ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາ​ແຫ່ງ​ຊາດ​ລາວ​ ອັດ​ກອງ​ປະຊຸມ​ ສະ​ໄໝ​ສາມັນ​ຄັ້ງ​ທີ 3 ຢ່າງເປັນ​ທາງ​ການແລ້ວ


ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 3 ຂອງສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ຖືກອັດລົງຢ່າງເປັນ​ທາງ​ການໃນວັນທີ 13 ກໍລະກົດມື້ນີ້
ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 3 ຂອງສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ຖືກອັດລົງຢ່າງເປັນ​ທາງ​ການໃນວັນທີ 13 ກໍລະກົດມື້ນີ້

ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ອັດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 3 ຢ່າງເປັນ​ທາງ​ການ ໂດຍ​​ໄດ້​ມີ​ການ​ຮັບຮອງ​ເອົາ​ກົດໝາຍ 7 ສະບັບ ພ້ອມ​ດ້ວຍ​​ແຜນ​ການ​ງົບປະມານ ​ແລະແຜນການ​ ພັດທະນາ​ຈໍານວນ​ນຶ່ງ.

​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 3 ຂອງ​ສະພາ​ແຫ່​ງຊາດ​ລາວ​ຊຸ​ດທີ 7 ທີ່​ໄດ້​ດໍາ​ເນີນ​
ກອງ​ປະຊຸມ​ນັບ​ແຕ່​ວັນ​ທີ່ 20 ມິຖຸນາ​ເປັນ​ຕັ້ນມາ ​ໄດ້​ອັດ​ກອງ​ປະຊຸມ​ລົງຢ່າງ​ເປັນ​ທາງ​
ການ​ໃນ​ຕອນ​ບ່າຍ​ວັນ​ທີ 13 ​ເດືອນ​ກໍລະກົດ​ນີ້ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​
ນາງ ປານີ ຍາ​ທໍ​ຕູ ​ໂດຍ​ມີ​ບັນດາ​ຜູ້​ນໍາ​ພັກ-ລັດ​ແລະ​ສະມາຊິກ​ສະພາແຫ່ງ​ຊາດ​ລາວ
​ເຂົ້າຮ່ວມ​ໃນ​ພິທີ​ອັດ​ກອງ​ປະຊຸມ​ຄັ້ງນີ້​ດ້ວຍ.

​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ລາວໃນ​ຄັ້ງຫລາ​ສຸດ​ນີ້ ມີ​ວາລະການ​ພິ​ຈາລະ​ນາ​ທີ່ສໍາຄັນ
​ແລະ​ກໍ​ໄດ້​ມີ​ການ​ລົງມະຕິ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ຈໍານວນ​ທັງ​ໝົດ​ເຖິງ 10 ວາລະ
​ທີ່​ສໍາຄັນ​ດ້ວຍ​ກັນ ​ໂດຍ​ສະ​ເພາະ​ແມ່ນ​ຮ່າງ​ກົດໝາຍ​ຕ່າງໆ​ທີ່​ໄດ້​ຮັບຮອງເອົາ​ໃນ​ກອງ​ປະ
ຊຸມ​ຄັ້ງ​ນີ້​ມີ​ເຖິງ 7 ສະບັບ​ດ້ວຍ​ກັນ ຊຶ່ງ​ໃນ​ນີ້​ກໍ​ເປັນ​ກົດໝາຍ​ໃໝ່ 2 ​ສະບັບ ​ແລະ​ກົດໝາຍ
ເກົ່າ​ດັດ​ແກ້​ໃໝ່ 5 ສະບັບ ດັ່ງ​ທີ່​ທ່ານ​ນາງ​ປາ​ນີໄດ້​ຖະແຫຼ​ງ ຢືນຢັນ​ວ່າ:

ທ່ານນາງປານີ ຢາທໍຕູ (ກາງ) ປະທານສະພາແຫ່ງຊາດລາວ
ທ່ານນາງປານີ ຢາທໍຕູ (ກາງ) ປະທານສະພາແຫ່ງຊາດລາວ

“​ໄດ້​ຮັບຮອງ​ກົດໝາຍ​ສ້າງ​
ໃໝ່​ຈໍານວນ 2 ສະບັບ ຄື
​ກົດໝາຍ​ວ່າ​ດ້ວຍ​ການ​ສ້າງ
​ນິຕິກໍາ ​ແລະ​ກົດໝາຍ​ວ່າ​
ດ້ວຍ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ
​ແດນ ​ແລະ​ຮັບຮອງ​ການ
​ປັບປຸງ​ບາງມາດຕາ​ຂອງ 5
ກົດໝາຍຄື​ ກົດໝາຍ​ວ່າ
​ດ້ວຍ​ການ​ດໍາ​ເນີນ​ຄະດີ​ອາ
​ຍາ ກົດໝາຍ​ວ່າດ້ວຍ​ການ
​ດໍາ​ເນີນ​ຄະດີ​ແພ່ງ ກົດ​ໝາຍ
ວ່າ​ດ້ວຍ​ຊັບ​ສິນ​ຂອງ​ລັດ ກົດໝາຍ​ວ່າ​ດ້ວຍການກວດ​ສອບກົດໝາຍ​ວ່າ​ດ້ວຍ​ການ​ກິລາ ​
ແລະ ​ກາ​ຍະ​ກໍາ”.

ສ່ວນ​ວາລະ​ອື່ນໆ​ທີ່​ສໍາຄັນນັ້ນ ກໍ​ປະກອບ​ດ້ວຍ​ການ​ພິຈາລະ​ນາ​ແລະ​ຮັບຮອງ​ເອົາລາຍ
​ງານ​ຂອງ​ລັດຖະບານ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດ​ຖະກິດ-
ສັງຄົມ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2011-12 ​ແລະ​ທິດ​ທາງ​ວຽກ​ງານ​ສົກ​ປີ 2012-13.
ການ​ພິ​ຈາລະ​ນາ​ບົດ​ລາຍ​ງານ​ຂອງ​ປະທານ​ອົງການ​ກວດ​ສອບ​ແຫ່ງລັດ ຫົວໜ້າ​ອົງການ​
ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ແລະ​ລັດຖະມົນຕີ​ວ່າການ​
ກະຊວງ​ຍຸຕິ​ທໍາ ​ເປັນ​ຕົ້ນ.

ທ່ານນາງ ວຽງທອງ ສີພັນດອນ ລູກສາວຂອງ ທ່ານຄໍາໄຕ ສີພັນດອນ
ທ່ານນາງ ວຽງທອງ ສີພັນດອນ ລູກສາວຂອງ ທ່ານຄໍາໄຕ ສີພັນດອນ

ນອກຈາກ​ນັ້ນ ກໍ​ມີ​ການ​ລາຍ​ງານ​ກ່ຽວ​
ກັບ​ການຈັດ​ຕັ້ງ​ເຄຶ່ອນ​ໄຫວ​ວຽກ​ງານ
​ຂອງ​ສະພາ​ແຫ່ງ​ຊາດ​ລາວ ​ທີ່​ໄດ້​ຈັດ​
ຕັ້ງ​ປະຕິບັດ​ໃນ​ຮອບ 1 ປີ​ທີ່​ຜ່ານ​ມາ
ລວມ​ເຖິງການ​ຮັບ​ຟັງ​ການປະກອບ​
ຄວາມ​ເຫັນ​ຂອງ​ຜູ້ຕາງໜ້າ​ອົງການ​
ຈັດ​ຕັ້ງ​ຂອງ​ພັກ-ລັດ ກໍ​ຄື​ແນວ​ລາວ
​ສ້າງຊາດ ສະຫະພັນ​ກໍາ​ມະ​ບານ​ລາວ
ສະຫະພັນ​ແມ່​ຍິງລາວ ສູນ​ກາງ​ຊາວ​
ໜຸ່ມປະຕິວັດ​ລາວ ​ແລະອົງການ​ອື່ນໆ
​ອີກ​ຈໍານວນ​ນຶ່ງ.

ແຕ່ຢ່າງໃດ​ກໍ​ຕາມ, ກໍ​ລະ​ນີທີ່​ວ່າ​ພົ້ນ​ເດັ່ນ
​ທີ່​ສຸດໃນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​
ລາວ​ຄັ້ງຫ​ລ້າສຸດ​ນີ້ກໍ​ຄື​ ການ​ລົງມະຕິ​
ແຕ່ງ​ຕັ້ງທ່ານ​ນາງ​ວຽງ​ທອງ ສີ​ພັນ​ດອນ ລູກ​ສາວ​ຂອງ​ທ່ານ ຄໍາ​ໄຕ ສີ​ພັນ​ດອນ ອະດີດ​ປະ
ທານ​ພັກ​ແລະ​ປະທານ​ປະ​ເທດ​ລາວ ໃຫ້​ເປັນ​ປະທານອົງການ​ກວດ​ສອບ​ແຫ່ງ​ລັດ​ຄົນ​ໃໝ່
ຕິດຕາມ​ດ້ວຍ​ການ​ທີ່​ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີກະຊວງ​ແຜນການ ​ແລະ​ການ​ລົງທຶນ
ກໍ​ຍອມ​ຮັບວ່າ ການ​ຂະຫຍາຍຕົວທາງ​ເສດຖະກິດ​ໃນ​ແຜນການ​ປີ 2011-12 ນີ້ ຈະ​ບໍ່​ສາ
ມາດ​ບັນລຸ​ຕາມ​ຄາດໝາຍ​ທີ່ວາງ​ໄວ້ ກໍ​ຄື​ໃນ​ຂະນະ​ທີ່​ລັດຖະບານ​ລາວ​ໄດ້ວາງຄາດໝາຍ
​ໄວ້​ວ່າ​ຍອດ​ຜະລິດ​ພັນ​ລວມພາຍ ​ໃນ (GDP) ​ໃນແຜນການ​ປີ 2011-12 ນີ້ ຈະ​ມີ​ມູນ​ຄ່າ​
ລວມ​ເຖິງ 73,200 ຕື້​ກີບ ຫຼື​ຄິດ​ເປັນ​ອັດຕາ​ສະ​ເລ່ຍທີ່​ເພີ່ມຂຶ້ນຈາກ​ແຜນການ​ປີ 2010-11
​ເຖິງ 8.3% ນັ້ນ ຫາກ​ແຕ່​ຈາກ​ການ​ປະຕິບັດ​ຕົວ​ຈິງ​ໃນ​ໄລຍະ 8 ​ເດືອນ​ທໍາ​ອິດ​ຂອງ​ແຜນ
ການ​ກັບປາກົດ​ວ່າ GDP ​ໄດ້​ຂະຫຍາຍຕົວ​ເພີ່​ມຂຶ້ນພຽງ 8% ​ເທົ່າ​ນັ້ນ.

ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ກະຊວງ​ການ​ເງິນ
ທ່ານ​ພູ​ເພັດ ຄໍາ​ພູນ​ວົງ ລັດຖະມົນຕີ​ກະຊວງ​ການ​ເງິນ

ສ່ວນ​ທາງ​ດ້ານ​ທ່ານ​ພູ​ເພັດ ຄໍາ​
ພູນ​ວົງ ລັດຖະມົນຕີກະຊວງ​
ການ​ເງິນ ກໍ​ໄດ້ຖະ​ແຫຼ​ງຍອມ​
ຮັບ​ວ່າ ​ໃນ​ໄລຍະ 8 ​ເດືອນ​ທີ່
​ຜ່ານ​ມາ​ຂອງ​ແຜນການ​ປີ
2011-12 ນີ້​ ລັດຖະບານ​ລາວ
​ສາມາດ​ຈັດ​ເກັບ​ລາຍ​ຮັບ​ຈາກ
​ພາສີ​ທີ່​ດິນ​ໄດ້ໃນ​ມູນ​ຄ່າ 52.8
ຕື້​ກີບ ຫຼື 40% ​ເທົ່າ​ນັ້ນ ຂອງ
​ແຜນການ​ປີ ​ໃນ​ຂະນະ​ທີ່​ທ່ານ​
ໄຊ​ສົມ​ພອນ ພົມວິຫານ ຮອງ
ປະທານ​ສະພາ​ແຫ່ງ​ຊາດ​ລາວ
​ກໍ​ໄດ້​ຖະ​ແຫຼ​ງລາຍ​ງານຜົນ​ການ
​ປະຕິບັດ​ຈັດ​ຕັ້ງ​ວຽກງານ​ນິຕິ​
ບັນ​ຍັດ ​ໃນ​ຮອບ 1 ປີ​ທີ່​ຜ່ານ
​ມາ​ວ່າ ສະພາ​ແຫ່ງ​ຊາດ​ລາວ​ໄດ້
​ຮັບຮອງ​ເອົາກົດໝາຍ 13 ສະບັບ ຫຼື​ຄິດ​ເປັນ​ພຽງ​ແຕ່ 14.44%​ ​ເທົ່າ​ນັ້ນ​ຂອງ​ເປົ້າໝາຍ​ຈົນ
​ເຖິງ ປີ 2015 ​ແລະ​ທີ່​ສໍາຄັນ​ກໍ​ຄື​ກົດໝາຍ​ທັງ 13 ສະບັບ​ດັ່ງກ່າວ​ນີ້ ກໍ​ຍັງ​ເປັນ​ກົດໝາຍໃໝ່​
ພຽງ​ແຕ່ 3 ສະບັບ​ເທົ່າ​ນັ້ນ​ອີກ​ດ້ວຍ.

XS
SM
MD
LG