ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຂົວ​ມິດຕະພາບ ລາວ - ມຽນມາ ແຫ່ງທຳອິດ ເປີດໃຊ້ ຢ່າງເປັນທາງການແລ້ວ


ພະ​ນະທ່ານ ຈູ​ມມະລີ ​ໄ​ຊຍະສອນ ​ແລ​ະ ພະນະ​ທ່ານ ເທນ ເຊນ ກຳລັງກົດປຸ່ມເປີດຂົວມິດຕະພາບ ລາວ-ມຽນມາ (ພາບຈາກ ໜັງສືພິມປະຊາຊົນ)
ພະ​ນະທ່ານ ຈູ​ມມະລີ ​ໄ​ຊຍະສອນ ​ແລ​ະ ພະນະ​ທ່ານ ເທນ ເຊນ ກຳລັງກົດປຸ່ມເປີດຂົວມິດຕະພາບ ລາວ-ມຽນມາ (ພາບຈາກ ໜັງສືພິມປະຊາຊົນ)

ຂົວ​ມິດຕະພາບ​ແຫ່ງ​ທຳ​ອິ​ດ ລະຫວ່າງ ລາວແລ​ະມຽນມ້າ ​ທີ່​ເຊື່ອມ​ຕໍ່ ​ເມື່ອ​ງທ່າ​ຂີ້​ເຫລັກ ​ໃນ​ລັດ ສານ ຂອງ​ມຽນມາ ກັບ​ແຂວງ​ຫຼວງນ້ຳ​ທາ ຂອງ​ລາວ ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ ໃນວັນ​ເສົາ ທີ 9 ພຶດສະພາ ທີ່​ຜ່ານ​ມານີ້, ອີງຕາ​ມການ​ລາຍ​ງານ​ຈາກ ໂທລະພາບ​ແຫ່ງ​ຊາດ​ລາວ.

ໃຫ້​ກຽດ​ເຂົ້າ​ຮ່ວມ ​ໃນພິທີ​ໄຂ​ຂົວ​ດັ່ງ​ກ່າວ ມີທ່ານ ຈູ​ມມະລີ ​ໄ​ຊຍະສອນ ​ປະ​ທານ​ປະ​ເທດ ສປປ ລາວ ​ແລ​ະ ​ທ່ານ ເທນ ເຊນ ປະທານາທິບໍດີ ສສ ມຽນມາ, ພ້ອມ​ດ້ວຍບັນດາ​ຜູ້ນຳ​ຂັ້ນ​ສູງ, ລັດຖະມົນ​ຕີ​ວ່າ​ການ, ຊ່ວຍ​ວ່າການ, ​ເຈົ້າ​ແຂວງ​ຂອງ​ສອງ​ປະ​ເທດ ​ແລະ ບັນ​ດາແຂກເຂົ້າ​ຮ່ວມ​ທີ່​ສຳຄັນ.

​ມູນ​ຄ່າ​ການ​ກໍ່ສ້າງ​ຂົວ​ມິດ​ຕະພາບ​ແຫ່ງ​ນີ້​ແມ່ນ 26 ລ້ານໂດລາ ເຊິ່ງນຳໃຊ້ງົບປະມານພາຍໃນ
ຂອງລັດຖະບານສອງປະເທດ​ເອງ. ການກໍ່ສ້າງທີ່​ໄດ້​ຄາດ​ກັນວ່າ ​ຈະໃຊ້ເວລ​າ​ເຖິງ 30 ເດືອນ
ໄດ້​ສຳ​ເລັດ​ລົງກ່ອນ​ກຳນົດ ​5 ​ເດືອນ ​ໂດຍ​ໄດ້​ເລີ້ມ​ຕົ້ນ​ລົງມື​ກໍ່​ສ້າງ ​ໃນ​ກາງເດືອນ​ກຸມພາ ປີ 2013. ຂົວນີ້ມີຄວາມຍາວ 691,6 ແມັດ, ກວ້າງ 10,9 ແມັດ, ມີທາງລົດແລ່ນ 2 ເລນ ກວ້າງ 8,5 ແມັດ, ​ແລະ​ມີທາງຍ່າງ 2 ເບື້ອງ ເບື້ອງລະ 1,2 ແມັດ.

ຂົວແຫ່ງ​ນີ້​ແມ່ນສ້າງຂຶ້ນ ເພື່ອ​ເສີມ​ຂະຫຍາຍ​ການ​ຄ້າ​ຂາຍ, ການ​ລົງ​ທຶນ ​ແລະ ການທ່ອງທ່ຽວ
ຢູ່​ໃນ​ພາ​ກພື້ນ​ໂດຍ​ສະ​ເພາະ ສປປ ລາວ, ໄທ ມຽນມາ, ຫວຽດນາມ ແລະ ຈີນ ​ພ້ອມທັງເປັນ
ການກະກຽມເຂົ້າເປັນ ປະຊາຄົມເສດຖະກິດອາຊຽນ ຫຼື AEC ໃນທ້າຍປີ 2015 ອີກດ້ວຍ

ກາ​ນສ້າງຂົວແຫ່ງນີ້ ເປັນເຫດການປະຫວັດສາດທີ່ສຳຄັນ ໃນການພົວພັນມິດຕະພາບ, ການ
ຮ່ວມມືອັນໃກ້ຊິດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກເຂົ້າໃຈຊຶ່ງກັນແລະກັນ ຖານບ້ານໃກ້
ເຮືອນຄຽງ ລະຫວ່າງລາວ ກັບ​ມຽນມາ.

ເບິ່ງລາຍງານວີດີໂອ ຂອງສະຖານີໂທລະພາບແຫ່ງຊາດລາວ:

Laos-Myanmar Friendship Bridge 09-05-2015
please wait

No media source currently available

0:00 0:03:47 0:00

Laos and Myanmar Launched their First Friendship Bridge

The first friendship bridge between Laos and Myanmar was officially opened on May 9, 2015, according to a report by Lao National TV.

Presiding over the opening ceremony was Laos’ President Choummaly Sayasone, and his Burmese counterpart, President Thein Sein, along with other high ranking officials, Ministers, Vice Ministers, the governors of the two countries and important guests.

The Friendship Bridge costs $26 million to build with both countries sharing the cost. The project began on February 16, 2013, and was expected to take 30 months but was completed five months ahead of schedule.

It is 691.6 meters and 10.9 meters wide, has two lanes and a footpath on each side.

The bridge, linking Myanmar's Tachileik in Shan state and Laos’ Laungnamtha Province, was built with the aim to boost trade, investment, and tourism in the region especially between Laos, Myanmar, Vietnam, Thailand and China. It is also a preparation for joining the ASEAN Economic Community or AEC at the end of 2015.

This bridge is considered an important historical phenomenon in the friendly relations and close cooperation between two dependable and trustworthy neighbors, Laos and Myanmar.

XS
SM
MD
LG