ວຍ.
XS
SM
MD
LG