ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາ​ແຫ່ງ​ຊາດ​ລາວ ມີ​ມະຕິ​ຮັບຮອງ​ເອົາ​ ກົດໝາຍ​ຕໍ່​ຕ້ານ​ ການ​ຟອກ​ເງິນ


ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ໄດ້ມີມະຕິຮັບຮອງເອົາ ກົດໝາຍ ຕໍ່ຕ້ານແລະສະກັດກັ້ນການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.
ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ໄດ້ມີມະຕິຮັບຮອງເອົາ ກົດໝາຍ ຕໍ່ຕ້ານແລະສະກັດກັ້ນການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.

ສະພາ​ແຫ່ງ​ຊາດ​ລາວ ມີ​ມະຕິ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ
​ການ​ຕ້ານ​ການ​ຟອກ​ເງິນ ​ແລະ​ການ​ສະໜອງ​ທຶນ ​ໃຫ້​ແກ່​ການ​
ກໍ່​ການ​ຮ້າຍ ​ໂດຍ​ເຊື່ອ​ວ່າ ຈະ​ຊ່ວຍ​ພັດທະນາ ​ໃຫ້​ລະບົບ​ການ​ເງິນ​
ຂອງ​ລາວ ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ.

ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ໄດ້ມີມະຕິຮັບຮອງເອົາກົດໝາຍ ວ່າດ້ວຍການ
ຕ້ານ ແລະການສະກັດກັ້ນການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ
ຕາມການສະເໜີຂອງ ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ.ລາວ ໃນ
ໂອກາດ ກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດຊຸດທີ 7 ທີ່ໄດ້ຊິ້ນສຸດ
ການປະຊຸມໃນທ້າຍເດືອນກໍລະກົດນີ້.

ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ.ລາວ ໄດ້ຖະ ແຫລງຕໍ່ກອງປະຊຸມສະພາແຫ່ງຊາດ.
ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ.ລາວ ໄດ້ຖະ ແຫລງຕໍ່ກອງປະຊຸມສະພາແຫ່ງຊາດ.

​ໂດຍກົດໝາຍດັ່ງກ່າວນີ້ຖືເປັນກົດໝາຍຕ້ານການຟອກເງິນ
ສະບັບທຳອິດໃນລາວ ເນື່ອງຈາກວ່າການຈັດຕັ້ງປະຕິບັດ ເພື່ອຕ້ານການຟອກເງິນໃນລາວນັ້ນ ເປັນການປະຕິບັດຕາມ
ດຳລັດ ທີ່ປະກາດບັງຄັບໃຊ້ໃນປີ 2006 ໂດຍມີໜ່ວຍງານ
ຂໍ້ມູນຕ້ານການຟອກເງິນໃນສັງກັດ ຂອງທະນາຄານແຫ່ງ
ສປປ.ລາວເປັນໜ່ວຍງານຮັບຜິດຊອບ ຊຶ່ງກໍໄດ້ມີການກວດ
ພົບການຟອກເງິນ ຜ່ານລະບົບທະນາຄານໃນລາວ ເພີ້ມຂຶ້ນ
ຢ່າງຕໍ່ເນື່ອງດັ່ງທີ່ ທ່ານສົມພາວ ໄດ້ຖະແຫລງຢືນຢັນຕໍ່ ກອງປະຊຸມສະພາແຫ່ງຊາດລາວວ່າ:

“ໜ່ວຍງານຂໍ້ມູນຕ້ານການຟອກເງິນ ທີ່ຢູ່ພາຍໃຕ້ການ
ຊີ້ນຳໂດຍກົງ ຂອງທະນາຄານ ແຫ່ງ ສປປ.ລາວ ສາມາດ
ເກັບກຳຂໍ້ມູນ ກ່ຽວກັບ ການເຄື່ອນໄຫວທຸລະກຳ ທີ່ສົງໄສ
ວ່າເປັນການຟອກເງິນ ໄດ້ 104 ກໍລະນີ.”

ທາງດ້ານທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ
ກໍໄດ້ຖະແຫລງຢືນຢັນ ໃນໂອກາດດຽວກັນນີ້ວ່າ ສາເຫດສຳຄັນປະການໜຶ່ງ ທີ່ເຮັດໃຫ້ມີ
ການລັກລອບປູກຝິ່ນເພີ້ມຂຶ້ນ ຢູ່ໃນເຂດແຂວງພາກເໜືອຂອງລາວ ກໍເພາະວ່າ ໄດ້ມີການ
ລັກລອບໂອນເງິນ ຈາກຕ່າງປະເທດ ເຂົ້າມາຊຸກຍູ້ປະຊາຊົນລາວ ໃຫ້ພາກັນສືບຕໍ່ ປູກຝິ່ນ
ຢູ່ເລື້ອຍມາ ໂດຍເມື່ອປະກອບກັບປະຊາຊົນລາວ ກໍຍັງມີສະພາບຊີວິດການເປັນຢູ່ ທີ່ຍາກ
ຈົນຢ່າງຍິ່ງ ຈຶ່ງໄດ້ພາກັນລັກລອບປູກຝິ່ນຢູ່ເລື້ອຍມາ.

ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ ກໍໄດ້ຖະແຫລງຢືນຢັນ ຕໍ່ກອງປະຊຸມສະພາແຫ່ງຊາດ.
ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ ກໍໄດ້ຖະແຫລງຢືນຢັນ ຕໍ່ກອງປະຊຸມສະພາແຫ່ງຊາດ.

ນອກຈາກນັ້ນ ການບັງຄັບໃຊ້ກົດໝາຍ ທີ່ຍັງຂາດປະສິດ
ທິພາບ ໃນລາວ ກໍນັບເປັນອີກປັດໄຈໜຶ່ງ ທີ່ເຮັດໃຫ້ລາວ ຕ້ອງປະເຊີນກັບບັນຫາອາຊະຍາກຳ ທີ່ກ່ຽວກັບຢາເສບຕິດ
ຫຼາຍຂຶ້ນນັບມື້ ແລະດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້
ທາງການ ສະຫະລັດອາເມຣິກາ ໄດ້ຕົກລົງໃຫ້ການຊ່ວຍເຫຼືອ
ທາງການລາວ ໃນການພັດທະນາປັບປຸງການບັງຄັບໃຊ້ກົດ
ໝາຍ ຕໍ່ຜູ້ກະທຳຄວາມຜິດ ກ່ຽວກັບຢາເສບຕິດໃນລາວ ໃຫ້
ມີປະສິດທິພາບສູງຂຶ້ນ ເມື່ອບໍ່ນານມານີ້ ໂດຍເປັນການລົງ
ນາມຮ່ວມກັນລະຫວ່າງ ທ່ານກຸ ຈັນສີນາ ປະທານຄະນະກຳ
ມະການກວດກາ ແລະຄວບຄຸມ ຢາເສບຕິດ ແຫ່ງຊາດລາວ
ກັບທ່ານ Daniel A. Clune ເອກອັກຄະລັດຖະທູດ ສະຫະລັດ ປະຈຳນະຄອນຫລວງວຽງຈັນ.

ໂດຍການຕົກລົງໃນຄັ້ງຫລ້າສຸດນີ້ ກໍຍັງລວມເຖິງ ການຊ່ວຍ
ເຫຼືອ ເພື່ອຍົກລະດັບປະສິດທິພາບ ໃນການບຳບັດຜູ້ຕິດຢາເສບຕິດ ຢູ່ສູນບຳບັດຕ່າງໆ
ທັງໃນເຂດນະຄອນຫລວງວຽງຈັນ ແລະຕ່າງແຂວງທົ່ວປະເທດລາວ ອີກດ້ວຍ ທັງນີ້ໂດຍ
ຖືເປັນໂຄງການຕໍ່ເນື່ອງ ທີ່ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ນັບຕັ້ງແຕ່
ປີ 1989 ເປັນຕົ້ນມາ ແລະ ຈົນເຖິງປັດຈຸບັນນີ້ ກໍປາກົດວ່າ ສະຫະລັດ ໄດ້ໃຫ້ການຊ່ວຍ
ເຫຼືອແກ່ລາວ ໃນການແກ້ໄຂບັນຫາ ກ່ຽວກັບຢາເສບຕິດນີ້ ຄິດເປັນມູນຄ່າລວມເຖິງ 45
ລ້ານດອນລາແລ້ວ.

ສຳຫລັບການຊ່ວຍເຫຼືອໃນຄັ້ງຫລ້າສຸດນີ້ ກໍມີມູນຄ່າລວມ 450,000 ດອນລາ ໂດຍແບ່ງ
ເປັນການຊ່ວຍເຫຼືອເພື່ອການພັດທະນາ ປັບປຸງລະບົບການບັງຄັບໃຊ້ກົດໝາຍ ໃນມູນຄ່າ
150,000 ດອນລາ ແລະການຍົກລະດັບປະສິດທິພາບ ໃນການບຳບັດຜູ້ຕິດຢາເສບຕິດ
ໃນມູນຄ່າ 300,000 ໂດຍພ້ອມກັນນີ້ ສະຫະລັດ ກໍຍັງໄດ້ສົມທົບທຶນໃນມູນຄ່າ 200,000
ດອນລາ ເພື່ອໃຫ້ອົງການອະນາໄມໂລກ ແລະອົງການຄວບຄຸມຢາເສບຕິດ ແລະອາຊະຍາ
ກຳແຫ່ງສະຫະປະຊາຊາດ ນຳໃຊ້ ໃນການບຳບັດຜູ້ຕິດຢາເສບຕິດ ໃນລາວດ້ວຍ.

ທາງດ້ານທ່ານກຸ ກໍໄດ້ຖະແຫລງຍອມຮັບວ່າການຊົມໃຊ້ ແລະລັກລອບຄ້າຢາເສບຕິດ
ໄດ້ເປັນບັນຫາ ທີ່ມີລະດັບຄວາມຮຸນແຮງເພີ້ມຂຶ້ນ ທັງໃນເມືອງ ແລະຊົນນະບົດ ໂດຍຈະ
ເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດໄດ້ 2,148 ຄົນ ຢຶດຢາບ້າໄດ້ 3 ລ້ານ 8 ແສນ
ກວ່າເມັດ ເຮໂຣອີນ 238 ກິໂລກຣາມ ມໍລຟີນ 83 ກິໂລກຣາມ ຝິ່ນ 47 ກິໂລກຣາມ
ກັນຊາແຫ້ງ 1,480 ກິໂລກຣາມ ແລະຢາໄອຊ໌ 22 ກິໂລກຣາມ ໃນຮອບ 1 ປີທີ່ຜ່ານມາ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG